Biblica® Open Lao Contemporary Version
ກິດຈະການ 15
ການປະຊຸມທີ່ເຢຣູຊາເລັມ
ມີບາງຄົນລົງຈາກແຂວງຢູດາຍມາທີ່ເມືອງອັນຕີໂອເຂຍ ແລະ ສັ່ງສອນພວກພີ່ນ້ອງວ່າ: “ຖ້າພວກເຈົ້າບໍ່ຮັບພິທີຕັດຕາມທຳນຽມທີ່ໂມເຊໄດ້ສອນໄວ້ ພວກເຈົ້າກໍຈະບໍ່ໄດ້ຮັບຄວາມພົ້ນ”. ຄຳສອນນີ້ໄດ້ເຮັດໃຫ້ໂປໂລກັບບາຣະນາບາໂຕ້ຖຽງກັບພວກເຂົາຢ່າງຮຸນແຮງ. ດັ່ງນັ້ນ ໂປໂລກັບບາຣະນາບາຈຶ່ງໄດ້ຮັບການແຕ່ງຕັ້ງພ້ອມກັບຜູ້ທີ່ເຊື່ອບາງຄົນໃຫ້ຂຶ້ນໄປພົບບັນດາອັກຄະສາວົກ ແລະ ຜູ້ປົກຄອງທີ່ເຢຣູຊາເລັມກ່ຽວກັບບັນຫານີ້. ຄຣິສຕະຈັກໄດ້ໃຊ້ພວກເພິ່ນໄປ ແລະ ຂະນະທີ່ພວກເພິ່ນເດີນທາງຜ່ານແຂວງໂຟນີເຊຍກັບຊາມາເຣຍ, ພວກເພິ່ນກໍໄດ້ເລົ່າເລື່ອງທີ່ຄົນຕ່າງຊາດໄດ້ກັບໃຈໃໝ່. ຂ່າວນີ້ເຮັດໃຫ້ພີ່ນ້ອງທັງຫລາຍມີຄວາມຍິນດີຫລາຍ. ເມື່ອພວກເພິ່ນມາເຖິງເຢຣູຊາເລັມ, ພວກເພິ່ນກໍໄດ້ຮັບການຕ້ອນຮັບຈາກຄຣິສຕະຈັກ, ຈາກພວກອັກຄະສາວົກ ແລະ ພວກຜູ້ປົກຄອງ, ພວກເພິ່ນໄດ້ລາຍງານທຸກສິ່ງທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນໃຫ້ຄົນເຫລົ່ານັ້ນຟັງ.
ຫລັງຈາກນັ້ນ ຜູ້ເຊື່ອບາງຄົນທີ່ຢູ່ໃນກຸ່ມພວກຟາຣີຊາຍໄດ້ຢືນຂຶ້ນ ແລະ ເວົ້າວ່າ, “ຄົນຕ່າງຊາດຕ້ອງຮັບພິທີຕັດ ແລະ ປະຕິບັດຕາມກົດບັນຍັດຂອງໂມເຊ”.
ບັນດາອັກຄະສາວົກ ແລະ ພວກຜູ້ປົກຄອງໄດ້ປະຊຸມກັນເພື່ອພິຈາລະນາບັນຫານີ້. ຫລັງຈາກປຶກສາຫາລືກັນຫລາຍແລ້ວ, ເປໂຕກໍລຸກຂຶ້ນກ່າວວ່າ: “ພີ່ນ້ອງທັງຫລາຍ ພວກເຈົ້າຮູ້ຢູ່ແລ້ວວ່າກ່ອນໜ້ານີ້ພຣະເຈົ້າໄດ້ເລືອກຂ້າພະເຈົ້າຈາກທ່າມກາງພວກເຈົ້າ ເພື່ອຄົນຕ່າງຊາດຈະໄດ້ຍິນຖ້ອຍຄຳແຫ່ງຂ່າວປະເສີດຈາກຮິມສົບຂອງເຮົາ ແລະ ເຊື່ອ. ພຣະເຈົ້າຜູ້ຮູ້ຈິດໃຈມະນຸດ ໄດ້ສະແດງວ່າພຣະອົງຍອມຮັບພວກເຂົາໂດຍໃຫ້ພຣະວິນຍານບໍລິສຸດເຈົ້າແກ່ພວກເຂົາ, ເໝືອນທີ່ພຣະອົງໄດ້ໃຫ້ແກ່ພວກເຮົາ. ພຣະອົງບໍ່ໄດ້ຈຳແນກລະຫວ່າງພວກເຮົາກັບພວກເຂົາ, ເພາະພຣະອົງໄດ້ຊຳລະຈິດໃຈຂອງພວກເຂົາໃຫ້ບໍລິສຸດດ້ວຍຄວາມເຊື່ອ. ເມື່ອເປັນດັ່ງນັ້ນ, ເປັນຫຍັງພວກເຈົ້າຈຶ່ງພະຍາຍາມທົດລອງພຣະເຈົ້າໂດຍເອົາແອກວາງໃສ່ຄໍຂອງພວກຄົນຕ່າງຊາດ ເຊິ່ງທັງພວກເຮົາ ຫລື ບັນພະບຸລຸດຂອງພວກເຮົາກໍບໍ່ສາມາດທີ່ຈະແບກໄດ້? ຢ່າເລີຍ! ພວກເຮົາເຊື່ອວ່າພວກເຮົາຈະພົ້ນໄດ້ກໍໂດຍພຣະຄຸນຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ເໝືອນກັນກັບພວກເຂົາ”.
ທຸກຄົນໃນທີ່ປະຊຸມກໍມິດງຽບຟັງບາຣະນາບາກັບໂປໂລເລົ່າເຖິງໝາຍສຳຄັນ ແລະ ການອັດສະຈັນຕ່າງໆທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນທ່າມກາງຄົນຕ່າງຊາດ. ເມື່ອພວກເພິ່ນເວົ້າຈົບແລ້ວ, ຢາໂກໂບກໍກ່າວຂຶ້ນ. ເພິ່ນກ່າວວ່າ, “ພີ່ນ້ອງທັງຫລາຍ, ຂໍໃຫ້ຟັງຂ້າພະເຈົ້າກ່ອນ. ຊີໂມນ1ໄດ້ອະທິບາຍໃຫ້ພວກເຮົາຟັງແລ້ວວ່າ ພຣະເຈົ້າໄດ້ສະແດງຄວາມຫ່ວງໃຍຂອງພຣະອົງຕັ້ງແຕ່ທຳອິດ ໂດຍເລືອກຄົນຕ່າງຊາດບາງຄົນມາເປັນຂອງພຣະອົງ. ຖ້ອຍຄຳຂອງພວກຜູ້ທຳນວາຍກໍສອດຄ່ອງກັບເລື່ອງນີ້ ຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີວ່າ:
“ ‘ຫລັງຈາກນີ້ເຮົາຈະກັບຄືນມາ
ແລະ ຈະສ້າງເຕັນຂອງດາວິດທີ່ລົ້ມລົງຂຶ້ນມາໃໝ່.
ເຮົາຈະສ້າງສິ່ງທີ່ຫັກພັງຂຶ້ນມາໃໝ່,
ແລະ ເຮົາຈະເຮັດໃຫ້ສິ່ງເຫລົ່ານັ້ນຄືນສູ່ສະພາບດີ
ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາອົງພະຜູ້ເປັນເຈົ້າ,
ແມ່ນແຕ່ຄົນຕ່າງຊາດທັງໝົດທີ່ຮັບຮູ້ນາມຂອງເຮົາ,
ກ່າວໄວ້ໂດຍອົງພຣະຜູ້ເປັນເຈົ້າ, ຜູ້ໄດ້ກະທຳສິ່ງເຫລົ່ານີ້’2
ເຊິ່ງເປັນທີ່ຮູ້ກັນມາດົນນານແລ້ວ.3
“ດັ່ງນັ້ນ ຂ້າພະເຈົ້າເຫັນວ່າພວກເຮົາບໍ່ຄວນສ້າງຄວາມລຳບາກໃຫ້ກັບຄົນຕ່າງຊາດທີ່ຫັນມາຫາພຣະເຈົ້າ ແຕ່ໃຫ້ພວກເຮົາຂຽນໄປຫາພວກເຂົາ, ໂດຍບອກພວກເຂົາໃຫ້ລະເວັ້ນຈາກອາຫານທີ່ມີມົນທິນເພາະຮູບເຄົາລົບ, ຈາກການຜິດສິນທຳທາງເພດ, ຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ຈາກການກິນເລືອດ. ເພາະກົດບັນຍັດຂອງໂມເຊໄດ້ຖືກເທດສະໜາໃນທຸກເມືອງຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ຖືກອ່ານໃນທຳມະສາລາທຸກວັນຊະບາໂຕ”.
ຈົດໝາຍຈາກທີ່ປະຊຸມເຖິງຜູ້ທີ່ເຊື່ອທີ່ເປັນຄົນຕ່າງຊາດ
ແລ້ວພວກອັກຄະສາວົກ ແລະ ພວກຜູ້ປົກຄອງກັບທຸກຄົນໃນຄຣິສຕະຈັກ, ໄດ້ຕັດສິນໃຈທີ່ຈະເລືອກເອົາບາງຄົນໃນພວກເພິ່ນແລ້ວສົ່ງໄປທີ່ເມືອງອັນຕີໂອເຂຍພ້ອມກັບໂປໂລ ແລະ ບາຣະນາບາ. ພວກເພິ່ນໄດ້ເລືອກເອົາຢູດາ (ຫລືເອີ້ນກັນວ່າບາຣະຊັບບາ) ກັບຊີລາ, ຊາຍທັງສອງຄົນນີ້ເປັນຜູ້ນຳໃນກຸ່ມພວກພີ່ນ້ອງ. ແລ້ວພວກເພິ່ນໄດ້ຝາກຈົດໝາຍໃຫ້ພວກເຂົາຖືໄປນຳດັ່ງນີ້:
ຈາກບັນດາອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້ເປັນພີ່ນ້ອງຂອງພວກທ່ານ.
ເຖິງ ຜູ້ທີ່ເຊື່ອທີ່ເປັນຄົນຕ່າງຊາດໃນເມືອງອັນຕີໂອເຂຍ ໃນແຂວງຊີເຣຍ ແລະ ໃນແຂວງກີລີເກຍ.
ຂໍສົ່ງຄຳທັກທາຍ.
ພວກເຮົາໄດ້ຍິນຂ່າວວ່າມີບາງຄົນໃນພວກເຮົາໄດ້ໄປຫາພວກທ່ານໂດຍບໍ່ໄດ້ຮັບອະນຸຍາດຈາກພວກເຮົາ ແລະ ໄປລົບກວນຈິດໃຈຂອງພວກທ່ານໂດຍເວົ້າສິ່ງທີ່ເຮັດໃຫ້ພວກທ່ານບໍ່ສະບາຍໃຈ. ດັ່ງນັ້ນ ພວກເຮົາທຸກຄົນເຫັນດີທີ່ຈະເລືອກເອົາບາງຄົນ ແລະ ສົ່ງພວກເຂົາມາຫາພວກທ່ານພ້ອມກັບບາຣະນາບາ ແລະ ໂປໂລເພື່ອນທີ່ຮັກຂອງເຮົາ ຄືຜູ້ທີ່ຍອມເສຍສະຫລະຊີວິດຂອງຕົນເພື່ອເຫັນແກ່ນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ດ້ວຍເຫດນີ້ ພວກເຮົາຈຶ່ງສົ່ງຢູດາກັບຊີລາມາເພື່ອຢືນຢັນຄຳເວົ້າໃນສິ່ງທີ່ພວກເຮົາໄດ້ຂຽນ. ດ້ວຍວ່າ ພຣະວິນຍານບໍລິສຸດເຈົ້າກັບພວກເຮົາເຫັນດີຮ່ວມກັນແລ້ວວ່າບໍ່ໃຫ້ວາງພາລະໜັກໃດໃຫ້ພວກທ່ານເວັ້ນແຕ່ຂໍ້ກຳນົດຕໍ່ໄປນີ້ຄື: ພວກທ່ານທັງຫລາຍຈົ່ງລະເວັ້ນຈາກອາຫານທີ່ຖວາຍບູຊາແກ່ຮູບເຄົາລົບ, ໃຫ້ລະເວັ້ນຈາກການກິນເລືອດ, ໃຫ້ລະເວັ້ນຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ໃຫ້ລະເວັ້ນຈາກການຜິດສິນທຳທາງເພດ. ຖ້າພວກທ່ານລະເວັ້ນຈາກສິ່ງເຫລົ່ານີ້ ພວກທ່ານກໍເຮັດໃນສິ່ງທີ່ຖືກຕ້ອງ.
ຂໍອຳລາ.
ດັ່ງນັ້ນ ຄົນເຫລົ່ານັ້ນຈຶ່ງອອກເດີນທາງໄປຍັງເມືອງອັນຕີໂອເຂຍ, ບ່ອນທີ່ພວກເພິ່ນໄດ້ເຕົ້າໂຮມກັນໃນຄຣິສຕະຈັກ ແລະ ໄດ້ມອບຈົດໝາຍໃຫ້. ປະຊາຊົນໄດ້ອ່ານຈົດໝາຍນັ້ນແລ້ວ ແລະ ທຸກຄົນພາກັນດີໃຈເພາະຄຳໜູນໃຈໃນຈົດໝາຍນັ້ນ. ຢູດາກັບຊີລາເອງທີ່ເປັນຜູ້ທຳນວາຍ, ພວກເພິ່ນໄດ້ເວົ້າຫລາຍສິ່ງຫລາຍຢ່າງເພື່ອໜູນໃຈ ແລະ ເສີມສ້າງພວກພີ່ນ້ອງໃຫ້ເຂັ້ມແຂງ. ຫລັງຈາກໃຊ້ເວລາຢູ່ທີ່ນັ້ນໄດ້ໄລຍະໜຶ່ງແລ້ວ, ພວກພີ່ນ້ອງຜູ້ທີ່ເຊື່ອກໍໄດ້ສົ່ງພວກເພິ່ນກັບໄປຫາບັນດາພີ່ນ້ອງຜູ້ທີ່ໃຊ້ພວກເພິ່ນມາພ້ອມທັງອວຍພອນໃຫ້ມີສັນຕິສຸກ.4 ແຕ່ຊີລາຕັດສິນໃຈທີ່ຈະຢູ່ທີ່ນັ້ນຕໍ່.5 ສ່ວນໂປໂລກັບບາຣະນາບາຍັງຢູ່ທີ່ເມືອງອັນຕີໂອເຂຍ, ພວກເພິ່ນກັບຄົນອື່ນໆໄດ້ຮ່ວມກັນສັ່ງສອນ ແລະ ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າຮ່ວມກັບອີກຫລາຍຄົນ.
ຂໍ້ຂັດແຍ້ງລະຫວ່າງໂປໂລກັບບາຣະນາບາ
ຕໍ່ມາ ໂປໂລໄດ້ເວົ້າກັບບາຣະນາບາວ່າ, “ໃຫ້ພວກເຮົາກັບໄປຢ້ຽມຢາມຜູ້ທີ່ເຊື່ອໃນທຸກເມືອງທີ່ພວກເຮົາໄດ້ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າ ແລະ ເບິ່ງວ່າພວກເຂົາເປັນຢ່າງໃດ”. ບາຣະນາບາຕ້ອງການຈະພາໂຢຮັນ ເອີ້ນອີກຊື່ໜຶ່ງວ່າມາຣະໂກໄປນຳ, ແຕ່ໂປໂລເຫັນວ່າບໍ່ຄວນເອົາລາວໄປນຳ ເພາະໂຢຮັນເຄີຍປະຖິ້ມພວກເພິ່ນທີ່ແຂວງປຳຟີເລຍ ແລະ ບໍ່ໄດ້ຮ່ວມງານອີກ. ພວກເພິ່ນໄດ້ຂັດແຍ້ງກັນຢ່າງຮຸນແຮງຈົນຕ້ອງແຍກກັນ. ບາຣະນາບາໄດ້ພາມາຣະໂກລົງເຮືອໄປຍັງເກາະໄຊປຣັດ, ແຕ່ໂປໂລໄດ້ເລືອກຊີລາ ແລະ ຈາກໄປ ໂດຍພີ່ນ້ອງຜູ້ທີ່ເຊື່ອໄດ້ມອບພວກເພິ່ນໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າ. ພວກເພິ່ນໄດ້ໄປທົ່ວແຂວງຊີເຣຍ ແລະ ກີລີເກຍ, ໜູນໃຈຄຣິສຕະຈັກຕ່າງໆໃຫ້ເຂັ້ມແຂງຂຶ້ນ.
Source notes (5)
- Footnote ພາສາກຣີກວ່າ ຊີເມໂອນ ເປັນອີກຮູບໜຶ່ງຂອງຄຳວ່າ ຊີໂມນ ເຊິ່ງກໍຄື ເປໂຕ
- Footnote ອມ 9:11,12
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ 18 ເຊິ່ງອົງພຣະຜູ້ເປັນເຈົ້າຮູ້ມາຫລາຍຍຸກສະໄໝໃນພັນທະກິດຂອງພຣະອົງ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ສັນຕິສຸກ
- Footnote ຕົ້ນສະບັບເກົ່າແກ່ບາງສະບັບບໍ່ມີຂໍ້ນີ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.