Biblica® Open Lao Contemporary Version
2 ຊາມູເອນ 20
ເຊບາກະບົດຕໍ່ດາວິດ
ມີຄົນກໍ່ຄວາມບໍ່ສະຫງົບຊື່ວ່າເຊບາລູກຊາຍຂອງບີກຣີ, ລາວເປັນຊາວເບັນຢາມິນບັງເອີນຢູ່ທີ່ນັ້ນ. ລາວເປົ່າແກ ແລະ ຮ້ອງຂຶ້ນດັງວ່າ,
“ພວກເຮົາບໍ່ມີສ່ວນອັນໃດໃນດາວິດ,
ພວກເຮົາບໍ່ກ່ຽວຂ້ອງອັນໃດໃນລູກຊາຍຂອງເຢຊີ!
ອິດສະຣາເອນທັງຫລາຍເອີຍ, ຈົ່ງກັບເມືອບ້ານສາ!”
ສະນັ້ນ ຊາວອິດສະຣາເອນທັງໝົດຈຶ່ງປະຖິ້ມດາວິດໄປຕິດຕາມເຊບາລູກຊາຍຂອງບີກຣີ. ແຕ່ຊາວຢູດາກໍຢູ່ຄຽງຂ້າງກະສັດຂອງຕົນຕະຫລອດທາງຈາກແມ່ນ້ຳຈໍແດນຈົນເຖິງເຢຣູຊາເລັມ.
ເມື່ອດາວິດກັບມາຮອດວັງຂອງເພິ່ນໃນເຢຣູຊາເລັມ, ເພິ່ນໄດ້ເອົາເມຍນ້ອຍສິບຄົນທີ່ເພິ່ນໄດ້ປະໄວ້ໃຫ້ເບິ່ງແຍງວັງ ແລ້ວເອົາພວກເຂົາໄປໄວ້ໃນເຮືອນຫລັງໜຶ່ງໂດຍທະຫານເຝົ້າຍາມ, ເພິ່ນໄດ້ລ້ຽງດູພວກເຂົາ ແຕ່ບໍ່ໄດ້ບໍ່ມີເພດສໍາພັນພວກເຂົາ. ພວກເຂົາຖືກຂັງໄວ້ຢູ່ໃນຖານະແມ່ໝ້າຍຈົນເຖິງມື້ທີ່ພວກເຂົາໄດ້ຕາຍໄປ.
ແລ້ວກະສັດໄດ້ກ່າວກັບອາມາສາວ່າ, “ຈົ່ງເອີ້ນທະຫານຢູດາມາຫາເຮົາພາຍໃນສາມວັນ, ແລະ ເຈົ້າເອງກໍຈົ່ງຢູ່ທີ່ນີ້”. ແຕ່ເມື່ອອາມາສາອອກໄປເອີ້ນທະຫານຢູດາ, ລາວໄດ້ໃຊ້ເວລາເກີນກວ່າທີ່ກະສັດໄດ້ກຳນົດໄວ້ໃຫ້ລາວ.
ດາວິດໄດ້ເວົ້າກັບອາບີໄຊວ່າ, “ເຊບາລູກຊາຍຂອງບີກຣີຈະທໍາຮ້າຍພວກເຮົາຫລາຍກວ່າອັບຊາໂລມໄດ້ເຮັດ. ຈົ່ງນຳນາຍທະຫານຂອງເຈົ້າມາ ແລະ ໄປຕາມຫາລາວ, ບໍ່ດັງນັ້ນລາວຈະເຂົ້າໄປປ້ອມປ້ອງກັນເມືອງ ແລະ ໜີພົ້ນຈາກພວກເຮົາ”. ທະຫານຂອງໂຢອາບ, ຊາວເກເຣັດ, ຊາວເປເລັດ ແລະ ນັກຮົບເກັ່ງກ້າທັງໝົດໄດ້ອອກໄປຈາກເຢຣູຊາເລັມພາຍໃຕ້ຄໍາສັ່ງຂອງອາບີໄຊ. ພວກເຂົາເຄື່ອນທັບອອກມາຈາກເຢຣູຊາເລັມເພື່ອຕາມລ່າເຊບາລູກຊາຍຂອງບີກຣີ.
ຂະນະທີ່ພວກເຂົາມາຮອດຫີນກ້ອນໃຫຍ່ໃນກີເບໂອນ, ອາມາສາໄດ້ມາພົບກັບພວກເຂົາ. ໂຢອາບນຸ່ງເຄື່ອງກຽມອອກສູ້ຮົບ, ແລະ ພາຍດາບສັ້ນພ້ອມຝັກໄວ້ທີ່ແອວຂອງລາວ. ຂະນະທີ່ລາວກ້າວເຂົ້າອອກມາ ແລະ ດາບສັ້ນຫລຸດອອກຈາກຝັກ.
ໂຢອາບໄດ້ເວົ້າກັບອາມາສາວ່າ, “ສະບາຍດີບໍ, ນ້ອງຊາຍຂອງຂ້ອຍ?” ແລ້ວໂຢອາບໃຊ້ມືຂວາຈັບໜວດຂອງອາມາຊາເພື່ອຈະຈູບລາວ. ອາມາຊາບໍ່ທັນສັງເກດດາບສັ້ນໃນມືຂອງໂຢອາບ, ແລະ ໂຢອາບໃຊ້ດາບແທງເຂົ້າທີ່ທ້ອງຂອງລາວ ແລະ ໄສ້ຂອງລາວທະລຸອອກຕົກໃສ່ພື້ນດິນໂດຍບໍ່ຕ້ອງແທງຊ້ຳ, ອາມາສາຕາຍຄາທີ່. ແລ້ວໂຢອາບ ແລະ ອາບີໄຊນ້ອງຊາຍຂອງລາວກໍຕາມລ່າເຊບາລູກຊາຍຂອງບີກຣີ.
ທະຫານຄົນໜຶ່ງຂອງໂຢອາບຢືນຢູ່ຂ້າງອາມາຊາ ແລະ ໄດ້ເວົ້າວ່າ, “ຜູ້ໃດຊົມເຊີຍໂຢອາບ, ແລະ ຜູ້ໃດເປັນຝ່າຍດາວິດ, ຈົ່ງຕາມໂຢອາບໄປ!” ສ່ວນອາມາຊານອນອາບເລືອດຢູ່ກາງທາງ, ແລະ ເມື່ອທະຫານຄົນນັ້ນເຫັນວ່າທະຫານທັງໝົດໄດ້ມາຢຸດທີ່ນັ້ນ, ເມື່ອລາວຮູ້ວ່າທຸກຄົນໄດ້ມາຢຸດເບິ່ງອາມາສາ, ລາວລາກອາມາສາອອກຈາກຫົນທາງໄປປະໄວ້ທົ່ງນາ ແລະ ເອົາເສື້ອປົກລາວໄວ້. ຫລັງຈາກສົບໄດ້ຖືກຍ້າຍອອກຈາກຫົນທາງແລ້ວ, ທຸກຄົນໄດ້ຕາມໂຢອາບໄປເພື່ອຕາມລ່າເຊບາລູກຊາຍຂອງບີກຣີ.
ຝ່າຍເຊບາເດີນທາງຜ່ານທົ່ວທຸກເຜົ່າຂອງອິດສະຣາເອນໄປທີ່ອາເບັນເບັດມາອາກາ1 ແລະ ທົ່ວເຂດແດນຂອງຊາວບີກຣີ, ເຊິ່ງເຕົ້າໂຮມກັນ ແລະ ຕິດຕາມລາວໄປ. ກອງກຳລັງຂອງໂຢອາບໄດ້ມາລ້ອມເຊບາໃນອາເບນເບັດມາອາກາ. ພວກເຂົາສ້າງເຄື່ອງປິດລ້ອມຕາມກຳແພງເມືອງ, ແລະ ໃສ່ກັບປ້ອມປ້ອງກັນທາງດ້ານນອກ. ຂະນະທີ່ພວກເຂົາກໍາລັງທຸບກຳແພງເພື່ອເຮັດໃຫ້ມັນພັງລົງ. ຍິງສະຫລາດຄົນໜຶ່ງຮ້ອງອອກມາຈາກເມືອງວ່າ, “ໂຜດຟັງກ່ອນ! ໂຜດຟັງກ່ອນ! ຂໍຈົ່ງໄປໂຢອາບມາທີ່ນີ້ ເພື່ອຂ້ອຍຈະໄດ້ລົມກັບລາວແດ່”. ເມື່ອໂຢອາບກໍໄປຫານາງ, ແລະ ນາງຖາມວ່າ, “ທ່ານແມ່ນໂຢອາບບໍ?”
ລາວຕອບວ່າ, “ແມ່ນ”.
ນາງໄດ້ເວົ້າວ່າ, “ໂຜດຟັງສິ່ງທີ່ຜູ້ຮັບໃຊ້ຂອງທ່ານຈະເວົ້າ”.
ໂຢອາບໄດ້ຕອບວ່າ, “ຂ້ອຍກໍາລັງຟັງຢູ່”.
ນາງເວົ້າຕໍ່ໄປວ່າ, “ດົນນານມາແລ້ວທີ່ພວກເຂົາເຄີຍເວົ້າກັນວ່າ, ‘ຈົ່ງໄປເອົາຄຳຕອບທີ່ອາເບັນ’ ແລ້ວເລື່ອງນັ້ນມັນກໍໄດ້ຮັບແກ້ໄຂ. ພວກຂ້ານ້ອຍເປັນຄົນຢູ່ຢ່າງສະຫງົບສຸກ ແລະ ສັດຊື່ໃນອິດສະຣາເອນ. ທ່ານກຳລັງພະຍາຍາມທຳລາຍເມືອງໜຶ່ງທີ່ເປັນແມ່ຂອງອິດສະຣາເອນ. ເປັນຫຍັງທ່ານຈຶ່ງຢາກຈະກືນກິນມໍລະດົກຂອງພຣະເຈົ້າຢາເວ?”
ໂຢອາບໄດ້ຕອບວ່າ, “ຂໍຢ່າໃຫ້ເລື່ອງນີ້ເປັນນັ້ນເລີຍ! ຂ້ອຍບໍ່ເຄີຍຄິດຈະກືນກິນ ຫລື ທຳລາຍ! ບໍ່ແມ່ນແນວນັ້ນ. ມີຊາຍຄົນໜຶ່ງຊື່ເຊບາລູກຊາຍຂອງບີກຣີຈາກເນີນພູເອຟຣາອິມ, ລາວໄດ້ຍົກມືຂຶ້ນຕໍ່ສູ້ກະສັດດາວິດ. ຖ້າເຈົ້າເອົາຊາຍຄົນນີ້ມາໃຫ້ ແລ້ວຂ້ອຍຈະຖອນກຳລັງອອກຈາກເມືອງນີ້”.
ຍິງນັ້ນໄດ້ເວົ້າກັບໂຢອາບວ່າ, “ຫົວຂອງລາວຈະຖືກໂຍນຂ້າມກຳແພງມາໃຫ້ເຈົ້າ”.
ຍິງນັ້ນຈຶ່ງໄປຫາພວກຊາວເມືອງ ແລະ ໃຫ້ຄຳປຶກສາຢ່າງສະຫລາດ ພວກເຂົາກໍຕັດຫົວເຊບາລູກຊາຍບີກຣີຖິ້ມລົງມາໃຫ້ໂຢອາບ. ໂຢອາບຈຶ່ງເປົ່າແກເຂົາສັດເອີ້ນທະຫານໃຫ້ແຍກຍ້າຍຈາກເມືອງນັ້ນກັບບ້ານ. ສ່ວນໂຢອາບກັບມາພົບກະສັດດາວິດທີ່ເຢຣູຊາເລັມ.
ບັນດາຂ້າລາຊະການຂອງດາວິດ
ໂຢອາບເປັນຜູ້ບັນຊາການກອງທັບຂອງອິດສະຣາເອນທັງໝົດ;
ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນຜູ້ບັນຊາການຂອງຊາວເກເຣັດ ແລະ ຊາວເປເລັດ;
ອາໂດນີຣາມ2ເປັນຜູ້ເບິ່ງແຍງຄົນງານທັງໝົດ;
ເຢໂຮຊາຟັດລູກຊາຍອາຮີລຸດເປັນຜູ້ບັນທຶກ;
ເຊວາເປັນເລຂາທິການ;
ຊາດົກ ແລະ ອາບີອາທາເປັນປະໂລຫິດ;
ແລະ ອີຣາຊາວຢາອີເປັນປະໂລຫິດຂອງດາວິດ.
Source notes (2)
- Footnote ຫລື ອາ ເບັນ ຈົນເຖິງ ເບັດ ມາອາກາ ເຊັ່ນດຽວກັບຂໍ້ 15
- Footnote ພາສາເຮັບເຣີວ່າ ອາໂດຣາມ (ເບິ່ງ 1ກສ 4:6 ແລະ 5:14)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.