Skip to content
BibleKenya

Biblica® Open Lao Contemporary Version

ໂກໂລຊາຍ 4

ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຂ້າທາດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ ແລະ ຍຸຕິທຳ ເພາະ​ພວກເຈົ້າ​ຮູ້​ຢູ່​ວ່າ​ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.

ຄຳແນະນໍາ​ເພີ່ມເຕີມ

ຈົ່ງ​ອຸທິດຕົນ​ໃນ​ການອະທິຖານ, ຈົ່ງ​ເຝົ້າລະວັງ ແລະ ໂມທະນາ​ຂອບພຣະຄຸນ. ແລະ ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ຂໍ​ໃຫ້​ພຣະເຈົ້າ​ເປີດ​ປະຕູ​ສຳລັບ​ຂໍ້ຄວາມ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ຂອງ​ພຣະຄຣິດເຈົ້າ, ການ​ທີ່​ເຮົາ​ຖືກຈໍາຈອງ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫລະ. ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ນັ້ນ​ຢ່າງ​ຈະແຈ້ງ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ. ຈົ່ງ​ສະຫລາດ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ພາຍນອກ ຈົ່ງ​ໃຊ້​ທຸກ​ໂອກາດ​ໃຫ້​ເປັນ​ປະໂຫຍດ​ທີ່ສຸດ. ຈົ່ງ​ໃຫ້​ວາຈາ​ຂອງ​ພວກເຈົ້າ​ເຕັມ​ດ້ວຍ​ພຣະຄຸນ​ຢູ່​ສະເໝີ, ປະສົມ​ດ້ວຍ​ເກືອ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຄວນ​ຕອບ​ທຸກຄົນ​ຢ່າງໃດ.

ຄຳທັກທາຍ​ສຸດທ້າຍ

ຕີຂີໂກ ຈະ​ແຈ້ງ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້. ລາວ​ເປັນ​ນ້ອງ​ຮັກ, ເປັນ​ຜູ້ຮັບໃຊ້​ທີ່​ສັດຊື່ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ໃນ​ອົງພຣະຜູ້ເປັນເຈົ້າ. ເຮົາ​ກຳລັງ​ສົ່ງ​ລາວ​ມາ​ຫາ​ພວກເຈົ້າ​ກໍ​ເພື່ອ​ຈຸດປະສົງ​ທີ່​ຊັດເຈນ​ທີ່​ພວກເຈົ້າ​ຈະ​ໄດ້​ຮູ້​ກ່ຽວກັບ​ສະພາບການ​ຂອງ​ພວກເຮົາ1 ແລະ ເພື່ອ​ລາວ​ຈະ​ໄດ້​ໜູນໃຈ​ພວກເຈົ້າ. ລາວ​ຈະ​ມາ​ພ້ອມ​ກັບ​ໂອເນຊີໂມ ນ້ອງ​ຮັກ ແລະ ສັດຊື່​ຂອງ​ພວກເຮົາ, ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ. ພວກເຂົາ​ຈະ​ບອກ​ທຸກຢ່າງ​ທີ່​ເກີດຂຶ້ນ​ຢູ່​ທີ່​ນີ້​ໃຫ້​ພວກເຈົ້າ​ຟັງ.

ອາຣິດຕາໂຂ ເພື່ອນ​ນັກໂທດ​ຂອງ​ເຮົາ ແລະ ມາຣະໂກ ຍາດພີ່ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນໍາ​ແລ້ວ​ວ່າ​ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)

ແລະ ເຢຊູ ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ຢູສະໂຕ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ມີ​ພຽງ​ແຕ່​ຄົນ​ເຫລົ່ານີ້​ເທົ່ານັ້ນ​ທີ່​ເປັນ​ຄົນຢິວ​ໃນ​ທ່າມກາງ​ເພື່ອນຮ່ວມງານ​ຂອງ​ເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ ແລະ ພວກເຂົາ​ໄດ້​ໜູນໃຈ​ເຮົາ​ຫລາຍ.

ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ. ເຮົາ​ເປັນ​ພະຍານ​ຝ່າຍ​ເພິ່ນ​ໄດ້​ວ່າ​ເພິ່ນ​ທຳງານ​ໜັກໜ່ວງ​ເພື່ອ​ພວກເຈົ້າ ແລະ ເພື່ອ​ຄົນ​ທັງຫລາຍ​ທີ່​ຢູ່​ເມືອງ​ລາວດີເກອາ ແລະ ທັງ​ຄົນ​ທີ່​ຢູ່​ເມືອງ​ເຮຍຣາໂປລີ.

ລູກາ ເພື່ອນ​ທີ່​ຮັກ​ຂອງ​ພວກເຮົາ​ຜູ້​ເປັນ​ໝໍ ແລະ ເດມາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.

ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ໄປ​ຍັງ​ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ເມືອງ​ລາວດີເກອາ ແລະ ເຖິງ​ນາງ​ນິມຟາ ແລະ ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ​ເໝືອນກັນ.

ຫລັງຈາກ​ໄດ້​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ໃຫ້​ສັງເກດ​ວ່າ​ມີ​ການອ່ານ​ຈົດໝາຍ​ນີ້​ໃນ​ຄຣິສຕະຈັກ​ທີ່​ຢູ່​ເມືອງ​ລາວດີເກອາ​ເໝືອນກັນ ແລະ ຂະນະ​ດຽວ​ກັນ​ກໍ​ຂໍ​ໃຫ້​ພວກເຈົ້າ​ຮັບ​ຈົດໝາຍ​ຈາກ​ເມືອງ​ລາວດີເກອາ​ມາ​ອ່ານ​ເໝືອນກັນ.

ຈົ່ງ​ບອກ​ອາຂີໂປ​ວ່າ: “ຈົ່ງ​ເຮັດ​ພັນທະກິດ​ທີ່​ເຈົ້າ​ໄດ້​ຮັບ​ມອບໝາຍ​ໃນ​ອົງພຣະຜູ້ເປັນເຈົ້າ​ໃຫ້​ສຳເລັດ”.

ເຮົາ​ໂປໂລ ຂຽນ​ຄຳທັກທາຍ​ດ້ວຍ​ມື​ຂອງ​ເຮົາ​ເອງ. ຂໍ​ໃຫ້​ລະນຶກ​ເຖິງ​ໂສ້​ຂອງ​ເຮົາ​ດ້ວຍ. ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

Source notes (1)
  1. Footnote ເອກະສານ​ເກົ່າ​ທີ່​ຂຽນດ້ວຍມື​ບາງສະບັບ​ວ່າ ເພື່ອ ລາວ ຈະ​ໄດ້​ຮູ້ ເຖິງ ການ​ເປັນ​ຢູ່​ຂອງ ພວກເຈົ້າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.