Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 12

ນາທານ​ຕຳໜິ​ດາວິດ

(1ຂຄ 20:1-3)

ພຣະເຈົ້າ​ຢາເວ​ໄດ້​ສົ່ງ​ນາທານ​ມາ​ຫາ​ດາວິດ. ເມື່ອ​ນາທານ​ມາ​ຫາ​ເພິ່ນ, ນາທານ​ໄດ້​ເວົ້າ​ວ່າ, “ໃນ​ເມືອງ​ແຫ່ງ​ໜຶ່ງ​ມີ​ຊາຍ​ສອງ​ຄົນ, ຄົນ​ໜຶ່ງ​ຮັ່ງມີ ແລະ ອີກ​ຄົນ​ໜຶ່ງ​ເປັນ​ຄົນ​ທຸກຍາກ. ຄົນ​ທີ່​ຮັ່ງມີ​ນັ້ນ​ມີ​ຝູງແກະ ແລະ ຝູງງົວ​ຢ່າງ​ຫລວງຫລາຍ, ແຕ່​ຄົນ​ທຸກຍາກ​ບໍ່​ມີ​ສົມບັດ​ອັນໃດ​ນອກ​ຈາກ​ລູກແກະ​ໂຕ​ແມ່​ນ້ອຍໆ​ໂຕ​ໜຶ່ງ​ທີ່​ລາວ​ໄດ້​ຊື້​ມາ. ລາວ​ລ້ຽງ​ແກະ​ນັ້ນ, ແລະ ມັນ​ກໍ​ໃຫຍ່​ຂຶ້ນ​ມາ​ດ້ວຍ​ກັນ​ກັບ​ລາວ ແລະ ພວກລູກ​ຂອງ​ລາວ. ລາວ​ໃຫ້​ມັນ​ກິນ​ອາຫານ​ຈາກ​ຈານ​ຂອງ​ລາວ ແລະ ໃຫ້​ມັນ​ດື່ມ​ຈາກ​ຈອກ​ຂອງ​ລາວ​ເອງ ແລະ ແມ່ນແຕ່​ຍາມ​ນອນ​ລາວ​ກໍ​ກອດ​ມັນ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ລາວ. ມັນ​ເປັນ​ດັ່ງ​ລູກສາວ​ຄົນ​ໜຶ່ງ​ຂອງ​ລາວ.

“ມື້ໜຶ່ງ ມີ​ແຂກ​ມາ​ທີ່​ເຮືອນ​ຂອງ​ຄົນ​ຮັ່ງມີ, ແຕ່​ຄົນ​ຮັ່ງມີ​ບໍ່​ຢາກ​ຂ້າ​ລູກແກະ​ຈາກ​ຝູງແກະ ຫລື ຝູງງົວ​ຂອງ​ຕົນ​ເພື່ອ​ຕຽມ​ອາຫານ​ໃຫ້​ແຂກ​ທີ່​ໄດ້​ມາ​ຫາ​ລາວ. ລາວ​ພັດ​ໄດ້​ເອົາ​ລູກແກະ​ໂຕ​ແມ່​ທີ່​ເປັນ​ຂອງ​ຄົນ​ທຸກຍາກ​ມາ ແລະ ຕຽມ​ເປັນ​ອາຫານ​ໃຫ້​ຜູ້​ທີ່​ໄດ້​ມາ​ຫາ​ລາວ​ແທນ”.

ດາວິດ​ໃຈຮ້າຍ​ຫລາຍ​ໃຫ້​ກັບ​ຄົນ​ຮັ່ງມີ​ຄົນ​ນັ້ນ ແລະ ໄດ້​ເວົ້າ​ກັບ​ນາທານ​ວ່າ, “ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ສັນໃດ, ຜູ້​ທີ່​ໄດ້​ເຮັດ​ເຊັ່ນ​ນີ້​ຈະຕ້ອງ​ຕາຍ​ສັນນັ້ນ! ລາວ​ຈະຕ້ອງ​ໃຊ້​ຄືນ​ເຖິງ​ສີ່​ເທົ່າ​ສຳລັບ​ລູກແກະ​ໂຕ​ນັ້ນ, ເພາະ​ລາວ​ໄດ້​ເຮັດ​ສິ່ງ​ໂຫດຮ້າຍ​ນີ້ ແລະ ບໍ່​ມີ​ຄວາມ​ເມດຕາ​ເລີຍ”.

ແລ້ວ​ນາທານ​ໄດ້​ຕອບ​ດາວິດ​ວ່າ, “ທ່ານ​ແມ່ນ​ຊາຍ​ຄົນ​ນັ້ນ​ແຫລະ! ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ‘ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ແລະ ເຮົາ​ໄດ້​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ໂຊນ. ເຮົາ​ໄດ້​ມອບ​ຄອບຄົວ​ຂອງ​ນາຍ​ເຈົ້າ​ໃຫ້​ແກ່​ເຈົ້າ ແລະ ໄດ້​ມອບ​ບັນດາ​ເມຍ​ຂອງ​ນາຍເຈົ້າ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ເຈົ້າ. ເຮົາ​ໄດ້​ມອບ​ອິດສະຣາເອນ ແລະ ຢູດາຍ​ທັງໝົດ​ໃຫ້​ແກ່​ເຈົ້າ. ແລະ ຖ້າ​ທັງໝົດ​ນີ້​ຍັງ​ໜ້ອຍ​ເກີນ​ໄປ, ເຮົາ​ກໍ​ຈະ​ໃຫ້​ຫລາຍ​ຂຶ້ນ​ກວ່າ​ນີ້​ອີກ. ເປັນຫຍັງ​ເຈົ້າ​ຈຶ່ງ​ດູຖູກ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໂດຍ​ການ​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະອົງ? ເຈົ້າ​ໄດ້​ຂ້າ​ອູຣິຢາ​ຊາວ​ຮິດຕີ​ດ້ວຍ​ດາບ ແລະ ໄດ້​ເອົາ​ເມຍ​ຂອງ​ລາວ​ມາ​ເປັນ​ຂອງ​ເຈົ້າ​ເອງ. ເຈົ້າ​ໄດ້​ຂ້າ​ລາວ​ດ້ວຍ​ດາບ​ຂອງ​ຊາວອຳໂມນ. ເຫດສະນັ້ນ, ບັດນີ້ ດາບ​ຈະ​ບໍ່​ໜີໄປ​ຈາກ​ເຊື້ອສາຍ​ຂອງ​ເຈົ້າ, ເພາະ​ເຈົ້າ​ໝິ່ນປະໝາດ​ເຮົາ ແລະ ໄດ້​ເອົາ​ເມຍ​ຂອງ​ອູຣິຢາ​ຊາວ​ຮິດຕີ​ມາ​ເປັນ​ເມຍ​ຂອງ​ເຈົ້າ​ເອງ’.

“ພຣະເຈົ້າ​ຢາເວ​ກ່າວ​ວ່າ: ‘ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ເຈົ້າ​ອອກ​ມາ​ຈາກ​ຄອບຄົວ​ຂອງ​ເຈົ້າ​ເອງ. ເຮົາ​ຈະ​ເອົາ​ເມຍ​ຂອງ​ເຈົ້າ​ໃຫ້​ຊາຍ​ຄົນ​ອື່ນ​ທີ່​ໃກ້​ຊິດ​ກັບ​ເຈົ້າ​ຕໍ່ໜ້າ​ເຈົ້າ ແລະ ລາວ​ຈະ​ນອນ​ກັບ​ເມຍ​ຂອງ​ເຈົ້າ​ໃນ​ຕອນ​ກາງເວັນ. ເຈົ້າ​ໄດ້​ເຮັດ​ສິ່ງນີ້​ໃນ​ທີ່​ລັບລີ້, ແຕ່​ເຮົາ​ຈະ​ໃຫ້​ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ທີ່​ແຈ້ງ​ຕໍ່ໜ້າ​ຊາວ​ອິດສະຣາເອນ​ທັງໝົດ’ ”.

ແລ້ວ​ດາວິດ​ໄດ້​ເວົ້າ​ກັບ​ນາທານ​ວ່າ, “ເຮົາ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າ​ຢາເວ​ແລ້ວ”.

ນາທານ​ໄດ້​ຕອບ​ວ່າ, “ພຣະເຈົ້າ​ຢາເວ​ຍົກໂທດ​ບາບ​ຂອງ​ທ່ານ. ທ່ານ​ຈະ​ບໍ່​ຕາຍ. ແຕ່​ເພາະ​ການ​ທີ່​ທ່ານ​ເຮັດ​ຢ່າງ​ນີ້​ເປັນ​ການ​ເຢາະເຢີ້ຍ​ພຣະເຈົ້າ​ຢາເວ​ຫລາຍ,1 ລູກຊາຍ​ທີ່​ເກີດ​ມາ​ໃຫ້​ທ່ານ​ນັ້ນ​ຈະ​ຕ້ອງ​ຕາຍ”.

ຫລັງຈາກ ນາທານ​ໄດ້​ກັບ​ເມືອ​ແລ້ວ, ພຣະເຈົ້າ​ຢາເວ​ໄດ້​ຂ້າ​ລູກ​ຂອງ​ດາວິດ​ທີ່​ເກີດ​ຈາກ​ເມຍ​ຂອງ​ອູຣິຢາ, ແລະ ເດັກນ້ອຍ​ນັ້ນ​ກໍ​ປ່ວຍ. ດາວິດ​ໄດ້​ອ້ອນວອນ​ຂໍ​ຕໍ່​ພຣະເຈົ້າ​ເພື່ອ​ເດັກນ້ອຍ​ນັ້ນ. ເພິ່ນ​ອົດ​ອາຫານ ແລະ ນອນ​ຫົ່ມ​ຜ້າກະສອບ​ເຂົ້າ​ຢູ່​ພື້ນດິນ​ເປັນ​ເວລາ​ຫລາຍ​ຄືນ. ບັນດາ​ຜູ້ອາວຸໂສ​ຜູ້ຮັບໃຊ້​ໃນ​ວັງ​ມາ​ຢືນ​ເຝົ້າ​ຢູ່​ໃກ້​ເພື່ອ​ໃຫ້​ເພິ່ນ​ລຸກຂຶ້ນ​ຈາກ​ພື້ນດິນ, ແຕ່​ດາວິດ​ປະຕິເສດ, ແລະ ເພິ່ນ​ຈະ​ບໍ່​ຍອມ​ກິນ​ອາຫານ​ໃດໆ​ກັບ​ພວກເຂົາ.

ໃນ​ວັນທີ​ເຈັດ​ເດັກ​ນັ້ນ​ກໍ​ຕາຍ​ໄປ. ບັນດາ​ຜູ້ຮັບໃຊ້​ຂອງ​ດາວິດ​ບໍ່​ກ້າ​ບອກ​ເພິ່ນ​ວ່າ​ລູກ​ຂອງ​ເພິ່ນ​ໄດ້​ຕາຍ​ແລ້ວ, ເພາະ​ພວກເຂົາ​ຄິດ​ວ່າ, “ເມື່ອ​ເດັກ​ນັ້ນ​ຍັງ​ມີ​ຊີວິດ​ຢູ່, ດາວິດ​ບໍ່​ຟັງ​ສິ່ງ​ທີ່​ພວກເຮົາ​ໄດ້​ເວົ້າ​ກັບ​ເພິ່ນ. ພວກເຮົາ​ຈະ​ໄປ​ບອກ​ເພິ່ນ​ໄດ້​ແນວໃດ​ວ່າ​ເດັກ​ນັ້ນ​ໄດ້​ຕາຍ​ໄປ​ແລ້ວ? ເພິ່ນ​ອາດຈະ​ເຮັດ​ບາງສິ່ງ​ບາງຢ່າງ​ລົງ​ໄປ​ເພາະ​ຄວາມ​ສິ້ນຫວັງ”.

ດາວິດ​ສັງເກດ​ເຫັນ​ວ່າ​ບັນດາ​ຜູ້ຮັບໃຊ້​ຂອງ​ເພິ່ນ​ພວກເຂົາ​ກໍາລັງ​ຊິ່ມ​ກັນ ແລະ ເພິ່ນ​ກໍ​ຮູ້​ວ່າ​ເດັກນ້ອຍ​ນັ້ນ​ໄດ້​ຕາຍ​ໄປ​ແລ້ວ. ເພິ່ນ​ຈຶ່ງ​ໄດ້​ຖາມ​ວ່າ, “ເດັກ​ນັ້ນ​ຕາຍ​ແລ້ວ​ບໍ?”

ພວກເຂົາ​ໄດ້​ຕອບ​ວ່າ, “ໂດຍ, ເດັກນ້ອຍ​ນັ້ນ​ໄດ້​ຕາຍ​ແລ້ວ”.

ຈາກນັ້ນ ດາວິດ​ໄດ້​ລຸກ​ຂຶ້ນ​ຈາກ​ພື້ນດິນ. ຫລັງຈາກ ເພິ່ນ​ໄດ້​ອາບ​ນໍ້າ, ທາ​ນໍ້າຫອມ ແລະ ປ່ຽນ​ເຄື່ອງນຸ່ງ​ຂອງ​ຕົນ, ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ນະມັດສະການ. ຈາກນັ້ນ ເພິ່ນ​ກໍ​ກັບ​ມາ​ວັງ​ຂອງ​ຕົນ, ແລະ ສັ່ງ​ໃຫ້​ພວກເຂົາ​ຈັດ​ອາຫານ​ມາ​ໃຫ້​ເພິ່ນ, ແລະ ເພິ່ນ​ກໍ​ກິນ.

ບັນດາ​ຜູ້ຮັບໃຊ້​ຖາມ​ເພິ່ນ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ແບບ​ນີ້? ເມື່ອ​ເດັກ​ນັ້ນ​ຍັງ​ມີ​ຊີວິດ​ຢູ່, ທ່ານ​ໄດ້​ອົດ​ອາຫານ ແລະ ຮ້ອງໄຫ້, ແຕ່​ບັດນີ້​ເດັກນ້ອຍ​ນັ້ນ​ໄດ້​ຕາຍ​ແລ້ວ, ທ່ານ​ພັດ​ລຸກ​ຂຶ້ນ ແລະ ກິນ​ອາຫານ!”

ດາວິດ​ຕອບ​ວ່າ, “ໃນຂະນະ​ທີ່​ເດັກ​ນັ້ນ​ມີ​ຊີວິດ​ຢູ່, ເຮົາ​ອົດ​ອາຫານ ແລະ ຮ້ອງໄຫ້. ເພາະ​ເຮົາ​ຄິດ​ວ່າ, ‘ຜູ້ໃດ​ຈະ​ຮູ້? ບາງທີ​ພຣະເຈົ້າ​ຢາເວ​ອາດຈະ​ເມດຕາ​ສົງສານ​ເຮົາ ແລະ ໃຫ້​ເດັກ​ນັ້ນ​ມີ​ຊີວິດ​ຢູ່’ ແຕ່​ບັດນີ້​ລາວ​ໄດ້​ຕາຍ​ແລ້ວ, ເຮົາ​ຈະ​ອົດ​ອາຫານ​ໄປ​ເຮັດ​ຫຍັງ? ເຮົາ​ຈະ​ເຮັດ​ໃຫ້​ລາວ​ຟື້ນ​ຂຶ້ນ​ມາ​ອີກ​ໄດ້​ບໍ, ເຮົາ​ຈະ​ໄປ​ຫາ​ລາວ, ແຕ່​ລາວ​ຈະ​ບໍ່​ກັບ​ມາ​ຫາ​ເຮົາ”.

ແລ້ວ​ດາວິດ​ກໍ​ເລົ້າໂລມ​ໃຈ​ນາງ​ບັດເຊບາ​ເມຍ​ຂອງ​ຕົນ, ແລະ ເພິ່ນ​ໄດ້​ໄປ​ນອນ​ກັບ​ນາງ ແລະ ນາງ​ກໍ​ຖືພາ. ນາງ​ເກີດ​ລູກຊາຍ​ຄົນໜຶ່ງ, ແລະ ພວກເພິ່ນ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ໂຊໂລໂມນ. ພຣະເຈົ້າ​ຢາເວ​ຮັກ​ລາວ; ແລະ ເພາະ​ພຣະເຈົ້າ​ຢາເວ​ຮັກ​ລາວ, ພຣະອົງ​ໄດ້​ສົ່ງ​ຖ້ອຍຄໍາ​ຜ່ານ​ຜູ້ທຳນວາຍ​ນາທານ​ເພື່ອ​ຕັ້ງ​ຊື່​ໃຫ້​ເດັກ​ນີ້​ວ່າ​ເຢດີດີຢາ.2

ຂະນະ​ນັ້ນ ໂຢອາບ​ໄດ້​ສູ້ຮົບ​ກັບ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ ແລະ ຢຶດ​ປ້ອມ​ປ້ອງກັນ​ຫລວງ​ໄດ້. ແລ້ວ​ໂຢອາບ​ສົ່ງ​ຜູ້ນຳຂ່າວ​ມາ​ບອກ​ດາວິດ​ເວົ້າ​ວ່າ, “ຂ້ານ້ອຍ​ໄດ້​ສູ້ຮົບ​ກັບ​ຣັບບາ ແລະ ໄດ້​ບໍ່​ນໍ້າ​ຂອງ​ເມືອງ​ໄວ້​ໄດ້​ແລ້ວ ບັດນີ້ ຂໍ​ນຳ​ກອງທັບ​ທີ່​ເຫລືອ​ມາ​ລ້ອມ ແລະ ຢຶດ​ເມືອງ​ໄວ້, ບໍ່​ດັ່ງນັ້ນ ຂ້ານ້ອຍ​ຈະ​ຢຶດ​ເອົາ​ເມືອງ​ນີ້, ແລະ ເມືອງ​ນີ້​ຈະ​ຖືກ​ຕັ້ງ​ຊື່​ຕາມ​ຊື່​ຂອງ​ຂ້ານ້ອຍ”.

ສະນັ້ນ ດາວິດ​ໄດ້​ນຳ​ກອງທັບ​ທັງໝົດ​ມາ​ທີ່​ຣັບບາ, ແລະ ເຂົ້າ​ໂຈມຕີ ແລະ ຢຶດ​ເມືອງ​ນັ້ນ​ໄວ້. ດາວິດ​ໄດ້​ຖອດ​ມົງກຸດ​ອອກ​ຈາກ​ຫົວ3​ຂອງ​ກະສັດ​ຂອງ​ພວກເຂົາ, ແລະ ເອົາ​ມັນ​ມາ​ສຸບ​ໃສ່​ຫົວ​ຂອງ​ຕົນ. ມົງກຸດ​ນັ້ນ​ເຮັດ​ດ້ວຍ​ຄຳ​ໜັກ​ປະມານ 34 ກິໂລກຣາມ,4 ແລະ ມັນ​ປະດັບ​ດ້ວຍ​ເພັດນິນຈິນດາ. ດາວິດ​ປຸ້ນ​ສິ່ງຂອງ​ໄດ້​ຢ່າງ​ຫລວງຫລາຍ​ຈາກ​ເມືອງ​ນັ້ນ ແລະ ໄດ້​ເກນ​ປະຊາຊົນ​ທີ່​ຢູ່​ທີ່​ນັ້ນ​ໂດຍ​ໃຫ້​ພວກເຂົາ​ຈັບ​ເລື່ອຍ ແລະ ຈົກ ແລະ ຂວານ ແລະ ເພິ່ນ​ໃຫ້​ພວກເຂົາ​ເຮັດ​ດິນຈີ່.5 ດາວິດ​ໄດ້​ເຮັດ​ແບບ​ນີ້​ກັບ​ຊາວອຳໂມນ​ທຸກ​ເມືອງ. ແລ້ວ​ດາວິດ ແລະ ກອງທັບ​ທັງໝົດ​ກໍ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ.

Source notes (5)
  1. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບູຮານ​ວ່າ ໂດຍ​ການ​ເຮັດ​ເຊັ່ນ​ນີ້​ທ່ານ​ໄດ້​ເຢາະເຢີ້ຍ​ພຣະເຈົ້າ​ຢາເວ​ຫລາຍ
  2. Footnote ແປ​ວ່າ ພຣະເຈົ້າ​ຢາເວ​ຮັກ
  3. Footnote ຫລື ຂອງ​ພະມິນກົມ (ຄື ພະໂມລົກ)
  4. Footnote ພາສາ​ເຮັບເຣີ​ວ່າ 1 ຕາລັນຕົນ
  5. Footnote ໃນ​ພາສາ​ເຮັບເຣີ​ຂໍ້ຄວາມ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.