Biblica® Open Lao Contemporary Version
2 ຊາມູເອນ 9
ດາວິດ ແລະ ເມຟີໂບເຊັດ
ດາວິດຖາມວ່າ, “ມີຄົນໃດແດ່ໃນຄອບຄົວໂຊນທີ່ຍັງມີຊີວິດທີ່ເຮົາຈະໄດ້ສະແດງຄວາມເມດຕາຕໍ່ລາວເພື່ອເຫັນແກ່ໂຢນາທານ?”
ແລ້ວມີຜູ້ຮັບໃຊ້ຄົນໜຶ່ງໃນຄອບຄົວຂອງໂຊນຊື່ຊີບາ. ພວກເຂົາໄດ້ເອີ້ນລາວມາພົບດາວິດ, ແລະ ກະສັດໄດ້ກ່າວກັບລາວວ່າ, “ເຈົ້າແມ່ນຊີບາບໍ?”
ລາວຕອບວ່າ, “ໂດຍແມ່ນແລ້ວ”.
ກະສັດຖາມວ່າ, “ໃນຄອບຄົວຂອງໂຊນມີຜູ້ໃດທີ່ມີຊີວິດທີ່ເຮົາຈະສະແດງຄວາມເມດຕາຂອງພຣະເຈົ້າຕໍ່ລາວ?”
ຊີບາຕອບກະສັດວ່າ, “ລູກຊາຍຂອງໂຢນາທານຍັງມີຊີວິດຢູ່; ຕີນຂອງລາວເປັນເປ້ຍ”.
ກະສັດກ່າວຖາມວ່າ, “ລາວຢູ່ໃສ?”
ຊີບາຕອບວ່າ, “ລາວຢູ່ທີ່ເຮືອນຂອງມາກີລູກຊາຍຂອງອໍາມີເອນໃນເມືອງໂລເດບາ”.
ສະນັ້ນ ກະສັດດາວິດຈຶ່ງໃຫ້ຄົນໄປນໍາເອົາລາວມາຈາກໂລເດບາ, ຈາກເຮືອນມາກີລູກຊາຍຂອງອໍາມີເອນ.
ເມື່ອເມຟີໂບເຊັດລູກຊາຍຂອງໂຢນາທານ, ຫລານຊາຍຂອງໂຊນມາພົບດາວິດ, ລາວກໍກົ້ມກາບລົງພື້ນເພື່ອໃຫ້ກຽດເພິ່ນ.
ດາວິດໄດ້ເວົ້າວ່າ, “ເມຟີໂບເຊັດເອີຍ!”
ລາວໄດ້ຕອບວ່າ, “ໂດຍຂ້ານ້ອຍ”.
ດາວິດເວົ້າກັບລາວວ່າ, “ຢ່າຢ້ານເລີຍ, ເພາະເຮົາຈະສະແດງຄວາມເມດຕາກະລຸນາຕໍ່ເຈົ້າໂດຍເຫັນແກ່ໂຢນາທານພໍ່ຂອງເຈົ້າຢ່າງແນ່ນອນ. ເຮົາຈະຄືນທີ່ດິນທັງໝົດທີ່ເປັນຂອງໂຊນປູ່ຂອງເຈົ້າໃຫ້ກັບເຈົ້າ, ແລະ ເຈົ້າຈະມານັ່ງຮ່ວມໂຕະອາຫານກັບເຮົາສະເໝີ”.
ເມຟີໂບເຊັດກົ້ມກາບລົງ ແລະ ເວົ້າວ່າ “ຜູ້ຮັບໃຊ້ຂອງທ່ານເປັນຜູ້ໃດທີ່ທ່ານຄວນຈະໃຫ້ຄຸນຄ່າເທົ່າກັບໝາຕາຍເໝືອນດັ່ງຂ້ານ້ອຍ?”
ຈາກນັ້ນ ກະສັດຈຶ່ງເອີ້ນຊີບາ, ຜູ້ຮັບໃຊ້ຂອງໂຊນມາ, ແລະ ໄດ້ເວົ້າກັບລາວວ່າ, “ເຮົາໄດ້ມອບທຸກສິ່ງໃຫ້ທີ່ເປັນຂອງໂຊນ ແລະ ຄອບຄົວຂອງເພິ່ນໃຫ້ແກ່ຫລານຊາຍຂອງນາຍເຈົ້າ. ເຈົ້າ ແລະ ບັນດາລູກຊາຍ ແລະ ຄົນຮັບໃຊ້ຂອງເຈົ້າຈົ່ງເຮັດໄຮ່ໄຖນາໃຫ້ລາວ ແລະ ນຳຜົນລະປູກມາ, ເພື່ອຫລານຊາຍຂອງເຈົ້ານາຍຂອງເຈົ້າຈະໄດ້ຮັບການລ້ຽງດູ. ແລະ ເມຟີໂບເຊັດຫລານຊາຍຂອງນາຍເຈົ້າຈະຮ່ວມໂຕະອາຫານກັບເຮົາສະເໝີ”. (ບັດນີ້ ຊີບາມີລູກຊາຍສິບຫ້າຄົນ ແລະ ຄົນຮັບໃຊ້ຊາວຄົນ).
ແລ້ວຊີບາໄດ້ເວົ້າກັບກະສັດວ່າ, “ຜູ້ຮັບໃຊ້ຂອງທ່ານຈະເຮັດທຸກຢ່າງຕາມຄຳສັ່ງຂອງກະສັດເຈົ້ານາຍຂອງຂ້ານ້ອຍ”. ດັ່ງນັ້ນ ເມຟີໂບເຊັດຈຶ່ງໄດ້ຮ່ວມໂຕະອາຫານກັບດາວິດດັ່ງເປັນລູກຊາຍຄົນໜຶ່ງຂອງກະສັດ.
ເມຟີໂບເຊັດມີລູກຊາຍຄົນໜຶ່ງຊື່ວ່າມີກາ, ແລະ ສະມາຊິກທຸກຄົນໃນຄອບຄົວຂອງຊີບາເປັນຄົນຮັບໃຊ້ຂອງເມຟີໂບເຊັດ. ແລະ ເມຟີໂບເຊັດອາໄສຢູ່ໃນເຢຣູຊາເລັມ, ເພາະລາວຕ້ອງກິນອາຫານຮ່ວມໂຕະກັບກະສັດຢູ່ສະເໝີ; ເພາະຕີນທັງສອງຂ້າງຂອງລາວເປັນເປ້ຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.