Biblica® Open Lao Contemporary Version
2 ຊາມູເອນ 5
ດາວິດຂຶ້ນເປັນກະສັດປົກຄອງອິດສະຣາເອນ
(1ຂຄ 11:1-3)
ເຜົ່າອິດສະຣາເອນທັງໝົດມາຫາດາວິດທີ່ເມືອງເຮັບໂຣນ ແລະ ເວົ້າວ່າ, “ພວກຂ້ານ້ອຍເປັນພີ່ນ້ອງຮ່ວມສາຍເລືອດຂອງທ່ານ. ໃນອະດີດ, ໃນຂະນະທີ່ໂຊນເປັນກະສັດປົກຄອງພວກເຮົາ, ທ່ານກໍເປັນຜູ້ໜຶ່ງທີ່ນຳພາອິດສະຣາເອນໃນການສູ້ຮົບ. ແລະ ພຣະເຈົ້າຢາເວໄດ້ກ່າວກັບທ່ານໄວ້ວ່າ, ‘ທ່ານຈະເປັນຜູ້ລ້ຽງດູປະຊາຊົນອິດສະຣາເອນຂອງເຮົາ, ແລະ ທ່ານຈະເປັນຜູ້ປົກຄອງພວກເຂົາ’ ”.
ເມື່ອຜູ້ອາວຸໂສທັງໝົດຂອງອິດສະຣາເອນກໍໄດ້ມາພົບກະສັດດາວິດທີ່ເມືອງເຮັບໂຣນ, ກະສັດໄດ້ເຮັດຄໍາໝັ້ນສັນຍາກັບພວກເຂົາທີ່ເຮັບໂຣນຕໍ່ໜ້າພຣະເຈົ້າຢາເວ, ແລະ ພວກເຂົາແຕ່ງຕັ້ງດາວິດເປັນກະສັດປົກຄອງອິດສະຣາເອນ.
ເມື່ອດາວິດຂຶ້ນເປັນກະສັດເພິ່ນມີອາຍຸສາມສິບປີ, ແລະ ໄດ້ປົກຄອງຢູ່ສີ່ສິບປີ. ໃນເຮັບໂຣນເພິ່ນໄດ້ປົກຄອງຢູດາຍເຈັດປີກັບຫົກເດືອນ, ແລະ ໃນເຢຣູຊາເລັມເພິ່ນໄດ້ປົກຄອງອິດສະຣາເອນ ແລະ ຢູດາຍທັງໝົດສາມສິບສາມປີ.
ດາວິດເອົາຊະນະເຢຣູຊາເລັມ
(1ຂຄ 3:5-9; 11:4-9; 14:1-7)
ກະສັດ ແລະ ກອງທະຫານຂອງເພິ່ນເຄື່ອນທັບໄປເຢຣູຊາເລັມເພື່ອໂຈມຕີຊາວເຢບຸດ, ເຊິ່ງອາໄສຢູ່ທີ່ນັ້ນ. ຊາວເຢບຸດໄດ້ເວົ້າກັບດາວິດວ່າ, “ທ່ານເຂົ້າມາໃນນີ້ບໍ່ໄດ້ດອກ; ແມ່ນແຕ່ຄົນຕາບອດ ແລະ ຄົນເປັ້ຍກໍຍັງກີດຂວາງທ່ານໄວ້ໄດ້”. ພວກເຂົາຄິດວ່າ, “ດາວິດບໍ່ສາມາດບຸກເຂົ້າໄປໄດ້”. ເຖິງຢ່າງໃດກໍຕາມ, ດາວິດກໍຢຶດປ້ອມປ້ອງກັນເມືອງຊີໂອນໄດ້, ເຊິ່ງເປັນເມືອງດາວິດ.
ໃນວັນນັ້ນດາວິດໄດ້ເວົ້າວ່າ, “ຜູ້ໃດກໍຕາມທີ່ເອົາຊະນະພວກເຢບຸດໄດ້ຈະຕ້ອງເຂົ້າໄປທາງທໍ່ນ້ຳ ເພື່ອບຸກເຂົ້າເຖິງ ‘ພວກຄົນຕາບອດ ແລະ ຄົນເປັ້ຍ’ ເຊິ່ງເປັນສັດຕູຂອງດາວິດ”.1 ນີ້ເປັນເຫດໃຫ້ຄົນເວົ້າກັນວ່າ, “ ‘ຄົນຕາບອດ ແລະ ຄົນເປັ້ຍ’ ຈະບໍ່ໄດ້ເຂົ້າໄປໃນວັງ”.
ດາວິດຈຶ່ງຍືນຢູ່ໃນປ້ອມປ້ອງກັນ ແລະ ເອີ້ນເມືອງນັ້ນວ່າ “ເມືອງຂອງດາວິດ”. ເພິ່ນໄດ້ສ້າງເມືອງອ້ອມຮອບຂົງເຂດນັ້ນ,2 ຕັ້ງແຕ່ລະບຽງເຂົ້າໄປດ້ານໃນ. ແລະ ດາວິດຍິ່ງມີອໍານາດເພີ່ມຂຶ້ນໃຫຍ່ເລື້ອຍໆ, ເພາະພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອໍານາດຍິ່ງໃຫຍ່ຢູ່ກັບເພິ່ນ.
ກະສັດຮີຣາມແຫ່ງຕີເຣໄດ້ສົ່ງຄະນະທູດມາຫາດາວິດ, ພ້ອມທັງໄມ້ສີດາ ແລະ ຊ່າງໄມ້ ແລະ ຊ່າງກໍ່ມາສ້າງ, ແລ້ວພວກເຂົາສ້າງວັງໃຫ້ດາວິດ. ຈາກນັ້ນ ດາວິດຈຶ່ງຮັບຮູ້ວ່າພຣະເຈົ້າຢາເວໄດ້ແຕ່ງຕັ້ງເພິ່ນເປັນກະສັດປົກຄອງອິດສະຣາເອນ ແລະ ຍົກອານາຈັກຂອງເພິ່ນຂຶ້ນເພື່ອເຫັນແກ່ປະຊາຊົນອິດສະຣາເອນຂອງພຣະອົງ.
ຫລັງຈາກທີ່ຍ້າຍຈາກເມືອງເຮັບໂຣນ, ດາວິດມີນາງສະໜົມ ແລະ ເມຍອີກຫລາຍຄົນໃນເຢຣູຊາເລັມ ແລະ ເພິ່ນມີລູກຊາຍ ແລະ ລູກສາວຫລາຍຄົນທີ່ໄດ້ເກີດມາໃຫ້ເພິ່ນ. ລາຍຊື່ຕໍ່ໄປນີ້ແມ່ນພວກລູກທີ່ໄດ້ເກີດໃຫ້ດາວິດທີ່ເຢຣູຊາເລັມມີ: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ, ອິບຮາ, ເອລີຊູອາ, ເນເຟັກ, ຢາເຟຍ, ເອລີຊາມາ, ເອລີອາດາ ແລະ ເອລີເຟເລັດ.
ດາວິດເອົາຊະນະຊາວຟີລິດສະຕິນ
(1ຂຄ 14:8-17)
ເມື່ອຊາວຟີລິດສະຕິນໄດ້ຍິນຂ່າວວ່າດາວິດໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດປົກຄອງອິດສະຣາເອນ, ພວກເຂົາກໍລະດົມກໍາລັງທັງໝົດມາຊອກຫາດາວິດ, ແຕ່ດາວິດໄດ້ຍິນເລື່ອງນີ້ ແລ້ວກໍຈຶ່ງລົງໄປໃນທີ່ໝັ້ນ. ບັດນີ້ ຊາວຟີລິດສະຕິນໄດ້ມາຮອດ ແລະ ກະຈາຍກໍາລັງອອກທົ່ວຮ່ອມພູເຣຟາອິມ; ສະນັ້ນ ດາວິດຈຶ່ງຖາມພຣະເຈົ້າຢາເວວ່າ, “ຈະໃຫ້ຂ້ານ້ອຍອອກໄປໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະມອບພວກເຂົາໄວ້ໃນມືຂອງຂ້ານ້ອຍຫລືບໍ່?”
ພຣະເຈົ້າຢາເວຕອບວ່າ, “ຈົ່ງໄປ, ເພາະເຮົາຈະມອບພວກຟີລິດສະຕິນໄວ້ໃນກໍາມືຂອງເຈົ້າແນ່ນອນ”.
ສະນັ້ນ ດາວິດຈຶ່ງໄປທີ່ບາອານເປຣາຊິມ, ແລະ ໃນທີ່ນັ້ນເພິ່ນໄດ້ຊະນະພວກເຂົາ. ດາວິດເວົ້າວ່າ, “ພຣະເຈົ້າຢາເວໄດ້ແຍກສັດຕູຂອງຂ້ານ້ອຍຕໍ່ໜ້າຂ້ານ້ອຍ, ດັ່ງສາຍນ້ຳແຍກອອກ”. ສະນັ້ນ ບ່ອນນັ້ນຈຶ່ງຖືກເອີ້ນວ່າ ບາອານເປຣາຊິມ.3 ດາວິດ ແລະ ກອງທະຫານຢຶດຮູບເຄົາລົບຂອງພວກເຂົາທີ່ຊາວຟີລິດສະຕິນຖິ້ມໄວ້ໄດ້ຫລວງຫລາຍຢູ່ທີ່ນັ້ນ.
ແຕ່ຊາວຟີລິດສະຕິນກັບມາອີກ ແລະ ກະຈາຍກຳລັງທົ່ວຮ່ອມພູເຣຟາອິມ; ສະນັ້ນ ດາວິດຈຶ່ງຖາມພຣະເຈົ້າຢາເວ, ແລະ ພຣະອົງຕອບວ່າ, “ຢ່າບຸກໂຈມຕີທາງດ້ານໜ້າ, ແຕ່ຈົ່ງອ້ອມໄປທາງດ້ານຫລັງ ແລ້ວໂຈມຕີທາງດ້ານໜ້າຂອງຕົ້ນປໍປາ. ເມື່ອເຈົ້າໄດ້ຍິນສຽງຍ່າງຢູ່ເທິງຍອດຕົ້ນປໍປາ, ຈົ່ງຮີບບຸກເຂົ້າໄປ, ເພາະນັ້ນເປັນສັນຍານວ່າພຣະເຈົ້າຢາເວໄດ້ອອກໜ້າໄປກ່ອນເຈົ້າເພື່ອຈັດການກອງທັບຟີລິດສະຕິນແລ້ວ”. ດັ່ງນັ້ນ ດາວິດຈຶ່ງໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ, ແລະ ເພິ່ນຂ້າຊາວຟີລິດສະຕິນຕະຫລອດທາງຕັ້ງແຕ່ເມືອງກີເບໂອນ4ຈົນເຖິງເມືອງເກເຊ.
Source notes (4)
- Footnote ຫລື ຜູ້ທີ່ດາວິດກຽດຊັງ
- Footnote ຫລື ແນວເນີນດິນ
- Footnote ແປວ່າ ອົງພຣະຜູ້ເປັນເຈົ້າຜູ້ທີ່ເຮັດແຕກກະຈັດກະຈາຍໄປ
- Footnote ພາສາເຮັບເຣີວ່າ ເກບາ (ເບິ່ງ 1ຂຄ 14:16)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.