Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 6

ຫີບ​ພັນທະສັນຍາ​ຖືກ​ນໍາ​ມາ​ທີ່​ເຢຣູຊາເລັມ

(1ຂຄ 13:1-14; 15:25–16:3)

ດາວິດ​ໄດ້​ນຳ​ເອົາ​ທະຫານ​ອິດສະຣາເອນ​ທີ່​ເກັ່ງກ້າ​ທັງໝົດ​ສາມ​ສິບ​ພັນ​ຄົນ​ມາ​ເຕົ້າໂຮມ​ກັນ​ອີກ. ເພິ່ນ ແລະ ຄົນ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ບາອາລາ1​ຢູ່​ໃນ​ຢູດາ​ເພື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ, ເຊິ່ງ​ເອີ້ນ​ຕາມ​ຊື່​ຄື​ຊື່​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ຜູ້​ນັ່ງ​ເທິງ​ບັນລັງ​ເຄຣຸບ​ລະຫວ່າງ​ກາງ​ຫີບ​ພັນທະສັນຍາ. ພວກເຂົາ​ຕັ້ງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໃສ່​ເທິງ​ກວຽນ​ໃໝ່ ແລະ ນຳ​ເອົາ​ຫີບ​ອອກ​ຈາກ​ເຮືອນ​ຂອງ​ອາບີນາດາບ, ເຊິ່ງ​ຢູ່​ເທິງ​ເນີນພູ. ອຸດຊາ ແລະ ອາຮີໂອ​ລູກຊາຍ​ຂອງ​ອາບີນາດາບ​ເປັນ​ຄົນ​ຂັບ​ກວຽນ​ໃໝ່. ໂດຍ​ບັນຈຸ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ ແລະ ອາຮີໂອ​ຍ່າງ​ນຳ​ໜ້າ​ຫີບ. ດາວິດ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ສະເຫລີມ​ສະຫລອງ​ຢ່າງ​ເຕັມ​ທີ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ມີ​ການ​ຮ້ອງເພງ, ບັນເລງ​ດົນຕີ2​ດ້ວຍ​ພິນເຂົາຄູ່, ພິນ​ໃຫຍ່, ກອງແຊັກ, ສັ່ງກະລໍ ແລະ ຕົບ​ແສ່ງ.

ເມື່ອ​ພວກເຂົາ​ມາ​ຮອດ​ລານຟາດເຂົ້າ​ຂອງ​ນາໂກນ, ອຸດຊາ​ຍື່ນ​ມື​ອອກ ແລະ ຈັບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄວ້, ເພາະ​ງົວ​ເຕະ​ສະດຸດ. ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ຈຶ່ງ​ພຸ່ງ​ຂຶ້ນ​ຕໍ່​ອຸດຊາ ເພາະ​ການກະທໍາ​ຂອງ​ລາວ​ບໍ່​ຢໍາເກງ​ພຣະເຈົ້າ; ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ຂ້າ​ລາວ ແລະ ລາວ​ຕາຍ​ຢູ່​ຂ້າງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ.

ຫລັງຈາກນັ້ນ ດາວິດ​ກໍ​ໃຈຮ້າຍ​ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຕໍ່ສູ້​ອຸດຊາ ແລະ ຈົນ​ເຖິງ​ທຸກວັນ​ນີ້​ສະຖານທີ່​ແຫ່ງ​ນັ້ນ​ຈຶ່ງ​ໄດ້​ຖືກ​ເອີ້ນ​ວ່າ ເປເຣັດອຸດຊາ.3

ໃນ​ວັນ​ນັ້ນ ດາວິດ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າ​ຢາເວ ແລະ ກ່າວ​ວ່າ, “ເຮົາ​ຈະ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ກັບ​ໄປ​ໄດ້​ຢ່າງໃດ?” ເພິ່ນ​ບໍ່​ເຕັມໃຈ​ທີ່​ຈະ​ນຳ​ເອົາ​ຫີບ​ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເພິ່ນ​ກັບ​ໄປ​ທີ່​ເມືອງ​ດາວິດ. ແຕ່​ເພິ່ນ​ໄດ້​ນຳ​ຫີບ​ໄປ​ໄວ້​ທີ່​ເຮືອນ​ຂອງ​ໂອເບັດເອໂດມ​ຊາວ​ເມືອງ​ກາດ​ແທນ. ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ຍັງ​ຢູ່​ທີ່​ເຮືອນ​ຂອງ​ໂອເບັດ​ເອໂດມ​ຊາວກາດ​ເປັນ​ເວລາ​ສາມ​ເດືອນ, ແລະ ພຣະເຈົ້າ​ຢາເວ​ໄດ້​ອວຍພອນ​ໂອເບັດເອໂດມ​ຊາວກາດ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ.

ບັດນີ້ ກະສັດ​ດາວິດ​ໄດ້​ຍິນ​ວ່າ, “ພຣະເຈົ້າ​ຢາເວ​ໄດ້​ອວຍພອນ​ຄອບຄົວ​ໂອເບັດ​ເອໂດມ ແລະ ທຸກສິ່ງ​ທີ່​ລາວ​ມີ​ຍ້ອນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ”. ດັ່ງນັ້ນ ດາວິດ​ຈຶ່ງ​ໄປ​ນໍາ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ມາ​ຈາກ​ເຮືອນ​ຂອງ​ໂອເບັດເອໂດມ​ມາ​ທີ່​ເມືອງ​ຂອງ​ດາວິດ​ດ້ວຍ​ຄວາມ​ຊົມຊື່ນຍິນດີ. ເມື່ອ​ພວກ​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຍ່າງ​ໄປ​ໄດ້​ຫົກ​ກ້າວ, ດາວິດ​ກໍ​ຖວາຍບູຊາ​ງົວເຖິກ​ໂຕ​ໜຶ່ງ ແລະ ລູກ​ງົວເຖິກ​ໂຕ​ໜຶ່ງ. ດາວິດ​ໃສ່​ເສື້ອຄຸມ​ຝ້າຍລິນິນ​ເອໂຟດ​ເນື້ອລະອຽດ, ເພິ່ນ​ເຕັ້ນ​ລຳ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຢ່າງ​ສຸດ​ກຳລັງ, ເມື່ອ​ດາວິດ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍາລັງ​ນໍາເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ໂດຍ​ສົ່ງສຽງ​ໂຫ່ຮ້ອງ ແລະ ສຽງ​ແກ.

ຂະນະ​ທີ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຜ່ານ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ, ມີການ​ລູກສາວ​ຂອງ​ໂຊນ​ແນມເບິ່ງ​ຈາກ​ປ່ອງຢ້ຽມ. ແລະ ເຫັນ​ກະສັດ​ດາວິດ​ໂດດເຕັ້ນ ແລະ ຟ້ອນລຳ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ນາງ​ຄິດ​ດູໝິ່ນ​ດາວິດ​ຢູ່​ໃນ​ໃຈ​ຂອງ​ຕົນ.

ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ມາ​ຕັ້ງ​ໄວ້​ໃນ​ຫໍເຕັນ​ທີ່​ດາວິດ​ໄດ້​ຈັດຕຽມ​ໄວ້ ແລະ ດາວິດ​ໄດ້​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ຫລັງຈາກ​ທີ່​ເພິ່ນ​ໄດ້​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ສຳເລັດ​ແລ້ວ, ດາວິດ​ກໍ​ອວຍພອນ​ແກ່​ປະຊາຊົນ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອໍານາດ​ຍິ່ງໃຫຍ່. ຫລັງຈາກນັ້ນ ເພິ່ນ​ໄດ້​ເອົາ​ເຂົ້າຈີ່, ຂະໝົມ​ໝາກ​ອິນທະຜາລໍາ ແລະ ຂະໜົມ​ອະງຸ່ນ​ແຫ້ງ​ຢ່າງ​ລະ​ໜຶ່ງ​ກ້ອນ​ແກ່​ທຸກຄົນ​ທັງ​ຊາຍ ແລະ ຍິງ ແລ້ວ​ປະຊາຊົນ​ທັງປວງ​ພາກັນ​ກັບ​ບ້ານ​ຂອງ​ຕົນ.

ເມື່ອ​ດາວິດ​ກັບ​ຄືນ​ມາ​ວັງ​ເພື່ອ​ຈະ​ອວຍພອນ​ຄອບຄົວ​ຂອງ​ຕົນ, ມີການ​ລູກສາວ​ຂອງ​ໂຊນ​ອອກ​ມາ​ຫາ​ດາວິດ ແລະ ເວົ້າ​ວ່າ, “ມື້​ນີ້​ກະສັດ​ແຫ່ງ​ອິດສະຣາເອນ​ສ້າງ​ຊື່ສຽງ​ໃຫ້​ຕົນ​ເອງ​ຫລາຍ​ໂດຍ​ແກ້​ເຄື່ອງ​ຕໍ່ໜ້າ​ຂ້າທາດ​ຍິງ​ຄົນຮັບໃຊ້​ຂອງ​ຕົນ​ດັ່ງ​ຄົນ​ໄຮ້​ປັນຍາ!”

ດາວິດ​ເວົ້າ​ກັບ​ມີການ​ວ່າ, “ການ​ເຮັດ​ເຊັ່ນ​ນີ້​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ຜູ້​ໄດ້​ເລືອກ​ຂ້ອຍ​ແທນ​ພໍ່​ຂອງ​ເຈົ້າ ຫລື ຄົນ​ໃດ​ຄົນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ເພິ່ນ ເມື່ອ​ພຣະອົງ​ແຕ່ງຕັ້ງ​ຂ້ອຍ​ເປັນ​ຜູ້ປົກຄອງ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ ຂ້ອຍ​ຈະ​ສະຫລອງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ເຖິງ​ແມ່ນ​ວ່າ​ຂ້ອຍ​ຈະ​ເບິ່ງ​ໄຮ້​ກຽດ​ຫລາຍກວ່າ​ນີ້ ແລະ ຂ້ອຍ​ຈະ​ໄດ້​ຮັບ​ຄວາມອັບອາຍ​ຂາຍໜ້າ​ໃນ​ສາຍ​ຕາ​ຂອງ​ຂ້ອຍ​ເອງ. ແຕ່​ພວກ​ຂ້າທາດ​ຍິງ​ທີ່​ເຈົ້າ​ເວົ້າ​ເຖິງ​ນັ້ນ ຂ້ອຍ​ກໍ​ໄດ້​ຮັບ​ຄໍາ​ຍົກຍ້ອງ”.

ແລະ ມີການ​ລູກສາວ​ຂອງ​ໂຊນ​ກໍ​ບໍ່​ມີ​ລູກ​ຕະຫລອດ​ຊີວິດ​ຂອງ​ນາງ.

Source notes (3)
  1. Footnote ຄື ກີຣີອາດ​ເຢອາຣີມ
  2. Footnote ສະບັບ MT. ວ່າ ສະເຫລີມ​ສະຫລອງ​ສະເພາະ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ດ້ວຍ​ການ​ບັນເລງ​ເຄື່ອງ​ດົນຕີ​ທຸກ​ຊະນິດ​ທີ່​ເຮັດ​ຈາກ​ໄມ້ແປກ
  3. Footnote ແປ​ວ່າ ໄພພິບັດ​ແກ່​ອຸດຊາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.