Biblica® Open Lao Contemporary Version
2 ຊາມູເອນ 23
ຄຳອຳລາຂອງດາວິດ
ຄໍາເຫລົ່ານີ້ຄືຄຳອຳລາສຸດທ້າຍຂອງດາວິດ:
“ຖ້ອຍຄໍາແຫ່ງດົນໃຈຂອງດາວິດລູກຊາຍຂອງເຢຊີ,
ຖ້ອຍຄໍາຂອງຊາຍຄົນໜຶ່ງທີ່ອົງຜູ້ສູງສຸດໄດ້ຍົກຂຶ້ນ,
ຜູ້ໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າຂອງຢາໂຄບ,
ຜູ້ຮ້ອງບົດເພງວິລະບູລຸດຂອງອິດສະຣາເອນດັ່ງນີ້:1
“ພຣະວິນຍານຂອງພຣະເຈົ້າຢາເວໄດ້ກ່າວຜ່ານຂ້ານ້ອຍ;
ຖ້ອຍຄໍາຂອງພຣະອົງຢູ່ທີ່ລິ້ນຂອງຂ້ານ້ອຍ.
ພຣະເຈົ້າແຫ່ງອິດສະຣາເອນໄດ້ກ່າວ,
ພຣະສີລາແຫ່ງອິດສະຣາເອນໄດ້ກ່າວກັບຂ້ານ້ອຍວ່າ:
‘ເມື່ອຜູ້ໜຶ່ງປົກຄອງປະຊາຊົນດ້ວຍຄວາມຊອບທຳ,
ເມື່ອເພິ່ນປົກຄອງດ້ວຍຄວາມຢຳເກງພຣະເຈົ້າ,
ເພິ່ນກໍເປັນດັ່ງແສງຕາເວັນຂຶ້ນໃນຍາມເຊົ້າ
ດັ່ງແສງແຈ້ງໃນຍາມເຊົ້າທີ່ບໍ່ມີເມກໝອກ,
ເໝືອນດັ່ງແສງສະຫວ່າງຫລັງຝົນຕົກ
ເຊິ່ງເຮັດໃຫ້ຫຍ້າປົ່ງຂຶ້ນມາຈາກແຜ່ນດິນໂລກ’.
“ຖ້າເຊື້ອສາຍຂອງຂ້ານ້ອຍບໍ່ຊອບທໍາຕໍ່ພຣະເຈົ້າ,
ແນ່ນອນ ພຣະອົງຈະບໍ່ເຮັດຄຳໝັ້ນສັນຍານິລັນດອນກັບຂ້ານ້ອຍ,
ຈັດຕຽມ ແລະ ຄວາມປອດໄພໃນທຸກດ້ານໃຫ້ຂ້ານ້ອຍ;
ແນ່ນອນ ພຣະອົງຈະບໍ່ໃຫ້ຄວາມພົ້ນແກ່ຂ້ານ້ອຍບັນລຸຜົນສຳເລັດ
ແລະ ໃຫ້ຂ້ານ້ອຍຕາມຄວາມປາຖະໜາຂອງຂ້ານ້ອຍທຸກຢ່າງ.
ແຕ່ຄົນຊົ່ວຈະຖືກໂຍນຖິ້ມໄປເໝືອນດັ່ງໜາມ,
ເຊິ່ງບໍ່ຕ້ອງໃຊ້ມືຮວມຮວບ.
ຜູ້ໃດແຕະຕ້ອງໜາມ
ຄວນໃຊ້ເຄື່ອງມືເຫລັກ ຫລື ດ້າມຫອກ;
ພວກເຂົາຖືກເຜົາຖິ້ມໃນບ່ອນທີ່ພວກເຂົາຢູ່”.
ບັນດານັກຮົບທີ່ມີຊື່ສຽງຂອງດາວິດ
(1ຂຄ 11:10-41)
ຕໍ່ໄປນີ້ຄືລາຍຊື່ບັນດານັກຮົບທີ່ມີຊື່ສຽງຂອງດາວິດມີດັ່ງນີ້:
ໂຢເຊບບັດເຊເບັດ,2 ຊາວຕາເກໂມນ,3 ເຊິ່ງເປັນຫົວໜ້າຂອງນັກຮົບທັງສາມຄົນ; ລາວໃຊ້ຫອກຕໍ່ສູ້4ທະຫານແປດຮ້ອຍຄົນ, ເຊິ່ງລາວໄດ້ຂ້າຄົນໃນການສູ້ຮົບຄັ້ງດຽວ.
ຄົນຕໍ່ມາແມ່ນເອເລອາຊາລູກຊາຍຂອງໂດໂດຊາວອາໂຮ. ລາວເປັນໜຶ່ງໃນສາມທະຫານຍອດນັກຮົບຢູ່ກັບດາວິດ, ລາວຂົ່ມຂູ່ພວກຟີລິດສະຕິນທີ່ມາເຕົ້າໂຮມກັນຢູ່ທີ່ເມືອງປັດດຳມິມ5ເພື່ອສູ້ຮົບ. ແລ້ວຊາວອິດສະຣາເອນຈຶ່ງຖອຍໜີໄປ, ແຕ່ເອເລອາຊາຢືນຕົວ ແລະ ຕໍ່ສູ້ຊາວຟີລິດສະຕິນຈົນມືຂອງລາວຈັງ ແລະ ປ່ອຍດາບອອກບໍ່ໄດ້. ພຣະເຈົ້າຢາເວໂຜດປະທານໄຊຊະນະອັນຍິ່ງໃຫຍ່ໃນວັນນັ້ນ. ກອງທະຫານກັບມາຫາເອເລອາຊາ, ແຕ່ພວກເຂົາພຽງແຕ່ປຸ້ນເຄື່ອງຂອງຈາກສົບຄົນຕາຍເທົ່ານັ້ນ.
ຕໍ່ມາຄືຊາມມາລູກຊາຍຂອງອາກີຊາວຮາຣາເຣ. ເມື່ອຊາວຟີລິດສະຕິນໄດ້ເຂົ້າມາເຕົ້າໂຮມກັນຢູ່ບ່ອນໜຶ່ງທີ່ມີຕົ້ນຖົ່ວເຕັມໄປໝົດ, ກອງທັບອິດສະຣາເອນກໍໜີໄປຈາກພວກເຂົາ. ແຕ່ຊາມມາຢືນຕົວຢູ່ກາງທົ່ງນາ, ລາວປົກປ້ອງກັນສວນນັ້ນ ແລະ ຂ້າຊາວຟີລິດສະຕິນ, ແລະ ພຣະເຈົ້າຢາເວໄດ້ປະທານໄຊຊະນະອັນຍິ່ງໃຫຍ່.
ໃນຊ່ວງລະດູເກັບກ່ຽວ, ສາມທະຫານໃນບັນດາຫົວໜ້ານັກຮົບສາມສິບຄົນມາຫາດາວິດທີ່ຖ້ຳອາດຸນລຳ, ຂະນະທີ່ກອງທະຫານຂອງຟີລິດສະຕິນຕັ້ງຄ້າຍຢູ່ໃນຮ່ອມພູເຣຟາອິມ. ໃນເວລານັ້ນດາວິດຢູ່ໃນຖານທີ່ໝັ້ນ, ສ່ວນກອງທະຫານຂອງຟີລິດສະຕິນຢູ່ທີ່ເບັດເລເຮັມ. ດາວິດຫິວນ້ຳ ແລະ ເວົ້າຂຶ້ນວ່າ, “ຖ້າມີຜູ້ໃດໄປເອົານ້ຳຈາກສ້າງໃກ້ປະຕູເມືອງເບັດເລເຮັມມາໃຫ້ເຮົາດື່ມກໍຈະດີ!” ດັ່ງນັ້ນ ນັກຮົບເກັ່ງກ້າທັງສາມຄົນກໍຕີຝ່າແນວຮົບຂອງຟີລິດສະຕິນໄປຕັກນ້ຳຈາກສ້າງໃກ້ປະຕູເມືອງເບັດເລເຮັມ ແລ້ວເອົານ້ຳມາໃຫ້ດາວິດ. ແຕ່ເພິ່ນບໍ່ຍອມດື່ມ; ເພິ່ນພັດໄດ້ເທນໍ້າລົງຕໍ່ໜ້າພຣະເຈົ້າຢາເວ. ເພິ່ນເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍບໍ່ສາມາດດື່ມໄດ້! ນີ້ຄືເລືອດຂອງຄົນເຫລົ່ານີ້ທີ່ຊີວິດໄປເອົາມາບໍ່ແມ່ນບໍ?” ແລະ ດາວິດຈຶ່ງບໍ່ຍອມດື່ມນ້ຳນັ້ນ.
ນີ້ແມ່ນວິລະກຳຂອງສາມທະຫານຍອດນັກຮົບ.
ອາບີໄຊນ້ອງຊາຍຂອງໂຢອາບລູກຊາຍນາງເຊຣູອີຢາເປັນຫົວໜ້າຂອງນັກຮົບທີ່ມີຊື່ສຽງສາມຄົນ.6 ລາວໄດ້ໃຊ້ຫອກຂອງຕົນຕໍ່ສູ້ທະຫານສາມຮ້ອຍຄົນ, ລາວຂ້າທະຫານທັງໝົດ ແລະ ລາວຈຶ່ງກາຍເປັນຄົນທີ່ມີຊື່ສຽງເທົ່າກັນກັບສາມທະຫານຍອດນັກຮົບ. ລາວບໍ່ໄດ້ຮັບກຽດຫລາຍກວ່ານັກຮົບສາມຄົນນັ້ນບໍ? ແຕ່ລາວໄດ້ກາຍເປັນຜູ້ບັນຊາການເໜືອສາມທະຫານຍອດນັກຮົບ ແລະ ມີກຽດຍິ່ງໃຫຍ່ກວ່າ, ເຖິງແມ່ນວ່າລາວບໍ່ໄດ້ເປັນໜຶ່ງໃນສາມຄົນກໍຕາມ.
ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນທະຫານກ້າຫານຈາກເມືອງກັບເຊເອນ, ຜູ້ສ້າງວິລະກຳຫລາຍຄັ້ງ. ລາວໄດ້ຂ້ານັກຮົບສີມືດີຂອງຊາວໂມອາບສອງຄົນ. ມີຄັ້ງໜຶ່ງໃນມື້ທີ່ຫິມະຕົກ ລາວໄດ້ລົງໄປໃນຫລຸມ ແລະ ໄດ້ຂ້າສິງໂຕໜຶ່ງ. ແລະ ລາວໄດ້ຂ້າຊາວເອຢິບຮູບຮ່າງສູງໃຫຍ່ຄົນໜຶ່ງ, ເຖິງແມ່ນວ່າຄົນເອຢິບນັ້ນຖືຫອກຢູ່ໃນມື, ເບນາອີຢາໄດ້ໄປຕໍ່ສູ້ລາວດ້ວຍໄມ້ຄ້ອນ. ລາວຍາດຫອກຈາກມືຂອງຊາວເອຢິບຄົນນັ້ນ ແລະ ຂ້າລາວດ້ວຍຫອກຂອງຊາວເອຢິບຄົນນັ້ນ. ນີ້ຄືວິລະກຳຂອງເບນາອີຢາລູກຊາຍຂອງເຢໂຮຍອາດາ; ລາວກໍມີຊື່ສຽງທຽບເທົ່າກັບສາມທະຫານຍອດນັກຮົບດ້ວຍ. ລາວມີກຽດຫລາຍກວ່າທຸກຄົນໃນສາມສິບຍອດນັກຮົບ, ແຕ່ລາວບໍ່ໄດ້ລວມຢູ່ໃນສາມທະຫານຍອດນັກຮົບ ແລະ ດາວິດໄດ້ແຕ່ງຕັ້ງລາວໃຫ້ເບິ່ງແຍງກອງທະຫານປ້ອງກັນຕົວຂອງເພິ່ນ.
ໃນນັກຮົບທີ່ມີຊື່ສຽງສາມສິບຄົນມີດັ່ງນີ້:
ອາສາເຮນນ້ອງຊາຍຂອງໂຢອາບ,
ເອນຮານານລູກຊາຍຂອງໂດໂດຈາກເບັດເລເຮັມ,
ຊາມມາ ຊາວຮາໂຣດ,
ເອລີກາ ຊາວຮາໂຣດ,
ເຮເລັດຊາວປານຕີ,
ອີຣາລູກຊາຍຂອງອິກເກັດ ຊາວເຕກົວ,
ອາບີເອເຊຈາກອານາທົດ,
ສິບເບກາຍ7 ຊາວຮູຊາ,
ຊັນໂມນ ຊາວອາໂຮ,
ມະຫາໄຣ ຊາວເນໂຕຟາ,
ເຮເລັບ8ລູກຊາຍຂອງບາອານາ ຊາວເນໂຕຟາ,
ອິດໄຕ ລູກຊາຍຣີໄບຈາກກີເບອາໃນເຂດແດນເບັນຢາມິນ,
ເບນາອີຢາ ຊາວປີຣາໂທນ,
ຮິດໄດ9ຈາກຈາກຮ່ອມພູແຫ່ງເມືອງກາອາດ,
ອາບີອານໂບນ ຊາວອາຣະບາ,
ອາຊະມາເວດ ຊາວບາຮູຣິມ,
ເອລີອາບາ ຊາວຊາອານໂບນ,
ບັນດາລູກຊາຍຂອງຢາເຊນ,
ໂຢນາທານ ລູກຊາຍຂອງ10 ຊາມມາ ຊາວຮາຣາເຣ,
ອາຮີອາມລູກຊາຍຂອງຊາຣາກ11 ຊາວຮາຣາເຣ,
ເອລີເຟເລັດລູກຊາຍອາຮາສະໄບ ຊາວມາອາກາ,
ເອລີອາມລູກຊາຍຂອງອາຮີໂຕເຟນ ຊາວກີໂລ,
ເຮຊະໂຣ ຊາວກາເມນ,
ປາອາໄຣ ຊາວອາຣັບ,
ອີການລູກຊາຍຂອງນາທານ ຊາວໂຊບາ,
ລູກຊາຍຂອງຮາກຣີ,12
ເຊເລັກ ຊາວອຳໂມນ,
ນາຮາໄຣ ຊາວເບເອໂຣດຜູ້ຖືອາວຸດໃຫ້ໂຢອາບລູກຊາຍຂອງນາງເຊຣູອີຢາ,
ອີຣາ ຊາວອິດໄຣ,
ຄາເຣັບ ຊາວອິດໄຣ
ແລະ ອູຣິຢາ ຊາວຮິດຕີ.
ລວມມີທັງໝົດ 37 ຄົນ.
Source notes (12)
- Footnote ຫລື ນັກຮ້ອງຜູ້ເປັນທີ່ຮັກຂອງອິດສະຣາເອນ
- Footnote ສຳເນົາ LXX. ບາງສະບັບວ່າ ອີຊະໂບເຊັດຄື ເອັດຊະບາອານ (ເບິ່ງ 1ຂຄ 11:11 ວ່າ ຢາໂຊເບ ອາມ )
- Footnote ຄົງຈະເປັນອີກຮູບໜຶ່ງຂອງ ຮັກໂມນີ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີ ແລະ ສຳເນົາ LXX. ບາງສະບັບວ່າ ອາດິໂນ ຊາວເອໄນຜູ້ສັງຫານ (ເບິ່ງ 1ຂຄ 11:11)
- Footnote ພາສາເຮັບເຣີວ່າ ລວມພົນຢູ່ທີ່ນັ້ນ (ເບິ່ງ 1ຂຄ 11:13)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ສາມນັກຮົບເອກ ເຊັ່ນດຽວກັບຂໍ້ 19 (ເບິ່ງ 1ຂຄ 11:20)
- Footnote ພາສາເຮັບເຣີວ່າ ເມບູນໄນ ( ເບິ່ງ 21:18 ແລະ 1ຂຄ 11:29)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ເຮເລັບ (ເບິ່ງ 1ຂຄ 11:30)
- Footnote ສຳເນົາ LXX. ບາງສະບັບວ່າ ຮູໄຣ (ເບິ່ງ 1ຂຄ 11:32)
- Footnote ພາສາເຮັບເຣີບໍ່ມີຄຳວ່າ ບຸດຂອງ (ເບິ່ງ 1ຂຄ 11:34)
- Footnote ສຳເນົາ LXX. ບາງສະບັບວ່າ ຊາກາ (ເບິ່ງ 1ຂຄ 11:35)
- Footnote ພາສາເຮັບເຣີວ່າ ຮັກກາດີ (ເບິ່ງ 1ຂຄ 11:38)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.