Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 17

ອາຮີໂຕເຟນ​ໄດ້​ເວົ້າ​ກັບ​ອັບຊາໂລມ​ວ່າ, “ຂ້ານ້ອຍ​ຢາກ​ເລືອກ​ກຳລັງ​ພົນ 12.000 ຄົນ​ອອກ​ເດີນທາງ​ໄປ​ຕາມ​ຫາ​ດາວິດ​ໃນ​ຄືນນີ້. ແລະ ຂ້ານ້ອຍ​ຈະ​ໂຈມ​ຕີ​ຂະນະ​ທີ່​ເພິ່ນ​ຂະນະທີ່​ເພິ່ນ​ອິດເມື່ອຍ ແລະ ອ່ອນແຮງ​ຢູ່. ຂ້ານ້ອຍ​ຈະ​ເຮັດ​ໃຫ້​ເພິ່ນ​ຢ້ານກົວ ແລ້ວ​ຄົນ​ທັງໝົດ​ທີ່​ຢູ່​ກັບ​ເພິ່ນ​ຈະ​ແຕກ​ໜີ​ໄປ. ຂ້ານ້ອຍ​ຈະ​ຂ້າ​ແຕ່​ກະສັດ​ເທົ່ານັ້ນ ແລະ ຈະ​ນໍາ​ຄົນ​ທັງໝົດ​ກັບ​ມາ​ຫາ​ທ່ານ. ຄວາມ​ຕາຍ​ຂອງ​ຊາຍ​ທີ່​ທ່ານ​ຊອກຫາ​ຈະ​ເຮັດ​ໃຫ້​ຄົນ​ທັງໝົດ​ກັບ​ຄືນ​ມາ; ຄົນ​ທັງໝົດ​ຈະ​ບໍ່​ໄດ້​ຮັບ​ອັນຕະລາຍ​ໃດໆ”. ແຜນ​ນີ້​ເບິ່ງ​ເໝືອນ​ວ່າ​ເປັນ​ຜົນດີ​ຕໍ່​ອັບຊາໂລມ ແລະ ຕໍ່​ບັນດາ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ທັງໝົດ.

ແຕ່​ອັບຊາໂລມ​ໄດ້​ກ່າວ​ວ່າ, “ຈົ່ງ​ໄປ​ເອີ້ນ​ຮູຊາຍ​ຊາວ​ອາກກິດ​ມາ, ເພື່ອ​ພວກເຮົາ​ຈະ​ໄດ້​ຟັງ​ສິ່ງ​ທີ່​ລາວ​ໄດ້​ເວົ້າ​ນັ້ນ​ນໍາກັນ”. ເມື່ອ​ຮູຊາຍ​ມາ​ພົບ​ລາວ, ອັບຊາໂລມ​ກໍ​ເວົ້າ​ວ່າ, “ອາຮີໂຕເຟນ​ໄດ້​ໃຫ້​ຄຳ​ແນະນຳ​ຢ່າງ​ນີ້. ພວກເຮົາ​ຄວນ​ຈະເຮັດ​ຕາມ​ທີ່​ລາວ​ເວົ້າ​ຫລື​ບໍ່? ຖ້າ​ບໍ່, ພວກເຈົ້າ​ຈົ່ງ​ໃຫ້​ຄວາມຄິດເຫັນ​ແກ່​ພວກເຮົາ”.

ຮູຊາຍ​ໄດ້​ຕອບ​ອັບຊາໂລມ​ວ່າ, “ຄຳແນະນຳ​ທີ່​ອາຮີໂຕເຟນ​ໃຫ້​ຄັ້ງນີ້​ບໍ່​ດີ​ເລີຍ ທ່ານ​ກໍ​ຮູ້​ຈັກ​ພໍ່​ຂອງ​ທ່ານ ແລະ ຄົນ​ຂອງ​ເພິ່ນ​ດີ; ພວກເຂົາ​ເປັນ​ນັກຮົບ ແລະ ໂຫດຮ້າຍ​ເໝືອນດັ່ງ​ແມ່​ໝີ​ປ່າ​ທີ່​ລູກ​ຂອງ​ມັນ​ຖືກ​ລັກ​ໄປ. ນອກຈາກນີ້, ພໍ່​ຂອງ​ທ່ານ​ກໍ​ເປັນ​ນັກຮົບ​ທີ່​ມີ​ປະສົບການ; ລາວ​ຈະ​ບໍ່​ຢູ່​ກັບ​ພວກ​ທະຫານ​ໃນ​ຕອນ​ກາງຄືນ. ບາງເທື່ອ​ຕອນນີ້ ເພິ່ນ​ອາດຈະ​ໄປ​ລີ້​ຢູ່​ຕາມ​ຖ້ຳ ຫລື ຢູ່​ບ່ອນໃດ​ບ່ອນ​ໜຶ່ງ. ແລະ ຖ້າ​ພໍ່​ຂອງ​ທ່ານ​ເປັນ​ຝ່າຍ​ໂຈມຕີ​ກ່ອນ,1 ຜູ້ໃດ​ທີ່​ໄດ້​ຍິນ​ກ່ຽວກັບ​ເລື່ອງນີ້​ກໍ​ຈະ​ເວົ້າ​ວ່າ, ‘ກອງ​ທະຫານ​ຂອງ​ອັບຊາໂລມ​ຖືກ​ສັງຫານ​ເປັນ​ໝູ່’. ແລ້ວ​ແມ່ນແຕ່​ທະຫານ​ທີ່​ກ້າ​ຫານ​ທີ່ສຸດ ເຊິ່ງ​ໃຈ​ເໝືອນດັ່ງ​ໂຕສິງ​ກໍ​ຈະ​ຕ້ອງ​ຢ້ານກົວ, ເພາະ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຮູ້​ວ່າ​ພໍ່​ຂອງ​ທ່ານ​ເປັນ​ນັກຮົບ ແລະ ພວກ​ທະຫານ​ທີ່​ຢູ່​ກັບ​ເພິ່ນ​ກໍ​ຄົນ​ກ້າຫານ.

“ດັ່ງນັ້ນ ຂ້ານ້ອຍ​ຂໍ​ແນະນຳ​ທ່ານ​ວ່າ: ຈົ່ງ​ໃຫ້​ທະຫານ​ອິດສະຣາເອນ​ທັງໝົດ​ຕັ້ງແຕ່​ດານ​ຈົນເຖິງ​ເບເອນເຊບາ​ທີ່​ມີ​ເປັນ​ຈໍານວນ​ຫລວງຫລາຍ​ເໝືອນດັ່ງ​ດິນຊາຍ​ທີ່​ແຄມ​ຝັ່ງ​ທະເລ​ມາ​ເຕົ້າໂຮມ​ກັນ​ກັບ​ທ່ານ​ໂດຍ​ມີ​ທ່ານ​ເອງ​ເປັນ​ຜູ້ນຳ​ພວກເຂົາ​ອອກ​ໄປ​ສູ້ຮົບ. ແລ້ວ​ພວກເຮົາ​ຈະ​ໂຈມຕີ​ເພິ່ນ​ບໍ່ວ່າ​ຈະ​ພົບ​ເພິ່ນ​ຢູ່​ໃສ​ກໍຕາມ, ເຮົາ​ກໍ​ຈະ​ເຂົ້າ​ໂຈມຕີ​ເພິ່ນ​ດັ່ງ​ນ້ຳໝອກ​ຕົກ​ໃສ່​ພື້ນດິນ. ບໍ່ວ່າ​ເພິ່ນ ຫລື ຄົນ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ມີ​ຜູ້ໃດ​ລອດ​ຊີວິດ​ຈັກ​ຄົນ. ແລະ ຖ້າ​ດາວິດ​ຖອຍ​ເຂົ້າ​ໄປ​ເມືອງ, ແລ້ວ​ຊາວ​ອິດສະຣາເອນ​ທັງໝົດ​ກໍ​ຈະ​ເອົາ​ເຊືອກ​ທີ່​ມັດ​ເມືອງ​ນັ້ນ ແລະ ດຶງ​ລາກ​ມັນ​ລົງ​ມາ​ທີ່​ຮ່ອມພູ​ຈົນ​ບໍ່​ມີ​ຫີນ​ຈັກ​ກ້ອນ​ເຫລືອ​ໃຫ້​ເຫັນ”.

ອັບຊາໂລມ ແລະ ຊາວອິດສະຣາເອນ​ທັງໝົດ​ໄດ້​ເວົ້າ​ວ່າ “ຄຳແນະນຳ​ຂອງ​ຮູຊາຍ​ຊາວ​ອາກກິດ​ກໍ​ດີກວ່າ​ຄຳແນະນຳ​ຂອງ​ອາຮີໂຕເຟນ” ເພາະ​ພຣະເຈົ້າ​ຢາເວ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ຂັດຂວາງ​ຄຳແນະນຳ​ທີ່​ດີ​ຂອງ​ອາຮີໂຕເຟນ​ເພື່ອ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ອັບຊາໂລມ.

ຮູຊາຍ​ໄດ້​ບອກ​ປະໂລຫິດ​ຊາດົກ ແລະ ອາບີອາທາ​ວ່າ “ອາຮີໂຕເຟນ​ໃຫ້​ຄຳແນະນຳ​ແກ່​ອັບຊາໂລມ ແລະ ບັນດາ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ໃຫ້​ເຮັດ​ສິ່ງ​ເຫລົ່ານັ້ນ, ແຕ່​ຂ້ອຍ​ໄດ້​ໃຫ້​ຄໍາແນະນຳ​ພວກເຂົາ​ເຮັດ​ເຊັ່ນນັ້ນ. ບັດນີ້ ຈົ່ງ​ຮີບ​ສົ່ງ​ຂ່າວ​ໄປ​ບອກ​ດາວິດ​ວ່າ, ‘ຢ່າ​ພັກ​ຄ້າງ​ຄືນ​ທີ່​ຈອມພູ​ໃນ​ໃນ​ຖິ່ນແຫ້ງແລ້ງກັນດານ; ແຕ່​ໃຫ້​ຂ້າມ​ໄປ, ບໍ່ດັ່ງນັ້ນ​ກະສັດ ແລະ ທຸກຄົນ​ທີ່​ຢູ່​ກັບ​ເພິ່ນ​ຈະ​ຖືກ​ຂ້າ​ໝົດ’ ”.

ໂຢນາທານ ແລະ ອາຮີມາອາດ​ກໍາລັງ​ພັກ​ຢູ່​ທີ່​ເອນໂຣເກນ. ສາວ​ໃຊ້​ຄົນ​ໜຶ່ງ​ອອກ​ໄປ ແລະ ມາ​ບອກ​ພວກເຂົາ, ແລະ ພວກເຂົາ​ໄດ້​ອອກ​ໄປ ແລະ ບອກ​ກະສັດ​ດາວິດ, ເພື່ອ​ບໍ່​ໃຫ້​ມີ​ຄົນ​ເຫັນ​ພວກເຂົາ​ເຂົ້າ​ໄປ​ໃນ​ເມືອງ. ແຕ່​ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ເຫັນ​ພວກເຂົາ ແລະ ໄດ້​ໄປ​ບອກ​ອັບຊາໂລມ. ພວກເຂົາ​ທັງ​ສອງ​ຈຶ່ງ​ໜີ​ໄປ​ຢ່າງ​ວ່ອງໄວ ແລະ ໄປ​ທີ່​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ໃນ​ບາຮູຣິມ. ລາວ​ມີ​ນ້ຳສ້າງ​ຢູ່​ທີ່​ເດີນ​ບ້ານ, ແລະ ພວກເຂົາ​ກໍ​ລົງ​ໄປ​ໃນ​ນໍ້າສ້າງ​ນັ້ນ. ເມຍ​ຂອງ​ຊາຍ​ຄົນ​ນັ້ນ​ໄດ້​ເອົາ​ຜ້າ​ມາ ແລະ ຜື​ອອກ​ປິດ​ປາກ​ນໍ້າສ້າງ​ໄວ້ ແລະ ຢາຍ​ເມັດ​ເຂົ້າ​ໃສ່​ເທິງ​ນັ້ນ. ບໍ່​ມີ​ຜູ້ໃດ​ຮູ້​ເລື່ອງ​ນີ້​ເລີຍ.

ເມື່ອ​ຄົນ​ຂອງ​ອັບຊາໂລມ​ໄດ້​ມາ​ຫາ​ຍິງ​ນັ້ນ​ຢູ່​ທີ່​ເຮືອນ, ພວກເຂົາ​ໄດ້​ຖາມ​ນາງ​ວ່າ, “ອາຮີມາອາດ ແລະ ໂຢນາທານ​ຢູ່​ໃສ?”

ນາງ​ຕອບ​ພວກເຂົາ​ວ່າ, “ຊາຍ​ເຫລົ່ານັ້ນ​ຂ້າມ​ຫ້ວຍ​ໄປ​ແລ້ວ”.2 ພວກເຂົາ​ຄົ້ນ​ຫາ​ແຕ່​ບໍ່​ພົບ​ຜູ້ໃດ, ສະນັ້ນ ພວກເຂົາ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ.

ຫລັງຈາກ​ທີ່​ພວກເຂົາ​ໄດ້​ໄປ​ແລ້ວ, ອາຮີມາອາດ ແລະ ໂຢນາທານ​ກໍ​ປີນ​ຂຶ້ນ​ຈາກ​ນໍ້າສ້າງ ແລ້ວ​ໄດ້​ໄປ​ບອກ​ກະສັດ​ດາວິດ. ພວກເຂົາ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ໂຜດ​ເດີນທາງ​ອອກ​ມາ ແລະ ຂ້າມ​ແມ່ນ້ຳ​ດຽວນີ້; ອາຮີໂຕເຟນ​ໄດ້​ແນະນຳ​ໃຫ້​ອັບຊາໂລມ​ຕໍ່ສູ້​ກັບ​ທ່ານ”. ດັ່ງນັ້ນ ດາວິດ ແລະ ຄົນ​ທັງໝົດ​ທີ່​ຢູ່​ກັບ​ເພິ່ນ​ອອກ​ເດີນທາງ ແລະ ຂ້າມ​ແມ່ນ້ຳ​ຈໍແດນ​ໄປ. ພໍ​ຮອດ​ຕອນເຊົ້າ. ທຸກຄົນ​ກໍ​ໄດ້​ຂ້າມ​ແມ່ນ້ຳ​ຈໍແດນ​ມາ​ຄົບ​ທຸກຄົນ.

ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ​ບໍ່​ມີ​ຜູ້ໃດ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ຕົນ, ລາວ​ກໍ​ຂີ່​ລໍ​ໄປ​ທີ່​ບ້ານເກີດ​ຂອງ​ຕົນ. ລາວ​ໄດ້​ຈັດການ​ກັບ​ຊັບສົມບັດ​ຂອງ​ຕົນ​ໃຫ້​ຮຽບຮ້ອຍ ແລ້ວ​ຜູກ​ຄໍ​ຕາຍ. ດັ່ງນັ້ນ ລາວ​ໄດ້​ຕາຍ​ໄປ ແລະ ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ພໍ່​ຂອງ​ລາວ.

ອັບຊາໂລມ​ຕາຍ

ດາວິດ​ໄດ້​ໄປ​ທີ່​ມະຫານາອິມ ແລະ ອັບຊາໂລມ​ໄດ້​ຂ້າມ​ແມ່ນ້ຳ​ຈໍແດນ​ມາ​ກັບ​ທະຫານ​ອິດສະຣາເອນ​ທັງໝົດ. ອັບຊາໂລມ​ໄດ້​ແຕ່ງຕັ້ງ​ອາມາສາ​ເປັນ​ຜູ້ນຳ​ກອງທັບ​ແທນ​ໂຢອາບ. ອາມາສາ​ເປັນ​ລູກຊາຍ​ຂອງ​ເຢເທີ,3 ເຊິ່ງ​ເປັນ​ຊາວ​ອິດຊະມາເອນ4​ທີ່​ໄດ້​ແຕ່ງງານ​ກັບ​ອາບີກາຍ,5 ລູກສາວ​ຂອງ​ນາຮາດ ແລະ ເປັນ​ເອື້ອຍ​ຂອງ​ນາງ​ເຊຣູອີຢາ​ແມ່​ຂອງ​ໂຢອາບ. ອັບຊາໂລມ ແລະ ທະຫານ​ອິດສະຣາເອນ​ຕັ້ງ​ຄ້າຍ​ໃນ​ດິນແດນ​ກີເລອາດ.

ເມື່ອ​ດາວິດ​ໄດ້​ມາ​ຮອດ​ມະຫານາອິມ, ໂຊບີ​ລູກຊາຍ​ຂອງ​ນາຮາດ​ຈາກ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ ແລະ ມາກີ​ລູກຊາຍ​ອໍາມີເອນ​ຈາກ​ເມືອງ​ໂລເດບາ ແລະ ບາກຊິນໄລ​ຊາວ​ກີເລອາດ​ຈາກ​ເມືອງ​ໂຣເກລິມ ໄດ້​ນຳ​ເຄື່ອງ​ນອນ, ໝໍ້ຕົ້ມ, ຖ້ວຍ​ຊາມ ແລະ ເຄື່ອງໃຊ້​ໝໍ້ດິນ. ພວກເຂົາ​ຍັງ​ໄດ້​ນໍາ​ເຂົ້າຫວີດ ແລະ ເຂົ້າບາເລ, ແປ້ງ, ເຂົ້າຂົ້ວ, ໝາກຖົ່ວ ແລະ ໝາກຖົ່ວແດງ, ນໍ້າເຜິ້ງ ແລະ ນໍ້ານົມ​ຂຸ້ນ, ແກະ ແລະ ເນີຍ​ແຂງ​ຈາກ​ນົມ​ງົວ​ມາ​ໃຫ້​ດາວິດ ແລະ ຄົນ​ຂອງ​ເພິ່ນ​ກິນ. ເພາະ​ພວກເຂົາ​ໄດ້​ເວົ້າ​ວ່າ “ຄົນ​ທັງຫລາຍ​ຕ້ອງ​ອິດເມື່ອຍ, ຫິວເຂົ້າ ແລະ ຫິວນໍ້າ​ໃນ​ຖິ່ນແຫ້ງແລ້ງກັນດານ”.

Source notes (5)
  1. Footnote ຫລື ເມື່ອ​ບາງຄົນ​ລົ້ມ​ຕາຍ​ໃນ​ການ​ໂຈມ​ຕີ​ເທື່ອ​ທຳອິດ
  2. Footnote ຫລື “ ພວກເຂົາ​ຜ່ານ​ຄອກ​ແກະ​ໄປ​ຫາ​ນ້ຳ​ແລ້ວ ”
  3. Footnote ພາສາ​ເຮັບເຣີ​ວ່າ ອິດລາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຢເທີ
  4. Footnote ສຳ​ເນົາ​ສະບັບ​ເຊັບຕູອາຈິນ ບາງ​ສະບັບ​ວ່າ ຊາວ​ອິດຊະມາເອນ ຫລື ຊາວ​ອິດສະຣາເອນ (ເບິ່ງ 1ຂຄ 2:17)
  5. Footnote ພາສາ​ເຮັບເຣີ​ວ່າ ອາບີກາຍ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ອາບີກາຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.