Biblica® Open Lao Contemporary Version
2 ຊາມູເອນ 11
ດາວິດ ແລະ ນາງບັດເຊບາ
ໃນລະດູໃບໄມ້ປົ່ງ, ເປັນເວລາທີ່ກະສັດທັງຫລາຍມັກອອກໄປສູ້ຮົບ, ດາວິດໄດ້ສົ່ງໂຢອາບກັບທະຫານຂອງກະສັດ ແລະ ກອງທັບອິດສະຣາເອນທັງໝົດອອກໄປ. ພວກເຂົາທຳລາຍຊາວອຳໂມນ ແລະ ໄດ້ປິດລ້ອມເມືອງຣັບບາໄວ້. ແຕ່ດາວິດຍັງຢູ່ທີ່ເຢຣູຊາເລັມ.
ຕອນແລງວັນໜຶ່ງ ດາວິດອອກຈາກບ່ອນນອນຂອງຕົນ ແລະ ຍ່າງເລາະຢູ່ເທິງດາດຟ້າຂອງວັງ. ຈາກທີ່ນັ້ນ ເພິ່ນເຫັນຜູ້ຍິງຄົນໜຶ່ງກຳລັງອາບນ້ຳຢູ່. ຜູ້ຍິງນີ້ງາມຫລາຍ, ແລະ ດາວິດໄດ້ໃຊ້ຄົນໄປສືບເບິ່ງວ່ານາງແມ່ນຜູ້ໃດ. ຄົນນັ້ນກໍບອກວ່າ, “ນາງແມ່ນບັດເຊບາ, ລູກສາວຂອງເອລີອາມ ແລະ ເປັນເມຍຂອງອູຣິຢາຊາວຮິດຕີ”. ຈາກນັ້ນ ດາວິດຈຶ່ງສົ່ງຜູ້ນຳຂ່າວໄປເອົານາງມາ. ນາງມາພົບເພິ່ນ ແລະ ເພິ່ນກໍຫລັບນອນກັບນາງ. (ນາງຫາກໍສຳເລັດການຊຳລະຕົວຈາກການມີມົນທິນປະຈຳເດືອນ). ແລ້ວ1 ນາງກໍກັບເມືອເຮືອນ. ເມື່ອນາງຮູ້ວ່າຕົນຖືພາ ແລະ ກໍສົ່ງຂ່າວມາບອກດາວິດໂດຍເວົ້າວ່າ, “ຂ້ານ້ອຍຖືພາ”.
ສະນັ້ນ ດາວິດຈຶ່ງສົ່ງຂ່າວໄປຫາໂຢອາບວ່າ: “ຈົ່ງສົ່ງອູຣິຢາຊາວຮິດຕີມາຫາເຮົາ”. ແລະ ໂຢອາບກໍສົ່ງລາວມາຫາດາວິດ. ເມື່ອອູຣິຢາເຂົ້າມາຫາເພິ່ນ, ດາວິດກໍຖາມເຖິງໂຢອາບເປັນແນວໃດ, ຖາມຂ່າວເຖິງທະຫານເປັນແນວໃດ ແລະ ສົງຄາມຄືບໜ້າໄປຮອດໃສ. ແລ້ວດາວິດໄດ້ກ່າວກັບອູຣິຢາວ່າ, “ຈົ່ງລົງໄປທີ່ເຮືອນຂອງເຈົ້າ ແລະ ລ້າງຕີນຂອງເຈົ້າສາ”. ສະນັ້ນ ອູຣິຢາໄດ້ອອກຈາກວັງໄປ, ແລະ ໄດ້ສົ່ງຂອງຂັວນຈາກກະສັດໄປໃຫ້ລາວຕາມຫລັງ. ແຕ່ອູຣິຢາບໍ່ໄດ້ລົງໄປທີ່ເຮືອນຂອງຕົນ ລາວໄດ້ນອນຢູ່ທີ່ປະຕູວັງຮ່ວມກັບບັນດາເຈົ້ານາຍຂອງຄົນຮັບໃຊ້.
ດາວິດຮູ້ວ່າ, “ອູຣິຢາບໍ່ໄດ້ກັບເມືອເຮືອນ”. ດັ່ງນັ້ນ ເພິ່ນກໍຖາມລາວວ່າ. “ເຈົ້າຫາກໍກັບມາຈາກການສູ້ຮົບບໍ່ແມ່ນບໍ? ເປັນຫຍັງເຈົ້າຈຶ່ງບໍ່ກັບເມືອເຮືອນ?”
ອູຣິຢາໄດ້ຕອບດາວິດວ່າ, “ຫີບຄຳໝັ້ນສັນຍາ ແລະ ອິດສະຣາເອນ ແລະ ຢູດາຍຍັງຢູ່ໃນຫໍເຕັນ, ໂຢອາບຜູ້ບັນຊາການຂອງຂ້ານ້ອຍ ແລະ ນາຍທະຫານຂອງຂ້ານ້ອຍກໍຢູ່ນອກເມືອງ. ຂ້ານ້ອຍຈະກັບເມືອເຮືອນເພື່ອກິນ ແລະ ດື່ມ ແລະ ຫລັບນອນກັບເມຍຂອງຂ້ານ້ອຍໄດ້ບໍ? ທ່ານມີຊີວິດຢູ່ສັນໃດ, ຂ້ານ້ອຍຈະບໍ່ເຮັດເຊັ່ນນັ້ນເດັດຂາດ!”
ແລ້ວດາວິດໄດ້ເວົ້າກັບລາວວ່າ, “ຈົ່ງຢູ່ບ່ອນນີ້ອີກໜຶ່ງມື້, ແລ້ວມື້ອື່ນເຮົາຈະສົ່ງເຈົ້າກັບໄປ”. ນັ້ນດັ່ງ ອູຣິຢາຈຶ່ງຢູ່ທີ່ເຢຣູຊາເລັມໃນວັນນັ້ນ ແລະ ວັນຕໍ່ມາ. ຕາມຄໍາເຊີນຂອງດາວິດ, ລາວໄດ້ກິນ ແລະ ດື່ມກັບກະສັດ ແລະ ດາວິດໃຫ້ລາວດື່ມຈົນເມົາ. ແຕ່ໃນຕອນແລງວັນນັ້ນອູຣິຢາກໍອອກໄປນອນເທິງເສື່ອທ່າມກາງເຈົ້ານາຍຂອງຄົນຮັບໃຊ້; ລາວບໍ່ໄດ້ກັບເມືອເຮືອນ.
ໃນຕອນເຊົ້າມື້ຕໍ່ມາ ດາວິດໄດ້ຂຽນຈົດໝາຍໄປຫາໂຢອາບ ແລະ ໄດ້ມອບຈົດໝາຍໃຫ້ກັບອູຣິຢາເປັນຜູ້ຖືໄປ. ໃນຈົດໝາຍນັ້ນດາວິດໄດ້ຂຽນວ່າ, “ຈົ່ງສົ່ງອູຣິຢາໄປດ້ານໜ້າທີ່ມີການສູ້ຮົບຢ່າງດຸເດືອດທີ່ສຸດ. ແລ້ວຖອຍທັບໄປຈາກລາວ ເພື່ອລາວຈະຖືກຂ້າຕາຍ”.
ດັ່ງນັ້ນ ໃນຂະນະທີ່ໂຢອາບໄດ້ປິດເມືອງຢູ່, ລາວຈຶ່ງໄດ້ສົ່ງອູຣິຢາໄປຢູ່ບ່ອນທີ່ລາວຮູ້ວ່າສັດຕູມີກໍາລັງເຂັ້ມແຂງທີ່ສຸດ. ເມື່ອຊາວເມືອງນັ້ນອອກມາ ແລະ ສູ້ຮົບກັບໂຢອາບ, ແລ້ວອູຣິຢາຊາວຮິດຕີກໍຖືກຂ້າຕາຍພ້ອມກັບທະຫານບາງຄົນຂອງດາວິດ.
ເມື່ອໂຢອາບໄດ້ສົ່ງລາຍງານການສູ້ຮົບມາບອກດາວິດ. ລາວແນະນໍາຜູ້ສົ່ງຂ່າວວ່າ: “ເມື່ອເຈົ້າລາຍງານການສູ້ຮົບຕໍ່ກະສັດຈົບແລ້ວ, ກະສັດອາດຈະໃຈຮ້າຍ, ແລະ ເພິ່ນອາດຈະເຈົ້າຖາມວ່າ, ‘ເປັນຫຍັງພວກເຈົ້າຈຶ່ງເຂົ້າໄປຕໍ່ສູ້ໃກ້ເມືອງ? ພວກເຈົ້າບໍ່ຮູ້ບໍວ່າພວກເຂົາອາດຈະຖືກທະນູຍິງມາຈາກກຳແພງ? ຜູ້ໃດຂ້າອາບີເມເຫລັກລູກຊາຍເຢຣຸບເບເຊັດ?2 ບໍ່ແມ່ນຜູ້ຍິງທີ່ໂຍນຫີນໂມ້ແປງລົງມາຈາກກຳແພງບໍ, ສະນັ້ນ ລາວໄດ້ຕາຍໄປທີ່ເທເບັດ? ເປັນຫຍັງພວກເຈົ້າຈຶ່ງເຂົ້າໄປໃກ້ກຳແພງຫລາຍແທ້?’ ຖ້າເພິ່ນຖາມເຈົ້າແບບນີ້, ແລ້ວກໍຈົ່ງຕອບເພິ່ນວ່າ, ‘ຫລາຍກວ່ານັ້ນອີກ, ອູຣິຢາຊາວຮິດຕີຄົນຮັບໃຊ້ຂອງທ່ານກໍຖືກຂ້າຕາຍ’ ”.
ຜູ້ສົ່ງຂ່າວຈຶ່ງເດີນທາງໄປ ແລະ ເມື່ອລາວມາຮອດ ລາວໄດ້ບອກດາວິດຕາມທີ່ໂຢອາບສັ່ງທຸກຢ່າງ. ຜູ້ສົ່ງຂ່າວໄດ້ບອກດາວິດວ່າ, “ທະຫານຂອງສັດຕູມີກຳລັງເໜືອກວ່າພວກເຮົາ ແລະ ອອກມາສູ້ກັບພວກເຮົາທີ່ນອກເມືອງ, ແຕ່ພວກເຮົາໄລ່ພວກເຂົາໄປທີ່ທາງເຂົ້າປະຕູເມືອງ. ຈາກນັ້ນ ນັກທະນູຢູ່ເທິງກຳແພງກໍຍິງທະນູໃສ່ພວກເຮົາ, ແລະ ທະຫານບາງຄົນຂອງກະສັດຖືກຂ້າຕາຍ, ຫລາຍກວ່ານັ້ນອີກ ອູຣິຢາຊາວຮິດຕີຜູ້ຮັບໃຊ້ຂອງທ່ານກໍຕາຍ”.
ດາວິດໄດ້ບອກຜູ້ສົ່ງຂ່າວວ່າ, “ຈົ່ງບອກໂຢອາບວ່າ: ‘ເຈົ້າຢ່າໂສກເສົ້າໃນເລື່ອງນີ້; ດາບຂ້າຄົນບໍ່ເລືອກໜ້າ. ຈົ່ງໂຈມຕີເມືອງນັ້ນຕໍ່ໄປ ແລະ ທຳລາຍມັນ’. ຈົ່ງເວົ້າແບບນີ້ເພື່ອໃຫ້ກຳລັງໃຈໂຢອາບ”.
ເມື່ອເມຍຂອງອູຣິຢາໄດ້ຍິນວ່າຜົວຕາຍຂອງນາງຕາຍແລ້ວ, ນາງກໍໄວ້ທຸກໃຫ້ລາວ. ຫລັງຈາກໄວ້ທຸກຄົບກຳນົດ, ດາວິດກໍສົ່ງຄົນໄປຮັບເອົານາງມາທີ່ວັງຂອງຕົນ ແລະ ນາຍກາຍເປັນເມຍຂອງເພິ່ນ ແລະ ນາງເກີດລູກຊາຍຄົນໜຶ່ງໃຫ້ເພິ່ນ. ແຕ່ພຣະເຈົ້າຢາເວບໍ່ພໍໃຈໃນສິ່ງທີ່ດາວິດໄດ້ກະທໍາ.
Source notes (2)
- Footnote ຫລື ກັບນາງ ເມື່ອນາງໄດ້ຊຳລະໂຕຈາກມົນທິນແລ້ວ
- Footnote ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າ ເຢຣຸບ ບາອານ (ຄື ກິເດໂອນ)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.