Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 4

ອີຊະໂບເຊັດ​ຖືກ​ຂ້າ

ເມື່ອ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ​ໄດ້​ຍິນ​ວ່າ​ອັບເນ​ໄດ້​ຕາຍ​ໄປ​ແລ້ວ​ທີ່​ເມືອງ​ເຮັບໂຣນ, ເພິ່ນ​ກໍ​ຢ້ານກົວ ແລະ ອິດສະຣາເອນ​ທັງໝົດ​ກໍ​ຕົກໃຈ​ຢ້ານ. ລູກຊາຍ​ຂອງ​ໂຊນ​ມີ​ຫົວໜ້າ​ກອງໂຈນ​ສອງ​ຄົນ. ຜູ້​ໜຶ່ງ​ຊື່​ວ່າ​ບາອານາ ແລະ ອີກ​ຜູ້​ໜຶ່ງ​ຊື່​ວ່າ​ເຣກາບ; ພວກເຂົາ​ເປັນ​ລູກ​ຂອງ​ຮິມໂມນ​ຈາກ​ເຜົ່າ​ເບັນຢາມິນ​ແຫ່ງ​ເມືອງ​ເບເອໂຣດ ເຊິ່ງ​ຖື​ວ່າ​ເປັນ​ສ່ວນໜຶ່ງ​ຂອງ​ເບັນຢາມິນ, ເພາະ​ຊາວ​ເບເອໂຣດ​ໜີ​ໄປ​ອາໄສ​ຢູ່​ທີ່​ເມືອງ​ກິດຕາອິມ ແລະ ໄດ້​ອາໄສ​ຢູ່​ທີ່ນັ້ນ​ໃນ​ຖານະ​ຄົນຕ່າງຊາດ​ຈົນເຖິງ​ທຸກ​ວັນ​ນີ້.

(ໂຢນາທານ​ລູກຊາຍ​ຂອງ​ໂຊນ​ມີ​ລູກຊາຍ​ຄົນ​ໜຶ່ງ​ທີ່​ຂາ​ພິການ​ທັງ​ສອງ​ຂ້າງ. ລາວ​ມີ​ອາຍຸ​ຫ້າ​ປີ ເມື່ອ​ມີ​ຄົນ​ນຳ​ຂ່າວ​ກ່ຽວກັບ​ໂຊນ ແລະ ໂຢນາທານ​ຈາກ​ຢິດຊະເຣນ​ມາ​ບອກ. ເອື້ອຍ​ລ້ຽງ​ຈຶ່ງ​ອຸ້ມ​ລາວ​ຂຶ້ນ ແລະ ໄດ້​ພາ​ໜີ​ໄປ, ແຕ່​ດ້ວຍ​ຄວາມ​ຟ້າວ​ຂອງ​ນາງ, ລາວ​ໄດ້​ຕົກລົງ​ມາ ແລະ ເປັນ​ຄົນ​ພິການ. ລາວ​ຊື່​ວ່າ​ເມຟີໂບເຊັດ.)

ບັດນີ້​ເຣກາບ ແລະ ບາອານາ, ລູກຊາຍ​ຂອງ​ຮິມໂມນ​ຊາວ​ເມືອງ​ເບເອໂຣດ​ອອກ​ເດີນທາງ​ໄປ​ທີ່​ເຮືອນ​ຂອງ​ອີຊະໂບເຊັດ, ແລະ ພວກເຂົາ​ມາ​ຮອດ​ທີ່ນັ້ນ​ໃນ​ເວລາ​ໃກ້​ຈະ​ທ່ຽງ ຂະນະທີ່​ອີຊະໂບເຊັດ​ກຳລັງ​ນອນ​ພັກ​ທ່ຽງ​ຢູ່. ພວກເຂົາ​ໄດ້​ເຂົ້າ​ໄປ​ຫ້ອງ​ດ້ານ​ໃນ​ຂອງ​ເຮືອນ ແລະ ເຮັດ​ຄື​ວ່າ​ຈະ​ເຂົ້າ​ໄປ​ເອົາ​ເຂົ້າຫວີດ, ແລະ ພວກເຂົາ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ອີຊະໂບເຊັດ. ຈາກນັ້ນ ເຣກາບ ແລະ ບາອານາ​ກໍ​ໜີ​ໄປ.

ພວກເຂົາ​ເຂົ້າໄປ​ໃນ​ເຮືອນ​ຂະນະ​ທີ່​ອີຊະໂບເຊັດ​ນອນ​ຢູ່​ເທິງ​ຕຽງ​ໃນ​ຫ້ອງນອນ. ຫລັງ​ຈາກ​ພວກເຂົາ​ແທງ ແລະ ໄດ້​ຂ້າ​ລາວ​ແລ້ວ, ພວກເຂົາ​ກໍ​ຕັດ​ຫົວ​ຂອງ​ລາວ. ແລະ ຖື​ຫົວ​ໄປ​ນໍາ​ພວກເຂົາ, ພວກເຂົາ​ເດີນທາງ​ຕະຫລອດ​ຄືນ​ຕາມ​ເສັ້ນ​ທາງ​ອາຣາບາ. ພວກເຂົາ​ໄດ້​ນຳ​ຫົວ​ອີຊະໂບເຊັດ​ມາ​ໃຫ້​ດາວິດ​ທີ່​ເມືອງ​ເຮັບໂຣນ ແລະ ເວົ້າ​ຕໍ່​ກະສັດ​ວ່າ, “ນີ້​ຄື​ຫົວ​ຂອງ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ, ສັດຕູ​ຂອງ​ທ່ານ, ຜູ້​ທີ່​ພະຍາຍາມ​ຂ້າ​ທ່ານ. ມື້ນີ້​ພຣະເຈົ້າ​ຢາເວ​ໄດ້​ແກ້ແຄ້ນ​ຕໍ່​ໂຊນ ແລະ ເຊື້ອສາຍ​ຂອງ​ລາວ​ໃຫ້​ເຈົ້ານາຍ​ກະສັດ​ຂອງ​ຂ້ານ້ອຍ​ແລ້ວ”.

ດາວິດ​ຕອບ​ເຣກາບ ແລະ ອ້າຍ​ຂອງ​ລາວ​ບາອານາ, ເຊິ່ງ​ເປັນ​ລູກ​ຂອງ​ຮິມໂມນ​ຊາວ​ເມືອງ​ເບເອໂຣດ​ວ່າ, “ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ສັນໃດ, ຄື​ຜູ້​ທີ່​ໄດ້​ຊ່ວຍ​ກູ້​ເຮົາ​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງປວງ​ນັ້ນ, ເມື່ອ​ມີ​ຄົນ​ໄດ້​ມາ​ບອກ​ເຮົາ​ວ່າ, ‘ກະສັດ​ໂຊນ​ຕາຍ​ແລ້ວ,’ ແລະ ແມ່ນວ່າ​ລາວ​ກໍາລັງ​ນໍາ​ຂ່າວ​ດີ​ມາ​ບອກ, ເຮົາ​ກໍ​ໄດ້​ຈັບ​ລາວ ແລະ ຂ້າ​ລາວ​ທີ່​ຊິກລັກ​ສັນນັ້ນ. ນັ້ນ​ແມ່ນ​ບຳເໜັດ​ທີ່​ເຮົາ​ໃຫ້​ສຳລັບ​ຂ່າວ​ຂອງ​ລາວ! ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ ເມື່ອ​ຄົນຊົ່ວ​ໄດ້​ຂ້າ​ຄົນ​ບໍລິສຸດ​ໃນ​ເຮືອນ ແລະ ເທິງ​ຕຽງ​ຂອງ​ລາວ ບັດນີ້ ເຮົາ​ບໍ່​ຄວນ​ຈະ​ຮຽກຮ້ອງ​ເລືອດ​ຂອງ​ລາວ​ຈາກ​ມື​ຂອງ​ເຈົ້າ ແລະ ກຳຈັດ​ເຈົ້າ​ອອກ​ຈາກ​ແຜ່ນດິນ​ບໍ!”

ສະນັ້ນ ດາວິດ​ຈຶ່ງ​ສັ່ງ​ທະຫານ​ຂອງ​ເພິ່ນ ແລະ ພວກເຂົາ​ໄດ້​ຂ້າ​ເຣກາບ ແລະ ບາອານາ. ທະຫານ​ໄດ້​ຕັດ​ມື ແລະ ຕີນ​ຂອງ​ພວກເຂົາ​ອອກ​ມາ ແລະ ແຂວນ​ສົບ​ໄວ້​ທີ່​ສະນໍ້າ​ໃນ​ເມືອງ​ເຮັບໂຣນ. ແຕ່​ພວກເຂົາ​ກໍ​ນຳ​ຫົວ​ຂອງ​ອີຊະໂບເຊັດ​ໄປ ແລະ ຝັງ​ໄວ້​ໃນ​ອຸບມຸງ​ຝັງ​ສົບ​ຂອງ​ອັບເນ​ທີ່​ເມືອງ​ເຮັບໂຣນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.