Biblica® Open Lao Contemporary Version
ກິດຈະການ 16
ຕີໂມທຽວສົມທົບກັບໂປໂລ ແລະ ຊີລາ
ໂປໂລໄດ້ເດີນທາງມາຮອດເມືອງເດຣະເບ ແລະ ຫລັງຈາກນັ້ນກໍໄປຍັງເມືອງລີສະຕຣາ, ຢູ່ທີ່ນັ້ນມີສາວົກຄົນໜຶ່ງຊື່ຕີໂມທຽວອາໄສຢູ່, ແມ່ຂອງລາວເປັນຄົນທີ່ເຊື່ອ ແລະ ເປັນຄົນຢິວແຕ່ພໍ່ຂອງລາວເປັນຄົນກຣີກ. ຕີໂມທຽວເປັນຜູ້ມີຊື່ສຽງດີໃນທ່າມກາງບັນດາຜູ້ທີ່ເຊື່ອທີ່ເມືອງລີສະຕຣາ ແລະ ເມືອງອີໂກນີອົມ. ໂປໂລຕ້ອງການຈະພາຕີໂມທຽວຮ່ວມເດີນທາງໄປນຳ, ດັ່ງນັ້ນ ເພິ່ນຈຶ່ງໃຫ້ລາວຮັບພິທີຕັດເພາະເຫັນແກ່ຊາວຢິວທີ່ຢູ່ໃນຂົງເຂດນັ້ນ, ເພາະວ່າຄົນເຫລົ່ານັ້ນກໍຮູ້ວ່າພໍ່ຂອງລາວເປັນຄົນກຣີກ. ຂະນະທີ່ພວກເພິ່ນກຳລັງເດີນທາງໄປຍັງເມືອງຕ່າງໆ, ພວກເພິ່ນກໍໄດ້ມອບຂໍ້ຕົກລົງຂອງພວກອັກຄະສາວົກ ແລະ ພວກຜູ້ປົກຄອງໃນເຢຣູຊາເລັມເພື່ອໃຫ້ຄົນທັງຫລາຍໄດ້ປະຕິບັດຕາມ. ດັ່ງນັ້ນ ຄຣິສຕະຈັກຕ່າງໆຈຶ່ງເຂັ້ມແຂງໃນຄວາມເຊື່ອ ແລະ ສະມາຊິກກໍມີຈຳນວນເພີ່ມຂຶ້ນທຸກວັນ.
ນິມິດຂອງໂປໂລເລື່ອງຊາຍຊາວມາເກໂດເນຍ
ໂປໂລກັບຜູ້ຮ່ວມງານຂອງເພິ່ນຈຶ່ງເດີນທາງໄປທົ່ວດິນແດນຟີເຄຍ ແລະ ຄາລາເຕຍ, ເພາະພຣະວິນຍານບໍລິສຸດເຈົ້າຍັງບໍ່ໃຫ້ປະກາດພຣະຄຳໃນເອເຊຍ. ເມື່ອພວກເພິ່ນມາເຖິງຊາຍແດນແຂວງມີເຊຍ, ພວກເພິ່ນກໍພະຍາຍາມຈະເຂົ້າໄປໃນແຂວງບີທີເນຍ, ແຕ່ພຣະວິນຍານຂອງພຣະເຢຊູເຈົ້າບໍ່ໃຫ້ພວກເພິ່ນປະກາດ. ພວກເພິ່ນຈຶ່ງຜ່ານແຂວງມີເຊຍ ແລະ ລົງໄປຍັງເມືອງໂທອາດ. ໃນເວລາກາງຄືນ ໂປໂລໄດ້ຮັບນິມິດ ເຫັນຊາຍຊາວມາເກໂດເນຍຄົນໜຶ່ງຢືນຮ້ອງຂໍເພິ່ນວ່າ, “ຂໍມາຊ່ວຍພວກຂ້ານ້ອຍທີ່ແຂວງມາເກໂດເນຍດ້ວຍ”. ຫລັງຈາກໂປໂລເຫັນນິມິດນີ້ແລ້ວ, ພວກເຮົາກໍຕຽມພ້ອມທັນທີທີ່ຈະໄປຍັງແຂວງມາເກໂດເນຍ, ເພາະເຫັນວ່າພຣະເຈົ້າໄດ້ເອີ້ນພວກເຮົາໃຫ້ໄປປະກາດຂ່າວປະເສີດແກ່ພວກເຂົາ.
ນາງລີເດຍກັບໃຈໃນເມືອງຟີລິບປອຍ
ຈາກເມືອງໂທອາດພວກເຮົາໄດ້ລົງເຮືອ ແລະ ໄດ້ເດີນທາງໄປຍັງເກາະຊາໂມທາເກ ແລະ ໃນມື້ຕໍ່ມາກໍມາເຖິງເມືອງເນອາໂປລີ. ພວກເຮົາເດີນທາງຈາກທີ່ນັ້ນໄປຍັງເມືອງຟີລິບປອຍ, ເຊິ່ງເປັນເມືອງຂຶ້ນຂອງຊາວໂຣມ ແລະ ເປັນເມືອງເອກຂອງແຂວງມາເກໂດເນຍ, ພວກເຮົາພັກຢູ່ທີ່ນັ້ນຫລາຍວັນ.
ໃນວັນຊະບາໂຕ ພວກເຮົາໄດ້ອອກນອກປະຕູເມືອງໄປທີ່ແມ່ນ້ຳ, ບ່ອນທີ່ພວກເຮົາຄິດວ່າຈະພົບບ່ອນອະທິຖານ. ພວກເຮົາໄດ້ນັ່ງລົງໂອ້ລົມກັບພວກແມ່ຍິງທີ່ເຕົ້າໂຮມກັນຢູ່ທີ່ນັ້ນ. ມີຍິງຄົນໜຶ່ງໃນບັນດາຄົນທີ່ກຳລັງຟັງຢູ່ນັນຊື່ວ່າລີເດຍ ເປັນຄົນຄ້າຂາຍຜ້າສີມ່ວງ ນາງມາຈາກເມືອງທົວເຕຣາ, ນາງເປັນຜູ້ນະມັດສະການພຣະເຈົ້າ. ອົງພຣະຜູ້ເປັນເຈົ້າເປີດໃຈນາງໃຫ້ຕອບສະໜອງຕໍ່ຖ້ອຍຄຳຂອງໂປໂລ. ເມື່ອນາງກັບສະມາຊິກໃນຄົວເຮືອນຂອງນາງໄດ້ຮັບບັບຕິສະມາແລ້ວ, ນາງໄດ້ເຊີນພວກເຮົາເຂົ້າໄປໃນເຮືອນຂອງນາງ. ນາງເວົ້າວ່າ, “ຖ້າທ່ານເຫັນວ່າຂ້ານ້ອຍເປັນຜູ້ທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ, ຂໍເຊີນມາພັກທີ່ເຮືອນຂອງຂ້ານ້ອຍດ້ວຍ”. ນາງໄດ້ຊັກຊວນຈົນພວກເຮົາຂັດບໍ່ໄດ້.
ໂປໂລກັບຊີລາຢູ່ໃນຄຸກ
ຄັ້ງໜຶ່ງ ຂະນະທີ່ພວກເຮົາກຳລັງຈະໄປຍັງບ່ອນອະທິຖານ, ມີຂ້າທາດຍິງຄົນໜຶ່ງທີ່ມີວິນຍານໝໍດູສິງຢູ່ມາພົບພວກເຮົາ, ຍິງນີ້ຫາເງິນໃຫ້ນາຍຂອງຕົນໄດ້ເປັນຈຳນວນຫລວງຫລາຍຈາກການດູມໍ. ນາງໄດ້ຕິດຕາມໂປໂລກັບພວກເຮົາມາ ແລະ ຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດ, ພວກເພິ່ນມາບອກເລື່ອງທາງຄວາມພົ້ນໃຫ້ແກ່ພວກເຈົ້າ”. ນາງເຮັດຢ່າງນີ້ເປັນເວລາຫລາຍວັນ. ໃນທີ່ສຸດໂປໂລກໍເກີດລຳຄານຫລາຍຈົນເພິ່ນຫັນໄປອ້ອມຮອບ ແລະ ສັ່ງວິນຍານຊົ່ວນັ້ນວ່າ, “ໃນນາມຂອງພຣະເຢຊູຄຣິດເຈົ້າ ເຮົາສັ່ງໃຫ້ວິນຍານຊົ່ວນີ້ຈົ່ງອອກມາຈາກໂຕຂອງນາງ!” ວິນຍານຊົ່ວນັ້ນກໍອອກຈາກນາງທັນທີ.
ເມື່ອເຈົ້າຂອງຂ້າທາດນັ້ນເຫັນວ່າຄວາມຫວັງທີ່ຈະຫາເງິນຂອງພວກເຂົາໄດ້ໝົດໄປແລ້ວ, ພວກເຂົາຈຶ່ງຈັບໂປໂລກັບຊີລາ ແລະ ລາກພວກເພິ່ນມາທີ່ບ່ອນຊຸມນຸມຊົນເພື່ອພົບຜູ້ມີອຳນາດ. ພວກເຂົານຳພວກເພິ່ນມາຢູ່ຕໍ່ໜ້າຄະນະຜູ້ປົກຄອງເມືອງແລ້ວເວົ້າວ່າ, “ຄົນເຫລົ່ານີ້ເປັນຢິວ ແລະ ກຳລັງກໍ່ກວນບ້ານເມືອງຂອງພວກເຮົາໃຫ້ວຸ້ນວາຍ ໂດຍແນະນຳສັ່ງສອນທຳນຽມອັນຜິດກົດໝາຍສຳລັບພວກເຮົາຊາວໂຣມໃຫ້ຍອມຮັບ ຫລື ປະຕິບັດຕາມ”.
ປະຊາຊົນກໍຮ່ວມໂຈມຕີໂປໂລກັບຊີລາ, ຄະນະຜູ້ປົກຄອງເມືອງໄດ້ສັ່ງໃຫ້ຈີກເຄື່ອງນຸ່ງຂອງພວກເພິ່ນອອກ ແລະ ຂ້ຽນຕີພວກເພິ່ນດ້ວຍໄມ້ແສ້. ຫລັງຈາກພວກເພິ່ນຖືກຂ້ຽນຕີຢ່າງໜັກແລ້ວ, ພວກເພິ່ນກໍຖືກໂຍນເຂົ້າໄປໃນຄຸກ ແລະ ສັ່ງຄົນຮັກສາຄຸກໃຫ້ເຝົ້າຢ່າງເຂັ້ມງວດ. ເມື່ອໄດ້ຮັບຄຳສັ່ງຢ່າງນັ້ນແລ້ວ, ເຈົ້າໜ້າທີ່ກໍຂັງພວກເພິ່ນໄວ້ໃນຫ້ອງຂັງຊັ້ນໃນ ແລະ ມັດຕີນຂອງພວກເພິ່ນໃສ່ຂື່ໄວ້.
ປະມານທ່ຽງຄືນ ໂປໂລກັບຊີລາ ກຳລັງພາກັນອະທິຖານ ແລະ ຮ້ອງເພງສັນລະເສີນພຣະເຈົ້າ ແລະ ພວກນັກໂທດຄົນອື່ນໆກໍຟັງຢູ່. ທັນໃດນັ້ນ ກໍເກີດແຜ່ນດິນໄຫວຮຸນແຮງຈົນຮາກຖານຂອງຄຸກສັ່ນສະເທືອນ. ໃນທັນໃດນັ້ນ ປະຕູຄຸກທຸກບານກໍໄຂອອກທັນທີ ແລະ ໂສ້ທີ່ມັດນັກໂທດທຸກຄົນກໍຫລຸດອອກ. ເມື່ອເຈົ້າໜ້າທີ່ຕື່ນຂຶ້ນ ແລະ ເຫັນວ່າປະຕູຄຸກໄຂຢູ່ ຈຶ່ງຖອດດາບອອກມາກຳລັງຈະຂ້າຕົນເອງເພາະຄິດວ່ານັກໂທດໜີໄປແລ້ວ. ແຕ່ໂປໂລຮ້ອງຂຶ້ນວ່າ, “ຢ່າເຮັດຮ້າຍໃຫ້ຕົນເອງ! ພວກເຮົາຍັງຢູ່ທີ່ນີ້ທຸກຄົນ!”
ເຈົ້າໜ້າທີ່ໄດ້ເອີ້ນໃຫ້ຈຸດໄຟ ແລ້ວແລ່ນເຂົ້າມາໝອບລົງທັງໂຕສັ່ນຕໍ່ໜ້າໂປໂລກັບຊີລາ. ແລ້ວລາວກໍໄດ້ພາພວກເພິ່ນອອກມາແລ້ວຖາມວ່າ, “ທ່ານເອີຍ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຮັບຄວາມພົ້ນ?”
ພວກເພິ່ນຕອບວ່າ, “ຈົ່ງເຊື່ອໃນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ແລ້ວເຈົ້າກັບຄົວເຮືອນຂອງເຈົ້າຈະໄດ້ຮັບຄວາມພົ້ນ”. ແລ້ວພວກເພິ່ນກໍໄດ້ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າໃຫ້ແກ່ເຈົ້າໜ້າທີ່ ແລະ ແກ່ຄົນທັງຫລາຍທີ່ຢູ່ໃນເຮືອນຂອງລາວ. ຕອນກາງຄືນໃນຊົ່ວໂມງດຽວກັນນັ້ນ ຜູ້ຮັກສາຄຸກກໍພາພວກເພິ່ນໄປລ້າງບາດແຜ; ແລ້ວຜູ້ຮັກສາຄຸກກັບຄອບຄົວຂອງລາວທັງໝົດກໍຮັບບັບຕິສະມາທັນທີ. ຜູ້ຮັກສາຄຸກໄດ້ພາພວກເພິ່ນເຂົ້າໄປໃນເຮືອນ ແລະ ຈັດອາຫານມາລ້ຽງພວກເພິ່ນ, ຜູ້ຮັກສາຄຸກຈຶ່ງເຕັມໄປດ້ວຍຄວາມຊື່ນຊົມຍິນດີທີ່ລາວເອງ ແລະ ທຸກຄົນໃນຄອບຄົວຂອງລາວໄດ້ມາເຊື່ອພຣະເຈົ້າ.
ພໍຮຸ່ງເຊົ້າມາ ຄະນະຜູ້ປົກຄອງເມືອງໄດ້ໃຊ້ເຈົ້າໜ້າທີ່ມາພ້ອມກັບຄຳສັ່ງວ່າ, “ຈົ່ງປ່ອຍຄົນເຫລົ່ານັ້ນໄປ”. ຜູ້ຮັກສາຄຸກໄດ້ບອກໂປໂລວ່າ, “ຄະນະຜູ້ປົກຄອງເມືອງໄດ້ສັ່ງໃຫ້ປ່ອຍໂຕທ່ານກັບຊີລາ, ບັດນີ້ ຂໍໃຫ້ພວກທ່ານອອກໄປດ້ວຍສັນຕິສຸກ”.
ແຕ່ໂປໂລເວົ້າກັບພວກເຈົ້າໜ້າທີ່ວ່າ: “ພວກເຂົາໄດ້ຂ້ຽນພວກເຮົາໃນທີ່ສາທາລະນະໂດຍບໍ່ໄດ້ສືບສວນທັງທີ່ພວກເຮົາເອງກໍເປັນພົນລະເມືອງໂຣມ ແລະ ຈັບພວກເຮົາເຂົ້າຄຸກ ແລ້ວບັດນີ້ພວກເຂົາຢາກສົ່ງພວກເຮົາໃຫ້ອອກໄປຢ່າງງຽບໆຊັ້ນບໍ? ບໍ່ໄດ້! ໃຫ້ພວກເຂົາມາເອງ ແລະ ພາພວກເຮົາອອກໄປ”.
ພວກເຈົ້າໜ້າທີ່ໄດ້ກັບໄປລາຍງານເລື່ອງນີ້ແກ່ຄະນະຜູ້ປົກຄອງເມືອງ ແລະ ເມື່ອພວກເຂົາໄດ້ຍິນວ່າໂປໂລກັບຊີລາເປັນພົນລະເມືອງຂອງໂຣມກໍພາກັນຕົກໃຈ. ພວກເຂົາມາເອົາໃຈພວກເພິ່ນ ແລະ ພາພວກເພິ່ນອອກຈາກຄຸກແລ້ວຂໍຮ້ອງໃຫ້ພວກເພິ່ນອອກໄປຈາກເມືອງນັ້ນ. ຫລັງຈາກໂປໂລ ແລະ ຊີລາອອກຈາກຄຸກແລ້ວກໍໄດ້ມາທີ່ເຮືອນຂອງນາງລີເດຍ, ພວກເພິ່ນໄດ້ພົບກັບພວກພີ່ນ້ອງ ແລະ ໜູນໃຈພວກເຂົາແລ້ວກໍລາຈາກໄປ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.