Biblica® Open Lao Contemporary Version
2 ຊາມູເອນ 3
ການສູ້ຮົບລະຫວ່າງເຊື້ອສາຍຂອງໂຊນ ແລະ ເຊື້ອສາຍຂອງດາວິດໄດ້ສູ້ກັນເປັນເວລາດົນນານ. ດາວິດເຂັ້ມແຂງຂຶ້ນເລື້ອຍໆ, ໃນຂະນະທີ່ເຊື້ອສາຍຂອງໂຊນເລີ່ມອ່ອນແອລົງເລື້ອຍໆ.
ລູກຊາຍຂອງດາວິດທີ່ເກີດໃນເມືອງເຮັບໂຣນໄດ້ແກ່:
ອຳໂນນລູກຜູ້ທໍາອິດຂອງເພິ່ນທີ່ເກີດມາຈາກນາງອາຮີໂນອາມແຫ່ງຢິດຊະເຣນ;
ຜູ້ທີສອງຄື, ກີເລອາບລູກຊາຍຂອງນາງອາບີກາຍເມຍໝ້າຍຂອງນາບານແຫ່ງກາເມນ;
ຜູ້ທີສາມຄື, ອັບຊາໂລມລູກຊາຍຂອງນາງມາອາກາເປັນລູກສາວຂອງກະສັດຕານໄມແຫ່ງເກຊູ;
ຜູ້ທີສີ່ຄື, ອາໂດນີຢາລູກຊາຍຂອງນາງຮັກກິດ;
ຜູ້ທີຫ້າຄື, ເຊຟາຕີຢາລູກຊາຍຂອງນາງອາບີຕານ;
ແລະ ຜູ້ທີຫົກຄືອິດທະເລອາມລູກຊາຍຂອງນາງເອັກລາ.
ລູກຊາຍເຫລົ່ານີ້ຂອງດາວິດໄດ້ເກີດທີ່ເມືອງເຮັບໂຣນ.
ອັບເນມາຢູ່ຝ່າຍດາວິດ
ໃນຂະນະທີ່ການສູ້ຮົບລະຫວ່າງເຊື້ອສາຍຂອງໂຊນກັບເຊື້ອສາຍຂອງດາວິດດຳເນີນໄປ, ອັບເນກໍມີອໍານາດເຂັ້ມແຂງຫລາຍຂຶ້ນເລື້ອຍໆໃນເຊື້ອສາຍຂອງໂຊນ. ໂຊນໄດ້ມີເມຍນ້ອຍຄົນໜຶ່ງຊື່ວ່າຣິຊະປາ ລູກສາວຂອງອາອີຢາ ແລະ ອີຊະໂບເຊັດໄດ້ກ່າວກັບອັບເນວ່າ, “ເປັນຫຍັງເຈົ້າຈຶ່ງຫລັບນອນກັບເມຍນ້ອຍຂອງພໍ່ຂ້ອຍ?”
ຄຳເວົ້ານີ້ຂອງອີຊະໂບເຊັດເຮັດໃຫ້ອັບເນໃຈຮ້າຍຫລາຍ. ດັ່ງນັ້ນ ລາວຈຶ່ງຕອບວ່າ, “ຂ້ານ້ອຍເປັນໝາຮັບໃຊ້ຝ່າຍຢູດາບໍ? ຂ້ານ້ອຍຍັງຄົງຈົ່ງຮັກພັກດີຕໍ່ໂຊນພໍ່ຂອງທ່ານ ແລະ ຄອບຄົວ ແລະ ໝູ່ເພື່ອນຂອງທ່ານມາຈົນເຖິງບັດນີ້. ຂ້ານ້ອຍບໍ່ໄດ້ມອບທ່ານໃຫ້ກັບດາວິດ. ແຕ່ບັດນີ້ທ່ານໄດ້ກ່າວຫາຂ້ານ້ອຍດ້ວຍເລື່ອງແມ່ຍິງຄົນນີ້! ຂໍພຣະເຈົ້າຈັດການກັບອັບເນຢ່າງໜັກ, ຖ້າຂ້ານ້ອຍບໍ່ໄດ້ເຮັດກັບດາວິດຕາມຄຳສັນຍາທີ່ພຣະເຈົ້າຢາເວໄດ້ປະຕິຍານໄວ້ກັບລາວ. ແລະ ຈົ່ງຍ້າຍອານາຈັກຈາກຄອບຄົວຂອງໂຊນ ແລະ ຕັ້ງບັນລັງຂອງດາວິດຂຶ້ນເໜືອອິດສະຣາເອນ ແລະ ຢູດາຍຈາກດານມາທີ່ເບເອນເຊບາ”. ອີຊະໂບເຊັດບໍ່ກ້າໂຕ້ຕອບອັບເນ, ເພາະອີຊະໂບເຊັດຢ້ານລາວ.
ແລ້ວອັບເນກໍສົ່ງຜູ້ນຳຂ່າວເປັນຕົວແທນໄປບອກຕໍ່ດາວິດວ່າ, “ແຜ່ນດິນນີ້ເປັນຂອງຜູ້ໃດ? ຈົ່ງເຮັດຂໍ້ຕົກລົງກັບຂ້ານ້ອຍ ແລະ ຂ້ານ້ອຍກໍຈະຊ່ວຍນຳປະຊາຊົນອິດສະຣາເອນທັງໝົດມາຫາທ່ານ”.
ດາວິດໄດ້ເວົ້າວ່າ, “ດີແລ້ວ, ເຮົາຈະເຮັດຂໍ້ຕົກລົງກັບເຈົ້າ. ແຕ່ເຮົາຂໍສິ່ງໜຶ່ງຈາກເຈົ້າຄື: ຢ່າມາຫາເຮົາເວັ້ນເສຍແຕ່ເຈົ້ານໍາເອົາມີການ ລູກສາວຂອງໂຊນມານໍາເມື່ອເຈົ້າມາພົບເຮົາ”. ແລ້ວດາວິດກໍສົ່ງຜູ້ນຳຂ່າວໄປບອກອີຊະໂບເຊັດລູກຊາຍຂອງໂຊນວ່າ, “ຈົ່ງມອບມີການເມຍຂອງເຮົາມາໃຫ້ເຮົາ, ເຊິ່ງເຮົາໄດ້ໃຊ້ໜັງຫຸ້ມປາຍອະໄວຍະວະເພດຊາຍຂອງຊາວຟີລິດສະຕິນຮ້ອຍຄົນສູ່ຂໍນາງ”.
ອີຊະໂບເຊັດຈຶ່ງສັ່ງ ແລະ ໃຫ້ຄົນນໍາເອົາມີການມາຈາກຜົວຂອງນາງຄືປານຕີເອນລູກຊາຍຂອງລາອິດ. ເຖິງຢ່າງໃດກໍຕາມ, ຜົວຂອງນາງໄດ້ໄປຕາມຫານາງໂດຍຮ້ອງໄຫ້ຕະຫລອດທາງໄປທີ່ບາຮູຣິມ. ແລ້ວອັບເນໄດ້ບອກລາວວ່າ, “ຈົ່ງກັບເມືອບ້ານໄປ!” ຫລັງຈາກນັ້ນ ລາວຈຶ່ງກັບໄປ.
ອັບເນປຶກສາຫາລືກັບບັນດາຜູ້ອາວຸໂສຂອງອິດສະຣາເອນວ່າ, “ພວກທ່ານກໍຢາກໃຫ້ດາວິດເປັນກະສັດມາແຕ່ດົນແລ້ວ. ກໍຈົ່ງເຮັດດຽວນີ້! ເພາະພຣະເຈົ້າຢາເວໄດ້ສັນຍາກັບດາວິດໄວ້ວ່າ, ‘ໂດຍດາວິດຜູ້ຮັບໃຊ້ຂອງເຮົາ ເຮົາຈະກອບກູ້ປະຊາຊົນອິດສະຣາເອນຂອງເຮົາຈາກມືຂອງຊາວຟີລິດສະຕິນ ແລະ ຈາກບັນດາສັດຕູຂອງພວກເຂົາທັງໝົດ’ ”.
ອັບເນຍັງໄດ້ເວົ້າກັບຊາວເບັນຢາມິນເປັນສ່ວນຕົວ. ແລ້ວລາວກໍໄດ້ໄປທີ່ເມືອງເຮັບໂຣນເພື່ອບອກດາວິດເຖິງທຸກສິ່ງທີ່ປະຊາຊົນອິດສະຣາເອນ ແລະ ເຜົ່າເບັນຢາມິນທັງໝົດຕ້ອງການຈະເຮັດແກ່ດາວິດ. ເມື່ອອັບເນພ້ອມກັບຄົນຊາວຄົນໄດ້ມາພົບດາວິດທີ່ເມືອງເຮັບໂຣນ, ດາວິດໄດ້ຈັດງານລ້ຽງໃຫ້ລາວ ແລະ ຄົນຂອງລາວ. ຫລັງຈາກນັ້ນ ອັບເນໄດ້ບອກດາວິດວ່າ, “ໃຫ້ຂ້ານ້ອຍໄປຮວບຮວມປະຊາຊົນອິດສະຣາເອນທັງໝົດມາເພື່ອກະສັດ ເຈົ້ານາຍຂອງຂ້ານ້ອຍ. ເພື່ອວ່າພວກເຂົາຈະໄດ້ເຮັດຄໍາໝັ້ນສັນຍາກັບທ່ານ ແລະ ທ່ານຈະໄດ້ປົກຄອງທຸກຄົນຕາມໃຈປາຖະໜາຂອງທ່ານ”. ດັ່ງນັ້ນ ດາວິດຈຶ່ງໄດ້ສົ່ງອັບເນກັບໄປ ແລະ ລາວກໍໄດ້ກັບໄປໂດຍສັນຕິ.
ໂຢອາບຂ້າອັບເນ
ຂະນະນັ້ນໂຢອາບ ແລະ ຄົນຂອງດາວິດຫາກໍກັບຈາກການປຸ້ນ ແລະ ໄດ້ນຳເຄື່ອງຂອງຢ່າງຫລວງຫລາຍທີ່ປຸ້ນໄດ້ກັບມາ. ແຕ່ອັບເນບໍ່ໄດ້ຢູ່ກັບດາວິດທີ່ເມືອງເຮັບໂຣນແລ້ວ, ເພາະດາວິດໄດ້ສົ່ງລາວກັບໄປຢ່າງສັນຕິ. ເມື່ອໂຢອາບ ແລະ ທະຫານທັງໝົດທີ່ຢູ່ກັບລາວໄດ້ມາຮອດ, ໂຢອາບກໍຮູ້ວ່າອັບເນລູກຂອງເນຣະຫາກໍເຂົ້າພົບກະສັດ ແລະ ກະສັດໄດ້ສົ່ງກັບໄປ ແລະ ລາວກໍກັບຢ່າງສັນຕິ.
ດັ່ງນັ້ນ ໂຢອາບຈຶ່ງໄດ້ເຂົ້າໄປພົບກະສັດ ແລະ ເວົ້າວ່າ, “ທ່ານໄດ້ເຮັດຫຍັງໄປ? ເບິ່ງແມ, ອັບເນໄດ້ມາຫາທ່ານ. ເປັນຫຍັງທ່ານຈຶ່ງປ່ອຍລາວໄປ? ບັດນີ້ ລາວກໍໄປແລ້ວ! ທ່ານກໍຮູ້ຢູ່ແລ້ວວ່າອັບເນລູກຂອງເນຣະ; ລາວໄດ້ມາລໍ້ລວງທ່ານ ແລະ ສັງເກດເບິ່ງການເຄື່ອນໄຫວ ແລະ ສືບຫາທຸກສິ່ງທີ່ທ່ານກໍາລັງເຮັດຢູ່”.
ຫລັງຈາກນັ້ນ ໂຢອາບກໍລາຈາກດາວິດໄປ ແລະ ໄດ້ສົ່ງຜູ້ສົ່ງຂ່າວຕາມອັບເນໄປ ແລະ ພວກເຂົາໄດ້ນໍາລາວມາຈາກນໍ້າສ້າງຢູ່ທີ່ຊີຣາ. ແຕ່ດາວິດບໍ່ຮູ້ເລື່ອງນີ້. ເມື່ອອັບເນກັບມາຮອດເມືອງເຮັບໂຣນ, ໂຢອາບໄດ້ເອົາລາວມາຂ້າງປະຕູເມືອງ, ເຮັດຄືວ່າມີເລື່ອງຈະເວົ້າກັບລາວເປັນການສ່ວນຕົວ ແລະ ໃນທີ່ນັ້ນ, ເພື່ອເປັນການແກ້ແຄ້ນໃຫ້ອາສາເຮນນ້ອງຊາຍຂອງຕົນ, ໂຢອາບກໍໄດ້ໃຊ້ມີດແທງລາວເຂົ້າທີ່ທ້ອງ ແລະ ລາວກໍໄດ້ຕາຍໄປ.
ຕໍ່ມາ, ເມື່ອດາວິດຮູ້ເລື່ອງນີ້, ເພິ່ນໄດ້ກ່າວວ່າ, “ຕໍ່ໜ້າພຣະເຈົ້າຢາເວ ເຮົາ ແລະ ອານາຈັກຂອງເຮົາບໍ່ມີຄວາມຜິດໃດໆກ່ຽວກັບການຕາຍຂອງອັບເນລູກຊາຍຂອງເນຣະ. ຂໍໃຫ້ຄວາມຜິດນີ້ຕົກໃສ່ຫົວຂອງໂຢອາບ ແລະ ຄອບຄົວຂອງລາວທັງໝົດ! ຂໍໃຫ້ຄອບຄົວຂອງລາວຢ່າໄດ້ຢູ່ໂດຍບໍ່ມີຄົນເປັນບາດເປື່ອຍ ຫລື ພະຍາດຂີ້ທູດ1 ຫລື ພິການ ຫລື ຕາຍດ້ວຍຄວາມອຶດຢາກ ຫລື ລົ້ມຕາຍດ້ວຍສົງຄາມ”.
(ໂຢອາບ ແລະ ອາບີໄຊນ້ອງຊາຍຂອງລາວໄດ້ຂ້າອັບເນເພາະລາວໄດ້ຂ້າອາສາເຮນນ້ອງຊາຍຂອງພວກເຂົາໃນການຕໍ່ສູ້ທີ່ກີເບໂອນ.)
ແລ້ວດາວິດໄດ້ເວົ້າກັບໂຢອາບ ແລະ ທຸກຄົນທີ່ຢູ່ນໍາລາວວ່າ, “ຈົ່ງຈີກເຄື່ອງນຸ່ງຂອງພວກເຈົ້າ ແລະ ໃສ່ຜ້າກະສອບ ແລະ ຍ່າງໄວ້ທຸກໃຫ້ອັບເນ”. ກະສັດດາວິດເອງໄດ້ຍ່າງຕາມຫີບສົບໄປ. ພວກເຂົາໄດ້ຝັງສົບຂອງອັບເນໄວ້ທີ່ເມືອງເຮັບໂຣນ, ແລະ ກະສັດໄດ້ຮ້ອງໄຫ້ສຽງດັງຢູ່ທີ່ບ່ອນຝັງສົບຂອງອັບເນ. ປະຊາຊົນທັງໝົດກໍຮ້ອງໄຫ້ດ້ວຍ.
ກະສັດໄດ້ຮ້ອງບົດຄ່ຳຄວນນີ້ສຳລັບອັບເນວ່າ:
“ຄວນບໍທີ່ອັບເນຕ້ອງມາຕາຍດັ່ງຄົນເຖື່ອນ?
ມືຂອງເຈົ້າບໍ່ໄດ້ຖືກມັດ
ຕີນຂອງເຈົ້າບໍ່ໄດ້ຖືກລ່າມ.
ເຈົ້າລົ້ມລົງເໝືອນດັ່ງຜູ້ທີ່ລົ້ມຕໍ່ໜ້າຄົນຊົ່ວ”.
ແລະ ປະຊາຊົນທັງໝົດກໍຮ້ອງໄຫ້ໃຫ້ກັບອັບເນອີກ.
ແລ້ວພວກເຂົາທັງໝົດໄດ້ມາ ແລະ ຂໍໃຫ້ດາວິດກິນອາຫານຂະນະທີ່ເປັນກາງເວັນຢູ່; ແຕ່ດາວິດໄດ້ກ່າວສາບານໄວ້ວ່າ, “ຂໍພຣະເຈົ້າຈັດການກັບເຮົາຢ່າງໜັກ, ຖ້າເຮົາກິນເຂົ້າຈີ່ ຫລື ສິ່ງໃດກໍຕາມກ່ອນຕາເວັນຕົກດິນ!”
ປະຊາຊົນທຸກຄົນຕ່າງກໍຊື່ນຊົມ ແລະ ພໍໃຈ; ແທ້ຈິງແລ້ວ, ທຸກສິ່ງທີ່ກະສັດໄດ້ເຮັດນັ້ນເປັນທີ່ພໍໃຈພວກເຂົາ. ດັ່ງນັ້ນ ໃນວັນນັ້ນປະຊາຊົນທັງໝົດຢູ່ທີ່ນັ້ນ ແລະ ອິດສະຣາເອນທັງໝົດຈຶ່ງຮູ້ວ່າກະສັດບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆກັບການຕາຍຂອງອັບເນລູກຊາຍຂອງເນຣະ.
ແລ້ວກະສັດໄດ້ກ່າວກັບຄົນຂອງເພິ່ນວ່າ, “ພວກເຈົ້າຮູ້ບໍ່ວ່າໃນວັນນີ້ຄົນສຳຄັນ ແລະ ຜູ້ນຳທີ່ຍິ່ງໃຫຍ່ຄົນໜຶ່ງໄດ້ຕາຍໄປແລ້ວໃນອິດສະຣາເອນ? ແລະ ວັນນີ້, ເຖິງແມ່ນວ່າເຮົາຈະເປັນກະສັດທີ່ພຣະເຈົ້າໄດ້ເຈີມໄວ້, ເຮົາກໍອ່ອນແອ ແລະ ພວກລູກຊາຍຂອງນາງເຊຣູອີຢານີ້ເຂັ້ມແຂງເກີນໄປສຳລັບເຮົາ. ຂໍພຣະເຈົ້າຢາເວໄດ້ຕອບແທນຄົນຊົ່ວທີ່ໄດ້ເຮັດການຊົ່ວ!”
Source notes (1)
- Footnote ຄຳພາສາເຮັບເຣີອາດໝາຍເຖິງພະຍາດຜິວໜັງຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງພະຍາດຂີ້ທູດເທົ່ານັ້ນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.