Biblica® Open Lao Contemporary Version
ກິດຈະການ 14
ໃນເມືອງອີໂກນີອົມ
ທີ່ເມືອງອີໂກນີອົມ ໂປໂລກັບບາຣະນາບາໄດ້ເຂົ້າໄປໃນທຳມະສາລາຂອງພວກຢິວຕາມປົກກະຕິ. ຢູ່ທີ່ນັ້ນ ພວກເພິ່ນໄດ້ປະກາດຢ່າງເກີດຜົນຈົນມີຄົນຢິວ ແລະ ຄົນກຣີກຈຳນວນຫລາຍມາເຊື່ອ. ແຕ່ພວກຢິວທີ່ບໍ່ຍອມເຊື່ອໄດ້ຍຸຍົງຄົນຕ່າງຊາດອື່ນອີກ ແລະ ເບື່ອເມົາຄວາມຄິດຂອງພວກເຂົາໃຫ້ຕໍ່ຕ້ານພວກພີ່ນ້ອງ. ດັ່ງນັ້ນ ໂປໂລກັບບາຣະນາບາຈຶ່ງໄດ້ອາໄສຢູ່ທີ່ນັ້ນເປັນເວລາດົນນານ, ພວກເພິ່ນໄດ້ກ່າວຢ່າງກ້າຫານເພື່ອອົງພຣະຜູ້ເປັນເຈົ້າ, ຜູ້ຢືນຢັນຖ້ອຍຄຳແຫ່ງພຣະຄຸນຂອງພຣະອົງ ໂດຍໃຫ້ພວກເພິ່ນສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ. ປະຊາຊົນໃນເມືອງນັ້ນໄດ້ແຍກເປັນສອງຝ່າຍ; ຝ່າຍໜຶ່ງຢູ່ຝ່າຍຢິວ, ອີກຝ່າຍໜຶ່ງຢູ່ກັບຝ່າຍອັກຄະສາວົກ. ມີການວາງແຜນຮ້າຍກຳລັງເກີດຂຶ້ນທ່າມກາງພວກຄົນຕ່າງຊາດກັບພວກຄົນຢິວ ແລະ ບັນດາຫົວໜ້າຂອງພວກເຂົາ, ເພື່ອຂົ່ມເຫັງພວກເພິ່ນ ແລະ ເອົາຫີນແກວ່ງໃສ່ໂປໂລກັບບາຣະນາບາ. ແຕ່ພວກເພິ່ນຮູ້ແຜນການນັ້ນ ແລ້ວພວກເພິ່ນຈຶ່ງໜີໄປຍັງເມືອງລີສະຕຣາ ແລະ ເມືອງເດຣະເບໃນແຂວງລີກາໂອເນຍ ແລະ ໃນດິນແດນໃກ້ຄຽງນັ້ນ, ພວກເພິ່ນໄດ້ສືບຕໍ່ປະກາດຂ່າວປະເສີດຢູ່ທີ່ນັ້ນ.
ໃນເມືອງລີສະຕຣາ ແລະ ເມືອງເດຣະເບ
ທີ່ເມືອງລີສະຕຣາ ມີຊາຍພິການຄົນໜຶ່ງນັ່ງຢູ່ທີ່ນັ້ນ. ລາວເປັນເປ້ຍມາຕັ້ງແຕ່ເກີດ ແລະ ບໍ່ເຄີຍຍ່າງຈັກເທື່ອ. ລາວນັ່ງຟັງໂປໂລໃນຂະນະທີ່ເພິ່ນກຳລັງເວົ້າຢູ່. ໂປໂລໄດ້ແນມໄປທີ່ລາວໂດຍກົງ, ກໍໄດ້ເຫັນວ່າລາວມີຄວາມເຊື່ອພໍທີ່ຈະຫາຍດີໄດ້ ແລະ ໄດ້ຮ້ອງຂຶ້ນວ່າ, “ຈົ່ງລຸກຂຶ້ນຢືນ!” ຄົນນັ້ນກໍກະໂດດຂຶ້ນຢືນ ແລະ ເລີ່ມຍ່າງໄປມາ.
ເມື່ອປະຊາຊົນໄດ້ເຫັນສິ່ງທີ່ໂປໂລໄດ້ເຮັດນັ້ນ, ພວກເຂົາກໍຮ້ອງຂຶ້ນເປັນພາສາລີກາໂອເນຍວ່າ, “ບັນດາພະທັງຫລາຍໄດ້ແປງກາຍເປັນມະນຸດລົງມາຫາພວກເຮົາແລ້ວ!” ພວກເຂົາເອີ້ນບາຣະນາບາວ່າພະຊູດ ແລະ ເອີ້ນໂປໂລວ່າພະເຮຣະເມ ເພາະວ່າສ່ວນຫລາຍແມ່ນໂປໂລເປັນຜູ້ເວົ້າ. ປະໂລຫິດຂອງພະຊູດ ເຊິ່ງມີວິຫານທີ່ຕັ້ງຢູ່ນອກເມືອງ, ໄດ້ນຳເອົາງົວເຖິກ ແລະ ພວງມາລາມາທີ່ປະຕູເມືອງ ແລະ ປະຊາຊົນຢາກຖວາຍເຄື່ອງບູຊາໃຫ້ແກ່ພວກເພິ່ນ.
ແຕ່ເມື່ອອັກຄະສາວົກບາຣະນາບາກັບໂປໂລ ໄດ້ຍິນເລື່ອງນີ້, ພວກເພິ່ນກໍຈີກເຄື່ອງນຸ່ງຂອງຕົນແລ້ວຟ້າວແລ່ນເຂົ້າໄປໃນທ່າມກາງປະຊາຊົນ ແລະ ຮ້ອງຂຶ້ນວ່າ, “ທ່ານທັງຫລາຍເອີຍ, ເປັນຫຍັງຈຶ່ງເຮັດຢ່າງນີ້? ພວກເຮົາກໍເປັນມະນຸດທຳມະດາເໝືອນກັນກັບພວກທ່ານ. ພວກເຮົາກຳລັງນຳເອົາຂ່າວປະເສີດມາໃຫ້ພວກທ່ານ, ເພື່ອໃຫ້ພວກທ່ານກັບໃຈຈາກສິ່ງທີ່ບໍ່ມີປະໂຫຍດເຫລົ່ານີ້ມາຫາພຣະເຈົ້າຜູ້ມີຊີວິດຢູ່, ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆສິ່ງທີ່ຢູ່ໃນນັ້ນ. ໃນອະດີດນັ້ນ, ພຣະອົງປ່ອຍໃຫ້ຊົນຊາດທັງປວງໄປຕາມທາງຂອງພວກເຂົາເອງ. ເຖິງປານນັ້ນ ພຣະອົງກໍຍັງໃຫ້ມີພະຍານເຖິງພຣະອົງເອງຄື: ພຣະອົງສະແດງຄວາມເມດຕາໂດຍໃຫ້ຝົນຕົກຈາກຟ້າສະຫວັນ ແລະ ໃຫ້ມີຜົນລະປູກຕາມລະດູການແກ່ພວກທ່ານ, ພຣະອົງໃຫ້ອາຫານອັນອຸດົມສົມບູນແກ່ພວກທ່ານ ແລະ ໃຫ້ຈິດໃຈຂອງພວກທ່ານເຕັມໄປດ້ວຍຄວາມຊື່ນຊົມຍິນດີ”. ແມ່ນແຕ່ດ້ວຍຖ້ອຍຄຳເຫລົ່ານີ້, ກໍຍັງຍາກທີ່ພວກເພິ່ນຈະຫ້າມປະຊາຊົນບໍ່ໃຫ້ຖວາຍເຄື່ອງບູຊາແກ່ພວກເພິ່ນ.
ແລ້ວມີພວກຢິວບາງຄົນມາຈາກເມືອງອັນຕີໂອເຂຍ ແລະ ເມືອງອີໂກນີອົມ ໄດ້ຊັກຊວນປະຊາຊົນໃຫ້ມາເຂົ້າຂ້າງພວກເຂົາໄດ້ສຳເລັດ. ພວກເຂົາໄດ້ເອົາຫີນແກວ່ງໃສ່ໂປໂລ ແລະ ລາກເພິ່ນອອກໄປນອກເມືອງເພາະຄິດວ່າເພິ່ນຕາຍແລ້ວ. ແຕ່ຫລັງຈາກທີ່ພວກສາວົກໄດ້ເຂົ້າມາເຕົ້າໂຮມກັນອ້ອມເພິ່ນ, ໂປໂລກໍລຸກຂຶ້ນ ແລະ ກັບເຂົ້າໄປໃນເມືອງ. ມື້ຕໍ່ມາ ເພິ່ນກັບບາຣະນາບາກໍອອກເດີນທາງໄປທີ່ເມືອງເດຣະເບ.
ການກັບຄືນມາທີ່ເມືອງອັນຕີໂອເຂຍໃນແຂວງຊີເຣຍ
ພວກເພິ່ນໄດ້ປະກາດຂ່າວປະເສີດໃນເມືອງນັ້ນ ແລະ ມີຄົນຈຳນວນຫລວງຫລາຍມາເປັນສາວົກ. ຫລັງຈາກນັ້ນ ພວກເພິ່ນກໍໄດ້ກັບຄືນໄປຍັງເມືອງລີສະຕຣາ, ເມືອງອີໂກນີອົມ ແລະ ເມືອງອັນຕີໂອເຂຍ, ເພື່ອໜູນໃຈພວກສາວົກທັງຫລາຍໃຫ້ເຂັ້ມແຂງຂຶ້ນ ແລະ ໄດ້ໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງໃນຄວາມເຊື່ອ. ພວກເຂົາກ່າວວ່າ, “ພວກເຮົາຕ້ອງຜ່ານຜ່າຄວາມທຸກຍາກລຳບາກຫລາຍຢ່າງເພື່ອຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”. ໂປໂລກັບບາຣະນາບາໄດ້ແຕ່ງຕັ້ງພວກຜູ້ປົກຄອງ1ໃນແຕ່ລະຄຣິສຕະຈັກ ແລະ ພາກັນຖືສິນອົດອາຫານອະທິຖານເພື່ອມອບພວກເຂົາໄວ້ກັບອົງພຣະຜູ້ເປັນເຈົ້າຜູ້ທີ່ພວກເຂົາວາງໃຈ. ຫລັງຈາກໄປທົ່ວແຂວງປີຊີເດຍແລ້ວພວກເພິ່ນກໍມາເຖິງແຂວງປຳຟີເລຍ ແລະ ເມື່ອໄດ້ປະກາດພຣະຄຳໃນເມືອງເປກາແລ້ວ, ພວກເພິ່ນກໍໄດ້ເດີນທາງໄປທີ່ເມືອງອັດຕາເລຍ.
ແລະ ຈາກເມືອງອັດຕາເລຍ ພວກເພິ່ນໄດ້ລົງເຮືອກັບຄືນໄປເມືອງອັນຕີໂອເຂຍ ຄືເມືອງທີ່ພວກເພິ່ນຖືກມອບໄວ້ໃນພຣະຄຸນຂອງພຣະເຈົ້າໃຫ້ເຮັດພັນທະກິດ ເຊິ່ງບັດນີ້ພວກເພິ່ນໄດ້ເຮັດສຳເລັດແລ້ວ. ເມື່ອມາຮອດທີ່ນັ້ນ, ພວກເພິ່ນໄດ້ເອີ້ນເອົາສະມາຊິກໃນຄຣິສຕະຈັກມາປະຊຸມ ແລະ ລາຍງານທຸກສິ່ງທີ່ພຣະເຈົ້າໄດ້ກະທຳຜ່ານພວກເພິ່ນ ແລະ ວິທີທີ່ພຣະອົງໄດ້ເປີດປະຕູແຫ່ງຄວາມເຊື່ອໃຫ້ແກ່ບັນດາຄົນຕ່າງຊາດ. ແລະ ພວກເພິ່ນໄດ້ພັກຢູ່ທີ່ນັ້ນກັບພວກສາວົກເປັນເວລາດົນນານ.
Source notes (1)
- Footnote ຫລື ບາຣະນາບາໃຫ້ເລືອກຕັ້ງພວກຜູ້ປົກຄອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.