Biblica® Open Lao Contemporary Version
2 ຊາມູເອນ 15
ການກະບົດຂອງອັບຊາໂລມ
ຕໍ່ມາ, ອັບຊາໂລມໄດ້ຈັດຫາລົດມ້າ ແລະ ຝູງມ້າ ແລະ ທະຫານຫ້າສິບຄົນແລ່ນນຳໜ້າລາວ. ອັບຊາໂລມຈະຕ້ອງແຕ່ເຊົ້າໆ ແລະ ມາຢືນຢູ່ແຄມທາງເຂົ້າປະຕູເມືອງ. ເມື່ອໃດກໍຕາມທີ່ມີຄົນນຳເລື່ອງມາຮ້ອງທຸກເພື່ອໃຫ້ກະສັດຕັດສິນ, ອັບຊາໂລມກໍຈະເອີ້ນຄົນນັ້ນມາ, ລາວຖາມວ່າ, “ເຈົ້າມາຈາກເມືອງໃດ?” ຄົນນັ້ນຈະຕອບວ່າ, “ຜູ້ຮັບໃຊ້ຂອງທ່ານແມ່ນມາຈາກໜຶ່ງໃນເຜົ່າຂອງອິດສະຣາເອນ”. ຈາກນັ້ນ ອັບຊາໂລມກໍຈະເວົ້າກັບລາວວ່າ, “ເບິ່ງແມ, ຄຳຮ້ອງຂອງເຈົ້າຖືກຕ້ອງ ແລະ ເໝາະສົມ, ແຕ່ບໍ່ມີຜູ້ຕາງໜ້າຂອງກະສັດມາຟັງເຈົ້າ”. ແລ້ວອັບຊາໂລມຈະເວົ້າຕື່ມອີກວ່າ, “ຖ້າພຽງແຕ່ຂ້ອຍໄດ້ຮັບການແຕ່ງຕັ້ງເປັນຜູ້ຕັດສິນໃນແຜ່ນດິນນີ້! ຜູ້ໃດມີຄໍາຮ້ອງທຸກ ຫລື ຄະດີຄວາມສາມາດມາຫາຂ້ອຍ ແລະ ຂ້ອຍຈະໃຫ້ຄວາມຍຸຕິທຳແກ່ລາວ”.
ນອກນັ້ນ, ເມື່ອມີຜູ້ໃດເຂົ້າມາກົ້ມກາບລົງຕໍ່ໜ້າລາວ, ອັບຊາໂລມຈະຈັບມືຄົນນັ້ນ, ກອດ ແລະ ຈູບລາວ. ອັບຊາໂລມເຮັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນທີ່ມາຂໍຄວາມຍຸຕິທຳຈາກກະສັດ, ແລ້ວລາວໄດ້ເອົາຊະນະໃຈປະຊາຊົນອິດສະຣາເອນ.
ສີ່ປີຜ່ານໄປ,1 ອັບຊາໂລມເວົ້າກັບກະສັດວ່າ, “ຂໍໂຜດໃຫ້ຂ້ານ້ອຍໄປເມືອງເຮັບໂຣນ ແລະ ເຮັດຕາມຄໍາປະຕິຍານທີ່ຂ້ານ້ອຍໄດ້ໄວ້ຕໍ່ພຣະເຈົ້າຢາເວ. ໃນຂະນະທີ່ຜູ້ຮັບໃຊ້ຂອງທ່ານຢູ່ທີ່ເມືອງເກຊູໃນອາຣາມ, ຂ້ານ້ອຍໄດ້ປະຕິຍານໄວ້ດັ່ງນີ້ວ່າ: ‘ຖ້າພຣະເຈົ້າຢາເວນຳຂ້ານ້ອຍກັບມາທີ່ເຢຣູຊາເລັມ, ຂ້ານ້ອຍຈະນະມັດສະການພຣະເຈົ້າຢາເວທີ່ເມືອງເຮັບໂຣນ’ ”.2
ກະສັດໄດ້ເວົ້າກັບລາວວ່າ, “ຂໍໃຫ້ໄປດ້ວຍຄວາມປອດໄພ”. ດັ່ງນັ້ນ ອັບຊາໂລມຈຶ່ງໄດ້ໄປທີ່ເມືອງເຮັບໂຣນ.
ແລ້ວອັບຊາໂລມໄດ້ສົ່ງຜູ້ນໍາຂ່າວໄປບອກທຸກເຜົ່າຂອງອິດສະຣາເອນຢ່າງລັບໆວ່າ, “ທັນທີທີ່ພວກເຈົ້າໄດ້ຍິນສຽງແກ, ຈົ່ງເວົ້າວ່າ, ‘ອັບຊາໂລມເປັນກະສັດໃນເມືອງເຮັບໂຣນ’ ”. ຄົນສອງຮ້ອຍຄົນຈາກເຢຣູຊາເລັມໄດ້ຕິດຕາມອັບຊາໂລມໄປ. ພວກເຂົາໄດ້ຮັບເຊີນໄປຮ່ວມນໍາໃນຖານະເປັນແຂກ ແລະ ໄປໂດຍບໍ່ຮູ້ຫຍັງເລີຍ, ພວກເຂົາບໍ່ຮູ້ອັນໃດເລີຍກ່ຽວກັບເລື່ອງນີ້. ໃນຂະນະທີ່ອັບຊາໂລມກຳລັງຖວາຍເຄື່ອງບູຊາ, ລາວກໍຍັງສົ່ງຄົນໄປເຊີນອາຮີໂຕເຟນຊາວກິໂລ, ເຊິ່ງເປັນທີ່ປຶກສາຂອງດາວິດມາຈາກເມືອງກີໂລທີ່ເປັນບ້ານເກີດຂອງລາວ. ແລະ ເພື່ອເຮັດໃຫ້ການກະບົດຄັ້ງນີ້ເຂັ້ມແຂງຫລາຍຂຶ້ນ, ແລະ ມີຄົນຕິດຕາມອັບຊາໂລມຫລາຍຂຶ້ນເລື້ອຍໆ.
ດາວິດໜີໄປ
ມີຜູ້ສົ່ງຂ່າວມາບອກດາວິດວ່າ, “ຈິດໃຈຂອງປະຊາຊົນອິດສະຣາເອນຢູ່ກັບອັບຊາໂລມແລ້ວ”.
ແລ້ວດາວິດໄດ້ເວົ້າກັບບັນດາຂ້າລາຊະການທັງໝົດທີ່ຢູ່ກັບເພິ່ນໃນເຢຣູຊາເລັມວ່າ, “ຈົ່ງໄປ, ພວກເຮົາຕ້ອງໜີໄປແລ້ວ, ບໍ່ດັ່ງນັ້ນຈະບໍ່ມີຜູ້ໃດຈັກຄົນຫລຸດພົ້ນຈາກມືຂອງອັບຊາໂລມ. ພວກເຮົາຕ້ອງຮີບໜີໄປ, ບໍ່ດັ່ງນັ້ນ ລາວຈະໂຈມຕີພວກເຮົາຢ່າງວ່ອງໄວ ແລະ ນໍາຄວາມພິນາດມາສູ່ພວກເຮົາ ແລະ ທໍາລາຍເມືອງນີ້ລົງດ້ວຍຄົມດາບ”.
ບັນດາຂ້າລາຊະການຂອງກະສັດໄດ້ຕອບເພິ່ນວ່າ, “ຜູ້ຮັບໃຊ້ຂອງທ່ານພ້ອມທີ່ຈະເຮັດທຸກຢ່າງຕາມທີ່ກະສັດເຈົ້ານາຍຂອງພວກຂ້ານ້ອຍໄດ້ເລືອກ”.
ກະສັດໄດ້ອອກເດີນທາງພ້ອມກັບທຸກຄົນໃນຄອບຄົວຂອງເພິ່ນທັງໝົດ; ແຕ່ເພິ່ນໄດ້ປະເມຍນ້ອຍສິບຄົນໄວ້ເພື່ອເບິ່ງແຍງວັງ. ດັ່ງນັ້ນ ກະສັດຈຶ່ງອອກເດີນທາງໄປພ້ອມກັບບັນດາຜູ້ຕິດຕາມເພິ່ນ, ແລະ ພວກເຂົາໄດ້ຢຸດພັກຢູ່ບ່ອນໜຶ່ງໄກຈາກເມືອງ. ຄົນທັງໝົດຂອງດາວິດຍ່າງຂຶ້ນໜ້າໄປພ້ອມກັບຊາວເກເຣັດ ແລະ ຊາວເປເລັດ ແລະ ຊາວກາດຫົກຮ້ອຍຄົນທີ່ຕິດຕາມເພິ່ນມາຈາກເມືອງກາດກໍຍ່າງນຳໜ້າກະສັດໄປ.
ດາວິດໄດ້ເວົ້າກັບອິດໄຕຊາວກາດວ່າ, “ເປັນຫຍັງເຈົ້າຈຶ່ງມາກັບພວກເຮົາ? ຈົ່ງກັບໄປ ແລະ ຢູ່ກັບກະສັດອັບຊາໂລມ. ເຈົ້າເປັນຄົນຕ່າງດ້າວ, ລີ້ໄພມາຈາກບ້ານເກີດຂອງເຈົ້າ. ເຈົ້າຫາກໍມາມື້ວານ. ແລະ ມື້ນີ້ເຮົາຈະເຮັດໃຫ້ເຈົ້າພະເນຈອນໄປກັບພວກເຮົາ. ເມື່ອເຮົາກໍຍັງບໍ່ຮູ້ວ່າຈະໄປໃສ? ຈົ່ງກັບໄປ, ແລະ ພາຄົນຂອງເຈົ້າໄປນໍາ. ຂໍພຣະເຈົ້າຢາເວສໍາແດງຄວາມເມດຕາ ແລະ ຄວາມສັດຊື່ຕໍ່ເຈົ້າ”.
ແຕ່ອິດໄຕໄດ້ຕອບກະສັດວ່າ, “ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ແລະ ກະສັດເຈົ້ານາຍຂອງຂ້ານ້ອຍກໍມີຊີວິດຢູ່ສັນນັ້ນ, ບໍ່ວ່າກະສັດເຈົ້ານາຍຂອງຂ້ານ້ອຍຈະຢູ່ໃສ, ແລະ ບໍ່ວ່າຂ້ານ້ອຍຈະມີຊີວິດຢູ່ ຫລື ຕາຍ, ຜູ້ຮັບໃຊ້ຂອງທ່ານຈະຢູ່ທີ່ນັ້ນ”.
ດາວິດໄດ້ເວົ້າກັບອິດໄຕຊາວກາດວ່າ, “ຈົ່ງຍ່າງນຳໜ້າໄປ”. ດັ່ງນັ້ນ ອິດໄຕຊາວກາດກັບຄົນທັງໝົດຂອງລາວ ແລະ ຄອບຄົວທີ່ຢູ່ເພິ່ນຈຶ່ງເດີນທາງຕໍ່ໄປ.
ຄົນທັງໝົດທີ່ຢູ່ນອກເມືອງພາກັນຮ້ອງໄຫ້ສຽງດັງຂະນະທີ່ຄົນທັງໝົດໄດ້ຍ່າງຜ່ານໄປ. ກະສັດກໍຂ້າມຮ່ອມພູກິດໂຣນ ແລະ ຄົນທັງໝົດມຸ້ງໜ້າໄປທີ່ຖິ່ນແຫ້ງແລ້ງກັນດານ.
ຊາດົກຢູ່ທີ່ນັ້ນເຊັ່ນກັນ ແລະ ຊາວເລວີທັງໝົດທີ່ຢູ່ດ້ວຍກັບລາວກໍຊ່ວຍກັນຫາມຫີບພັນທະສັນຍາຂອງພຣະເຈົ້າ. ພວກເຂົາວາງຫີບພັນທະສັນຍາລົງ ແລະ ອາບີອາທາໄດ້ຖວາຍເຄື່ອງບູຊາ3ຈົນປະຊາຊົນທຸກຄົນອອກຈາກເມືອງໄປໝົດ.
ກະສັດໄດ້ກ່າວກັບຊາດົກວ່າ, “ຈົ່ງນຳຫີບພັນທະສັນຍາຂອງພຣະເຈົ້າກັບເຂົ້າໄປໃນເມືອງ. ຖ້າເຮົາເປັນທີ່ພໍໃຈໃນສາຍຕາຂອງພຣະເຈົ້າຢາເວ, ພຣະອົງຈະນຳເຮົາກັບມາ ແລະ ໃຫ້ເຮົາເຫັນຫີບພັນທະສັນຍາ ແລະ ບ່ອນສະຖິດຢູ່ຂອງພຣະອົງອີກ. ແຕ່ຖ້າພຣະອົງກ່າວວ່າ, ‘ເຮົາບໍ່ພໍໃຈນໍາເຈົ້າ,’ ແລ້ວເຮົາກໍພ້ອມແລ້ວ; ຂໍພຣະອົງກະທຳຕໍ່ເຮົາຕາມທີ່ເຫັນວ່າດີ”.
ກະສັດຍັງໄດ້ກ່າວກັບປະໂລຫິດຊາດົກອີກວ່າ, “ທ່ານເຂົ້າໃຈບໍ? ຈົ່ງກັບເຂົ້າໄປໃນເມືອງດ້ວຍຄວາມປອດໄພ, ຈົ່ງເອົາອາຮີມາອາດລູກຊາຍໄປກັບທ່ານ ແລະ ໂຢນາທານລູກຊາຍຂອງອາບີອາທາ. ທ່ານ ແລະ ອາບີອາທາພາລູກຊາຍທັງສອງກັບໄປກັບທ່ານ. ເຮົາຈະລໍຖ້າຢູ່ທີ່ບ່ອນຂ້າມແມ່ນໍ້າໃນຖິ່ນແຫ້ງແລ້ງກັນດານຈົນກວ່າຈະໄດ້ຍິນຖ້ອຍຄໍາຈາກທ່ານມາບອກເຮົາ”. ດັງນັ້ນ ຊາດົກ ແລະ ອາບີອາທາຈຶ່ງໄດ້ເອົາຫີບພັນທະສັນຍາຂອງພຣະເຈົ້າກັບໄປທີ່ເຢຣູຊາເລັມ ແລະ ອາໄສຢູ່ທີ່ນັ້ນ.
ດາວິດສືບຕໍ່ເດີນທາງຂຶ້ນໄປເທິງພູເຂົາໝາກກອກ, ເພິ່ນກໍຮ້ອງໄຫ້ຂະນະທີ່ຍ່າງໄປ; ເພິ່ນເອົາຜ້າຄຸມຫົວຂອງຕົນໄວ້ ແລະ ຍ່າງປະຕີນເປົ່າ. ປະຊາຊົນທຸກຄົນທີ່ຢູ່ກັບເພິ່ນກໍເອົາຜ້າຄຸມຫົວເໝືອນກັນ ແລະ ພວກເຂົາກໍຮ້ອງໄຫ້ຂະນະທີ່ຍ່າງໄປ. ບັດນີ້ ມີຄົນໄດ້ມາບອກດາວິດວ່າ, ອາຮີໂຕເຟນຮ່ວມນໍາພວກກະບົດກັບອັບຊາໂລມ. ສະນັ້ນ ດາວິດອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດໃຫ້ຄຳແນະນຳຂອງອາຮີໂຕເຟນເປັນຄຳທີ່ໂງ່ຈ້າ”.
ເມື່ອດາວິດມາຮອດຈອມພູ, ບ່ອນທີ່ປະຊາຊົນເຄີຍໃຊ້ນະມັດສະການພຣະເຈົ້າ, ຮູຊາຍຊາວອາກກິດຢູ່ທີ່ນັ້ນລໍຖ້າພົບເພິ່ນ, ເຄື່ອງນຸ່ງຂອງລາວກໍຂາດ ແລະ ໂຮຍຂີ້ຝຸ່ນດິນໃສ່ຫົວຂອງລາວ. ດາວິດໄດ້ເວົ້າກັບລາວວ່າ, “ຖ້າເຈົ້າໄປກັບເຮົາ, ເຈົ້າຈະເປັນພາລະໃຫ້ເຮົາ. ແຕ່ຖ້າເຈົ້າກັບຄືນໄປທີ່ເມືອງ ແລະ ບອກອັບຊາໂລມວ່າ, ‘ຂ້າແດ່ກະສັດ, ຂ້ານ້ອຍຈະເປັນຜູ້ຮັບໃຊ້ຂອງທ່ານ; ໃນອະດີດຂ້ານ້ອຍເປັນຜູ້ຮັບໃຊ້ຂອງພໍ່ຂອງທ່ານ, ແຕ່ບັດນີ້ຂ້ານ້ອຍຈະເປັນຜູ້ຮັບໃຊ້ຂອງທ່ານ,’ ເພື່ອເຈົ້າຈະຊ່ວຍເຮົາຂັດຂວາງຄຳແນະນຳຂອງອາຮີໂຕເຟນ. ປະໂລຫິດຊາດົກ ແລະ ອາບີອາທາຢູ່ທີ່ນັ້ນກັບເຈົ້າບໍ່ແມ່ນບໍ? ຈົ່ງບອກພວກເຂົາທຸກສິ່ງທີ່ເຈົ້າໄດ້ຍິນຈາກວັງຂອງກະສັດ. ລູກຊາຍສອງຄົນຂອງພວກເຂົາ, ອາຮີມາອາດລູກຊາຍຂອງຊາດົກ ແລະ ໂຢນາທານລູກຊາຍຂອງອາບີອາທາກໍຢູ່ທີ່ນັ້ນກັບພວກເຂົາ. ຈົ່ງສົ່ງພວກເຂົາມາຫາເຮົາບອກທຸກສິ່ງທີ່ເຈົ້າໄດ້ຍິນ”.
ສະນັ້ນ ຮູຊາຍ, ເຊິ່ງເປັນເພື່ອນສະໜິດຂອງດາວິດໄດ້ມາຮອດເຢຣູຊາເລັມ ຂະນະທີ່ອັບຊາໂລມກຳລັງຈະເຂົ້າໄປໃນເມືອງ.
Source notes (3)
- Footnote ພາສາເຮັບເຣີວ່າ ສີ່ສິບປີຜ່ານໄປ
- Footnote ພາສາເຮັບເຣີບໍ່ມີວະລີວ່າ ທີ່ເມືອງເຮັບໂຣນ
- Footnote ຫລື ອາບີອາທາຂຶ້ນໄປ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.