Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 7

ຄຳ​ສັນຍາ​ຂອງ​ພຣະເຈົ້າ​ຕໍ່​ດາວິດ

(1ຂຄ 17:1-15)

ຫລັງຈາກ ກະສັດ​ດາວິດ​ຍັງ​ຢູ່​ໃນ​ວັງ​ຂອງ​ເພິ່ນ ແລະ ພຣະເຈົ້າ​ຢາເວ​ໂຜດປະທານ​ການ​ພັກ​ສະຫງົບ​ຈາກ​ສັດຕູ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ເພິ່ນ, ເພິ່ນ​ໄດ້​ເວົ້າ​ກັບ​ຜູ້ທຳນວາຍ​ນາທານ​ວ່າ, “ເບິ່ງ​ແມ, ເຮົາ​ຢູ່​ໃນ​ເຮືອນ​ໄມ້ສີດາ, ຂະນະ​ທີ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຍັງ​ຢູ່​ໃນ​ເຕັນ”.

ນາທານ​ໄດ້​ຕອບ​ກະສັດ​ວ່າ, “ສິ່ງໃດ​ທີ່​ທ່ານ​ຄິດ, ຂໍ​ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ຄິດ, ເພາະ​ພຣະເຈົ້າ​ຢາເວ​ຢູ່​ກັບ​ທ່ານ”.

ແຕ່​ໃນ​ຄືນ​ນັ້ນ ມີ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ນາທານ​ໂດຍ​ກ່າວ​ວ່າ:

“ຈົ່ງ​ໄປ ແລະ ບອກ​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ​ວ່າ, ‘ພຣະເຈົ້າ​ຢາເວ​ກ່າວ​ວ່າ: ເຈົ້າ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ໃຫ້​ເຮົາ​ຢູ່​ບໍ? ເຮົາ​ບໍ່​ໄດ້​ຢູ່​ໃນ​ວິຫານ​ເລີຍ​ຕັ້ງແຕ່​ເຮົາ​ນຳ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ​ຈົນເຖິງ​ທຸກ​ວັນນີ້. ເຮົາ​ໄດ້​ຍ້າຍ​ຈາກ​ບ່ອນ​ໜຶ່ງ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ​ໂດຍ​ມີ​ຫໍເຕັນ​ເປັນ​ບ່ອນ​ຢູ່​ຂອງ​ເຮົາ. ບໍ່​ວ່າ​ເຮົາ​ໄປ​ຢູ່​ໃສ​ກັບ​ຊາວ​ອິດສະຣາເອນ​ທັງໝົດ, ເຮົາ​ເຄີຍ​ກ່າວ​ກັບ​ຜູ້ປົກຄອງ​ຄົນ​ໃດ​ທີ່​ເຮົາ​ສັ່ງ​ໃຫ້​ລ້ຽງດູ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ບໍ່​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ສ້າງ​ວິຫານ​ດ້ວຍ​ໄມ້ສີດາ​ໃຫ້​ເຮົາ?” ’

“ບັດນີ້, ຈົ່ງ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ​ວ່າ, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ‘ເຮົາ​ນຳ​ເຈົ້າ​ອອກ​ມາ​ຈາກ​ທົ່ງຫຍ້າ, ອອກ​ຈາກ​ການ​ເບິ່ງແຍງ​ຝູງແກະ ແລະ ແຕ່ງຕັ້ງ​ເຈົ້າ​ເປັນ​ຜູ້ປົກຄອງ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ. ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ທຸກບ່ອນ​ທີ່​ເຈົ້າ​ໄປ, ແລະ ເຮົາ​ທຳລາຍ​ສັດຕູ​ທັງໝົດ​ຂອງ​ເຈົ້າ​ອອກ​ໄປ​ຕໍ່ໜ້າ​ເຈົ້າ. ບັດນີ້ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຊື່ສຽງ​ເໝືອນ​ຜູ້​ຍິ່ງໃຫຍ່​ທີ່​ສຸດ​ຢູ່​ໃນ​ແຜ່ນດິນໂລກ. ແລະ ເຮົາ​ຈະ​ຈັດຕຽມ​ສະຖານທີ່​ແຫ່ງ​ໜຶ່ງ​ໃຫ້​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ຕັ້ງ​ຖິ່ນຖານ ເພື່ອ​ພວກເຂົາ​ຈະ​ມີ​ບ້ານ​ເຮືອນ​ເປັນ​ຂອງ​ຕົນ​ເອງ ແລະ ບໍ່​ຕ້ອງ​ຖືກ​ລົບກວນ​ອີກ. ຄົນ​ຊົ່ວ​ຈະ​ບໍ່​ມາ​ຂົ່ມ​ເຫັງ​ພວກເຂົາ​ອີກ, ດັ່ງ​ທີ່​ພວກເຂົາ​ຖືກ​ກະທໍາ​ມາ​ຕັ້ງແຕ່​ຕົ້ນ ແລະ ເປັນ​ຢ່າງ​ນັ້ນ​ຕະຫລອດ​ມາ​ນັບ​ຕັ້ງ​ແຕ່​ເຮົາ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ1​ໃຫ້​ປົກຄອງ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ. ເຮົາ​ຍັງ​ຈະ​ໃຫ້​ເຈົ້າ​ພັກ​ສະຫງົບ​ຈາກ​ສັດຕູ​ທັງໝົດ​ຂອງ​ເຈົ້າ​ອີກ​ດ້ວຍ.

“ ‘ພຣະເຈົ້າ​ຢາເວ​ປະກາດ​ຕໍ່​ເຈົ້າ​ວ່າ ພຣະເຈົ້າ​ຢາເວ​ເອງ​ຈະ​ຕັ້ງ​ເຊື້ອສາຍ​ໜຶ່ງ​ສໍາລັບ​ເຈົ້າ​ວ່າ: ເມື່ອ​ເຈົ້າ​ຕາຍ​ໄປ ແລະ ພັກ​ສະຫງົບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ແລ້ວ, ເຮົາ​ຈະ​ຕັ້ງ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ເຈົ້າ​ຂຶ້ນ​ປົກຄອງ​ແທນ​ເຈົ້າ, ເຊິ່ງ​ເປັນ​ເລືອດ​ເນື້ອ​ຂອງ​ເຈົ້າ​ເອງ, ແລະ ເຮົາ​ຈະ​ຕັ້ງ​ອານາຈັກ​ຂອງ​ລາວ​ຂຶ້ນ. ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ນາມ​ຂອງ​ເຮົາ ແລະ ເຮົາ​ຈະ​ຕັ້ງ​ບັນລັງ​ແຫ່ງ​ອານາຈັກ​ຂອງ​ລາວ​ຕະຫລອດໄປ. ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ ແລະ ລາວ​ຈະ​ເປັນ​ລູກຊາຍ​ຂອງ​ເຮົາ. ເມື່ອ​ລາວ​ເຮັດ​ຜິດ, ເຮົາ​ຈະ​ລົງໂທດ​ດ້ວຍ​ໄມ້ແສ້​ດັ່ງ​ມະນຸດ, ໂດຍ​ຂ້ຽນຕີ​ລາວ​ດ້ວຍ​ມື​ຂອງ​ມະນຸດ. ແຕ່​ຄວາມ​ຮັກ​ໝັ້ນຄົງ​ຂອງ​ເຮົາ​ຈະ​ບໍ່​ໄປ​ຈາກ​ລາວ, ດັ່ງ​ທີ່​ເຮົາ​ໄດ້​ເອົາ​ໄປ​ຈາກ​ໂຊນ​ຜູ້​ທີ່​ເຮົາ​ປົດ​ອອກ​ໄປ​ຕໍ່ໜ້າ​ເຈົ້າ. ເຊື້ອສາຍ ແລະ ອານາຈັກ​ຂອງ​ເຈົ້າ​ຈະ​ດຳລົງ​ຢູ່​ຕະຫລອດໄປ​ຕໍ່ໜ້າ​ເຮົາ;2 ບັນລັງ​ຂອງ​ເຈົ້າ​ຈະ​ໝັ້ນຄົງ​ຢູ່​ຕະຫລອດ​ໄປ’ ”.

ນາທານ​ຈຶ່ງ​ລາຍງານ​ຖ້ອຍຄໍາ​ທັງໝົດ​ທີ່​ພຣະເຈົ້າ​ເປີດເຜີຍ​ນີ້​ໃຫ້​ດາວິດ​ຮູ້.

ຄຳ​ອະທິຖານ​ຂອງ​ດາວິດ

(1ຂຄ 17:16-27)

ຫລັງຈາກນັ້ນ​ກະສັດ​ດາວິດ​ຈຶ່ງ​ເຂົ້າ​ໄປ ແລະ ນັ່ງ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ເພິ່ນ​ໄດ້​ເວົ້າ​ວ່າ:

“ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ, ຂ້ານ້ອຍ​ແມ່ນ​ຜູ້ໃດ ແລະ ຄອບຄົວ​ຂອງ​ຂ້ານ້ອຍ​ແມ່ນ​ຜູ້ໃດ, ພຣະອົງ​ຈຶ່ງ​ນຳ​ຂ້ານ້ອຍ​ມາ​ໄກ​ຂະໜາດ​ນີ້? ແລະ ບໍ່​ພຽງ​ເທົ່າ​ນີ້ ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ, ພຣະອົງ​ຍັງ​ກ່າວ​ເຖິງ​ອະນາຄົດ​ຂອງ​ຄອບຄົວ​ຜູ້ຮັບໃຊ້​ຂອງ​ພຣະອົງ, ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ, ຂໍ້​ບັງຄັບ​ນີ້​ມີ​ໄວ້​ເພື່ອ​ມະນຸດ​ເທົ່າ​ນັ້ນ!3

“ດາວິດ​ຈະ​ເວົ້າ​ຫຍັງ​ຫລາຍ​ໄປ​ກວ່າ​ນີ້​ໄດ້? ເພາະ​ພຣະອົງ​ຮູ້​ຈັກ​ຜູ້ຮັບໃຊ້​ຂອງ​ພຣະອົງ, ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ. ພຣະອົງ​ໄດ້​ກະທຳ​ສິ່ງ​ທີ່​ຍິ່ງໃຫຍ່​ນີ້ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ຜູ້ຮັບໃຊ້​ຂອງ​ພຣະອົງ ເພາະ​ເຫັນ​ແກ່​ຖ້ອຍຄໍາ​ຂອງ​ພຣະອົງ ແລະ ຕາມ​ຄວາມປະສົງ​ຂອງ​ພຣະອົງ.

“ຂ້າ​ແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ, ພຣະອົງ​ຍິ່ງໃຫຍ່! ດັ່ງ​ທີ່​ພວກຂ້ານ້ອຍ​ໄດ້​ຍິນ​ດ້ວຍ​ຫູ​ຂອງ​ພວກຂ້ານ້ອຍ​ເອງ, ບໍ່​ມີ​ຜູ້ໃດ​ເໝືອນ​ພຣະອົງ, ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ນອກ​ຈາກ​ພຣະອົງ. ແລະ ມີ​ຊົນຊາດ​ໃດ​ໃນ​ໂລກ​ທີ່​ເໝືອນ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ​ທີ່​ພຣະເຈົ້າ​ໄດ້​ມາ​ໄຖ່​ພວກເຂົາ​ໃນ​ຖານະ​ປະຊາຊົນ​ເພື່ອ​ພຣະອົງ​ເອງ ແລະ ເພື່ອ​ນຳ​ກຽດຕິຍົດ​ມາ​ສູ່​ນາມ​ຂອງ​ພຣະອົງ ແລະ ໄດ້​ກະທຳ​ການ​ອັດສະຈັນ​ທີ່​ຍິ່ງໃຫຍ່​ອັນ​ໜ້າຢ້ານ ໂດຍ​ຂັບໄລ່​ປະຊາຊາດ​ຕ່າງໆ ແລະ ພະ​ຂອງ​ພວກເຂົາ​ອອກ​ໄປ​ໃຫ້​ພົ້ນ​ໜ້າ​ປະຊາຊົນ​ຂອງ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ໄຖ່​ອອກ​ມາ​ຈາກ​ເອຢິບ?4 ພຣະອົງ​ໄດ້​ຕັ້ງ​ປະຊາຊົນ​ອິດສະຣາເອນ​ເປັນ​ຂອງ​ພຣະອົງ​ເອງ​ຕະຫລອດໄປ, ແລະ ຂ້າ​ແດ່​ພຣະເຈົ້າຢາເວ, ພຣະອົງ​ໄດ້​ກາຍເປັນ​ພຣະເຈົ້າ​ຂອງ​ພວກເຂົາ.

“ແລະ ບັດນີ້, ຂ້າແດ່ ພຣະເຈົ້າ​ຢາເວ ພຣະເຈົ້າ, ຂໍ​ຮັກສາ​ຄໍາສັນຍາ​ທີ່​ພຣະອົງ​ໃຫ້​ໄວ້​ກ່ຽວກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ຄອບຄົວ​ຂອງ​ລາວ​ຕະຫລອດ​ໄປ. ຂໍ​ເຮັດ​ຕາມ​ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ດ້ວຍ, ເພື່ອ​ນາມ​ຂອງ​ພຣະອົງ​ຈະ​ຍິ່ງໃຫຍ່​ຕະຫລອດໄປ. ແລ້ວ​ຄົນ​ທັງຫລາຍ​ຈະ​ເວົ້າ​ວ່າ, ‘ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອໍານາດ​ຍິ່ງໃຫຍ່​ເປັນ​ພຣະເຈົ້າ​ຂອງ​ອິດສະຣາເອນ!’ ແລະ ເຊື້ອສາຍ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ໄດ້​ຮັບ​ການ​ສະຖາປະນາ​ໄວ້​ຕໍ່ໜ້າ​ພຣະອົງ.

“ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດອໍານາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ພຣະອົງ​ໄດ້​ເປີດເຜີຍ​ສິ່ງ​ນີ້​ແກ່​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ກ່າວ​ວ່າ, ‘ເຮົາ​ຈະ​ສ້າງ​ຄອບຄົວ​ໜຶ່ງ​ເພື່ອ​ເຈົ້າ’. ດັ່ງນັ້ນ ຜູ້ຮັບໃຊ້​ຂອງ​ພຣະອົງ​ຈຶ່ງ​ກ້າ​ອະທິຖານ​ແບບ​ນີ້​ຕໍ່​ພຣະອົງ. ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ, ພຣະອົງ​ເປັນ​ພຣະເຈົ້າ! ຄຳໝັ້ນສັນຍາ​ຂອງ​ພຣະອົງ​ເຊື່ອຖື​ໄດ້ ແລະ ພຣະອົງ​ສັນຍາ​ຈະ​ໃຫ້​ສິ່ງ​ດີ​ເຫລົ່ານີ້​ແກ່​ຜູ້ຮັບໃຊ້​ຂອງ​ພຣະອົງ. ບັດນີ້ ຂໍ​ໂຜດ​ອວຍພອນ​ຄອບຄົວ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ຍືນຍົງ​ຢູ່​ຕະຫລອດ​ໄປ​ໃນ​ສາຍຕາ​ຂອງ​ພຣະອົງ; ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ໄວ້​ເຊັ່ນ​ນັ້ນ ແລະ ດ້ວຍ​ການ​ອວຍພອນ​ຂອງ​ພຣະອົງ ຂໍ​ໃຫ້​ຄອບຄົວ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮັບ​ການ​ອວຍພອນ​ຈາກ​ພຣະອົງ​ຕະຫລອດ​ໄປ​ດ້ວຍ”.

Source notes (4)
  1. Footnote ຫລື ພວກ​ຜູ້ປົກຄອງ​ທັງຫລາຍ
  2. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ຕໍ່ໜ້າ​ເຈົ້າ
  3. Footnote ຫລື ເຜົ່າພັນ​ມະນຸດ
  4. Footnote ພາສາ​ເຮັບເຣີ​ວ່າ ການ​ອັດສະຈັນ​ສຳລັບ​ແຜ່ນດິນ​ຂອງ​ພຣະອົງ​ຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄຖ່​ຈາກ​ເອຢິບ ຈາກ​ບັນດາ​ປະຊາຊາດ ແລະ ພະ​ຂອງ​ພວກເຂົາ (ເບິ່ງ 1ຂຄ 17:21)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.