Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 10

ດາວິດ​ເອົາ​ຊະນະ​ຊາວ​ອຳໂມນ

(1ຂຄ 19:1-19)

ຕໍ່ມາ, ກະສັດ​ນາຮາດ​ແຫ່ງ​ອຳໂມນ​ໄດ້​ຕາຍ​ໄປ, ແລະ ຮານູນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ. ດາວິດ​ຄິດ​ວ່າ, “ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຮານູນ​ລູກຊາຍ​ຂອງ​ນາຮາດ, ດັ່ງ​ທີ່​ພໍ່​ຂອງ​ລາວ​ເຄີຍ​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ”. ດັ່ງນັ້ນ ດາວິດ​ຈຶ່ງ​ສົ່ງ​ຄະນະ​ທູດ​ໄປ​ສະແດງ​ຄວາມ​ເສຍໃຈ​ຕໍ່​ຮານູນ​ທີ່​ສູນເສຍ​ພໍ່​ໄປ.

ເມື່ອ​ຄົນ​ຂອງ​ດາວິດ​ມາ​ຮອດ​ດິນແດນ​ຂອງ​ຊາວ​ອຳໂມນ, ບັນດາ​ຜູ້ບັນຊາການ​ຊາວ​ອຳໂມນ​ເວົ້າ​ກັບ​ຮານູນ​ໃຫ້​ໄປ​ບອກ​ກະສັດ​ຂອງ​ຕົນ​ວ່າ, “ທ່ານ​ຄິດ​ວ່າ​ດາວິດ​ໃຫ້​ກຽດ​ແກ່​ພໍ່​ຂອງ​ທ່ານ​ໂດຍ​ການ​ສົ່ງ​ຄະນະ​ທູດ​ມາ​ເພື່ອ​ສະແດງ​ຄວາມ​ເສຍໃຈ​ຕໍ່​ທ່ານ​ບໍ? ດາວິດ​ສົ່ງ​ພວກເຂົາ​ມາ​ພຽງ​ເພື່ອ​ສໍາຫລວດ​ເບິ່ງ​ເມືອງ ແລະ ສອດແນມ​ເບິ່ງ ແລະ ເພື່ອ​ບຸກ​ໂຈມຕີ​ບໍ່​ແມ່ນ​ບໍ?” ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະ​ທູດ​ຂອງ​ດາວິດ, ແຖໜວດ​ແຕ່ລະ​ຄົນ​ອອກ​ເຄິ່ງ​ໜຶ່ງ, ຕັດ​ເຄື່ອງນຸ່ງ​ບ່ອນ​ສະໂພກ​ຂອງ​ພວກເຂົາ​ອອກ, ແລ້ວ​ກໍ​ປ່ອຍ​ພວກເຂົາ​ໄປ.

ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້, ເພິ່ນ​ກໍ​ສົ່ງ​ຜູ້​ສົ່ງ​ຂ່າວ​ໄປ​ພົບ​ຄົນ​ເຫລົ່ານັ້ນ, ເພາະ​ພວກເຂົາ​ຮູ້ສຶກ​ອັບອາຍ​ຂາຍໜ້າ​ຫລາຍ. ກະສັດ​ເວົ້າ​ວ່າ, “ຈົ່ງ​ພັກ​ຢູ່​ທີ່​ເຢຣິໂກ​ຈົນ​ກວ່າ​ໜວດ​ຂອງ​ພວກເຈົ້າ​ຈະ​ປົ່ງ​ໃໝ່, ແລ້ວ​ຈຶ່ງ​ກັບ​ຄືນ​ມາ”.

ເມື່ອ​ຊາວ​ອຳໂມນ​ຮູ້ວ່າ​ພວກເຂົາ​ໄດ້​ເຮັດ​ໃຫ້​ດາວິດ​ກຽດຊັງ, ພວກເຂົາ​ຈຶ່ງ​ຈ້າງ​ທະຫານ​ຊາວອາຣາມ​ຈາກ​ເບັດເຣໂຮບ ແລະ ໂຊບາ 20.000 ຄົນ, ຈາກ​ກະສັດ​ແຫ່ງ​ເມືອງ​ມາອາກາ 1.000 ຄົນ, ແລະ ຈາກ​ເມືອງ​ໂຕບ 12.000 ຄົນ.

ເມື່ອ​ໄດ້​ຍິນ​ເລື່ອງ​ນີ້, ດາວິດ​ກໍ​ສົ່ງ​ໂຢອາບ​ພ້ອມທັງ​ທະຫານ​ໃນ​ກອງທັບ​ທັງໝົດ​ອອກ​ໄປ. ຊາວ​ອຳໂມນ​ໄດ້​ອອກ​ມາ ແລະ ຕັ້ງ​ແນວ​ສູ້ຮົບ​ຢູ່​ທີ່​ທາງເຂົ້າ​ປະຕູ​ເມືອງ​ຂອງ​ພວກເຂົາ, ໃນຂະນະ​ທີ່​ຊາວ​ອາຣາມ​ຈາກ​ໂຊບາ ແລະ ເຣໂຮບ ແລະ ທະຫານ​ຈາກ​ໂຕບ ແລະ ມາອາກາ​ຢູ່​ນອກ​ເມືອງ.

ໂຢອາບ​ເຫັນ​ວ່າ​ກອງ​ກຳລັງ​ຂອງ​ສັດຕູ​ຕັ້ງ​ແນວ​ສູ້ຮົບ​ຢູ່​ທັງ​ຂ້າງ​ໜ້າ ແລະ ຂ້າງ​ຫລັງ​ຂອງ​ຕົນ; ດັ່ງນັ້ນ ລາວ​ຈຶ່ງ​ເລືອກ​ເອົາ​ກອງທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ສ່ວນ​ໜຶ່ງ​ໃນ​ອິດສະຣາເອນ ແລະ ໃຫ້​ພວກເຂົາ​ຕັ້ງ​ທ່າ​ຕໍ່ສູ້​ກັບ​ຊາວ​ອາຣາມ. ໂຢອາບ​ໃຫ້​ທະຫານ​ສ່ວນ​ທີ່​ເຫລືອ​ຢູ່​ພາຍໃຕ້​ຄໍາສັ່ງ​ຂອງ​ອາບີໄຊ​ນ້ອງຊາຍ​ຂອງ​ລາວ ແລະ ໃຫ້​ພວກເຂົາ​ຕັ້ງ​ທ່າ​ຕໍ່ສູ້​ກັບ​ຊາວ​ອຳໂມນ. ໂຢອາບ​ໄດ້​ເວົ້າ​ວ່າ, “ຖ້າ​ພວກ​ອາຣາມ​ແຂງແກ່ນ​ເກີນ​ກຳລັງ​ຂອງ​ຂ້ອຍ, ແລ້ວ​ໃຫ້​ເຈົ້າ​ຈົ່ງ​ມາ​ຊ່ວຍ​ຂ້ອຍ; ແຕ່​ຖ້າ​ພວກ​ອຳໂມນ​ແຂງແກ່ນ​ເກີນ​ກຳລັງ​ຂອງ​ເຈົ້າ, ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ. ຈົ່ງ​ເຂັ້ມແຂງ, ແລະ ໃຫ້​ພວກເຮົາ​ຕໍ່ສູ້​ຢ່າງ​ກ້າຫານ ເພື່ອ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ແລະ ເມືອງ​ຕ່າງໆ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ. ພຣະເຈົ້າຢາເວ​ຈະ​ເຮັດ​ສິ່ງ​ທີ່​ດີ​ໃນ​ສາຍຕາ​ຂອງ​ພຣະອົງ”.

ແລ້ວ​ໂຢອາບ ແລະ ກອງ​ທະຫານ​ຂອງ​ຕົນ​ກໍ​ຍົກທັບ​ບຸກ​ເຂົ້າ​ໂຈມຕີ​ຊາວ​ອາຣາມ ແລ້ວ​ພວກເຂົາ​ກໍ​ປົບໜີ​ໄປ​ຕໍ່ໜ້າ​ເພິ່ນ. ເມື່ອ​ຊາວ​ອຳໂມນ​ເຫັນ​ຊາວ​ອາຣາມ​ກໍາລັງ​ປົບໜີ​ໄປ, ພວກເຂົາ​ກໍ​ແລ່ນ​ປົບໜີ​ໄປ​ຕໍ່ໜ້າ​ອາບີໄຊ​ນ້ອງຊາຍ​ຂອງ​ລາວ ແລະ ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເມືອງ. ດັ່ງນັ້ນ ໂຢອາບ​ຈຶ່ງ​ກັບ​ຈາກ​ການ​ສູ້ຮົບ​ກັບ​ຊາວ​ອຳໂມນ ແລະ ກັບ​ມາ​ທີ່​ເຢຣູຊາເລັມ.

ຫລັງຈາກ ຊາວ​ອາຣາມ​ເຫັນ​ວ່າ​ພວກເຂົາ​ໄດ້​ພ່າຍແພ້​ໃຫ້​ອິດສະຣາເອນ, ພວກເຂົາ​ກໍ​ຮວບຮວມ​ກຳລັງ​ກັນ​ອີກ. ຮາດາເດເຊ​ໄດ້​ນຳ​ຊາວ​ອາຣາມ​ມາ​ຈາກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ເອີຟຣັດ; ພວກເຂົາ​ໄດ້​ມາ​ທີ່​ເຮລາມ​ໂດຍ​ມີ​ໂຊບັກ​ເປັນ​ຜູ້ບັນຊາການ​ທະຫານ​ຂອງ​ຮາດາເດເຊ​ທີ່​ນໍາພາ​ພວກເຂົາ.

ເມື່ອ​ດາວິດ​ໄດ້​ຍິນ​ເລື່ອງ​ນີ້, ເພິ່ນ​ໄດ້​ລະດົມ​ທະຫານ​ອິດສະຣາເອນ​ທັງໝົດ, ຂ້າມ​ແມ່ນ້ຳ​ຈໍແດນ ແລະ ມາ​ທີ່​ເຮລາມ. ຊາວ​ອາຣາມ​ຕັ້ງ​ແນວ​ສູ້ຮົບ​ປະເຊີນໜ້າ​ກັບ​ດາວິດ ແລະ ສູ້ຮົບ​ກັນ​ກັບ​ເພິ່ນ. ແຕ່​ພວກເຂົາ​ຖອຍ​ໜີ​ໄປ​ຕໍ່ໜ້າ​ອິດສະຣາເອນ, ແລະ ດາວິດ​ໄດ້​ຂ້າ​ທະຫານມ້າ​ຂອງ​ພວກເຂົາ​ເຈັດ​ຮ້ອຍ​ຄົນ ແລະ ທະຫານ1​ອີກ​ສີ່​ໝື່ນ​ຄົນ. ເພິ່ນ​ຍັງ​ໄດ້​ຂ້າ​ໂຊບັກ​ຜູ້ບັນຊາການ​ກອງທັບ​ຂອງ​ພວກເຂົາ, ແລະ ໂຊບັກ​ຕາຍ​ຢູ່​ທີ່​ນັ້ນ. ເມື່ອ​ບັນດາ​ກະສັດ​ທັງໝົດ​ທີ່​ຂຶ້ນ​ກັບ​ຮາດາເດເຊ​ເຫັນ​ວ່າ​ພວກເຂົາ​ໄດ້​ພ່າຍແພ້​ໃຫ້​ອິດສະຣາເອນ, ພວກເຂົາ​ກໍ​ໄດ້​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ຊາວ​ອິດສະຣາເອນ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ.

ດັ່ງນັ້ນ ຊາວ​ອາຣາມ​ຈຶ່ງ​ບໍ່​ກ້າ​ມາ​ຊ່ວຍ​ຊາວ​ອຳໂມນ​ອີກ​ເລີຍ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ທະຫານ​ມ້າ (ເບິ່ງ 1ຂຄ 19:18)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.