Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 22

ເພງສັນລະເສີນ​ຂອງ​ດາວິດ

(ພສສ 18:1-50)

ດາວິດ​ໄດ້​ຮ້ອງເພງ​ບົດ​ນີ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ ເມື່ອ​ພຣະເຈົ້າ​ຢາເວ​ໄດ້​ຊ່ວຍກູ້​ເພິ່ນ​ພົ້ນ​ຈາກ​ມື​ຂອງ​ໂຊນ ແລະ ບັນດາ​ສັດຕູ​ທັງໝົດ​ຂອງ​ເພິ່ນ. ເພິ່ນ​ໄດ້​ເວົ້າ​ວ່າ:

“ພຣະເຈົ້າ​ຢາເວ​ເປັນ​ສີລາ, ເປັນ​ປ້ອມ​ປ້ອງ​ກັນ ແລະ ຜູ້​ຊ່ວຍກູ້​ຂອງ​ຂ້ານ້ອຍ;

ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ສີລາ​ທີ່​ຂ້ານ້ອຍ​ເຂົ້າ​ໄປ​ລີ້​ໄພ,

ເປັນ​ໂລ່ ແລະ ເປັນ​ເຂົາ1​ແຫ່ງ​ຄວາມພົ້ນ​ຂອງ​ຂ້ານ້ອຍ.

ພຣະອົງ​ເປັນ​ຖານ​ທີ່​ໝັ້ນ, ເປັນ​ບ່ອນ​ລີ້ໄພ ແລະ ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ

ພຣະອົງ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ໂຫດຮ້າຍ.

“ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ, ຜູ້​ສົມຄວນ​ໄດ້​ຮັບ​ການ​ສັນລະເສີນ,

ແລະ ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ.

ຄື້ນ​ແຫ່ງ​ຄວາມ​ຕາຍ​ປິ່ນ​ອ້ອມ​ຂ້ານ້ອຍ;

ກະແສ​ແຫ່ງ​ຄວາມ​ຈິບຫາຍ​ຖ້ວມ​ຂ້ານ້ອຍ.

ເຊືອກ​ຂອງ​ຂຸມຝັງສົບ​ກໍ​ພັນ​ອ້ອມ​ໂຕ​ຂ້ານ້ອຍ​ໄວ້.

ບ້ວງແຮ້ວ​ແຫ່ງ​ຄວາມ​ຕາຍ​ຢູ່​ຕໍ່ໜ້າ​ຂ້ານ້ອຍ.

“ຂ້ານ້ອຍ​ຮ້ອງຫາ​ພຣະເຈົ້າ​ຢາເວ​ໃນ​ຍາມ​ທຸກໃຈ;

ຂ້ານ້ອຍ​ຮ້ອງຫາ​ພຣະເຈົ້າ​ຂອງ​ຂ້ານ້ອຍ.

ພຣະອົງ​ໄດ້​ຍິນ​ສຽງ​ຂອງ​ຂ້ານ້ອຍ​ຈາກ​ວິຫານ​ຂອງ​ພຣະອົງ;

ສຽງ​ຮ້ອງ​ຂອງ​ຂ້ານ້ອຍ​ດັງ​ໄປ​ເຖິງ​ຫູ​ຂອງ​ພຣະອົງ.

ແຜ່ນດິນໂລກ​ສັ່ນສະເທືອນ ແລະ ຫວັ່ນ​ໄຫວ,

ຮາກຖານ​ຂອງ​ຟ້າສະຫວັນ2​ສັ່ນ​ຄອນ;

ຟ້າສະຫວັນ​ສັ່ນສະເທືອນ​ເພາະ​ພຣະອົງ​ໃຈຮ້າຍ.

ຄວັນ​ພຸ່ງ​ອອກ​ມາ​ຈາກ​ຮູດັງ​ຂອງ​ພຣະອົງ;

ແປວ​ໄຟ​ທີ່​ເຜົາໄໝ້​ຢູ່​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ,

ຖ່ານຫີນ​ທີ່​ເຜົາໄໝ້​ຢູ່​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ.

ພຣະອົງ​ໄດ້​ເປີດ​ຟ້າ​ສະຫວັນ ແລະ ໄດ້​ລົງ​ມາ;

ເມກ​ມືດ​ໜາ​ນັ້ນ​ກໍ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ.

ພຣະອົງ​ຂຶ້ນ​ຂີ່​ເຄຣຸບ ແລະ ບິນ​ລົງ​ມາ;

ພຣະອົງ​ບິນ3​ດ້ວຍ​ປີກ​ແຫ່ງ​ກະແສ​ລົມ.

ພຣະອົງ​ໃຫ້​ຄວາມ​ມືດ​ປົກຄຸມ​ອ້ອມ​ພຣະອົງ

ໃຫ້​ເມກ​ຝົນ​ອັນ​ມືດ​ຄື້ມ4​ໃນ​ທ້ອງຟ້າ​ຢູ່​ອ້ອມ​ພຣະອົງ.

ສາຍຟ້າ​ມາບ​ແມບ​ອອກ​ມາ.

ຈາກ​ແສງ​ສະຫວ່າງ​ກ້າ​ແຫ່ງ​ການ​ປາກົດ​ຂອງ​ພຣະອົງ.

ພຣະເຈົ້າ​ຢາເວ​ເປັ່ງ​ສຽງ​ຟ້າຮ້ອງ​ຈາກ​ຟ້າສະຫວັນ;

ສຽງ​ຂອງ​ອົງ​ຜູ້​ສູງສຸດ​ດັງ​ກ້ອງ.

ພຣະອົງ​ຍິງ​ລູກທະນູ​ຂອງ​ພຣະອົງ ແລ້ວ​ເຮັດ​ໃຫ້​ບັນດາ​ສັດຕູ​ກະຈັດກະຈາຍ​ໄປ,

ພຣະອົງ​ສົ່ງ​ຟ້າ​ແມບ ເຮັດ​ໃຫ້​ພວກເຂົາ​ແຕກໜີ​ໄປ.

ເມື່ອ​ພຣະເຈົ້າ​ຢາເວ​ກ່າວ​ເຕືອນ

ເມື່ອ​ລົມ​ພຸ່ງ​ອອກ​ຈາກ​ດັງ​ຂອງ​ພຣະອົງ

ຮ່ອມພູ​ໃນ​ທະເລ​ກໍ​ເຜີຍ​ອອກ

ຮາກຖານ​ຂອງ​ໂລກ​ກໍ​ປາກົດ

“ພຣະອົງ​ໄດ້​ຍື່ນ​ມື​ຈາກ​ເບື້ອງ​ເທິງ​ລົງ​ມາ ແລະ ຈັບ​ຂ້ານ້ອຍ​ໄວ້;

ພຣະອົງ​ໄດ້​ດຶງ​ຂ້ານ້ອຍ​ອອກ​ມາ​ຈາກ​ນ້ຳ​ເລິກ.

ພຣະອົງ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ສັດຕູ​ຜູ້​ມີ​ອຳນາດ,

ຈາກ​ສັດຕູ​ຂອງ​ຂ້ານ້ອຍ, ເຊິ່ງ​ແຂງແຮງ​ກວ່າ​ຂ້ານ້ອຍ.

ພວກເຂົາ​ບຸກ​ໂຈມຕີ​ຂ້ານ້ອຍ​ໃນ​ຍາມ​ທີ່​ຂ້ານ້ອຍ​ປະສົບ​ໄພພິບັດ,

ແຕ່​ພຣະເຈົ້າ​ຢາເວ​ໄດ້​ຄ້ຳ​ຊູ​ຂ້ານ້ອຍ​ໄວ້.

ພຣະອົງ​ນຳ​ຂ້ານ້ອຍ​ອອກ​ມາ​ຍັງ​ບ່ອນ​ກວ້າງ​ຂວາງ;

ພຣະອົງ​ກອບກູ້​ຂ້ານ້ອຍ​ໄວ້​ເພາະ​ພຣະອົງ​ຍິນດີ​ໃນ​ຕົວ​ຂອງ​ຂ້ານ້ອຍ.

“ພຣະເຈົ້າ​ຢາເວ​ໄດ້​ຕອບ​ແທນ​ຂ້ານ້ອຍ​ຕາມ​ຄວາມ​ຊອບທຳ​ຂອງ​ຂ້ານ້ອຍ;

ມອບ​ບຳເໜັດ​ໃຫ້​ຂ້ານ້ອຍ​ເພາະ​ຂ້ານ້ອຍ​ນັ້ນ​ເປັນ​ຄົນ​ມື​ສະອາດ.

ເພາະ​ຂ້ານ້ອຍ​ໄດ້​ຮັກສາ​ທາງ​ຂອງ​ພຣະເຈົ້າ​ຢາເວ;

ຂ້ານ້ອຍ​ບໍ່​ໄດ້​ເຮັດ​ຊົ່ວ​ໂດຍ​ຫັນ​ໄປ​ຈາກ​ພຣະເຈົ້າ​ຂອງ​ຂ້ານ້ອຍ.

ກົດບັນຍັດ​ທຸກຂໍ້​ຂອງ​ພຣະອົງ​ກໍ​ຢູ່​ຕໍ່ໜ້າ​ຂ້ານ້ອຍ;

ຂ້ານ້ອຍ​ບໍ່​ໄດ້​ຫັນ​ໄປ​ຈາກ​ດຳລັດ​ຂອງ​ພຣະອົງ

ຂ້ານ້ອຍ​ບໍ່​ໄດ້​ມີ​ຕຳໜິ​ເມື່ອ​ຢູ່​ຕໍ່ໜ້າ​ພຣະອົງ.

ແລະ ໄດ້​ຮັກສາ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ.

ພຣະເຈົ້າ​ຢາເວ​ໄດ້​ໃຫ້​ບຳເໜັດ​ແກ່​ຂ້ານ້ອຍ​ຕາມ​ຄວາມ​ຊອບທຳ​ຂອງ​ຂ້ານ້ອຍ,

ຕາມ​ມື​ທີ່​ບໍລິສຸດ5​ຂອງ​ຂ້ານ້ອຍ​ໃນ​ສາຍຕາ​ຂອງ​ພຣະອົງ.

“ພຣະອົງ​ໄດ້​ສະແດງ​ພຣະອົງ​ເອງ​ວ່າ​ສັດຊື່​ຕໍ່​ຄົນ​ທີ່​ສັດຊື່,

ພຣະອົງ​ໄດ້​ສະແດງ​ພຣະອົງ​ເອງ​ວ່າ​ບໍ່​ມີ​ຕຳໜິ​ຕໍ່​ຄົນ​ທີ່​ບໍ່​ມີ​ຕຳໜິ,

ພຣະອົງ​ໄດ້​ສະແດງ​ພຣະອົງ​ເອງ​ວ່າ​ບໍລິສຸດ​ຕໍ່​ຄົນ​ທີ່​ບໍລິສຸດ,

ແຕ່​ພຣະອົງ​ໄດ້​ສະແດງ​ພຣະອົງ​ເອງ​ວ່າ​ສະຫລາດ​ຫລັກແຫລມ​ຕໍ່​ຄົນ​ທີ່​ຫລອກລວງ.

ພຣະອົງ​ໄດ້​ຊ່ວຍ​ຜູ້​ທີ່​ຖ່ອມ​ໃຈ​ໃຫ້​ພົ້ນ,

ແຕ່​ຕາ​ຂອງ​ພຣະອົງ​ເຝົ້າເບິ່ງ​ຄົນ​ອວດອົ່ງ​ຈອງຫອງ​ເພື່ອ​ເຮັດ​ໃຫ້​ພວກເຂົາ​ຕົກຕ່ຳ​ລົງ.

ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ເປັນ​ຕະກຽງ​ຂອງ​ຂ້ານ້ອຍ;

ພຣະເຈົ້າ​ຢາເວ​ໄດ້​ປ່ຽນ​ຄວາມມືດມົນ​ຂອງ​ຂ້າ​ນ້ອຍໃຫ້​ກາຍເປັນ​ຄວາມສະຫວ່າງ;

ຂ້ານ້ອຍ​ສາມາດ​ໂຈມຕີ​ຂອງ​ກອງທັບ​ໄດ້​ດ້ວຍ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະອົງ;6

ຂ້ານ້ອຍ​ປີນ​ຂ້າມ​ກຳແພງ​ເມືອງ​ໄດ້​ໂດຍ​ພຣະເຈົ້າ​ຂອງ​ຂ້ານ້ອຍ.

“ສຳລັບ​ພຣະເຈົ້າ, ວິຖີ​ທາງ​ຂອງ​ພຣະອົງ​ນັ້ນ​ແມ່ນ​ດີ​ເລີດ:

ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ບໍ່​ມີ​ຂໍ້​ຜິດພາດ;

ພຣະອົງ​ເປັນ​ໂລ່​ສຳລັບ​ທຸກຄົນ​ທີ່​ລີ້ໄພ​ໃນ​ພຣະອົງ.

ເພາະ​ນອກ​ຈາກ​ພຣະເຈົ້າ​ຢາເວ​ແລ້ວ​ຜູ້ໃດ​ທີ່​ເປັນ​ພຣະເຈົ້າ?

ແລະ ຜູ້ໃດ​ທີ່​ເປັນ​ພຣະສີລາ ນອກຈາກ​ພຣະເຈົ້າ​ຂອງ​ພວກເຮົາ?

ຄື​ພຣະເຈົ້າ​ນີ້​ແຫລະ ທີ່​ເປັນ​ຜູ້​ໃຫ້​ກຳລັງ​ແກ່​ຂ້ານ້ອຍ.7

ແລະ ຮັກສາ​ຫົນທາງ​ຂອງ​ຂ້ານ້ອຍ​ໃຫ້​ປອດໄພ.

ພຣະອົງ​ໄດ້​ເຮັດ​ໃຫ້​ຕີນ​ຂອງ​ຂ້ານ້ອຍ​ເປັນ​ເໝືອນ​ດັ່ງ​ຕີນ​ກວາງ.

ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຢືນ​ຢູ່​ເທິງ​ທີ່​ສູງ​ໄດ້.

ພຣະອົງ​ໄດ້​ຝຶກ​ມື​ຂອງ​ຂ້ານ້ອຍ​ໃຫ້​ພ້ອມ​ສູ້ຮົບ;

ແຂນ​ຂອງ​ຂ້ານ້ອຍ​ຈຶ່ງ​ສາມາດ​ກົ່ງ​ຄັນ​ທະນູ​ທອງສຳລິດ​ໄດ້.

ພຣະອົງ​ໄດ້​ໃຫ້​ຄວາມ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພຣະອົງ​ເປັນ​ໂລ່​ຂອງ​ຂ້ານ້ອຍ;

ການ​ຊ່ວຍ​ເຫລືອ​ຂອງ​ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຍິ່ງໃຫຍ່​ຂຶ້ນ.

ພຣະອົງ​ໄດ້​ເຮັດ​ໃຫ້​ຫົນທາງ​ທີ່​ຂ້ານ້ອຍ​ເດີນ​ໄປ​ນັ້ນ​ກວ້າງຂວາງ.

ເພື່ອ​ບໍ່​ໃຫ້​ຂໍ່​ຕີນ​ຂອງ​ຂ້ານ້ອຍ​ພິກ.8

“ຂ້ານ້ອຍ​ໄລ່​ຕາມ​ສັດຕູ​ຂອງ​ຂ້ານ້ອຍ ແລະ ຍ່ອງ​ພວກເຂົາ;

ຂ້ານ້ອຍ​ບໍ່​ໄດ້​ກັບ​ມາ​ຈົນກວ່າ​ພວກເຂົາ​ຖືກ​ທຳລາຍ.

ຂ້ານ້ອຍ​ຍ່ອງ​ພວກເຂົາ​ຈົນ​ໝຸ່ນ ແລະ ພວກເຂົາ​ລຸກ​ຂຶ້ນ​ບໍ່​ໄດ້​ອີກ.

ພວກເຂົາ​ລົ້ມລົງ​ຢູ່​ໃຕ້​ຕີນ​ຂອງ​ຂ້ານ້ອຍ.

ພຣະອົງ​ໄດ້​ໃຫ້​ກຳລັງ​ຂ້ານ້ອຍ​ເພື່ອ​ສູ້ຮົບ;

ພຣະອົງ​ເຮັດ​ໃຫ້​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ​ຖ່ອມ​ລົງ​ຢູ່​ຕໍ່ໜ້າ​ຂ້ານ້ອຍ.

ພຣະອົງ​ໄດ້​ເຮັດ​ໃຫ້​ສັດຕູ​ຂອງ​ຂ້ານ້ອຍ​ຖອຍ​ໜີ​ໄປ.

ແລະ ຂ້ານ້ອຍ​ໄດ້​ທຳລາຍ​ລ້າງ​ສັດຕູ​ຂອງ​ຂ້ານ້ອຍ.

ພວກເຂົາ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ, ແຕ່​ບໍ່​ມີ​ຜູ້ໃດ​ຊ່ວຍ​ພວກເຂົາ

ພວກເຂົາ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ ແຕ່​ພຣະອົງ​ບໍ່​ຕອບ.

ຂ້ານ້ອຍ​ເອົາ​ຊະນະ​ພວກເຂົາ​ຢ່າງ​ງ່າຍດາຍ​ດັ່ງ​ຂີ້ຝຸ່ນ​ດິນ​ໃນ​ແຜ່ນດິນໂລກ.

ຂ້ານ້ອຍ​ໂຈມຕີ ແລະ ຢຽບຢ່ຳ​ພວກເຂົາ​ດັ່ງ​ຂີ້ຕົມ​ຕາມ​ຫົນທາງ.

“ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ການ​ໂຈມຕີ​ຂອງ​ຄົນ​ທັງຫລາຍ;

ພຣະອົງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້​ໃຫ້​ເປັນ​ປະມຸກ​ຂອງ​ປະຊາຊາດ​ທັງຫລາຍ.

ຄົນ​ທີ່​ຂ້ານ້ອຍ​ບໍ່​ຮູ້​ຈັກ​ບັດນີ້​ມາ​ຮັບໃຊ້​ຂ້ານ້ອຍ,

ຄົນ​ຕ່າງຊາດ​ທັງຫລາຍ​ຕ່າງ​ກໍ​ກົ້ມກາບ​ຕໍ່​ໜ້າ​ຂ້ານ້ອຍ;

ທັນທີ​ທີ່​ພວກເຂົາ​ໄດ້​ຍິນ​ກ່ຽວກັບ​ຂ້ານ້ອຍ, ພວກເຂົາ​ກໍ​ເຊື່ອຟັງ​ຂ້ານ້ອຍ.

ພວກເຂົາ​ລ້ວນ​ແຕ່​ເສຍ​ກຳລັງໃຈ;

ພວກເຂົາ​ຕ່າງ​ກໍ​ຕົວ​ສັ່ນ9​ອອກ​ມາ​ຈາກ​ຖານ​ທີ່​ໝັ້ນ​ຂອງ​ຕົນ.

“ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່! ຂໍ​ໃຫ້​ຄໍາ​ສັນລະເສີນ​ເປັນ​ຂອງ​ພະສີລາ​ຂອງ​ຂ້ານ້ອຍ!

ຂໍ​ຍົກຍ້ອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ, ພຣະສີລາ, ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ!

ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ແກ້ແຄ້ນ​ໃຫ້​ຂ້ານ້ອຍ,

ຜູ້​ໄດ້​ປາບ​ປະຊາຊາດ​ຕ່າງໆ ໃຫ້​ຢູ່​ພາຍໃຕ້​ຂ້ານ້ອຍ,

ຜູ້​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ.

ພຣະອົງ​ໄດ້​ຍົກ​ຂ້ານ້ອຍ​ຂຶ້ນ​ເໜືອ​ສັດຕູ​ທັງຫລາຍ​ຂອງ​ຂ້ານ້ອຍ.

ພຣະອົງ​ໄດ້​ກອບກູ້​ຂ້ານ້ອຍ​ຈາກ​ຄົນ​ໂຫດຮ້າຍ;

ຂ້າແດ່​ພຣະເຈົ້າ​ຢາເວ ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ສັນລະເສີນ​ພຣະອົງ​ຢູ່​ທ່າມ​ກາງ​ຊົນຊາດ​ທັງຫລາຍ;

ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ນາມ​ຂອງ​ພຣະອົງ.

“ພຣະອົງ​ໄດ້​ໃຫ້​ໄຊຊະນະ​ອັນ​ຍິ່ງໃຫຍ່​ແກ່​ກະສັດ​ຂອງ​ພຣະອົງ;

ພຣະອົງ​ສະແດງ​ຄວາມ​ກະລຸນາ​ຢ່າງ​ບໍ່​ຢຸດຢັ້ງ​ແກ່​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ຕັ້ງ​ໄວ້,

ຄື​ດາວິດ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດ​ໄປ”.

Source notes (9)
  1. Footnote ພາສາ​ເຮັບເຣີ​ວ່າ ເຂົາສັດ ເຊິ່ງ​ເປັນ​ສັນຍະລັກ​ຂອງ​ກຳລັງ
  2. Footnote ສະບັບ Vulg. ແລະ Syr. ວ່າ ພູເຂົາ​ທັງຫລາຍ (ເບິ່ງ ພສສ 18:7)
  3. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ປາກົດ (ເບິ່ງ ພສສ 18:10)
  4. Footnote ພາສາ​ເຮັບເຣີ​ວ່າ ໜາແໜ້ນ (ເບິ່ງ ພສສ 18:11)
  5. Footnote ສະບັບ​ເຊັບຕູອາຈິນ ແລະ ສະບັບ​ວັນເກດ​ວ່າ ຕາມ​ທີ່​ເຫັນ​ວ່າ​ຂ້ານ້ອຍ​ເປັນ​ຄົນ​ມື​ສະອາດ (ເບິ່ງ ພສສ 18:24)
  6. Footnote ຫລື ສາມາດ ແລ່ນ ຜ່ານ​ອຸປະສັກ​ມາ​ໄດ້
  7. Footnote ໜັງສື​ມ້ວນ​ທະເລຕາຍ ບາງ​ສຳເນົາ​ຕົ້ນ​ສະບັບ, ເຊັບຕູອາຈິນ, ສະບັບ​ວັນເກດ ແລະ ສະບັບ​ຊີເລຍ (ເຊັ່ນ​ດຽວ​ກັນ​ໃນ ພສສ 18:32) ສະບັບ​ມາໂຊເຣຕິກ​ວ່າ ພຣະເຈົ້າ​ນີ້​ແຫລະ ເປັນ​ທີ່​ລີ້ໄພ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ
  8. Footnote ພາສາ​ເຮັບເຣີ​ວ່າ ເພື່ອ​ຂໍ້​ຕີນ​ຂອງ​ຂ້ານ້ອຍ​ຈະ​ບໍ່​ພິກ
  9. Footnote ສະບັບ MT. ວ່າ ພວກ​ພວກເຂົາ​ຖື​ອາວຸດ (ເບິ່ງ ພສສ 18:45)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.