Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 24

ດາວິດ​ນັບ​ຈໍານວນ​ທະຫານ

(1ຂຄ 21:1-17)

ພຣະເຈົ້າ​ຢາເວ​ໃຈຮ້າຍ​ຊາວອິດສະຣາເອນ​ອີກ, ແລະ ພຣະອົງ​ໄດ້​ຍຸຍົງ​ໃຫ້​ດາວິດ​ຕໍ່ສູ້​ພວກເຂົາ​ໂດຍ​ກ່າວ​ວ່າ, “ຈົ່ງ​ໄປ​ນັບ​ຈໍານວນ​ປະຊາຊົນ​ອິດສະຣາເອນ ແລະ ຢູດາ”.

ດັ່ງນັ້ນ ກະສັດ​ໄດ້​ເວົ້າ​ກັບ​ໂຢອາບ ແລະ ບັນດາ​ຜູ້ບັນຊາການ​ກອງທັບ1​ທີ່​ຢູ່​ກັບ​ເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ໃນ​ທົ່ວ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ​ຕັ້ງແຕ່​ເມືອງ​ດານ​ຈົນ​ເຖິງ​ເບເອນເຊບາ ແລະ ນັບ​ເບິ່ງ​ທະຫານ, ເພື່ອ​ເຮົາ​ຈະ​ຮູ້​ວ່າ​ມີ​ຄົນ​ຫລາຍ​ເທົ່າໃດ”.

ແຕ່​ໂຢອາບ​ໄດ້​ຕອບ​ກະສັດ​ວ່າ, “ຂໍ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ເພີ່ມ​ທະວີ​ກອງທະຫານ​ຮ້ອຍ​ເທົ່າ, ແລະ ຂໍ​ໃຫ້​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ກັບ​ຕາ. ແຕ່​ເປັນຫຍັງ​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ຈຶ່ງ​ເຮັດ​ເຊັ່ນ​ນີ້?”

ເຖິງຢ່າງໃດກໍຕາມ, ຄຳສັ່ງ​ຂອງ​ກະສັດ​ມີ​ອຳນາດ​ເໜືອ​ໂຢອາບ ແລະ ບັນດາ​ຜູ້ບັນຊາການ​ກອງທັບ; ສະນັ້ນ ພວກເຂົາ​ອອກ​ໄປ​ໄປ​ນັບ​ທະຫານ​ຂອງ​ອິດສະຣາເອນ.

ຫລັງຈາກ​ຂ້າມ​ແມ່ນ້ຳ​ຈໍແດນ​ໄປ, ພວກເຂົາ​ໄດ້​ຕັ້ງ​ຄ້າຍ​ຢູ່​ໃກ້​ອາໂຣເອ, ເຊິ່ງ​ຢູ່​ທາງ​ທິດໃຕ້​ຂອງ​ເມືອງ​ໜຶ່ງ​ໃນ​ໂກກທານ, ແລ້ວ​ກໍ​ໄປ​ຜ່ານ​ກາດ ແລະ ໄປ​ທີ່​ຢາເຊ. ພວກເຂົາ​ໄດ້​ໄປ​ທີ່​ກີເລອາດ ແລະ ເຂດແດນ​ຕາຮະຕິມໂຮດາຊີ, ແລ້ວ​ໄປ​ທີ່​ດານຢາອັນ ແລະ ອ້ອມ​ໄປ​ຈົນ​ເຖິງ​ຊີໂດນ. ຈາກນັ້ນ ພວກເຂົາ​ໄດ້​ມຸ່ງໜ້າ​ໄປ​ທີ່​ປ້ອມປ້ອງກັນ​ແຫ່ງ​ເມືອງ​ຕີເຣ ແລະ ເມືອງ​ທັງໝົດ​ຂອງ​ຊາວ​ຮີວີ ແລະ ຊາວ​ການາອານ. ສຸດທ້າຍ, ພວກເຂົາ​ໄດ້​ເດີນທາງ​ຕໍ່​ໄປ​ທີ່​ເບເອນເຊບາ​ໃນ​ເນເກັບ​ແຫ່ງ​ຢູດາ.

ຫລັງຈາກ ພວກເຂົາ​ໄດ້​ໄປ​ທົ່ວ​ດິນແດນ​ທັງໝົດ, ພວກເຂົາ​ກໍ​ກັບ​ມາ​ທີ່​ເຢຣູຊາເລັມ​ໃຊ້​ເວລາ​ເກົ້າ​ເດືອນ​ຊາວ​ວັນ.

ໂຢອາບ​ໄດ້​ລາຍງານ​ຈຳນວນ​ທະຫານ​ຕໍ່​ກະສັດ​ວ່າ: ມີ​ທະຫານ​ແປດ​ແສນ​ຄົນ​ເປັນ​ຜູ້ຊາຍ​ທີ່​ແຂງແຮງ​ທີ່​ສາມາດ​ຈັບ​ດາບ​ໄດ້​ໃນ​ອິດສະຣາເອນ ແລະ ຫ້າ​ແສນ​ຄົນ​ໃນ​ຢູດາ.

ຫລັງຈາກ ດາວິດ​ໄດ້​ສຳຫລວດ​ຈໍານວນ​ທະຫານ​ແລ້ວ, ເພິ່ນ​ກໍ​ຮູ້ສຶກ​ຜິດ ແລະ ເພິ່ນ​ໄດ້​ເວົ້າ​ກັບ​ພຣະເຈົ້າ​ຢາເວ​ວ່າ, “ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ນັ້ນ ຂ້ານ້ອຍ​ໄດ້​ບາບ​ຢ່າງ​ຮ້າຍແຮງ. ຂ້າແດ່​ພຣະເຈົ້າ​ຢາເວ, ບັດນີ້ ຂ້ານ້ອຍ​ຂໍ​ພຣະອົງ​ຍົກ​ໂທດ​ຄວາມ​ຜິດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ. ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ທີ່​ໂງ່​ຫລາຍ”.

ກ່ອນ​ດາວິດ​ຕື່ນ​ນອນ​ໃນ​ຕອນເຊົ້າ​ມື້​ຕໍ່ມາ, ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຜູ້ທຳນວາຍ​ກາດ, ເຊິ່ງ​ເປັນ​ຜູ້ທຳນວາຍ​ຂອງ​ດາວິດ​ວ່າ: “ຈົ່ງ​ໄປ​ບອກ​ດາວິດ​ວ່າ, ‘ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກ່າວ: ເຮົາ​ມີ​ຂໍ້​ສະເໜີ​ສາມ​ປະການ ໃຫ້​ເຈົ້າ​ເລືອກ​ຢ່າງ​ໜຶ່ງ​ແລ້ວ​ເຮົາ​ຈະ​ຈັດການ​ກັບ​ເຈົ້າ​ຕາມ​ນັ້ນ’ ”.

ດັ່ງນັ້ນ ກາດ​ໄດ້​ໄປ​ຫາ​ດາວິດ ແລະ ເວົ້າ​ກັບ​ເພິ່ນ​ວ່າ “ຈະ​ເກີດ​ການ​ອຶດຢາກ​ອາຫານ​ກັບ​ທ່ານ​ສາມ​2​ປີ​ໃນ​ດິນແດນ​ຂອງ​ທ່ານ​ບໍ? ຫລື ປົບໜີ​ຈາກ​ບັນດາ​ສັດຕູ​ຂອງ​ທ່ານ​ຂະນະທີ່​ພວກເຂົາ​ໄລ່ຕາມ​ທ່ານ​ເປັນ​ເວລາ​ສາມ​ເດືອນ? ຫລື ມີ​ພະຍາດ​ລະບາດ​ເກີດ​ຂຶ້ນ​ໃນ​ດິນແດນ​ຂອງ​ທ່ານ​ເປັນ​ເວລາ​ສາມ​ວັນ? ບັດນີ້ ຈົ່ງ​ໃຫ້​ທ່ານ​ຄິດ​ທົບທວນ ແລະ ຕັດສິນໃຈ​ເພື່ອ​ຂ້ານ້ອຍ​ຈະ​ຕອບ​ພຣະອົງ​ຜູ້​ທີ່​ໃຊ້​ຂ້ານ້ອຍ​ມາ”.

ດາວິດ​ໄດ້​ເວົ້າ​ກັບ​ກາດ​ວ່າ, “ເຮົາ​ລຳບາກ​ໃຈ​ຫລາຍ, ຂໍ​ໃຫ້​ພວກເຮົາ​ຕົກ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຢາເວ, ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ຫລາຍ; ແຕ່​ຢ່າ​ໃຫ້​ເຮົາ​ຕົກ​ຢູ່​ໃນ​ມື​ຂອງ​ມະນຸດ”.

ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ພະຍາດ​ລະບາດ​ມາ​ສູ່​ຊາວ​ອິດສະຣາເອນ​ຕັ້ງແຕ່​ເຊົ້າ​ວັນ​ນັ້ນ​ຈົນ​ເຖິງ​ຄົບ​ກຳນົດ ແລະ ມີ​ຄົນ​ໄດ້​ເສຍ​ຊີວິດ​ເຈັດ​ໝື່ນ​ຄົນ​ຕັ້ງແຕ່​ດານ​ຈົນ​ເຖິງ​ເບເອນເຊບາ. ເມື່ອ​ເທວະດາ​ເດ່​ມື​ຂອງ​ຕົນ​ອອກ​ທຳລາຍ​ເຢຣູຊາເລັມ, ພຣະເຈົ້າ​ຢາເວ​ໄດ້​ທຸກໃຈ​ກ່ຽວກັບ​ໄພພິບັດ​ນັ້ນ ແລະ ໄດ້​ກ່າວ​ກັບ​ເທວະດາ​ນັ້ນ​ທີ່​ກໍາລັງ​ທໍລະມານ​ປະຊາຊົນ​ວ່າ “ພໍ​ແລ້ວ! ຈົ່ງ​ຍົກ​ມື​ອອກ​ເທາະ” ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ກຳລັງ​ຢືນ​ຢູ່​ທີ່​ລານຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.

ເມື່ອ​ດາວິດ​ໄດ້​ເຫັນ​ເທວະດາ​ຕົນ​ນັ້ນ​ທີ່​ກໍາລັງ​ຂ້າ​ປະຊາຊົນ​ຢູ່​ນັ້ນ, ເພິ່ນ​ໄດ້​ເວົ້າ​ກັບ​ພຣະເຈົ້າ​ຢາເວ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ຜິດ​ເຮັດ​ບາບ; ຂ້ານ້ອຍ​ເປັນ​ຜູ້ລ້ຽງ, ຂ້ານ້ອຍ​ໄດ້​ເຮັດ​ຜິດ​ແລ້ວ. ປະຊາຊົນ​ເຫລົ່ານີ້​ເປັນ​ພຽງ​ຝູງແກະ. ພວກເຂົາ​ໄດ້​ເຮັດ​ຫຍັງ​ຜິດ? ຂໍ​ໂຜດ​ລົງໂທດ​ຂ້ານ້ອຍ​ກັບ​ຄອບຄົວ”.

ດາວິດ​ສ້າງ​ແທ່ນບູຊາ

(1ຂຄ 21:18-26)

ໃນ​ວັນ​ນັ້ນ ກາດ​ໄດ້​ໄປ​ຫາ​ດາວິດ ແລະ ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຈົ່ງ​ຂຶ້ນ​ໄປ ແລະ ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ທີ່​ລານຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ”. ດັ່ງນັ້ນ ດາວິດ​ໄດ້​ໄປ​ເຮັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ຜ່ານ​ທາງ​ກາດ. ເມື່ອ​ອາໂຣນາ​ຫລຽວ​ເຫັນ​ກະສັດ ແລະ ຂ້າລາຊະການ​ຂອງ​ເພິ່ນ​ທີ່​ກໍາລັງ​ມຸ່ງໜ້າ​ມາ​ຫາ​ລາວ, ລາວ​ກໍ​ອອກ​ໄປ ແລະ ກົ້ມກາບ​ລົງ​ພື້ນດິນ​ຕໍ່ໜ້າ​ກະສັດ.

ອາໂຣນາ​ໄດ້​ເວົ້າ​ວ່າ, “ເປັນຫຍັງ​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ຈຶ່ງ​ມາ​ຫາ​ຜູ້ຮັບໃຊ້​ຂອງ​ທ່ານ​ຢູ່​ທີ່​ນີ້?”

ດາວິດ​ໄດ້​ຕອບ​ວ່າ, “ເພື່ອ​ມາ​ຊື້​ລານຟາດເຂົ້າ​ຂອງ​ເຈົ້າ, ເຮົາ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ, ເພື່ອ​ໂລກລະບາດ​ທີ່​ເກີດ​ຂຶ້ນ​ກັບ​ປະຊາຊົນ​ຈຶ່ງ​ຈະ​ຢຸດ”.

ອາໂຣນາ​ໄດ້​ເວົ້າ​ກັບ​ດາວິດ​ວ່າ, “ຂໍ​ໃຫ້​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ເອົາ​ໄດ້​ຕາມ​ຄວາມ​ປາຖະໜາ ແລະ ເຄື່ອງເຜົາ​ຖວາຍບູຊາ. ນີ້​ແມ່ນ​ງົວ​ສຳລັບ​ເປັນ​ເຄື່ອງເຜົາບູຊາ. ແລະ ນີ້​ແມ່ນ​ໄມ້ຟາດເຂົ້າ ແລະ ແອກ​ງົວ​ເພື່ອ​ໃຊ້​ເປັນ​ຟືນ. ຂ້ານ້ອຍ​ອາໂຣນາ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ແກ່​ກະສັດ”. ລາວ​ໄດ້​ເວົ້າ​ກັບ​ເພິ່ນ​ອີກ​ວ່າ, “ຂໍ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ໂຜດ​ຍອມຮັບ​ທ່ານ​ດ້ວຍ”.

ແຕ່​ກະສັດ​ໄດ້​ຕອບ​ອາໂຣນາ​ວ່າ, “ບໍ່, ເຮົາ​ຢືນຢັນ​ທີ່​ຈະ​ຊື້​ຈາກ​ເຈົ້າ. ເຮົາ​ຈະ​ບໍ່​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຮົາ​ທີ່​ເຜົາ​ເຄື່ອງ​ຖວາຍບູຊາ​ໂດຍ​ທີ່ບໍ່​ຈ່າຍ​ອັນໃດ”.

ດັ່ງນັ້ນ ດາວິດ​ຈຶ່ງ​ໄດ້​ຊື້​ລານຟາດເຂົ້າ ແລະ ງົວ ແລ້ວ​ກໍ​ຈ່າຍ​ເງິນ​ໜັກ 50 ຫລຽນ​ເຊເຂວ3​ໃຫ້​ພວກເຂົາ. ດາວິດ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຢູ່​ທີ່​ນັ້ນ ແລະ ເຜົາ​ເຄື່ອງບູຊາ ແລະ ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ໄດ້​ຕອບ​ຄຳ​ອະທິຖານ​ຂອງ​ເພິ່ນ​ເພື່ອ​ແຜ່ນດິນ ແລະ ໂລກລະບາດ​ທີ່​ເກີດ​ຂຶ້ນ​ກັບ​ອິດສະຣາເອນ​ກໍ​ຢຸດ.

Source notes (3)
  1. Footnote ພາສາ​ເຮັບເຣີ​ວ່າ ໂຢອາບ​ຜູ້​ອອກ​ຄຳສັ່ງ​ກອງທັບ (ເບິ່ງ​ຂໍ້ 4 ແລະ 1ຂຄ 21:2)
  2. Footnote ພາສາ​ເຮັບເຣີ​ວ່າ ເຈັດ​ປີ (ເບິ່ງ 1ຂຄ 21:12)
  3. Footnote 1 ຫລຽນ ຄື​ເງິນ​ໜັກ​ປະມານ 11,5 ກຣາມ ມີ​ຄ່າ​ເທົ່າ​ກັບ​ຄ່າ​ແຮງ​ສອງ​ເດືອນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.