Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 13

ອຳໂນນ ແລະ ຕາມາ

ຕໍ່ມາ, ອຳໂນນ​ລູກຊາຍ​ຂອງ​ດາວິດ​ຫລົງ​ຮັກ​ນາງ​ຕາມາ, ນ້ອງສາວ​ຄົນ​ງາມ​ຂອງ​ອັບຊາໂລມ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ດາວິດ.

ອຳໂນນ​ໄດ້​ຫລົງໄຫລ​ຕາມາ​ນ້ອງສາວ​ຂອງ​ຕົນ​ຫລາຍ​ຈົນ​ເຮັດ​ໃຫ້​ລາວ​ບໍ່ສະບາຍ. ນາງ​ເປັນ​ຍິງ​ພົມມະຈາລີ, ແລະ ເບິ່ງຄືວ່າ​ເປັນໄປບໍ່ໄດ້​ທີ່​ອຳໂນນ​ຈະ​ເຮັດ​ສິ່ງໃດ​ກັບ​ນາງ.

ແຕ່​ອຳໂນນ​ມີ​ທີ່​ປຶກສາ​ຄົນໜຶ່ງ​ຊື່​ວ່າ​ໂຢນາດາບ​ລູກຊາຍ​ຊີເມອາ ເຊິ່ງ​ເປັນ​ອ້າຍ​ຂອງ​ດາວິດ. ໂຢນາດາບ​ເປັນ​ຄົນ​ສະຫລາດ​ຫລາຍ. ລາວ​ຖາມ​ອຳໂນນ​ວ່າ, “ມີ​ເລື່ອງ​ທຸກໃຈ​ຫຍັງ​ບໍ? ເຈົ້າ​ທີ່​ເປັນ​ລູກ​ຂອງ​ກະສັດ, ເບິ່ງ​ຄື​ໂສກເສົ້າ​ທຸກໆ​ເຊົ້າ​ແບບນີ້? ເຈົ້າ​ບອກ​ຂ້ອຍ​ໄດ້​ບໍ່?”

ອຳໂນນ​ຕອບ​ລາວ​ວ່າ, “ເຮົາ​ຫລົງ​ຮັກ​ຕາມາ, ເຊິ່ງ​ເປັນ​ນ້ອງສາວ​ຂອງ​ອັບຊາໂລມ​ນ້ອງຊາຍ​ຂອງ​ຂ້ອຍ”.

ໂຢນາດາບ​ໄດ້​ເວົ້າ​ວ່າ, “ເຈົ້າ​ກໍ​ທໍາທ່າ​ນອນ​ປ່ວຍ​ຢູ່. ເມື່ອ​ພໍ່​ຂອງ​ເຈົ້າ​ມາ​ພົບ​ເຈົ້າ, ຈົ່ງ​ເວົ້າ​ກັບ​ເພິ່ນ​ວ່າ, ‘ຂ້ານ້ອຍ​ຢາກ​ໃຫ້​ຕາມາ​ນ້ອງສາວ​ຂອງ​ຂ້ານ້ອຍ​ມາ​ຢ້ຽມ ແລະ ເຮັດ​ອາຫານ​ບາງຢ່າງ​ໃຫ້​ຂ້ານ້ອຍ​ກິນ. ໃຫ້​ນາງ​ຈັດ​ຕຽມ​ອາຫານ​ຕໍ່ໜ້າ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ເບິ່ງ​ນາງ ແລະ ກິນ​ອາຫານ​ຈາກ​ມື​ຂອງ​ນາງ’ ”.

ສະນັ້ນ ອຳໂນນ​ຈຶ່ງ​ນອນ ແລະ ທໍາທ່າ​ປ່ວຍ. ເມື່ອ​ກະສັດ​ໄດ້​ມາ​ເບິ່ງ​ລາວ, ອຳໂນນ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຂ້ານ້ອຍ​ຢາກ​ໃຫ້​ຕາມາ​ນ້ອງສາວ​ຂອງ​ຂ້າ​ນ້ອຍມາ ແລະ ເຮັດ​ອາຫານ​ພິເສດ​ຕໍ່ໜ້າ​ຂ້ານ້ອຍ, ເພື່ອ​ຂ້ານ້ອຍ​ຈະ​ໄດ້​ກິນ​ອາຫານ​ຈາກ​ມື​ຂອງ​ນາງ”.

ດາວິດ​ໄດ້​ສົ່ງ​ຂ່າວ​ໄປ​ຫາ​ຕາມາ​ຢູ່​ໃນ​ວັງ​ວ່າ: “ຈົ່ງ​ໄປ​ທີ່​ເຮືອນ​ອຳໂນນ​ອ້າຍ​ຂອງ​ເຈົ້າ ແລະ ຕຽມ​ອາຫານ​ບາງຢ່າງ​ໃຫ້​ລາວ”. ສະນັ້ນ ຕາມາ​ໄດ້​ໄປ​ຫາ​ອຳໂນນ​ຜູ້​ທີ່​ເປັນ​ອ້າຍ​ນາງ​ທີ່​ກໍາລັງ​ນອນ​ຢູ່. ນາງ​ເອົາ​ແປ້ງ​ມາ, ນວດ​ແປ້ງ, ເຮັດ​ຂະໜົມ​ຕໍ່ໜ້າ​ອຳໂນນ ແລະ ປິ້ງ​ຂະໜົມ. ຈາກ​ນັ້ນ​ນາງ​ກໍ​ຍົກ​ອອກ​ຈາກ​ໝໍ້ຂາງ ແລະ ເອົາ​ຂະໜົມ​ມາ​ໃຫ້​ລາວ, ແຕ່​ອຳໂນນ​ບໍ່​ຍອມ​ກິນ.

ອໍາໂນນ​ໄດ້​ບອກ​ວ່າ ທຸກຄົນ​ຈົ່ງ​ອອກ​ໄປ, “ທຸກຄົນ​ຈົ່ງ​ອອກ​ໄປ” ສະນັ້ນ ທຸກຄົນ​ກໍ​ອອກ​ໄປ. ແລ້ວ​ອຳໂນນ​ໄດ້​ເວົ້າ​ກັບ​ຕາມາ​ວ່າ, “ຈົ່ງ​ເອົາ​ອາຫານ​ເຂົ້າ​ມາ​ໃນ​ຫ້ອງນອນ​ຂອງ​ຂ້ອຍ ເພື່ອ​ຂ້ອຍ​ຈະ​ກິນ​ເຂົ້າໜົມ​ຈາກ​ມື​ຂອງ​ເຈົ້າ”. ແລະ ຕາມາ​ກໍ​ໄດ້​ເອົາ​ນຳ​ເຂົ້າໜົມ​ທີ່​ນາງ​ໄດ້​ຕຽມ​ໄວ້ ແລ້ວ​ນໍາ​ເອົາ​ເຂົ້າໄປ​ໃຫ້​ອ້າຍ​ຂອງ​ນາງ​ໃນ​ຫ້ອງນອນ​ຂອງ​ລາວ. ແຕ່​ເມື່ອ​ນາງ​ນໍາ​ເອົາ​ເຂົ້າໜົມ​ໄປ​ໃຫ້​ອໍາໂນນ​ກິນ, ລາວ​ກໍ​ຈັບ​ນາງ​ໄວ້ ແລະ ເວົ້າ​ວ່າ, “ມາ​ນອນ​ກັບ​ອ້າຍ​ສາ, ນ້ອງສາວ​ຂອງ​ຂ້ອຍ”.

ຕາມາ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ຢ່າ​ເລີຍ​ອ້າຍ! ຢ່າ​ບັງຄັບ​ນ້ອງ! ບໍ່​ຄວນ​ເຮັດ​ເຊັ່ນນີ້​ໃນ​ອິດສະຣາເອນ! ຢ່າ​ເຮັດ​ສິ່ງທີ່ຊົ່ວ​ແບບ​ນີ້. ແລ້ວ​ນ້ອງ​ຈະ​ເປັນ​ຢ່າງໃດ? ນ້ອງ​ຈະ​ເອົາ​ຄວາມ​ອັບອາຍ​ໄປ​ໄວ້​ຢູ່​ໃສ? ແລ້ວ​ອ້າຍ​ຈະ​ເປັນ​ຢ່າງໃດ? ອ້າຍ​ເອງ​ກໍ​ຈະ​ເປັນ​ດັ່ງ​ຄົນ​ໂງ່​ທີ່​ຊົ່ວ​ຮ້າຍ​ຄົນ​ໜຶ່ງ​ໃນ​ອິດສະຣາເອນ. ກະລຸນາ​ໄປ​ເວົ້າ​ກັບ​ກະສັດ; ເພິ່ນ​ກໍ​ຈະ​ບໍ່​ຂັດຂວາງ​ນ້ອງ​ຈາກ​ການ​ແຕ່ງງານ​ກັບ​ອ້າຍ”. ແຕ່​ອຳໂນນ​ບໍ່​ຍອມຟັງ​ນາງ, ແລະ ເນື່ອງ​ຈາກ​ລາວ​ມີ​ກໍາລັງ​ຫລາຍ​ກວ່າ​ນາງ, ລາວ​ຈຶ່ງ​ຂົ່ມຂືນ​ນາງ.

ຕໍ່ມາ ອໍາໂນນ​ກໍ​ກຽດຊັງ​ນາງ​ຫລາຍ​ຍິ່ງ​ຂຶ້ນ. ທີ່ຈິງແລ້ວ, ອຳໂນນ​ກຽດຊັງ​ນາງ​ຫລາຍ​ກວ່າ​ທີ່​ລາວ​ໄດ້​ເຄີຍ​ຫລົງ​ຮັກ​ນາງ. ລາວ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ລຸກ​ຂຶ້ນ​ອອກໄປ​ຈາກ​ບ່ອນນີ້!”

ນາງ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ບໍ່!” “ອ້າຍ​ໄລ່​ນ້ອງ​ແບບ​ນີ້​ກໍ​ຜິດ​ຫລາຍ​ກວ່າ​ສິ່ງ​ທີ່​ອ້າຍ​ໄດ້​ເຮັດ​ກັບ​ນ້ອງ​ແລ້ວ”.

ແຕ່​ອຳໂນນ​ບໍ່​ຍອມ​ຟັງ​ນາງ. ລາວ​ເອີ້ນ​ຄົນຮັບໃຊ້​ເຂົ້າ​ມາ ແລະ ສັ່ງ​ວ່າ, “ຈົ່ງ​ເອົາ​ຍິງ​ຄົນ​ນີ້​ອອກ​ໄປ​ໃຫ້​ພົ້ນ​ສາຍ​ຕາ​ຂ້ອຍ ແລະ ປິດ​ປະຕູ​ໄວ້”. ດັ່ງນັ້ນ ຄົນຮັບໃຊ້​ຂອງ​ລາວ​ຈຶ່ງ​ໄລ່​ນາງ​ອອກ​ໄປ ແລະ ປິດ​ປະຕູ​ໄວ້. ຕາມາ​ນຸ່ງ​ເສື້ອຄຸມ​ທີ່​ຕົບແຕ່ງ​ງົດງາມ,1 ເພາະ​ນີ້​ແມ່ນ​ເຄື່ອງນຸ່ງ​ສໍາລັບ​ລູກສາວ​ກະສັດ​ທີ່​ເປັນ​ຍິງ​ພົມມະຈາລີ. ຕາມາ​ເອົາ​ໂຮຍ​ຂີ້​ເທົ່າ​ໃສ່​ຫົວ ແລະ ຈີກ​ເສື້ອ​ຄຸມ​ທີ່​ຕົບແຕ່ງ​ຢ່າງ​ງົດ​ງາມ​ທີ່​ນາງ​ໄດ້​ນຸ່ງ​ຢູ່​ນັ້ນ. ນາງ​ເອົາ​ມື​ປິດ​ໜ້າ​ຂອງ​ຕົນ ແລະ ອອກໄປ, ນາງ​ຮ້ອງໄຫ້​ສຽງ​ດັງ​ຂະນະທີ່​ອອກ​ໄປ​ນັ້ນ.

ເມື່ອ​ອັບຊາໂລມ​ອ້າຍ​ຂອງ​ນາງ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ເປັນ​ຄວາມຈິງ​ບໍ​ທີ່​ອຳໂນນ, ອ້າຍ​ຂອງ​ນ້ອງ, ຂົ່ມຂືນ​ນ້ອງ​ບໍ? ນ້ອງ​ເອີຍ, ຈົ່ງ​ມິດ​ສາ; ລາວ​ເປັນ​ອ້າຍ. ຢ່າ​ເອົາ​ເລື່ອງ​ນີ້​ມາ​ໃສ່​ໃຈ​ເລີຍ”. ແລະ ຕາມາ​ກໍ​ອາໄສ​ຢູ່​ເຮືອນ​ຂອງ​ອັບຊາໂລມ, ນາງ​ກໍ​ຢູ່​ຢ່າງ​ໂດດດ່ຽວ.

ເມື່ອ​ກະສັດ​ດາວິດ​ໄດ້​ຍິນ​ເລື່ອງ​ທັງໝົດ​ນີ້, ເພິ່ນ​ກໍ​ໃຈ​ຮ້າຍ​ທີ່​ສຸດ. ແລະ ອັບຊາໂລມ​ບໍ່​ໄດ້​ເວົ້າ​ຫຍັງ​ກັບ​ອຳໂນນ, ບໍ່​ວ່າ​ດີ ຫລື ຮ້າຍ; ລາວ​ກຽດຊັງ​ອຳໂນນ​ທີ່ສຸດ​ທີ່​ເຮັດ​ໃຫ້​ຕາມາ​ນ້ອງສາວ​ຂອງ​ລາວ​ອັບອາຍ.

ອັບຊາໂລມ​ຂ້າ​ອຳໂນນ

ສອງ​ປີ​ຕໍ່ມາ, ເມື່ອ​ມີ​ການ​ຕັດ​ຂົນ​ແກະ​ຂອງ​ອັບຊາໂລມ​ທີ່​ບາອານຮາໂຊ​ໃກ້​ເຂດແດນ​ເອຟຣາອິມ, ອັບຊາໂລມ​ໄດ້​ເຊີນ​ລູກຊາຍ​ທຸກຄົນ​ຂອງ​ກະສັດ​ມາ​ໃນທີ່ນັ້ນ. ອັບຊາໂລມ​ເຂົ້າ​ໄປ​ຫາ​ກະສັດ ແລະ ເວົ້າ​ວ່າ, “ຜູ້ຮັບໃຊ້​ຂອງ​ທ່ານ​ມີ​ງານ​ສະຫລອງ​ຕັດ​ຂົນ​ແກະ, ຂໍ​ເຊີນ​ກະສັດ ແລະ ບັນດາ​ຂ້າລາຊະການ​ຂອງ​ທ່ານ​ມາ​ຮ່ວມ​ນໍາ​ຂ້ານ້ອຍ​ໄດ້​ບໍ່?”

ກະສັດ​ໄດ້​ຕອບ​ວ່າ, “ຢ່າ​ເລີຍ​ລູກ. ພວກເຮົາ​ທັງໝົດ​ບໍ່​ຄວນ​ໄປ; ພວກເຮົາ​ຈະ​ເປັນ​ພາລະ​ແກ່​ເຈົ້າ​ຊື່ໆ”. ເຖິງແມ່ນວ່າ​ອັບຊາໂລມ​ຂໍຮ້ອງ​ເພິ່ນ​ກໍຕາມ, ເພິ່ນ​ກໍ​ຍັງ​ປະຕິເສດ​ບໍ່​ໄປ ແຕ່​ເພິ່ນ​ໄດ້​ອວຍພອນ​ລາວ.

ຈາກນັ້ນ ອັບຊາໂລມ​ໄດ້​ເວົ້າ​ວ່າ, “ຖ້າ​ທ່ານ​ໄປ​ບໍ່​ໄດ້, ຂໍ​ໂຜດ​ໃຫ້​ອຳໂນນ​ອ້າຍ​ຂອງ​ຂ້ານ້ອຍ​ມາ​ກັບ​ພວກຂ້ານ້ອຍ”.

ກະສັດ​ຖາມ​ລາວ​ວ່າ, “ເປັນຫຍັງ​ຕ້ອງ​ໃຫ້​ອຳໂນນ​ໄປ​ກັບ​ເຈົ້າ?” ແຕ່​ອັບຊາໂລມ​ອ້ອນວອນ​ຂໍ​ເພິ່ນ, ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ລູກຊາຍ​ທຸກຄົນ​ແລະ ອຳໂນນ​ໄປ​ຮ່ວມ​ນໍາ​ອັບຊາໂລມ.

ອັບຊາໂລມ​ໄດ້​ສັ່ງ​ຄົນ​ຂອງ​ຕົນ​ໄວ້​ວ່າ, “ຈົ່ງ​ຟັງ! ເມື່ອ​ອຳໂນນ​ເມົາ​ຫລາຍ​ຈາກ​ການ​ດື່ມ​ເຫລົ້າ​ອະງຸ່ນ ແລະ ເຮົາ​ຈະ​ບອກ​ພວກເຈົ້າ, ‘ໃຫ້​ຂ້າ​ອຳໂນນ​ເສຍ,’ ຈາກ​ນັ້ນ​ຈົ່ງ​ຂ້າ​ລາວ. ຢ່າ​ຢ້ານ​ເລີຍ. ເຮົາ​ເປັນ​ຜູ້​ສັ່ງ​ເອງ? ຈົ່ງ​ເຂັ້ມແຂງ ແລະ ກ້າຫານ”. ດັ່ງນັ້ນ ຄົນ​ຂອງ​ອັບຊາໂລມ​ຈຶ່ງ​ເຮັດ​ກັບ​ອຳໂນນ​ຕາມ​ທີ່​ອັບຊາໂລມ​ໄດ້​ສັ່ງ. ແລ້ວ​ລູກຊາຍ​ຄົນ​ອື່ນໆ​ຂອງ​ກະສັດ​ກໍ​ລຸກຂຶ້ນ, ພວກເຂົາ​ຂີ່​ລໍ​ຂອງ​ຕົນ​ໜີ​ໄປ.

ຂະນະ​ທີ່​ພວກລູກຊາຍ​ຂອງ​ດາວິດ​ກຳລັງ​ກັບ​ມາ, ມີ​ຄົນ​ມາ​ລາຍງານ​ດາວິດ​ວ່າ: “ອັບຊາໂລມ​ໄດ້​ຂ້າ​ລູກຊາຍ​ທັງໝົດ​ຂອງ​ກະສັດ; ບໍ່​ເຫລືອ​ຈັກ​ຄົນ”. ກະສັດ​ໄດ້​ລຸກ​ຢືນ​ຂຶ້ນ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ ແລະ ນອນ​ລົງ​ກັບ​ພື້ນ; ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ​ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງ​ພວກເຂົາ.

ແຕ່​ໂຢນາດາບ​ລູກຊາຍ​ຊີເມອາ, ອ້າຍ​ຂອງ​ດາວິດ​ໄດ້​ເວົ້າ​ວ່າ “ນາຍ​ຂອງ​ຂ້ານ້ອຍ​ຢ່າ​ໄດ້​ຄິດ​ວ່າ​ພວກເຂົາ​ໄດ້​ຂ້າ​ລູກຊາຍ​ທຸກຄົນ​ຂອງ​ທ່ານ; ມີ​ພຽງ​ອຳໂນນ​ຄົນ​ດຽວ​ທີ່​ຕາຍ. ນີ້​ເປັນ​ຄວາມ​ຕັ້ງໃຈ​ຢ່າງ​ຊັດເຈນ​ຂອງ​ອັບຊາໂລມ​ຕັ້ງແຕ່​ມື້​ທີ່​ອຳໂນນ​ໄດ້​ຂົ່ມຂືນ​ຕາມາ​ນ້ອງສາວ​ຂອງ​ລາວ. ຂໍ​ກະສັດ​ນາຍ​ຂອງ​ຂ້ານ້ອຍ​ຢ່າ​ໄດ້​ໃສ່​ໃຈ​ກັບ​ຂ່າວ​ທີ່​ວ່າ​ລູກຊາຍ​ທຸກຄົນ​ຂອງ​ກະສັດ​ຖືກ​ຂ້າ. ມີ​ພຽງ​ອຳໂນນ​ທີ່​ຕາຍ”.

ຂະນະ​ດຽວ​ກັນ, ອັບຊາໂລມ​ກໍ​ໄດ້​ໜີ​ໄປ.

ບັດນີ້ ທະຫານ​ຍາມ​ທີ່​ຢືນ​ຢູ່ ແລະ ກໍ​ເຫັນ​ຄົນ​ກຸ່ມ​ໃຫຍ່​ຢູ່​ຖະໜົນ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ລາວ, ກໍາລັງ​ລົງ​ມາ​ຂ້າງ​ເນີນພູ. ທະຫານ​ຍາມ​ຈຶ່ງ​ເຂົ້າ​ມາ​ບອກ​ກະສັດ​ດາວິດ​ວ່າ, “ຂ້ານ້ອຍ​ເຫັນ​ຄົນ​ກຸ່ມ​ໃຫຍ່​ມາ​ຈາກ​ເມືອງ​ໂຮໂຣນາອິມ​ທາງ​ຂ້າງ​ເນີນພູ”.

ໂຢນາດາບ​ເວົ້າ​ກັບ​ກະສັດ​ວ່າ, “ເບິ່ງ​ແມ, ພວກລູກຊາຍ​ຂອງ​ກະສັດ​ດາວິດ​ມາ​ຮອດ​ແລ້ວ; ມັນ​ເກີດ​ຂຶ້ນ​ຕາມ​ທີ່​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ກ່າວ”.

ເມື່ອ​ລາວ​ໄດ້​ເວົ້າ​ສຸດ​ແລ້ວ, ບັນດາ​ລູກຊາຍ​ຂອງ​ກະສັດ​ກໍ​ເຂົ້າ​ມາ, ພວກເຂົາ​ພາກັນ​ຮ້ອງໄຫ້​ສຽງ​ດັງ. ກະສັດ​ດາວິດ​ກໍ​ຮ້ອງ​ໃຫ້​ເຊັ່ນກັນ ແລະ ບັນດາ​ຂ້າລາຊະການ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.

ອັບຊາໂລມ​ໜີ​ໄປ​ຫາ​ເຈົ້າ​ຕານໄມ​ລູກຊາຍ​ຂອງ​ອາມມີຮຸດ​ກະສັດ​ແຫ່ງ​ເກຊູ. ແຕ່​ກະສັດ​ດາວິດ​ໄດ້​ໄວ້ທຸກ​ເປັນ​ເວລາ​ຫລາຍ​ວັນ​ສໍາລັບ​ລູກຊາຍ​ຂອງ​ຕົນ.

ຫລັງຈາກ ອັບຊາໂລມ​ໜີ​ໄປ​ທີ່​ເກຊູ, ລາວ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ປີ. ແລະ ກະສັດ​ດາວິດ​ກໍ​ລະນຶກ​ເຖິງ​ອັບຊາໂລມ, ເພາະ​ເພິ່ນ​ໄດ້​ຮັບ​ການ​ປອບໃຈ​ໃນ​ເລື່ອງ​ການຕາຍ​ຂອງ​ອຳໂນນ.

Source notes (1)
  1. Footnote ໃນ​ພາສາ​ເຮັບເຣີ​ຄໍາ​ນີ້​ແມ່ນ​ມີ​ຄວາມໝາຍ​ບໍ່​ຊັດເຈນ; ເຊັ່ນ​ດຽວກັນ​ກັບ​ຂໍ້ 19

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.