Biblica® Open Lao Contemporary Version
2 ຊາມູເອນ 8
ໄຊຊະນະຂອງດາວິດ
(1ຂຄ 18:1-13)
ຕໍ່ມາ, ດາວິດໄດ້ເອົາຊະນະຊາວຟີລິດສະຕິນຢ່າງຮາບຄາບ ແລະ ເພິ່ນໄດ້ຢຶດເມືອງເມເທັກອຳມາຈາກການຄວບຄຸມຂອງຟີລິດສະຕິນ.
ດາວິດຍັງໄດ້ເອົາຊະນະຊາວໂມອາບ. ເພິ່ນໃຫ້ຊະເລີຍນອນລຽນແຖວເທິງພື້ນດິນ ແລະ ວັດແທກດ້ວຍເຊືອກວັດ. ທຸກໆສອງຊ່ວງຂອງສາຍວັດແທກ ຊະເລີຍທີ່ນອນຢູ່ໃນຊ່ວງສອງນັ້ນຈະຖືກຂ້າ ແລະ ຈະໄວ້ຊີວິດຊະເລີຍທີ່ຢູ່ໃນຊ່ວງທີສາມ. ດັ່ງນັ້ນ ຊາວໂມອາບຈຶ່ງຂຶ້ນກັບດາວິດ ແລະ ຕ້ອງນໍາເຄື່ອງບັນນາການມາໃຫ້ເພິ່ນ.
ຫລາຍກວ່ານັ້ນ, ດາວິດໄດ້ເອົາຊະນະຮາດາເດເຊລູກຊາຍຂອງກະສັດເຣໂຮບແຫ່ງໂຊບາ, ຂະນະທີ່ຮາດາເດເຊໄປກູ້ອຳນາດຄືນ1ໃນແຖບແມ່ນ້ຳເອີຟຣັດ. ດາວິດໄດ້ຢຶດລົດມ້າຮົບໜຶ່ງພັນຄັນ, ທະຫານມ້າເຈັດພັນຄົນ2 ແລະ ທະຫານສອງໝື່ນຄົນ. ດາວິດໄດ້ຕັດເອັນຂາມ້າທັງໝົດ ຍົກເວັ້ນມ້າສຳລັບລົດຮົບໜຶ່ງຮ້ອຍໂຕ.
ເມື່ອຊາວອາຣາມແຫ່ງເມືອງດາມັສກັດມາຊ່ວຍກະສັດຮາດາເດເຊແຫ່ງເມືອງໂຊບາ, ດາວິດໄດ້ຂ້າພວກເຂົາ 22.000 ຄົນ. ເພິ່ນໄດ້ວາງກຳລັງທະຫານໄວ້ໃນອານາຈັກຂອງຊາວອາຣາມແຫ່ງດາມັສກັດ ແລະ ຊາວອາຣາມກໍຍອມຢູ່ໃຕ້ອໍານາດຂອງເພິ່ນ ແລະ ຕ້ອງນໍາເຄື່ອງບັນນາການມາໃຫ້ເພິ່ນ. ພຣະເຈົ້າຢາເວໄດ້ໃຫ້ໄຊຊະນະແກ່ດາວິດໃນທຸກບ່ອນທີ່ເພິ່ນໄປ.
ດາວິດໄດ້ນຳເອົາໂລ່ຄຳທີ່ເປັນຂອງບັນດານາຍທະຫານຂອງຮາດາເດເຊ ແລະ ໄດ້ນໍາໂລ່ເຫລົ່ານັ້ນມາທີ່ເຢຣູຊາເລັມ. ກະສັດດາວິດຍັງໄດ້ນຳທອງສຳລິດຈຳນວນມະຫາສານຈາກເມືອງເຕບາ3 ແລະ ຈາກເມືອງເບໂຣໄທທີ່ເປັນຂອງຮາດາເດເຊມານໍາ.
ເມື່ອກະສັດໂຕອີ4ແຫ່ງເມືອງຮາມັດໄດ້ຍິນວ່າດາວິດໄດ້ເອົາຊະນະກອງທັບທັງໝົດຂອງຮາດາເດເຊ, ເພິ່ນໄດ້ສົ່ງໂຢຣາມ5ລູກຊາຍຂອງເພິ່ນມາຄຳນັບກະສັດດາວິດ ແລະ ສະແດງຄວາມຍິນດີໃນໄຊຊະນະເໜືອຮາດາເດເຊ, ຜູ້ໄດ້ເຄີຍຕໍ່ສູ້ກັບໂຕອີມາກ່ອນ. ໂຢຣາມໄດ້ນຳເຄື່ອງເງິນ, ເຄື່ອງຄໍາ ແລະ ເຄື່ອງທອງສຳລິດມາໃຫ້ເພິ່ນ.
ກະສັດດາວິດໄດ້ອຸທິດຖວາຍສິ່ງເຫລົ່ານີ້ແກ່ພຣະເຈົ້າຢາເວ, ເພິ່ນໄດ້ເຮັດເຊັ່ນດຽວກັບເງິນ ແລະ ຄໍາທີ່ປຸ້ນຈາກຊົນຊາດຕ່າງໆທີ່ດາວິດຊະນະຄື: ເອໂດມ6 ແລະ ໂມອາບ, ອຳໂມນ ແລະ ຟີລິດສະຕິນ ແລະ ອາມາເຫລັກ. ເພິ່ນຍັງອຸທິດຖວາຍເຄື່ອງຂອງທີ່ປຸ້ນມາຈາກຮາດາເດເຊລູກຊາຍຂອງກະສັດເຣໂຮບແຫ່ງໂຊບາ.
ແລະ ດາວິດກາຍເປັນຄົນມີຊື່ສຽງໂດ່ງດັງ ຫລັງຈາກທີ່ເພິ່ນໄດ້ກັບຄືນຈາກການຂ້າຊາວເອໂດມ7 18.000 ຄົນ ຢູ່ໃນຮ່ອມພູເກືອ.
ດາວິດໄດ້ວາງກຳລັງທະຫານໄວ້ໃນທົ່ວເອໂດມ ແລະ ຊາວເອໂດມທັງໝົດກໍຍອມຢູ່ໃຕ້ອໍານາດຂອງດາວິດ. ພຣະເຈົ້າຢາເວໄດ້ໃຫ້ໄຊຊະນະແກ່ດາວິດທຸກບ່ອນທີ່ເພິ່ນໄປ.
ບັນດາຂ້າລາຊະການຂອງດາວິດ
(1ຂຄ 18:14-17)
ດາວິດໄດ້ປົກຄອງທົ່ວແດນອິດສະຣາເອນ, ເພິ່ນເຮັດສິ່ງທີ່ຍຸຕິທຳ ແລະ ຖືກຕ້ອງເພື່ອປະຊາຊົນຂອງເພິ່ນທັງໝົດ. ໂຢອາບລູກຊາຍນາງເຊຣູອີຢາເປັນຜູ້ບັນຊາການກອງທັບ; ເຢໂຮຊາຟັດລູກຊາຍອາຮີລຸດເປັນຜູ້ບັນທຶກ; ຊາດົກລູກຊາຍອາຮີຕຸບ ແລະ ອາຮີເມເຫລັກລູກຊາຍອາບີອາທາເປັນປະໂລຫິດ; ເສຣາອີຢາເປັນເລຂາທິການ; ເບນາອີຢາລູກຊາຍເຢໂຮຍອາດາເປັນຜູ້ເບິ່ງແຍງພວກຊາວເກເຣັດ ແລະ ຊາວເປເລັດ ແລະ ບັນດາລູກຊາຍຂອງດາວິດເປັນປະໂລຫິດ.8
Source notes (8)
- Footnote ຫລື ກູ້ອຳນາດຄວບຄຸມຄືນ
- Footnote ສະບັບເຊັບຕູອາຈິນວ່າ ຢຶດພົນລົດຮົບ 1.700 ຄົນ (ເບິ່ງ 1ຂຄ 18:4)
- Footnote ພາສາເຮັບເຣີວ່າ ເບທາ (ເບິ່ງ 1ຂຄ 18:8)
- Footnote ພາສາເຮັບເຣີວ່າ ໂຕອິ ເປັນອີກຮູບໜຶ່ງຂອງ ໂຕອູ ເຊັ່ນດຽວກັບຂໍ້ 10
- Footnote ເປັນອີກຮູບໜຶ່ງຂອງ ຮາໂດຣາມ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ອາຣາມ (ເບິ່ງ 1ຂຄ 18:11)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ຊາວອາຣາມ (ເບິ່ງ 1ຂຄ 18:12)
- Footnote ຫລື ປະໂລຫິດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.