Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 16

ດາວິດ ແລະ ຊີບາ

ເມື່ອ​ດາວິດ​ໄດ້​ອອກ​ໄປ​ບໍ່​ໄກ​ຈາກ​ຈອມພູ​ກໍ​ພົບ​ຊີບາ, ເຊິ່ງ​ເປັນ​ຫົວໜ້າ​ຄົນຮັບໃຊ້​ຂອງ​ເມຟີໂບເຊັດ, ລາວ​ກໍາລັງ​ລໍຖ້າ​ພົບ​ດາວິດ​ຢູ່. ລາວ​ນຳ​ລໍ​ຄູ່​ໜຶ່ງ​ຜູກ​ອານ ແລະ ມີ​ເຂົ້າຈີ່​ສອງ​ຮ້ອຍ​ກ້ອນ ຂະໜົມ​ໝາກອະງຸ່ນ​ແຫ້ງ​ໜຶ່ງ​ຮ້ອຍ​ກ້ອນ, ເຂົ້າໜົມ​ໝາກເດື່ອ​ຮ້ອຍ​ກ້ອນ ແລະ ເຫລົ້າ​ອະງຸ່ນ​ໜຶ່ງ​ຖົງ.

ດາວິດ​ຖາມ​ຊີບາ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເອົາ​ນໍາ​ສິ່ງຂອງ​ເຫລົ່າ​ນີ້​ມາ?”

ຊີບາ​ຕອບ​ວ່າ, “ລໍ​ນີ້​ສຳລັບ​ໃຫ້​ຄົນ​ໃນ​ຄອບຄົວ​ຂອງ​ກະສັດ​ຂີ່, ເຂົ້າຈີ່ ແລະ ໝາກໄມ້​ໃຫ້​ຄົນ​ຂອງ​ທ່ານ​ກິນ, ແລະ ເຫລົ້າ​ອະງຸ່ນ​ເອົາ​ໄວ້​ໃຫ້​ຄົນ​ທີ່​ອິດເມື່ອຍ​ໃນ​ຖິ່ນແຫ້ງແລ້ງກັນດານ​ໄດ້​ສົດຊື່ນ”.

ແລ້ວ​ກະສັດ​ໄດ້​ຖາມ​ວ່າ, “ຫລານຊາຍ​ຂອງ​ນາຍເຈົ້າ​ຢູ່​ໃສ?”

ຊີບາ​ຕອບ​ເພິ່ນ​ວ່າ, “ລາວ​ກໍາລັງ​ອາໄສ​ຢູ່​ທີ່​ເຢຣູຊາເລັມ, ເພາະ​ລາວ​ຄິດ​ວ່າ, ‘ວັນນີ້​ຊາວ​ອິດສະຣາເອນ​ຈະ​ຄືນ​ອານາຈັກ​ປູ່​ຂອງ​ລາວ​ໃຫ້​ແກ່​ລາວ’ ”.

ແລ້ວ​ດາວິດ​ໄດ້​ເວົ້າ​ກັບ​ຊີບາ​ວ່າ, “ບັດນີ້ ທຸກ​ຢ່າງ​ເປັນ​ຂອງ​ເມຟີໂບເຊັດ​ກໍ​ເປັນ​ຂອງ​ເຈົ້າ​ແລ້ວ”.

ຊີບາ​ໄດ້​ເວົ້າ​ວ່າ, “ຂ້ານ້ອຍ​ກົ້ມກາບ​ຢ່າງ​ນັບຖື, ຂໍ​ໃຫ້​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ໃນ​ສາຍ​ຕາ​ຂອງ​ທ່ານ, ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ”.

ຊີເມອີ​ສາບແຊ່ງ​ດາວິດ

ຂະນະ​ທີ່​ກະສັດ​ດາວິດ​ເດີນທາງ​ໃກ້​ຈະ​ຮອດ​ບາຮູຣິມ, ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ເຜົ່າ​ດຽວກັນ​ກັບ​ຕະກຸນ​ຂອງ​ໂຊນ​ໄດ້​ອອກ​ມາ​ຈາກ​ທີ່ນັ້ນ. ລາວ​ຊື່​ວ່າ​ຊີເມອີ​ລູກຊາຍ​ຂອງ​ເກຣາ, ແລະ ລາວ​ສາບແຊ່ງ​ດາວິດ​ຂະນະທີ່​ເພິ່ນ​ອອກ​ມາ. ລາວ​ແກວ່ງ​ກ້ອນຫີນ​ໃສ່​ດາວິດ ແລະ ບັນດາ​ຂ້າລາຊະການ​ຂອງ​ກະສັດ, ແມ່ນວ່າ​ກອງ​ທະຫານ ແລະ ທະຫານ​ພິເສດ​ຢືນ​ຢູ່​ຂ້າງ​ດາວິດ​ດ້ານຊ້າຍ ແລະ ດ້ານຂວາ​ກໍຕາມ. ຊີເມອີ​ສາບແຊ່ງ​ວ່າ, “ຈົ່ງ​ໄປ​ໃຫ້​ພົ້ນ, ເຈົ້າ​ຜູ້ຮ້າຍ​ຂ້າ​ຄົນ, ເຈົ້າ​ຄົນຊົ່ວ! ພຣະເຈົ້າ​ຢາເວ​ໄດ້​ຕອບ​ແທນ​ເຈົ້າ​ສຳລັບ​ເລືອດ​ທຸກ​ຢົດ​ທີ່​ເຈົ້າ​ເຮັດ​ໃຫ້​ຫລັ່ງ​ໄຫລ​ອອກ​ມາ​ໃນ​ຄອບຄົວ​ຂອງ​ໂຊນ, ບ່ອນ​ທີ່​ເຈົ້າ​ໄດ້​ປົກຄອງ​ແທນ. ພຣະເຈົ້າ​ຢາເວ​ໄດ້​ຍົກ​ອານາຈັກ​ໄວ້​ໃນ​ມື​ຂອງ​ອັບຊາໂລມ​ລູກຊາຍ​ຂອງ​ເຈົ້າ. ເຈົ້າ​ຕ້ອງ​ຈິບຫາຍ​ເພາະ​ເຈົ້າ​ເປັນ​ຜູ້​ຂ້າ​ຄົນ!”

ແລ້ວ​ອາບີໄຊ​ລູກຊາຍ​ນາງ​ເຊຣູອີຢາ​ໄດ້​ເວົ້າ​ກັບ​ກະສັດ​ວ່າ, “ເປັນຫຍັງ​ໝາ​ຕາຍ​ໂຕ​ນີ້​ຈຶ່ງ​ສາບແຊ່ງ​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ? ຂໍ​ໃຫ້​ຂ້ານ້ອຍ​ອອກ​ໄປ​ຕັດ​ຫົວ​ມັນ​ສາ”.

ແຕ່​ກະສັດ​ໄດ້​ເວົ້າ​ວ່າ, “ລູກຊາຍ​ນາງ​ເຊຣູອີຢາ, ເຈົ້າ​ກ່ຽວ​ຂ້ອງ​ອັນໃດ​ກັບ​ເລື່ອງ​ນີ້? ຖ້າ​ລາວ​ສາບແຊ່ງ​ເພາະ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ລາວ​ວ່າ, ‘ຈົ່ງ​ສາບແຊ່ງ​ດາວິດ,’ ຜູ້ໃດ​ຈະ​ໄປ​ຖາມ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ຢ່າງ​ນີ້?’ ”

ແລ້ວ​ດາວິດ​ໄດ້​ເວົ້າ​ກັບ​ອາບີໄຊ ແລະ ບັນດາ​ຂ້າລາຊະການ​ທຸກຄົນ​ຂອງ​ເພິ່ນ​ວ່າ, “ແມ່ນແຕ່​ລູກ​ຂອງ​ເຮົາ​ເອງ, ເນື້ອ ແລະ ເລືອດ​ຂອງ​ເຮົາ​ເອງ​ຍັງ​ພະຍາຍາມ​ຈະ​ຂ້າ​ເຮົາ. ແລ້ວ​ຊາວ​ເບັນຢາມິນ​ຄົນ​ນີ້​ກໍ​ຍິ່ງ​ຈະ​ບໍ່​ຢາກ​ເອົາ​ຊີວິດ​ຂອງ​ເຮົາ​ບໍ; ຈົ່ງ​ປ່ອຍ​ລາວ​ໄປ​ສາ; ປ່ອຍ​ໃຫ້​ລາວ​ສາບແຊ່ງ​ໄປ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ບອກ​ລາວ​ມາ. ບາງທີ​ພຣະເຈົ້າ​ຢາເວ​ຈະ​ເຫັນ​ຄວາມ​ທຸກໃຈ​ຂອງ​ເຮົາ ແລະ ຄືນ​ຄໍາໝັ້ນສັນຍາ​ແຫ່ງ​ການ​ອວຍພອນ​ຂອງ​ພຣະອົງ​ແທນ​ຄໍາ​ສາບແຊ່ງ​ຂອງ​ລາວ​ໃນ​ວັນນີ້”.

ສະນັ້ນ ດາວິດ ແລະ ຄົນ​ຂອງ​ເພິ່ນ​ເດີນທາງ​ຕໍ່ໄປ ຂະນະ​ທີ່​ຊີເມອີ​ຍ່າງ​ໄປ​ຕາມ​ຮ່ອມພູ​ຟາກ​ທີ່​ກົງກັນຂ້າມ​ກັບ​ເພິ່ນ, ລາວ​ຍ່າງ​ໄປ​ພ້ອມທັງ​ສາບແຊ່ງ ແລະ ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ ແລະ ໂຮຍ​ຝຸ່ນ​ຂີ້ດິນ​ໃສ່​ດາວິດ. ກະສັດ ແລະ ທຸກຄົນ​ທີ່​ຢູ່​ກັບ​ເພິ່ນ​ມາ​ຮອດ​ຈຸດ​ໝາຍ​ຂອງ​ຕົນ​ດ້ວຍ​ຄວາມອິດເມື່ອຍ. ແລະ ເພິ່ນ​ຢຸດ​ພັກຜ່ອນ​ຢູ່​ທີ່​ນັ້ນ.

ຄຳ​ແນະນຳ​ຂອງ​ຮູຊາຍ ແລະ ອາຮີໂຕເຟນ

ໃນຂະນະ​ດຽວກັນ, ອັບຊາໂລມ ແລະ ຊາວ​ອິດສະຣາເອນ​ທັງໝົດ​ກໍ​ມາ​ຮອດ​ເຢຣູຊາເລັມ ແລະ ອາຮີໂຕເຟນ​ກໍ​ຢູ່​ກັບ​ລາວ. ເມື່ອ​ຮູຊາຍ​ຊາວ​ອາກກິດ, ເຊິ່ງ​ເປັນ​ເພື່ອນ​ສະໜິດ​ຂອງ​ດາວິດ​ໄປ​ພົບ​ອັບຊາໂລມ ແລະ ໄດ້​ເວົ້າ​ກັບ​ລາວ​ວ່າ, “ຂໍ​ກະສັດ​ຈົ່ງ​ໝັ້ນຢືນ! ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຢືນ!”

ອັບຊາໂລມ​ໄດ້​ເວົ້າ​ກັບ​ຮູຊາຍ​ວ່າ, “ນີ້​ແມ່ນ​ຄວາມ​ຮັກ​ທີ່​ເຈົ້າ​ສະແດງ​ຕໍ່​ໝູ່​ຂອງ​ເຈົ້າ? ຖ້າ​ດາວິດ​ເປັນ​ໝູ່​ຂອງ​ເຈົ້າ, ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ໄປ​ກັບ​ເພິ່ນ?”

ຮູຊາຍ​ໄດ້​ຕອບ​ອັບຊາໂລມ​ວ່າ, “ບໍ່, ຂ້ານ້ອຍ​ຈະ​ຢູ່​ກັບ​ຄົນ​ທີ່​ໄດ້​ຖືກ​ຈາກ​ພຣະເຈົ້າ​ຢາເວ, ຈາກ​ຜູ້ນຳ​ເຫລົ່ານີ້ ແລະ ຈາກ​ຊາວ​ອິດສະຣາເອນ​ທັງໝົດ, ແລະ ຂ້ານ້ອຍ​ຍັງ​ຈະ​ຢູ່​ກັບ​ລາວ. ຫລາຍກວ່ານັ້ນ, ຜູ້ໃດ​ທີ່​ຂ້ານ້ອຍ​ຄວນ​ຈະ​ຮັບໃຊ້? ຂ້ານ້ອຍ​ບໍ່​ຄວນ​ຮັບໃຊ້​ລູກຊາຍ​ຂອງ​ເພິ່ນ​ບໍ? ຂ້ານ້ອຍ​ໄດ້​ຮັບໃຊ້​ພໍ່​ຂອງ​ທ່ານ​ມາ​ແລ້ວ​ຢ່າງໃດ ບັດນີ້ ຂ້ານ້ອຍ​ຈະ​ຮັບໃຊ້​ທ່ານ​ຢ່າງນັ້ນ”.

ອັບຊາໂລມ​ໄດ້​ເວົ້າ​ກັບ​ອາຮີໂຕເຟນ​ວ່າ, “ຈົ່ງ​ຊ່ວຍ​ແນະນຳ​ພວກເຮົາ. ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”

ອາຮີໂຕເຟນ​ຕອບ​ວ່າ, “ຈົ່ງ​ໄປ​ຫລັບ​ນອນ​ກັບ​ບັນດາ​ເມຍນ້ອຍ​ຂອງ​ພໍ່​ທ່ານ​ທີ່​ເບິ່ງແຍງ​ວັງ​ຢູ່. ແລ້ວ​ຄົນ​ອິດສະຣາເອນ​ທັງໝົດ​ຈະ​ໄດ້​ຮູ້ວ່າ​ທ່ານ​ເປັນ​ທີ່​ກຽດຊັງ​ຕໍ່​ພໍ່​ຂອງ​ທ່ານ ແລະ ທຸກຄົນ​ທີ່​ຢູ່​ກັບ​ທ່ານ​ຈະ​ມີ​ໃຈ​ກະຕືລືລົ້ນ​ຫລາຍ​ຍິ່ງ​ຂຶ້ນ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກາງ​ຜ້າເຕັນ​ຂຶ້ນ​ຢູ່​ເທິງ​ດາດ​ຟ້າ​ຂອງ​ວັງ ແລະ ອັບຊາໂລມ​ໄດ້​ຫລັບ​ນອນ​ກັບ​ບັນດາ​ເມຍນ້ອຍ​ຂອງ​ພໍ່​ຕົນ​ຕໍ່ໜ້າ​ຊາວອິດສະຣາເອນ​ທັງໝົດ.

ໃນເວລານັ້ນ ຄໍາແນະນໍາ​ຂອງ​ອາຮີໂຕເຟນ​ກໍ​ເປັນ​ດັ່ງ​ຄໍາແນະນໍາ​ຂອງ​ຜູ້​ທີ່​ຖາມ​ຈາກ​ພຣະເຈົ້າ. ນັ້ນ​ແມ່ນ​ວິທີ​ທີ່​ດາວິດ ແລະ ອັບຊາໂລມ​ກໍ​ຖື​ວ່າ​ຄຳແນະນຳ​ທຸກຢ່າງ​ຂອງ​ອາຮີໂຕເຟນ​ໄດ້​ຖາມ​ຈາກ​ພຣະເຈົ້າ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.