Biblica® Open Lao Contemporary Version
2 ຊາມູເອນ 14
ອັບຊາໂລມກັບຄືນມາເຢຣູຊາເລັມ
ໂຢອາບລູກຊາຍຂອງນາງເຊຣູອີຢາຮູ້ວ່າກະສັດຄິດຮອດອັບຊາໂລມຫລາຍ. ສະນັ້ນ ໂຢອາບຈຶ່ງສົ່ງຄົນໄປເຕກົວ ແລະ ໃຫ້ນໍາເອົາຍິງສະຫລາດຄົນໜຶ່ງຈາກທີ່ນັ້ນມາ. ລາວໄດ້ເວົ້າກັບນາງວ່າ, “ຈົ່ງທໍາທ່າເຮັດວ່າເຈົ້າກໍາລັງໄວ້ທຸກຢູ່. ຈົ່ງນຸ່ງເຄື່ອງໄວ້ທຸກ, ແລະ ຢ່າໃຊ້ເຄື່ອງສໍາອາງໃດໆ. ເຮັດຄືວ່າຍິງຄົນໜຶ່ງໂສກເສົ້າເສຍໃຈໃຫ້ກັບຄົນຕາຍເປັນເວລາຫລາຍມື້ແລ້ວ. ແລ້ວຈົ່ງໄປພົບກະສັດດາວິດ ແລະ ເວົ້າຄໍາເຫລົ່ານີ້ກັບເພິ່ນ”. ແລ້ວໂຢອາບກໍສອນຄຳເວົ້າໃຫ້ຍິງນັ້ນ.
ເມື່ອຍິງມາຈາກເຕກົວມາພົບກະສັດ, ນາງກົ້ມກາບລົງພື້ນເພື່ອໃຫ້ກຽດເພິ່ນ, ແລະ ນາງໄດ້ເວົ້າວ່າ, “ຂ້າແດ່ກະສັດ, ຂໍໂຜດຊ່ວຍຂ້ານ້ອຍດ້ວຍ!”
ກະສັດຖາມນາງວ່າ, “ເຈົ້າມີເລື່ອງເດືອດຮ້ອນອັນໃດບໍ?”
ນາງໄດ້ຕອບວ່າ, “ຂ້ານ້ອຍເປັນຍິງໝ້າຍ; ຜົວຂອງຂ້ານ້ອຍຕາຍແລ້ວ. ຂ້ານ້ອຍຜູ້ຮັບໃຊ້ຂອງທ່ານມີລູກຊາຍສອງຄົນ. ພວກເຂົາຜິດກັນທີ່ທົ່ງນາ, ແລະ ບໍ່ມີຜູ້ໃດຢູ່ທີ່ນັ້ນເພື່ອແຍກພວກເຂົາ. ຄົນໜຶ່ງໂຈມຕີອີກຄົນໜຶ່ງ ແລະ ຂ້າລາວຕາຍ. ຕອນນີ້ຍາດຕິພີ່ນ້ອງທັງໝົດລຸກຂຶ້ນຕໍ່ສູ້ຜູ້ຮັບໃຊ້ຂອງທ່ານ; ພວກເຂົາເວົ້າວ່າ, ‘ຈົ່ງມອບຄົນທີ່ຂ້ານ້ອງຂອງຕົນມາ, ເພື່ອວ່າພວກເຮົາຈະໄດ້ຂ້າລາວແທນຊີວິດຂອງນ້ອງຊາຍລາວຜູ້ທີ່ລາວໄດ້ຂ້ານັ້ນ; ດັ່ງນັ້ນ ພວກເຮົາຈະໄດ້ກໍາຈັດເຊື້ອສາຍໃຫ້ໝົດໄປດ້ວຍ’. ພວກເຂົາຈະດັບຖ່ານໄຟກ້ອນດຽວທີ່ຂ້ານ້ອຍເຫລືອຢູ່, ໂດຍການບໍ່ປ່ອຍໃຫ້ຜົວຂອງຂ້ານ້ອຍມີຊື່ ຫລື ເຊື້ອສາຍເຫລືອຢູ່ໃນໂລກ”.
ກະສັດໄດ້ເວົ້າກັບຍິງນັ້ນວ່າ, “ຈົ່ງກັບເມືອສາ, ແລະ ເຮົາຈະຈັດການໃຫ້ເຈົ້າ”.
ແຕ່ຍິງມາຈາກເຕກົວໄດ້ເວົ້າກັບເພິ່ນວ່າ, “ຂ້າແດ່ກະສັດເຈົ້າ ນາຍຂອງຂ້ານ້ອຍຂໍຍົກໂທດໃຫ້ຂ້ານ້ອຍ ແລະ ຄອບຄົວຂອງຂ້ານ້ອຍ ແລະ ຂໍໃຫ້ກະສັດ ແລະ ບັນລັງຂອງພຣະອົງປາດສະຈາກຄວາມຜິດ”.
ກະສັດໄດ້ຕອບວ່າ, “ຖ້າຜູ້ໃດເວົ້າອັນໃດກັບເຈົ້າ, ຈົ່ງນຳພວກເຂົາມາຫາເຮົາ, ແລະ ພວກເຂົາຈະບໍ່ມາກວນໃຈເຈົ້າອີກເລີຍ”.
ນາງໄດ້ເວົ້າວ່າ, “ຂໍໃຫ້ກະສັດອ້ອນວອນຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ເພື່ອປົກປ້ອງບໍ່ໃຫ້ຜູ້ແກ້ແຄ້ນມາທໍາລາຍອີກ, ເພື່ອລູກຊາຍຂອງຂ້ານ້ອຍຈະບໍ່ຖືກທໍາລາຍ”.
ດາວິດໄດ້ເວົ້າວ່າ, “ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ເສັ້ນຜົມເທິງຫົວລູກຊາຍຂອງເຈົ້າຈະບໍ່ຕົກເຖິງດິນສັນນັ້ນ”.
ຍິງນັ້ນໄດ້ເວົ້າວ່າ, “ຂໍໃຫ້ຂ້ານ້ອຍເວົ້າກັບກະສັດເຈົ້ານາຍຂອງຂ້ານ້ອຍດ້ວຍເທີນ”.
ດາວິດໄດ້ຕອບວ່າ, “ຈົ່ງເວົ້າມາ”.
ຍິງນັ້ນໄດ້ເວົ້າວ່າ, “ເປັນຫຍັງທ່ານຈຶ່ງເຮັດແບບນີ້ຕໍ່ປະຊາຊົນຂອງພຣະເຈົ້າ? ເມື່ອທ່ານກ່າວເຊັ່ນນີ້, ທ່ານບໍ່ໄດ້ຕັດສິນວ່າທ່ານເອງມີຄວາມຜິດ, ເພາະກະສັດບໍ່ໄດ້ນໍາເອົາລູກຊາຍຂອງທ່ານທີ່ຖືກເນລະເທດໄປນັ້ນກັບມາ? ສະນັ້ນ ເຮົາທຸກຄົນຕ້ອງຕາຍໄປເໝືອນດັ່ງນ້ຳທີ່ຖືກເທໃສ່ດິນ, ເຊິ່ງບໍ່ສາມາດເກັບກັບຄືນມາອີກໄດ້, ແຕ່ນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າປາຖະໜາ; ແຕ່ເພິ່ນຄິດຫາທາງເພື່ອຄົນທີ່ຖືກບໍ່ໄດ້ຖືກເນລະເທດໄປຈາກພຣະອົງ.
“ແລະ ບັດນີ້ ທີ່ຂ້ານ້ອຍໄດ້ມາເວົ້າສິ່ງນີ້ຕໍ່ກະສັດເຈົ້ານາຍຂອງຂ້ານ້ອຍເພາະມີຄົນມາຂູ່ຂ້ານ້ອຍໃຫ້ຢ້ານ. ຜູ້ຮັບໃຊ້ຂອງທ່ານຄິດວ່າ, ‘ຂ້ານ້ອຍຈະເວົ້າກັບກະສັດ; ບາງທີເພິ່ນອາດຈະເຮັດຕາມທີ່ຜູ້ຮັບໃຊ້ຂໍຮ້ອງ. ບາງທີກະສັດອາດຈະເຫັນດີທີ່ຈະຊ່ວຍຜູ້ຮັບໃຊ້ຂອງເພິ່ນໃຫ້ພົ້ນຈາກມືຂອງຄົນທີ່ພະຍາຍາມຕັດຂ້ານ້ອຍ ແລະ ລູກຊາຍຂອງຂ້ານ້ອຍອອກຈາກມໍລະດົກຂອງພຣະເຈົ້າ’.
“ແລະ ບັດນີ້ຜູ້ຮັບໃຊ້ຂອງທ່ານຂໍເວົ້າວ່າ, ‘ຂໍໃຫ້ຖ້ອຍຄໍາຂອງກະສັດເຈົ້ານາຍປົກປ້ອງມໍລະດົກຂອງຂ້ານ້ອຍ, ເພາະກະສັດເຈົ້ານາຍຂອງຂ້ານ້ອຍເປັນດັ່ງເທວະດາຂອງພຣະເຈົ້າທີ່ໄຈ້ແຍກຄວາມດີ ແລະ ຄວາມຊົ່ວ. ຂໍພຣະເຈົ້າຢາເວ ພຣະເຈົ້າຂອງທ່ານຢູ່ກັບທ່ານ’ ”.
ແລ້ວກະສັດເວົ້າກັບຍິງນັ້ນວ່າ, “ຢ່າປິດບັງຄໍາຕອບຈາກເຮົາສິ່ງທີ່ເຮົາກໍາລັງຈະຖາມເຈົ້າ”.
ນາງຕອບວ່າ, “ຂໍກະສັດເຈົ້ານາຍຂອງຂ້ານ້ອຍກ່າວມາ”.
ດາວິດຖາມວ່າ, “ທັງໝົດນີ້ໂຢອາບເປັນຜູ້ໃຫ້ສັ່ງເຈົ້າແມ່ນບໍ່?”
ຍິງນັ້ນຕອບວ່າ, “ຂ້າແດ່ກະສັດ ເຈົ້ານາຍຂອງຂ້ານ້ອຍ, ທ່ານມີຊີວິດຢູ່ສັນໃດ, ບໍ່ມີຜູ້ໃດສາມາດຫັນໄປທາງຊ້າຍ ຫລື ຫັນໄປທາງຂວາຈາກສິ່ງໃດທີ່ກະສັດເຈົ້ານາຍຂອງຂ້ານ້ອຍກ່າວໄດ້ສັນນັ້ນ. ແມ່ນແລ້ວ, ໂຢອາບຜູ້ຮັບໃຊ້ຂອງທ່ານເປັນຜູ້ແນະນໍາໃຫ້ຂ້ານ້ອຍເຮັດແບບນີ້ ແລະ ແນະນຳທຸກຖ້ອຍຄຳທີ່ອອກຈາກປາກຂອງຂ້ານ້ອຍ. ໂຢອາບຜູ້ຮັບໃຊ້ຂອງທ່ານເຮັດແບບນີ້ເພື່ອປ່ຽນສະຖານະການ. ຂ້າແດ່ເຈົ້ານາຍຂອງຂ້ານ້ອຍທ່ານມີປັນຍາດັ່ງເທວະດາຂອງພຣະເຈົ້າຄືທ່ານຮູ້ທຸກສິ່ງທີ່ໄດ້ເກີດຂຶ້ນໃນດິນແດນ”.
ກະສັດໄດ້ເວົ້າກັບໂຢອາບວ່າ, “ດີຫລາຍ, ເຮົາຈະເຮັດຕາມນັ້ນ. ຈົ່ງໄປນໍາເອົາອັບຊາໂລມຊາຍໜຸ່ມຄົນນັ້ນກັບມາ”.
ໂຢອາບກໍກົ້ມກາບລົງພື້ນເພື່ອໃຫ້ກຽດເພິ່ນ, ແລະ ລາວອວຍພອນກະສັດ. ໂຢອາບໄດ້ເວົ້າວ່າ, “ບັດນີ້ ຜູ້ຮັບໃຊ້ຂອງທ່ານຮູ້ແລ້ວວ່າ ຂ້ານ້ອຍເປັນທີ່ພໍໃຈໃນສາຍຕາຂອງທ່ານ, ກະສັດເຈົ້ານາຍຂອງຂ້ານ້ອຍ, ເພາະກະສັດໄດ້ໃຫ້ຕາມທີ່ຜູ້ຮັບໃຊ້ຂອງທ່ານຂໍຮ້ອງ”.
ໂຢອາບໄດ້ໄປທີ່ເກຊູ ແລະ ໄດ້ນໍາອັບຊາໂລມກັບມາທີ່ເຢຣູຊາເລັມ. ແຕ່ກະສັດໄດ້ເວົ້າວ່າ, “ໃຫ້ລາວໄປພັກຢູ່ເຮືອນຂອງລາວເອງ; ຢ່າມາໃຫ້ເຮົາເຫັນໜ້າລາວ”. ອັບຊາໂລມຈຶ່ງໄປພັກທີ່ເຮືອນຂອງຕົນ ແລະ ບໍ່ໄດ້ໄປພົບກະສັດ.
ໃນທົ່ວອິດສະຣາເອນບໍ່ມີຜູ້ໃດໄດ້ຮັບຄຳຍ້ອງຍໍວ່າເປັນຊາຍໜຸ່ມທີ່ມີຮູບຮ່າງງາມເທົ່າກັບອັບຊາໂລມ. ຕັ້ງແຕ່ຫົວຈົນຮອດປາຍຕີນຂອງລາວບໍ່ມີຕຳໜິເລີຍແມ່ນແຕ່ໜ້ອຍດຽວ. ເມື່ອໃດທີ່ລາວຕັດຜົມຂອງຕົນອອກ ລາວກໍຈະຕັດອອກມາຊັ່ງເບິ່ງ, ຜົມນັ້ນໜັກປະມານ 2,3 ກິໂລກຣາມ.1
ອັບຊາໂລມມີລູກຊາຍສາມຄົນ ແລະ ລູກສາວຄົນໜຶ່ງ. ລູກສາວຂອງລາວຊື່ວ່າຕາມາ, ແລະ ນາງເປັນຍິງທີ່ງາມຫລາຍ.
ອັບຊາໂລມໄດ້ອາໄສຢູ່ໃນເຢຣູຊາເລັມເປັນເວລາສອງປີໂດຍບໍ່ໄດ້ໄປພົບກະສັດເລີຍ. ແລ້ວອັບຊາໂລມສົ່ງຄົນໄປຫາໂຢອາບເພື່ອໃຫ້ລາວໄປພົບກະສັດ, ແຕ່ໂຢອາບບໍ່ຍອມມາຫາລາວ. ສະນັ້ນ ອັບຊາໂລມໄດ້ຄົນໄປອີກເປັນຄັ້ງທີສອງ, ແຕ່ລາວກໍຍອມມາ. ອັບຊາໂລມຈຶ່ງເວົ້າຕໍ່ຄົນຮັບໃຊ້ວ່າ, “ເບິ່ງແມ, ທົ່ງນາຂອງໂຢອາບຢູ່ໃກ້ທົ່ງນາຂອງຂ້ອຍ, ແລະ ລາວມີເຂົ້າບາເລຢູ່ທີ່ນັ້ນ. ຈົ່ງໄປ ແລະ ຈູດມັນ”. ສະນັ້ນ ຜູ້ຮັບໃຊ້ຂອງອັບຊາໂລມກໍໄປຈູດທົ່ງນາ.
ໂຢອາບໄດ້ມາຫາອັບຊາໂລມຢູ່ທີ່ເຮືອນ ແລະ ລາວໄດ້ເວົ້າກັບອັບຊາໂລມວ່າ, “ເປັນຫຍັງຜູ້ຮັບໃຊ້ຂອງທ່ານຈຶ່ງໄປຈູດໄຟເຜົາທົ່ງນາຂອງຂ້ອຍ?”
ອັບຊາໂລມໄດ້ເວົ້າກັບໂຢອາບວ່າ, “ເບິ່ງແມ, ຂ້ອຍໄດ້ສົ່ງຄົນໄປຫາເຈົ້າ ແລະ ບອກວ່າ, ‘ຈົ່ງມານີ້ເພື່ອຂ້ອຍຈະເຈົ້າໄປຖາມກະສັດວ່າ, “ເປັນຫຍັງຈຶ່ງເອົາຂ້ອຍກັບມາຈາກເກຊູ? ຖ້າໃຫ້ຂ້ອຍຢູ່ທີ່ນັ້ນກໍຈະດີກວ່າບໍ!” ’ ບັດນີ້ ຂ້ານ້ອຍຕ້ອງການຢາກພົບກະສັດ ແລະ ຖ້າຂ້ອຍເຮັດຜິດໃນເລື່ອງໃດ, ຂໍໃຫ້ເພິ່ນຂ້າຂ້ອຍເສຍ”.
ສະນັ້ນ ໂຢອາບໄດ້ໄປຫາກະສັດ ແລະ ບອກເພິ່ນຕາມນີ້. ແລ້ວກະສັດເອີ້ນອັບຊາໂລມມາພົບ, ແລະ ລາວເຂົ້າມາກົ້ມກາບລົງພື້ນຕໍ່ໜ້າກະສັດ. ແລະ ກະສັດກໍຈູບອັບຊາໂລມ.
Source notes (1)
- Footnote ພາສາເຮັບເຣີວ່າ 200 ຫລຽນ ຕາມ ຄຳສັ່ງຂອງ ຫລວງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.