Biblica® Open Lao Contemporary Version
2 ຊາມູເອນ 19
ເມື່ອໂຢອາບຮູ້ວ່າກະສັດກໍາລັງຮ້ອງໄຫ້ ແລະ ໄວ້ອາໄລໃຫ້ອັບຊາໂລມ. ແລະ ເມື່ອກອງທັບທັງໝົດທີ່ໄດ້ຮັບໄຊຊະນະໃນມື້ນັ້ນກັບໄວ້ອາໄລ, ເພາະໃນມື້ນັ້ນກອງທະຫານໄດ້ຍິນຂ່າວວ່າ ກະສັດກໍາລັງໂສກເສົ້າເສຍໃຈເລື່ອງລູກຊາຍຂອງເພິ່ນ. ທະຫານຄ່ອຍໆເຄື່ອນເຂົ້າໄປໃນເມືອງມື້ນັ້ນເໝືອນດັ່ງທະຫານທີ່ໄດ້ຮັບຄວາມອັບອາຍຍ້ອນພວກເຂົາໄດ້ໜີໄປຈາກການສູ້ຮົບ. ກະສັດປິດໜ້າຂອງເພິ່ນໄວ້ ແລະ ຮ້ອງໄຫ້ສຽງດັງໆວ່າ, “ໂອ ອັບຊາໂລມລູກຊາຍຂອງພໍ່! ໂອ ອັບຊາໂລມລູກຊາຍຂອງພໍ່, ລູກຂອງພໍ່!”
ແລ້ວໂຢອາບໄດ້ເຂົ້າໄປຫາກະສັດໃນວັງ ແລະ ໄດ້ເວົ້າວ່າ, “ມື້ນີ້ທ່ານໄດ້ເຮັດໃຫ້ຄົນທັງໝົດຂອງທ່ານອັບອາຍ, ຜູ້ທີ່ຫາກໍໄດ້ຊ່ວຍຊີວິດຂອງທ່ານ ແລະ ຊີວິດຂອງບັນດາລູກຊາຍ, ລູກສາວ, ເມຍ ແລະ ເມຍນ້ອຍຂອງທ່ານໃຫ້ພົ້ນ. ທ່ານຮັກຜູ້ທີ່ກຽດຊັງທ່ານ ແລະ ກຽດຊັງຜູ້ທີ່ຮັກທ່ານ. ໃນມື້ນີ້ທ່ານໄດ້ສະແດງໃຫ້ເຫັນຊັດເຈນວ່າບັນດາຜູ້ບັນຊາການ ແລະ ທະຫານບໍ່ມີຄວາມໝາຍຫຍັງຕໍ່ທ່ານເລີຍ. ຂ້ານ້ອຍເຫັນວ່າຖ້າອັບຊາໂລມມີຊີວິດຢູ່ໃນວັນນີ້ ແລະ ພວກຂ້ານ້ອຍໄດ້ຕາຍໄປໝົດທ່ານຄົງຈະພໍໃຈ. ບັດນີ້ ຂໍທ່ານອອກໄປໃຫ້ກຳລັງໃຈແກ່ພວກທະຫານ. ຂ້ານ້ອຍຂໍສາບານໂດຍພຣະເຈົ້າຢາເວວ່າ ຖ້າທ່ານບໍ່ອອກໄປ, ຈະບໍ່ມີທະຫານຈັກຄົນເຫລືອຢູ່ກັບທ່ານໃນຄືນນີ້. ນີ້ຈະເປັນສິ່ງຊົ່ວຮ້າຍສຳລັບທ່ານຫລາຍກວ່າໄພພິບັດທັງໝົດທີ່ໄດ້ເກີດຂຶ້ນກັບທ່ານຕັ້ງແຕ່ທ່ານຍັງເປັນໜຸ່ມຈົນເຖິງວັນນີ້”.
ສະນັ້ນ ກະສັດໄດ້ລຸກຂຶ້ນ ແລະ ອອກໄປນັ່ງຢູ່ທີ່ປະຕູເມືອງ. ເມື່ອພວກທະຫານຮູ້ວ່າ, “ກະສັດກໍາລັງນັ່ງຢູ່ທີ່ປະຕູເມືອງ”, ພວກເຂົາທັງໝົດໄດ້ມາຫາເພິ່ນ.
ໃນຂະນະດຽວກັນນັ້ນ, ຊາວອິດສະຣາເອນກໍໜີກັບເມືອເຮືອນຂອງຕົນ.
ດາວິດກັບຄືນມາທີ່ເຢຣູຊາເລັມ
ເຜົ່າຕ່າງໆຂອງອິດສະຣາເອນ ແລະ ປະຊາຊົນກໍາລັງຖຽງກັນໃນທ່າມກາງພວກເຂົາວ່າ, “ກະສັດດາວິດໄດ້ຊ່ວຍພວກເຮົາໃຫ້ພົ້ນຈາກມືຂອງບັນດາສັດຕູຂອງພວກເຮົາ; ເພິ່ນເປັນຜູ້ກອບກູ້ພວກເຮົາອອກຈາກມືຂອງຊາວຟີລິດສະຕິນ. ແຕ່ບັດນີ້ເພິ່ນໄດ້ໜີອອກນອກປະເທດເພື່ອປົບໜີຈາກອັບຊາໂລມ; ແລະ ອັບຊາໂລມ, ຜູ້ທີ່ພວກເຮົາໄດ້ແຕ່ງຕັ້ງໃຫ້ປົກຄອງພວກເຮົາ, ລາວກໍຕາຍໄປແລ້ວໃນສະໜາມຮົບ. ສະນັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ເວົ້າຫຍັງກ່ຽວກັບການເຊີນກະສັດກັບຄືນມາ?”
ກະສັດດາວິດໄດ້ສົ່ງຂ່າວນີ້ໄປຫາປະໂລຫິດຊາດົກ ແລະ ອາບີອາທາວ່າ, “ຈົ່ງຖາມບັນດາຜູ້ອາວຸໂສຂອງຢູດາວ່າ, ‘ເປັນຫຍັງພວກທ່ານຈຶ່ງເປັນພວກສຸດທ້າຍທີ່ເຊີນກະສັດກັບຄືນມາທີ່ວັງຂອງເພິ່ນ, ເນື່ອງຈາກສິ່ງທີ່ໄດ້ເວົ້າກັນທົ່ວອິດສະຣາເອນກໍໄດ້ໄປເຖິງກະສັດບ່ອນທີ່ເພິ່ນຢູ່ແລ້ວ? ພວກທ່ານເປັນພີ່ນ້ອງຂອງເຮົາ, ເປັນເລືອດ ແລະ ເນື້ອກາຍຂອງເຮົາແທ້ໆ. ເປັນຫຍັງພວກທ່ານຈຶ່ງກາຍເປັນພວກສຸດທ້າຍທີ່ມາເຊີນກະສັດກັບມາ?’ ແລະ ຈົ່ງໄປບອກອາມາສາວ່າ, ‘ເຈົ້າບໍ່ແມ່ນເລືອດ ແລະ ເນື້ອກາຍຂອງເຮົາບໍ? ຂໍພຣະເຈົ້າຈັດການກັບເຮົາຢ່າງໜັກ, ຖ້າເຈົ້າບໍ່ແມ່ນຜູ້ບັນຊາການກອງທັບຂອງເຮົາແທນໂຢອາບຕະຫລອດຊີວິດນັບຕັ້ງແຕ່ບັດນີ້ໄປ’ ”.
ກະສັດໄດ້ເອົາຊະນະໃຈຂອງຊາວຢູດາຈົນເຮັດໃຫ້ພວກເຂົາທັງໝົດເປັນນໍ້າໜຶ່ງໃຈດຽວກັນ. ພວກເຂົາໄດ້ສົ່ງຂ່າວໄປຫາກະສັດວ່າ, “ຂໍເຊີນທ່ານ ແລະ ທະຫານທັງໝົດຂອງທ່ານ, ຈົ່ງກັບຄືນມາ”. ແລ້ວກະສັດກໍໄດ້ກັບຄືນໄປ ແລະ ມາຮອດແມ່ນ້ຳຈໍແດນ.
ບັດນີ້ ທະຫານຊາວຢູດາໄດ້ມາທີ່ກິນການເພື່ອອອກໄປພົບກະສັດ ແລະ ພາເພິ່ນຂ້າມແມ່ນ້ຳຈໍແດນ. ຊີເມອີລູກຊາຍຂອງເກຣາ, ເຊິ່ງເປັນຊາວເບັນຢາມິນຈາກບາຮູຣິມກໍຟ້າວໄປກັບຊາວຢູດາເພື່ອໄປຫາກະສັດດາວິດ. ຊີເມອີຢູ່ກັບຊາວເບັນຢາມິນໜຶ່ງພັນຄົນ, ພ້ອມທັງຊີບາຜູ້ຮັບໃຊ້ໃນຄອບຄົວຂອງໂຊນ, ແລະ ລູກຊາຍສິບຫ້າຄົນ ແລະ ຄົນຮັບໃຊ້ອີກຊາວຄົນຂອງຊີບາ. ພວກເຂົາຟ້າວມາທີ່ແມ່ນ້ຳຈໍແດນບ່ອນກະສັດດາວິດຢູ່. ພວກເຂົາໄດ້ຂ້າມແມ່ນໍ້າໄປຮັບເອົາຄອບຄົວຂອງກະສັດ ແລະ ເຮັດທຸກສິ່ງຕາມທີ່ກະສັດຕ້ອງການ.
ເມື່ອຊີເມອີລູກຊາຍຂອງເກຣາຂ້າມແມ່ນ້ຳຈໍແດນມາ, ລາວກົ້ມກາບລົງຕໍ່ໜ້າກະສັດ ແລະ ເວົ້າກັບເພິ່ນວ່າ, “ຂໍເຈົ້ານາຍຂອງຂ້ານ້ອຍຢ່າເອົາຜິດກັບຂ້ານ້ອຍ. ຢ່າຈົດຈຳສິ່ງທີ່ຜູ້ຮັບໃຊ້ຂອງທ່ານໄດ້ເຮັດຜິດໃນວັນທີ່ກະສັດໄດ້ອອກໄປຈາກເຢຣູຊາເລັມດ້ວຍ. ເພາະຂ້ານ້ອຍຜູ້ຮັບໃຊ້ຂອງທ່ານຮູ້ວ່າຂ້ານ້ອຍໄດ້ເຮັດບາບແລ້ວ, ແຕ່ມື້ນີ້ຂ້ານ້ອຍໄດ້ມາທີ່ນີ້ເປັນຄົນທຳອິດຈາກເຜົ່າຂອງໂຢເຊັບທີ່ລົງມາພົບກະສັດເຈົ້ານາຍຂອງຂ້ານ້ອຍ”.
ອາບີໄຊລູກຊາຍນາງເຊຣູອີຢາໄດ້ເວົ້າວ່າ, “ຊີເມອີບໍ່ສົມຄວນຕາຍເພາະເລື່ອງນີ້ບໍ? ລາວໄດ້ສາບແຊ່ງກະສັດທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້?”
ດາວິດໄດ້ຕອບວ່າ, “ລູກຊາຍນາງເຊຣູອີຢາເອີຍ, ເລື່ອງນີ້ກ່ຽວຂ້ອງຫຍັງກັບເຈົ້າ? ເຈົ້າມີສິດຫຍັງມາຍຸ້ງກັບເລື່ອງນີ້? ຄວນບໍທີ່ຈະມີຄົນຖືກຂ້າໃນອິດສະຣາເອນໃນມື້ນີ້? ເຮົາບໍ່ຮູ້ບໍວ່າວັນນີ້ເຮົາເປັນກະສັດຂອງອິດສະຣາເອນ?” ສະນັ້ນ ກະສັດໄດ້ເວົ້າກັບຊີເມອີວ່າ, “ເຈົ້າຈະບໍ່ຕາຍ”. ແລະ ກະສັດໄດ້ສັນຍາລາວໂດຍການສາບານ.
ເມຟີໂບເຊັດຫລານຊາຍຂອງກະສັດໂຊນກໍລົງມາພົບກະສັດ. ລາວບໍ່ໄດ້ດູແລຕີນຂອງຕົນ ຫລື ຕັດໜວດ ຫລື ຊັກເຄື່ອງນຸ່ງຂອງຕົນຕັ້ງແຕ່ມື້ທີ່ກະສັດໜີອອກໄປຈົນເຖິງມື້ທີ່ເພິ່ນກັບຄືນມາຢ່າງປອດໄພ. ເມື່ອເມຟີໂບເຊັດອອກຈາກເຢຣູຊາເລັມມາພົບກະສັດ, ກະສັດຖາມລາວວ່າ, “ເມຟີໂບເຊັດ, ເປັນຫຍັງເຈົ້າຈຶ່ງບໍ່ໄປກັບເຮົາ?”
ລາວຕອບວ່າ, “ຂ້າແດ່ກະສັດຂອງຂ້ານ້ອຍ, ເພາະຂ້ານ້ອຍຜູ້ຮັບໃຊ້ຂອງທ່ານເປັນຄົນຂາພິການ, ຂ້ານ້ອຍໄດ້ບອກວ່າ, ‘ຈົ່ງເອົາອານໃສ່ລໍໃຫ້ຂອງຂ້ອຍ ແລະ ຈະຂີ່ມັນໄປ, ເພື່ອຂ້ານ້ອຍຈະໄປກັບກະສັດ’. ແຕ່ຊີບາຄົນຮັບໃຊ້ຂອງຂ້ານ້ອຍໄດ້ທໍລະຍົດຂ້ານ້ອຍ. ລາວໄດ້ໃສ່ຮ້າຍຜູ້ຮັບໃຊ້ຂອງທ່ານຕໍ່ກະສັດເຈົ້ານາຍຂອງຂ້ານ້ອຍໄປ. ຂ້າແດ່ກະສັດເຈົ້ານາຍຂອງຂ້ານ້ອຍເປັນດັ່ງເທວະດາຂອງພຣະເຈົ້າ; ສະນັ້ນ ຈົ່ງເຮັດຕາມທີ່ທ່ານຕ້ອງການ. ເຊື້ອສາຍທັງໝົດຂອງປູ່ຂອງຂ້ານ້ອຍບໍ່ສົມຄວນໄດ້ຮັບສິ່ງໃດນອກຈາກຄວາມຕາຍຈາກກະສັດເຈົ້ານາຍຂອງຂ້ານ້ອຍ, ແຕ່ທ່ານໄດ້ໃຫ້ຜູ້ຮັບໃຊ້ຂອງທ່ານຮ່ວມນໍາບັນດາຄົນທີ່ກິນອາຫານຢູ່ທີ່ໂຕະຂອງທ່ານ. ດັ່ງນັ້ນ ຂ້ານ້ອຍມີສິດຫຍັງທີ່ຈະຕ້ອງຂໍຮ້ອງອັນໃດອີກກັບກະສັດ?”
ກະສັດໄດ້ເວົ້າກັບລາວວ່າ, “ຈະເວົ້າຫລາຍໄປເຮັດຫຍັງ? ເຮົາສັ່ງໃຫ້ເຈົ້າ ແລະ ຊີບາແບ່ງດິນກັນ”.
ເມຟີໂບເຊັດໄດ້ເວົ້າກັບກະສັດວ່າ, “ໃຫ້ລາວເອົາໄປທັງໝົດ, ໃນເມື່ອທ່ານໄດ້ກັບຄືນມາຢ່າງປອດໄພແລ້ວ”.
ບາກຊິນໄລຊາວກີເລອາດກໍມາລົງຈາກໂຣເກລິມເພື່ອຂ້າມແມ່ນ້ຳຈໍແດນກັບກະສັດ ແລະ ສົ່ງເພິ່ນໄປຈາກທີ່ນັ້ນ. ບັດນີ້ ບາກຊິນໄລກໍເຖົ້າແກ່ຫລາຍແລ້ວ, ລາວມີອາຍຸໄດ້ແປດສິບປີ. ລາວໄດ້ຈັດຫາສະບຽງອາຫານໃຫ້ກະສັດໃນຊ່ວງທີ່ກະສັດອາໄສຢູ່ທີ່ມະຫານາອິມ, ເພາະລາວເປັນຄົນຮັ່ງມີຫລາຍ. ກະສັດໄດ້ກ່າວກັບບາກຊິນໄລວ່າ, “ຈົ່ງຂ້າມໄປກັບເຮົາ ແລະ ມາຢູ່ກັບເຮົາໃນເຢຣູຊາເລັມ, ແລະ ເຮົາຈະລ້ຽງດູທ່ານ”.
ແຕ່ບາກຊິນໄລຕອບກະສັດວ່າ, “ຂ້ານ້ອຍຈະຊີວິດຢູ່ໄດ້ອີກຈັກປີ, ທີ່ຂ້ານ້ອຍຄວນຈະຂຶ້ນໄປທີ່ເຢຣູຊາເລັມກັບກະສັດ? ບັດນີ້ ຂ້ານ້ອຍຈະບອກເຖິງຄວາມແຕກຕ່າງລະຫວ່າງຄວາມມ່ວນຊື່ນ ແລະ ບໍ່ມ່ວນຊື່ນໄດ້ບໍ? ຜູ້ຮັບໃຊ້ຂອງທ່ານຈະຊີມສິ່ງທີ່ທ່ານກິນ ແລະ ດື່ມບໍ? ຂ້ານ້ອຍຍັງຈະຍິນສຽງຂອງນັກຮ້ອງຊາຍ ຫລື ຍິງໄດ້ບໍ? ເປັນຫຍັງຜູ້ຮັບໃຊ້ຂອງທ່ານຄວນຈະເພີ່ມພາລະໃຫ້ແກ່ກະສັດເຈົ້ານາຍຂອງຂ້ານ້ອຍ? ຜູ້ຮັບໃຊ້ຂອງທ່ານຈະຂ້າມແມ່ນ້ຳຈໍແດນໄປກັບກະສັດເທົ່ານັ້ນ, ແຕ່ກະສັດຈະໃຫ້ລາງວັນແກ່ຂ້ານ້ອຍໃນເລື່ອງເຊັ່ນນີ້ເຮັດຫຍັງ? ຂໍໃຫ້ຜູ້ຮັບໃຊ້ຂອງທ່ານກັບຄືນໄປ, ເພື່ອຂ້ານ້ອຍຈະຕາຍທີ່ເມືອງຂອງຂ້ານ້ອຍໃກ້ກັບອຸບມຸງຂອງພໍ່ແມ່ຂອງຂ້ານ້ອຍ. ແຕ່ນີ້ແມ່ນກິມຮາມຜູ້ຮັບໃຊ້ຂອງທ່ານ. ຂໍໃຫ້ລາວຂ້າມແມ່ນໍ້າຈໍແດນໄປກັບກະສັດເຈົ້ານາຍຂອງຂ້ານ້ອຍ. ຈົ່ງປະຕິບັດກັບລາວຕາມທີ່ທ່ານປາຖະໜາ”.
ກະສັດໄດ້ເວົ້າວ່າ, “ກິມຮາມຈະຂ້າມຈະໄປກັບເຮົາ, ແລະ ເຮົາຈະປະຕິບັດຕໍ່ລາວຕາມທີ່ເຈົ້າປາຖະໜາ. ແລະ ສິ່ງໃດທີ່ເຈົ້າຢາກໄດ້ຈາກເຮົາ ເຮົາຈະເຮັດໃຫ້ເຈົ້າ”.
ສະນັ້ນ ປະຊາຊົນທັງໝົດຈຶ່ງຂ້າມແມ່ນ້ຳຈໍແດນໄປ, ແລະ ກະສັດກໍຂ້າມໄປ. ກະສັດຈູບບາກຊິນໄລ ແລະ ກ່າວອໍາລາລາວ, ແລ້ວບາກຊິນໄລກໍກັບເມືອບ້ານຂອງຕົນ.
ກະສັດຂ້າມໄປທີ່ກິນການ, ກິມຮາມກໍຂ້າມໄປກັບເພິ່ນ. ກອງທະຫານຂອງຢູດາທັງໝົດ ແລະ ກອງທະຫານເຄິ່ງໜຶ່ງຂອງອິດສະຣາເອນໄດ້ລໍຖ້າຮັບກະສັດຢູ່ທີ່ນັ້ນແລ້ວ.
ບໍ່ດົນທະຫານອິດສະຣາເອນທັງໝົດກໍມາຫາກະສັດ ແລະ ເວົ້າກັບເພິ່ນວ່າ, “ເປັນຫຍັງພີ່ນ້ອງຂອງພວກເຮົາ, ຊາວຢູດາຈຶ່ງຕັດໜ້ານໍາເອົາກະສັດມາ, ແລ້ວນໍາພາເພິ່ນ ແລະ ຄອບຄົວຂອງເພິ່ນຂ້າມແມ່ນໍ້າຈໍແດນພ້ອມທັງທະຫານທັງໝົດໄປກ່ອນ?”
ຊາວຢູດາທັງໝົດໄດ້ຕອບຊາວອິດສະຣາເອນວ່າ, “ພວກເຮົາເຮັດແບບນີ້ເພາະກະສັດເປັນຍາດພີ່ນ້ອງໃກ້ຊິດກັບພວກເຮົາ. ເປັນຫຍັງພວກເຈົ້າຈຶ່ງໃຈຮ້າຍໃນເລື່ອງນີ້? ພວກເຮົາໄດ້ກິນສະບຽງອາຫານຂອງກະສັດບໍ? ມີສິ່ງໃດທີ່ພວກເຮົາໄດ້ມາເປັນຂອງພວກເຮົາເອງບໍ?”
ຈາກນັ້ນຊາວອິດສະຣາເອນໄດ້ຕອບກັບຊາວຢູດາວ່າ, “ພວກເຮົາມີສ່ວນໃນກະສັດເຖິງສິບສ່ວນ; ສະນັ້ນ ພວກເຮົາມີສ່ວນຢ່າງຫລວງຫລາຍຕໍ່ດາວິດຫລາຍກວ່າພວກເຈົ້າ. ແລ້ວເປັນຫຍັງພວກເຈົ້າປະຕິບັດຕໍ່ພວກເຮົາດ້ວຍການດູໜິ່ນ? ພວກເຮົາບໍ່ແມ່ນພວກທຳອິດທີ່ເວົ້າເຖິງເລື່ອງການເຊີນກະສັດຂອງພວກເຮົາກັບມາ?”
ແຕ່ຊາວຢູດາເວົ້າອ້າງສິດຂອງຕົນຢ່າງເຂັ້ມແຂງຫລາຍກວ່າຊາວອິດສະຣາເອນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.