Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 21

ການ​ແກ້ແຄ້ນ​ໃຫ້​ຊາວກີເບໂອນ

ໃນ​ຊ່ວງ​ການ​ປົກຄອງ​ຂອງ​ດາວິດ, ເກີດ​ມີ​ໄພ​ອຶດຢາກ​ເປັນ​ເວລາ​ສາມ​ປີ​ເຕັມ; ສະນັ້ນ ດາວິດ​ຈຶ່ງ​ໄດ້​ຖາມ​ພຣະເຈົ້າ​ຢາເວ. ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ເປັນ​ເພາະ​ໂຊນ ແລະ ເຮືອນ​ທີ່​ເປື້ອນ​ເລືອດ​ຂອງ​ລາວ; ເພາະ​ລາວ​ໄດ້​ຂ້າ​ຊາວກີເບໂອນ”.

ກະສັດ​ເອີ້ນ​ຊາວກີເບໂອນ​ມາ ແລະ ໄດ້​ເວົ້າ​ກັບ​ພວກເຂົາ. (ຊາວກີເບໂອນ​ບໍ່​ໄດ້​ເປັນ​ສ່ວນໜຶ່ງ​ຂອງ​ອິດສະຣາເອນ ແຕ່​ເປັນ​ພວກ​ທີ່​ລອດ​ຊີວິດ​ຈາກ​ຊາວອາໂມ; ຊາວ​ອິດສະຣາເອນ​ໄດ້​ປະຕິຍານ​ວ່າ​ຈະ​ໄວ້​ຊີວິດ​ພວກເຂົາ, ແຕ່​ໂຊນ​ກະຕືລືລົ້ນ​ເພື່ອ​ອິດສະຣາເອນ ແລະ ຢູດາ​ຈຶ່ງ​ພະຍາຍາມ​ກວາດລ້າງ​ພວກເຂົາ). ດາວິດ​ຖາມ​ຊາວກີເບໂອນ​ວ່າ, “ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ພວກເຈົ້າ​ໄດ້​ແດ່? ເຮົາ​ຈະ​ຊົດເຊີຍ​ໃຫ້​ແນວໃດ​ເພື່ອ​ພວກເຈົ້າ​ຈະ​ອວຍພອນ​ມໍລະດົກ​ຂອງ​ພຣະເຈົ້າ​ຢາເວ?”

ຊາວກີເບໂອນ​ຕອບ​ເພິ່ນ​ວ່າ, “ພວກຂ້ານ້ອຍ​ບໍ່​ມີ​ສິດ​ທີ່​ຈະ​ຮຽກຮ້ອງ​ເງິນ ຫລື ຄໍາ​ຈາກ​ໂຊນ ແລະ ຄອບຄົວ​ຂອງ​ເພິ່ນ, ແລະ ກໍ​ບໍ່​ມີ​ສິດ​ຂ້າ​ຜູ້ໃດ​ໃນ​ອິດສະຣາເອນ”.

ດາວິດ​ເວົ້າ​ວ່າ, “ພວກເຈົ້າ​ຢາກ​ໃຫ້​ເຮົາ​ເຮັດຫຍັງ​ເພື່ອ​ພວກເຈົ້າ?”

ພວກເຂົາ​ຕອບ​ກະສັດ​ວ່າ, “ສຳລັບ​ຄົນ​ທີ່​ທຳລາຍ​ພວກຂ້ານ້ອຍ ແລະ ຄິດ​ຮ້າຍ​ຕໍ່​ພວກຂ້ານ້ອຍ​ຈົນ​ເຮັດ​ໃຫ້​ພວກຂ້ານ້ອຍ​ວອດວາຍ ແລະ ບໍ່​ມີ​ບ່ອນຢູ່​ໃນ​ອິດສະຣາເອນ, ຂໍ​ມອບ​ຫລານຊາຍ​ຈາກ​ເຊື້ອສາຍ​ຂອງ​ເພິ່ນ​ເພື່ອ​ພວກເຮົາ​ຈະ​ຂ້າ ແລະ ເອົາ​ສົບ​ຂອງ​ພວກເຂົາ​ປະຈານ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ເມືອງ​ກີເບອາ​ຂອງ​ໂຊນ, ເຊິ່ງ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ເລືອກ​ໄວ້”.

ສະນັ້ນ ກະສັດ​ໄດ້​ເວົ້າ​ວ່າ, “ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ພວກເຈົ້າ”.

ກະສັດ​ດາວິດ​ໄດ້​ໄວ້​ຊີວິດ​ເມຟີໂບເຊັດ​ລູກ​ຂອງ​ໂຢນາທານ, ເຊິ່ງ​ເປັນ​ຫລານຊາຍ​ຂອງ​ໂຊນ, ຍ້ອນ​ຄຳສາບານ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ລະຫວ່າງ​ດາວິດ ແລະ ໂຢນາທານ​ລູກຊາຍ​ຂອງ​ໂຊນ. ແຕ່​ກະສັດ​ໄດ້​ເອົາ​ອາກໂມນີ​ກັບ​ເມຟີໂບເຊັດ, ພວກເຂົາ​ທັງ​ສອງ​ເປັນ​ລູກຊາຍ​ຂອງ​ນາງ​ຣິຊະປາ​ລູກສາວ​ຂອງ​ອາອີຢາ, ເຊິ່ງ​ນາງ​ໄດ້​ເກີດ​ໃຫ້​ໂຊນ​ພ້ອມທັງ​ລູກຊາຍ​ຫ້າ​ຄົນ​ຂອງ​ນາງ​ເມຣາບ1​ລູກສາວ​ຂອງ​ໂຊນ, ເຊິ່ງ​ນາງ​ໄດ້​ເກີດ​ໃຫ້​ອັດຣີເອນ​ລູກຊາຍ​ຂອງ​ບາກຊິນໄລ​ຊາວເມໂຮລາ. ເພິ່ນ​ໄດ້​ມອບ​ພວກເຂົາ​ໃຫ້​ຊາວ​ກີເບໂອນ​ປະຫານ ແລະ ເອົາ​ສົບ​ຂອງ​ພວກເຂົາ​ປະຈານ​ເທິງ​ເນີນພູ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ຄົນ​ທັງ​ເຈັດ​ກໍ​ເສຍ​ຊີວິດ​ພ້ອມ​ກັນ; ພວກເຂົາ​ຖືກ​ຂ້າ​ໃນ​ຊ່ວງ​ມື້​ທໍາອິດ​ຂອງ​ຕົ້ນ​ລະດູ​ເກັບກ່ຽວ​ເຂົ້າ​ບາເລ​ໄດ້​ເລີ່ມຕົ້ນ.

ນາງ​ຣິຊະປາ​ລູກສາວ​ຂອງ​ອາອີຢາ​ເອົາ​ຜ້າກະສອບ ແລະ ກາງ​ອອກ​ຢູ່​ເທິງ​ກ້ອນຫີນ​ສຳລັບ​ຕົນ. ຕັ້ງແຕ່​ລະດູ​ເກັບກ່ຽວ​ເລີ່ມຕົ້ນ​ຈົນ​ຝົນ​ຄ່ອຍໆ​ຕົກ​ລົງ​ຈາກ​ຟ້າສະຫວັນ​ໃສ່​ສົບ​ເຫລົ່ານັ້ນ, ນາງ​ບໍ່​ໄດ້​ປ່ອຍ​ໃຫ້​ຝູງ​ນົກ​ມາ​ແຕະຕ້ອງ​ສົບ​ໃນ​ເວລາ​ກາງເວັນ ຫລື ຝູງ​ສັດປ່າ​ໃນ​ຕອນ​ກາງ​ຄືນ. ເມື່ອ​ດາວິດ​ໄດ້​ຍິນ​ເຖິງ​ສິ່ງ​ທີ່​ນາງ​ຣິຊະປາ​ລູກສາວ​ຂອງ​ອາອີຢາ, ເຊິ່ງ​ເປັນ​ເມຍນ້ອຍ​ຂອງ​ໂຊນ​ໄດ້​ກະທໍາ. ເພິ່ນ​ກໍ​ໄປ​ເອົາ​ກະດູກ​ຂອງ​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ມາ​ຈາກ​ຊາວ​ຢາເບັດ​ກີເລອາດ (ພວກເຂົາ​ໄດ້​ລັກ​ເອົາ​ສົບ​ຂອງ​ໂຊນ ແລະ ໂຢນາທານ​ມາ​ຈາກ​ເດີ່ນ​ເມືອງ​ເບັດຊານ, ບ່ອນ​ທີ່​ຊາວ​ຟີລິດສະຕິນ​ໄດ້​ແຂວນ​ໂຊນ ແລະ ລູກຊາຍ​ຂອງ​ເພິ່ນ​ໄວ້ ຫລັງຈາກ​ພວກເຂົາ​ໄດ້​ຂ້າ​ໂຊນ​ທີ່​ກິນໂບອາ.) ດາວິດ​ໄດ້​ເອົາ​ກະດູກ​ຂອງ​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ມາ​ຈາກ​ທີ່​ນັ້ນ ແລະ ຮວບຮວມ​ກະດູກ​ຂອງ​ຜູ້​ທີ່​ໄດ້​ຖືກ​ຂ້າ ແລະ ຖືກ​ປະຈານ​ໄວ້​ນຳກັນ.

ພວກເຂົາ​ໄດ້​ຝັງ​ກະດູກ​ຂອງ​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ໄວ້​ໃນ​ອຸບມຸງ​ກີເຊ​ພໍ່​ຂອງ​ໂຊນ​ທີ່​ເຊລາ​ໃນ​ເຂດແດນ​ເບັນຢາມິນ, ແລະ ເຮັດ​ທຸກສິ່ງ​ຕາມ​ທີ່​ກະສັດ​ໄດ້​ສັ່ງ. ຫລັງຈາກນັ້ນ, ພຣະເຈົ້າ​ໄດ້​ຕອບ​ຄຳອະທິຖານ​ເພື່ອ​ດິນແດນ​ນັ້ນ.

ສົງຄາມ​ກັບ​ຊາວ​ຟີລິດສະຕິນ

(1ຂຄ 20:4-8)

ມີ​ການ​ສູ້ຮົບ​ລະຫວ່າງ​ຊາວ​ຟີລິດສະຕິນ ແລະ ອິດສະຣາເອນ​ອີກ​ຄັ້ງ​ໜຶ່ງ. ດາວິດ​ໄດ້​ລົງ​ໄປ​ກັບ​ທະຫານ​ເພື່ອ​ຕໍ່ສູ້​ກັບ​ຊາວ​ຟີລິດສະຕິນ, ແລະ ເພິ່ນ​ກໍ​ອິດເມື່ອຍ​ຫລາຍ. ອີສະບີເບໂນບ, ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ຄົນ​ໜຶ່ງ​ຂອງ​ຣາຟາ, ລາວ​ຖື​ຫອກ​ທອງສຳລິດ​ໜັກ​ປະມານ 300 ເຊເຂວ2 ແລະ ພາຍ​ດາບ​ໃໝ່​ໂດຍ​ເວົ້າ​ວ່າ​ລາວ​ຢາກ​ຈະ​ຂ້າ​ດາວິດ. ແຕ່​ອາບີໄຊ​ລູກຊາຍ​ນາງ​ເຊຣູອີຢາ​ເຂົ້າ​ມາ​ຊ່ວຍ​ດາວິດ; ລາວ​ໄດ້​ໂຈມຕີ​ຊາວ​ຟີລິດສະຕິນ​ຄົນ​ນັ້ນ ແລະ ໄດ້​ຂ້າ​ລາວ. ແລ້ວ​ທະຫານ​ຂອງ​ດາວິດ​ໄດ້​ປະຕິຍານ​ໂດຍ​ເວົ້າ​ວ່າ, “ຈະ​ບໍ່​ໃຫ້​ທ່ານ​ອອກ​ໄປ​ສູ້ຮົບ​ກັບ​ພວກເຮົາ​ອີກ, ເພື່ອ​ບໍ່​ໃຫ້​ຕະກຽງ​ຂອງ​ອິດສະຣາເອນ​ຕ້ອງ​ດັບ​ໄປ”.

ຕໍ່ມາ, ມີ​ການ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ​ອີກ​ທີ່​ເມືອງ​ໂກບ. ໃນ​ເວລາ​ນັ້ນ ສິບເບກາຍ​ຊາວ​ຮູຊາ​ໄດ້​ຂ້າ​ສາເຟ, ເຊິ່ງ​ເປັນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ຣາຟາ.

ແລະ ໃນ​ການ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ​ອີກ​ຄັ້ງ​ໜຶ່ງ​ທີ່​ໂກບ, ເອນຮານານ​ລູກຊາຍ​ຂອງ​ຢາອີ3​ຊາວ​ເບັດເລເຮັມ​ໄດ້​ຂ້າ​ນ້ອງຊາຍ​ຂອງ4​ໂກລີອາດ​ຊາວ​ກາດ, ຜູ້​ທີ່​ຖື​ຫອກ​ດ້າມ​ໃຫຍ່​ເໝືອນ​ໄມ້​ທີ່​ໃຊ້​ຕ່ຳຫູກ.

ໃນ​ການ​ສູ້ຮົບ​ອີກ​ຄັ້ງ, ເຊິ່ງ​ໄດ້​ເກີດ​ຂຶ້ນ​ທີ່​ເມືອງ​ກາດ, ຄົນ​ຮູບຮ່າງ​ໃຫຍ່​ທີ່​ມີ​ນິ້ວມື​ນິ້ວຕີນ​ເບື້ອງ​ລະ​ຫົກ​ນິ້ວ​ລວມ​ທັງໝົດ​ມີ​ຊາວສີ່​ນິ້ວ. ລາວ​ເປັນ​ເຊື້ອສາຍ​ຂອງ​ຣາຟາ​ເໝືອນ​ກັນ. ເມື່ອ​ລາວ​ໄດ້​ເວົ້າ​ເຢາະເຢີ້ຍ​ຊາວ​ອິດສະຣາເອນ, ໂຢນາທານ​ລູກຊາຍ​ຂອງ​ຊີເມອາ, ອ້າຍ​ຂອງ​ດາວິດ​ໄດ້​ຂ້າ​ລາວ.

ສີ່​ຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ຣາຟາ​ໃນ​ເມືອງ​ກາດ ແລ້ວ​ພວກເຂົາ​ໄດ້​ຖືກ​ດາວິດ ແລະ ທະຫານ​ຂອງ​ເພິ່ນ​ໄດ້​ຂ້າ​ພວກເຂົາ​ດ້ວຍ​ມື​ຂອງ​ຕົນ.

Source notes (4)
  1. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ ແລະ ສະບັບ​ເຊັບຕູອາຈິນ ສ່ວນ​ໃຫຍ່​ວ່າ ມີການ
  2. Footnote ຫລື 3,5 ກິໂລກຣາມ
  3. Footnote ຫລື ລູກຊາຍ​ຢາອີ​ຊ່າງ​ຕໍ່າ​ຜ້າ
  4. Footnote ພາສາ​ເຮັບເຣີ​ບໍ່​ມີ ນ້ອງຊາຍ​ຂອງ (ເບິ່ງ 1ຂຄ 20:5)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.