Biblica® Open Lao Contemporary Version
2 ຊາມູເອນ 18
ອັບຊາໂລມພ່າຍແພ້ ແລະ ຖືກຂ້າ
ດາວິດໄດ້ຮວບຮວມທະຫານທີ່ຢູ່ກັບເພິ່ນ ແລະ ແຕ່ງຕັ້ງພວກເຂົາເປັນຜູ້ບັນຊາການກອງພັນ ແລະ ຜູ້ບັນຊາການກອງຮ້ອຍ. ດາວິດໄດ້ສົ່ງກອງທະຫານອອກໄປໂດຍໃຫ້ໜຶ່ງໃນສາມກອງຢູ່ພາຍໃຕ້ຄຳສັ່ງຂອງໂຢອາບ, ອີກກອງໜຶ່ງຢູ່ພາຍໃຕ້ຄໍາສັ່ງຂອງອາບີໄຊນ້ອງຊາຍຂອງໂຢອາບລູກຊາຍຂອງນາງເຊຣູອີຢາ, ແລະ ອີກກອງໜຶ່ງຢູ່ພາຍໃຕ້ຄໍາສັ່ງຂອງອິດໄຕຊາວກາດ. ກະສັດໄດ້ບອກກັບກອງທະຫານວ່າ, “ເຮົາເອງຈະໄປກັບພວກເຈົ້າຢ່າງແນ່ນອນ”.
ແຕ່ພວກເຂົາໄດ້ຕອບວ່າ, “ທ່ານບໍ່ຕ້ອງອອກໄປດອກ; ຖ້າກອງກໍາລັງຂອງພວກຂ້ານ້ອຍໄດ້ຖອຍໜີໄປ, ພວກເຂົາກໍບໍ່ຕ້ອງເປັນຫ່ວງພວກຂ້ານ້ອຍ. ເຖິງແມ່ນວ່າພວກຂ້ານ້ອຍເຄິ່ງໜຶ່ງໄດ້ຕາຍໄປກໍຕາມ, ພວກເຂົາກໍບໍ່ຕ້ອງເປັນຫວ່ງ; ແຕ່ທ່ານມີຄຸນຄ່າເທົ່າກັບພວກຂ້ານ້ອຍໜຶ່ງໝື່ນຄົນ.1 ມັນຈະເປັນການດີຫລາຍສໍາລັບທ່ານທີ່ຈະສະໜັບສະໜູນພວກຂ້ານ້ອຍຈາກໃນເມືອງ”.
ກະສັດຕອບວ່າ, “ເຮົາຈະເຮັດທຸກຢ່າງທີ່ພວກເຈົ້າເຫັນວ່າດີສໍາລັບພວກເຈົ້າ”.
ສະນັ້ນ ດາວິດໄດ້ຢືນຂຶ້ນຢູ່ຂ້າງປະຕູເມືອງ ຂະນະທີ່ທະຫານທັງໝົດຂອງເພິ່ນເຄື່ອນອອກໄປເປັນກອງຮ້ອຍ ແລະ ກອງພັນ. ກະສັດສັ່ງໂຢອາບ, ອາບີໄຊ ແລະ ອິດໄຕວ່າ, “ເພື່ອເຫັນແກ່ເຮົາ ຂໍໃຫ້ປະຕິບັດຕໍ່ຊາຍໜຸ່ມອັບຊາໂລມຢ່າງເມດຕາ”. ແລະ ກອງທະຫານທັງໝົດກໍໄດ້ຍິນກະສັດສັ່ງຜູ້ບັນຊາການທຸກຄົນກ່ຽວກັບອັບຊາໂລມ.
ກອງທັບຂອງດາວິດຈຶ່ງເຄື່ອນທັບອອກຈາກເມືອງເພື່ອສູ້ຮົບກັບອິດສະຣາເອນ, ແລະ ການຮົບສູ້ກໍເລີ່ມຂຶ້ນໃນປ່າເອຟຣາອິມ. ກອງທະຫານຂອງອິດສະຣາເອນຖືກທະຫານຂອງດາວິດຂ້າ, ແລະ ມີຜູ້ບາດເຈັບຢ່າງຫລວງຫລາຍໃນມື້ນັ້ນເຖິງສອງໝື່ນຄົນ. ການສູ້ຮົບຂະຫຍາຍອອກໄປທົ່ວເຂດນອກເມືອງ, ແລະ ຄົນທີ່ຖືກຂ້າຕາຍໃນປ່າກໍມີຫລາຍກວ່າຄົນທີ່ຖືກຂ້າຕາຍໃນສະໜາມຮົບ.
ໃນທັນໃດນັ້ນ ອັບຊາໂລມບັງເອີນໄດ້ພົບກັບທະຫານຂອງດາວິດ. ລາວກໍາລັງຂີ່ລໍ້ຂອງຕົນໜີໄປ, ແລະ ຂະນະທີ່ລໍ້ແລ່ນເຂົ້າໄປໃນກ້ອງງ່າໄມ້ຂອງຕົ້ນໂອກໃຫຍ່, ຜົມຂອງອັບຊາໂລມເກາະກັບງ່າໄມ້. ຂະນະທີ່ລໍທີ່ລາວຂີ່ນັ້ນກໍຍັງແລ່ນໄປຕໍ່, ປ່ອຍໃຫ້ລາວແຂວນຢູ່ກາງອາກາດ.
ເມື່ອທະຫານຄົນໜຶ່ງໄດ້ເຫດການທີ່ໄດ້ເກີດຂຶ້ນ, ລາວໄດ້ບອກໂຢອາບວ່າ, “ຂ້ານ້ອຍເຫັນອັບຊາໂລມກໍາລັງແຂວນຢູ່ຕົ້ນໂອກ”.
ໂຢອາບໄດ້ເວົ້າກັບທະຫານທີ່ໄດ້ບອກລາວວ່າ, “ແມ່ນຫຍັງ! ເຈົ້າເຫັນລາວຫວາ? ເປັນຫຍັງເຈົ້າຈຶ່ງບໍ່ຂ້າລາວຢູ່ທີ່ນັ້ນໂລດ? ແລ້ວຂ້ອຍຈະເອົາເງິນ 10 ເຊເຂວ2ໃຫ້ແກ່ເຈົ້າ ແລະ ສາຍແອວນັກຮົບ”.
ທະຫານຄົນນັ້ນໄດ້ຕອບວ່າ, “ແມ່ນວ່າຈະເອົາເງິນ 1.000 ຫລຽນເຊເຂວມາຊັ່ງໃສ່ມືຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ແຕະຕ້ອງລູກຊາຍຂອງກະສັດ. ພວກເຮົາທຸກຄົນຕ່າງໄດ້ຍິນເລື່ອງທີ່ກະສັດໄດ້ສັ່ງທ່ານໄວ້ ແລະ ອາບີໄຊ ແລະ ອິດໄຕວ່າ, ‘ເພື່ອເຫັນແກ່ເຮົາ3 ຈົ່ງປົກປ້ອງອັບຊາໂລມຊາຍໜຸ່ມນີ້ໄວ້’. ແລະ ຖ້າຂ້ານ້ອຍເຮັດໃຫ້ຊີວິດຂອງຕົນຕົກຢູ່ອັນຕະລາຍ4 ແລະ ບໍ່ມີສິ່ງໃດເຊື່ອງໄວ້ຈາກກະສັດໄດ້ ທ່ານກໍຈະຢູ່ຫ່າງໆຈາກຂ້ານ້ອຍ”.
ໂຢອາບໄດ້ເວົ້າວ່າ, “ເຮົາຈະບໍ່ລໍຖ້າແບບນີ້ເໝືອນດັ່ງເຈົ້າ” ສະນັ້ນ ລາວຈັບຫອກສາມອັນອອກມາ ແລະ ເອົາຫອກສຽບທະລຸຫົວໃຈອັບຊາໂລມຂະນະທີ່ອັບຊາໂລມຍັງຊີວິດຢູ່ທີ່ຕົ້ນໂອກ. ແລ້ວຜູ້ຖືອາວຸດສິບຄົນຂອງໂຢອາບກໍອ້ອມຂ້າອັບຊາໂລມໄວ້ ແລະ ກໍເຂົ້າໄປຂ້າລາວ.
ແລ້ວໂຢອາບກໍເປົ່າແກ ແລະ ກອງທະຫານຈຶ່ງຢຸດໄລ່ຕາມອິດສະຣາເອນ, ເພາະໂຢອາບໄດ້ບອກໃຫ້ພວກເຂົາຢຸດ. ພວກເຂົາໄດ້ຈັບອັບຊາໂລມ, ໂຍນລາວລົງໄປໃນຂຸມເລິກໃນປ່າ ແລະ ເອົາກ້ອນຫີນໃຫຍ່ທັບລາວໄວ້. ສ່ວນທະຫານອິດສະຣາເອນທັງໝົດກໍໜີກັບເມືອເຮືອນຂອງຕົນ.
ໃນຂະນະທີ່ອັບຊາໂລມຍັງມີຊີວິດຢູ່ ລາວໄດ້ເອົາເສົາໄປຕັ້ງໄວ້ເປັນອະນຸສອນໃຫ້ແກ່ຕົນເອງທີ່ຮ່ອມພູຂອງກະສັດ, ເພາະລາວຄິດວ່າ, “ຂ້ອຍບໍ່ມີລູກຊາຍເພື່ອຈະລະນຶກເຖິງຊື່ຂອງຂ້ອຍ”. ອັບຊາໂລມຕັ້ງຊື່ເສົານັ້ນຕາມຊື່ຂອງຕົນ. ແລະ ມັນຖືກເອີ້ນວ່າ ອະນຸສອນຂອງອັບຊາໂລມຈົນເຖິງທຸກມື້ນີ້.
ດາວິດໄວ້ທຸກ
ບັດນີ້ ອາຮີມາອາດລູກຊາຍຂອງຊາດົກໄດ້ເວົ້າວ່າ, “ຈົ່ງໃຫ້ຂ້ານ້ອຍແລ່ນໄປບອກຂ່າວຕໍ່ກະສັດວ່າພຣະເຈົ້າຢາເວໄດ້ພິສູດເພິ່ນເຫັນໂດຍການຊ່ວຍເພິ່ນໃຫ້ພົ້ນຈາກມືຂອງບັນດາສັດຕູຂອງເພິ່ນແລ້ວ”.
ໂຢອາບໄດ້ບອກລາວຕອບວ່າ, “ເຈົ້າບໍ່ແມ່ນຜູ້ທີ່ຈະນຳຂ່າວໄປບອກໃນມື້ນີ້, ເຈົ້າອາດຈະນໍາຂ່າວໄປບອກໃນໂອກາດໜ້າ, ແຕ່ວັນນີ້ເຈົ້າຢ່າເຮັດເຊັ່ນນັ້ນເລີຍ, ເພາະລູກຊາຍຂອງກະສັດໄດ້ຕາຍແລ້ວ”.
ແລ້ວໂຢອາບໄດ້ເວົ້າກັບຊາວກູເຊຄົນໜຶ່ງວ່າ, “ຈົ່ງໄປບອກກະສັດສິ່ງທີ່ເຈົ້າໄດ້ເຫັນ”. ຊາວກູເຊກໍກົ້ມກາບລົງຄຳນັບໂຢອາບແລ້ວກໍແລ່ນອອກໄປ.
ອາຮີມາອາດລູກຊາຍຂອງຊາດົກໄດ້ເວົ້າກັບໂຢອາບອີກວ່າ, “ມີຫຍັງເກີດຂຶ້ນກໍຕາມ, ຂໍໃຫ້ຂ້ານ້ອຍແລ່ນຕາມຫລັງຊາວກູເຊ”.
ແຕ່ໂຢອາບໄດ້ຕອບວ່າ, “ລູກເອີຍ, ເປັນຫຍັງເຈົ້າຈຶ່ງຢາກໄປ? ບໍ່ມີຂ່າວອັນໃດທີ່ຈະເຮັດໃຫ້ເຈົ້າໄດ້ຮັບລາງວັນ”.
ລາວໄດ້ເວົ້າວ່າ, “ມີຫຍັງເກີດຂຶ້ນກໍຕາມ, ຂ້ານ້ອຍຢາກແລ່ນໄປ”.
ສະນັ້ນ ໂຢອາບໄດ້ເວົ້າວ່າ, “ຈົ່ງແລ່ນໄປສາ!” ແລ້ວອາຮີມາອາດຈຶ່ງແລ່ນໄປຕາມທົ່ງພຽງ5 ແລະ ແລ່ນໄວກວ່າຊາວກູເຊ.
ສ່ວນດາວິດກໍາລັງນັ່ງຢູ່ລະຫວ່າງປະຕູເມືອງຊັ້ນນອກ ແລະ ຊັ້ນໃນ, ເມື່ອຄົນເຝົ້າຍາມຂຶ້ນຫລັງຄາປະຕູຂ້າງກຳແພງ. ເມື່ອລາວເບິ່ງອອກໄປ, ລາວເຫັນຊາຍຄົນໜຶ່ງກໍາລັງແລ່ນມາຄົນດຽວ. ຄົນເຝົ້າຍາມຈຶ່ງຮ້ອງບອກກະສັດ ແລະ ລາຍງານໃຫ້ຮູ້.
ດາວິດໄດ້ເວົ້າວ່າ, “ຖ້າມີລາວຄົນດຽວ, ລາວຄົງຈະມີຂ່າວດີ”. ແລ້ວຄົນທີ່ແລ່ນມານັ້ນເຂົ້າມາໃກ້ເລື້ອຍໆ.
ຄົນເຝົ້າຍາມເຫັນອີກຄົນໜຶ່ງແລ່ນມາ ແລ້ວລາວໄດ້ຮ້ອງບອກຄົນເຝົ້າຍາມປະຕູວ່າ, “ເບິ່ງແມ! ມີຊາຍອີກຄົນໜຶ່ງກໍາລັງແລ່ນມາ”.
ກະສັດໄດ້ເວົ້າວ່າ, “ລາວຕ້ອງນໍາຂ່າວດີມາຄືກັນ”.
ຄົນເຝົ້າຍາມໄດ້ເວົ້າວ່າ, “ຂ້ານ້ອຍເຫັນວ່າຄົນທຳອິດທີ່ແລ່ນມາຄືອາຮີມາອາດລູກຊາຍຊາດົກ”.
ກະສັດໄດ້ເວົ້າວ່າ, “ລາວເປັນຄົນດີ, ລາວນຳຂ່າວດີມາບອກ”.
ອາຮີມາອາດຮ້ອງບອກກະສັດວ່າ, “ທຸກຢ່າງຮຽບຮ້ອຍດີ!” ລາວກົ້ມກາບລົງພື້ນຕໍ່ໜ້າກະສັດ ແລະ ເວົ້າວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ! ພຣະອົງໄດ້ມອບບັນດາຜູ້ທີ່ຢຽດມືອອກຕໍ່ສູ້ກະສັດເຈົ້ານາຍຂອງຂ້ານ້ອຍແລ້ວ”.
ດາວິດຖາມວ່າ, “ຊາຍໜຸ່ມອັບຊາໂລມປອດໄພດີບໍ?”
ອາຮີມາອາດຕອບວ່າ, “ຂ້ານ້ອຍເຫັນຄວາມວຸ້ນວາຍອັນໃຫຍ່ຕາມທີ່ໂຢອາບໄດ້ສົ່ງຜູ້ຮັບໃຊ້ຂອງກະສັດ ແລະ ຂ້ານ້ອຍອອກໄປ ແຕ່ຂ້ານ້ອຍບໍ່ຮູ້ວ່າແມ່ນເລື່ອງຫຍັງ”.
ກະສັດໄດ້ເວົ້າວ່າ, “ຈົ່ງມາຢືນຢູ່ທາງຂ້າງ ແລະ ລໍຖ້າຢູ່ບ່ອນນີ້”. ອາຮີມາອາດຍ່າງອອກໄປທາງຂ້າງ ແລະ ຢືນຢູ່ທີ່ນັ້ນ.
ຈາກນັ້ນ ຊາວກູເຊກໍມາຮອດ ແລະ ໄດ້ເວົ້າວ່າ, “ຂ້າແດ່ກະສັດ, ຂ້ານ້ອຍນຳຂ່າວດີທີ່ຈະມາບອກ! ມື້ນີ້ພຣະເຈົ້າຢາເວໄດ້ພິສູດໃຫ້ທ່ານເຫັນໂດຍການຊ່ວຍທ່ານໃຫ້ພົ້ນຈາກມືຂອງທຸກຄົນທີ່ຕໍ່ສູ້ທ່ານ”.
ດາວິດຖາມຊາວກູເຊວ່າ, “ຊາຍໜຸ່ມອັບຊາໂລມປອດໄພດີບໍ?”
ຊາວກູເຊໄດ້ຕອບວ່າ, “ຂໍໃຫ້ບັນດາສັດຕູຂອງກະສັດ ແລະ ທູກຄົນທີ່ລຸກຂຶ້ນເພື່ອທໍາຮ້າຍທ່ານເປັນດັ່ງຊາຍໜຸ່ມນີ້”.
ກະສັດກໍສັ່ນຕົກໃຈຫລາຍ. ເພິ່ນຂຶ້ນໄປເທິງຫ້ອງປະຕູເມືອງ ແລະ ກໍຮ້ອງໄຫ້, ຂະນະທີ່ເພິ່ນຍ່າງນັ້ນ ແລະ ເພິ່ນໄດ້ເວົ້າວ່າ: “ໂອ ອັບຊາໂລມລູກຊາຍຂອງພໍ່! ລູກຊາຍຂອງພໍ່, ລູກຊາຍຂອງພໍ່ອັບຊາໂລມເອີຍ! ພໍ່ຢາກຈະຕາຍແທນເຈົ້າ ໂອ ອັບຊາໂລມ, ລູກຊາຍຂອງພໍ່, ລູກຊາຍຂອງພໍ່!”
Source notes (5)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ບໍ່ ສົນໃຈ ເພາະບັດນີ້ມີຄົນໝື່ນຄົນທີ່ເໝືອນພວກຂ້າ ນ້ອຍ
- Footnote 1 ຫລຽນ ຄືເງິນໜັກປະມານ 115 ກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ ເຊັ່ນດຽວກັບຂໍ້ 12
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ອາດແປໄດ້ວ່າ ບໍ່ວ່າຜູ້ໃດກໍຕາມ
- Footnote ຫລື ຫາກຂ້າພະເຈົ້ານຳຊີວິດເຂົ້າໄປສ່ຽງເຊັ່ນນັ້ນ
- Footnote ຄື ທົ່ງຮາບຈໍແດນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.