Biblica® Open Lao Contemporary Version
1 ກະສັດ 1
ອາໂດນີຢາແຕ່ງຕັ້ງຕົນເອງເປັນກະສັດ
ເມື່ອກະສັດດາວິດເຖົ້າແກ່ຫລາຍແລ້ວ ພວກຜູ້ຮັບໃຊ້ຫົ່ມຜ້າໃຫ້ເພິ່ນຫລາຍຜືນແລ້ວ ເພິ່ນກໍຍັງບໍ່ອົບອຸ່ນ. ພວກຜູ້ຮັບໃຊ້ຈຶ່ງໄດ້ເວົ້າກັບເພິ່ນວ່າ, “ໃຫ້ພວກຂ້ານ້ອຍຫາຍິງສາວບໍລິສຸດມາຢູ່ຮັບໃຊ້ທ່ານ ແລະ ເບິ່ງແຍງທ່ານ. ໃຫ້ລາວນອນຢູ່ຄຽງຂ້າງທ່ານ ເພື່ອວ່າກະສັດ ແລະ ເຈົ້ານາຍຂອງພວກຂ້ານ້ອຍຈະອົບອຸ່ນ”.
ຫລັງຈາກນັ້ນ ພວກເຂົາຈຶ່ງໄດ້ຊອກຫາຍິງໜຸ່ມທີ່ງາມທົ່ວອິດສະຣາເອນ ໃນທີ່ສຸດກໍເລືອກນາງອາບີຊາກ ຊາວຊູເນມ ແລະ ໄດ້ນຳນາງມາພົບກະສັດ. ຍິງນັ້ນງົດງາມຫລາຍ; ນາງໄດ້ເບິ່ງແຍງກະສັດ ແລະ ໄດ້ລໍຖ້າກະສັດຢູ່, ແຕ່ກະສັດບໍ່ໄດ້ມີຄວາມສຳພັນທາງເພດກັບນາງ.
ຝ່າຍອາໂດນີຢາ ເຊິ່ງເປັນລູກຊາຍຂອງນາງຮັກກິດ, ໄດ້ສະແດງຕົນເອງອອກມາ ແລະ ເວົ້າວ່າ, “ເຮົາຈະເປັນກະສັດ”. ດັ່ງນັ້ນ ລາວຈຶ່ງຈັດລົດມ້າ ແລະ ທະຫານມ້າ1 ພ້ອມດ້ວຍເກນຄົນຫ້າສິບຄົນໃຫ້ແລ່ນອອກໜ້າຂະບວນຂອງລາວ. (ພໍ່ຂອງລາວບໍ່ເຄີຍຫ້າມ ຫລື ຖາມວ່າ “ດ້ວຍເຫດໃດເຈົ້າຈຶ່ງເຮັດຢ່າງນັ້ນ?” ລາວຍັງເປັນຄົນທີ່ມີຮູບຮ່າງງາມຫລາຍ ແລະ ເກີດຖັດຈາກອັບຊາໂລມ).
ອາໂດນີຢາໄດ້ຄົບຄິດກັນກັບໂຢອາບ ລູກຊາຍຂອງນາງເຊຣູອີຢາ ແລະ ປະໂລຫິດອາບີອາທາ ເຊິ່ງພວກເຂົາໄດ້ສະໜັບສະໜູນຕົນ. ແຕ່ປະໂລຫິດຊາດົກ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ຜູ້ທຳນວາຍນາທານ, ຊີເມອີ, ເຣອີ2 ແລະ ຜູ້ຮັບໃຊ້ພິເສດຂອງດາວິດບໍ່ໄດ້ຮ່ວມຢູ່ຝ່າຍອາໂດນີຢາ.
ອາໂດນີຢາໄດ້ຖວາຍແກະ, ງົວ ແລະ ລູກງົວໂຕອ້ວນພີທີ່ໂງ່ນຫີນງູ ເຊິ່ງໃກ້ກັບເອນໂຣເກນ. ລາວໄດ້ເຊີນຍາດພີ່ນ້ອງຂອງລາວທັງໝົດ, ລູກຊາຍທັງໝົດຂອງກະສັດດາວິດ ແລະ ບັນດາຜູ້ຮັບໃຊ້ຂອງຢູດາຍມາຮ່ວມພິທີ, ແຕ່ບໍ່ໄດ້ເຊີນຜູ້ທຳນວາຍນາທານ ຫລື ເບນາອີຢາ ຫລື ຜູ້ຮັບໃຊ້ພິເສດ ຫລື ໂຊໂລໂມນ ຜູ້ເປັນນ້ອງຊາຍຂອງຕົນ.
ຜູ້ທຳນວາຍນາທານຈຶ່ງໄປຖາມນາງບັດເຊບາ ແມ່ຂອງໂຊໂລໂມນວ່າ, “ນາງຮູ້ບໍ່ວ່າວ່າອາໂດນີຢາ ລູກຊາຍຂອງນາງຮັກກິດໄດ້ຕັ້ງຕົນເອງເປັນກະສັດແລ້ວ ໂດຍທີ່ກະສັດດາວິດບໍ່ຮູ້ເລື່ອງເລີຍ? ຖ້າຢ່າງນັ້ນ ຂ້ານ້ອຍຂໍແນະນຳທ່ານ ເພື່ອທ່ານຈະສາມາດຮັກສາຊີວິດຂອງທ່ານເອງ ແລະ ຮັກສາຊີວິດຂອງໂຊໂລໂມນລູກຊາຍຂອງທ່ານໄວ້ໄດ້. ຄືໄປພົບກະສັດດາວິດ ແລະ ເວົ້າກັບເພິ່ນວ່າ, ‘ເຈົ້ານາຍຂອງຂ້ານ້ອຍ, ທ່ານໄດ້ປະຕິຍານກັບຂ້ານ້ອຍຜູ້ຮັບໃຊ້ຂອງທ່ານວ່າ: “ໂຊໂລໂມນ ລູກຊາຍຂອງເຈົ້າຈະໄດ້ເປັນກະສັດສືບຕໍ່ຈາກເຮົາ ແລະ ລາວຈະນັ່ງຢູ່ເທິງບັນລັງຂອງເຮົາ” ບໍ່ແມ່ນບໍ? ແລ້ວເປັນຫຍັງອາໂດນີຢາຈຶ່ງໄດ້ຂຶ້ນເປັນກະສັດ?’ ແລ້ວຂະນະທີ່ທ່ານກຳລັງເວົ້າກັບກະສັດດາວິດຢູ່ທີ່ນັ້ນ ຂ້ານ້ອຍກໍຈະເຂົ້າໄປ ແລະ ຂ້ານ້ອຍຈະເວົ້າເສີມເພື່ອຢືນຢັນສິ່ງທີ່ທ່ານໄດ້ເວົ້ານັ້ນ”.
ດັ່ງນັ້ນ ນາງບັດເຊບາຈຶ່ງໄດ້ເຂົ້າໄປພົບກະສັດດາວິດທີ່ເຖົ້າແກ່ຫລາຍແລ້ວ ຢູ່ທີ່ຫ້ອງຂອງເພິ່ນ ເຊິ່ງມີອາບີຊາກ ຊາວຊູເນມກຳລັງເບິ່ງແຍງເພິ່ນຢູ່. ບັດເຊບາໄດ້ຄຸເຂົ່າລົງແລ້ວກາບລົງຕໍ່ໜ້າກະສັດດາວິດ.
ກະສັດໄດ້ຖາມວ່າ, “ເຈົ້າຕ້ອງການສິ່ງໃດ?”
ນາງໄດ້ຕອບເພິ່ນວ່າ, “ເຈົ້ານາຍຂອງຂ້ານ້ອຍ, ທ່ານໄດ້ປະຕິຍານໄວ້ກັບຂ້ານ້ອຍຜູ້ຮັບໃຊ້ຂອງທ່ານໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານວ່າ: ‘ໂຊໂລໂມນ ລູກຊາຍຂອງເຈົ້າຈະໄດ້ເປັນກະສັດສືບຕໍ່ຈາກເຮົາ ແລະ ລາວຈະນັ່ງເທິງບັນລັງຂອງເຮົາ’. ແຕ່ບັດນີ້ກັບກາຍເປັນວ່າອາໂດນີຢາ ໄດ້ຂຶ້ນເປັນກະສັດ, ຂ້າແດ່ກະສັດ ທ່ານເອງກໍບໍ່ໄດ້ຮູ້ເລື່ອງນີ້ເລີຍ. ອາໂດນີຢາໄດ້ຖວາຍງົວ, ລູກງົວໂຕອ້ວນພີ ແລະ ແກະເປັນຈຳນວນຫລວງຫລາຍ ແລະ ທັງໄດ້ເຊີນລູກຊາຍທັງໝົດຂອງກະສັດ, ປະໂລຫິດອາບີອາທາ ແລະ ໂຢອາບ ຜູ້ບັນຊາການທະຫານ, ແຕ່ບໍ່ໄດ້ເຊີນໂຊໂລໂມນຜູ້ຮັບໃຊ້ຂອງທ່ານ. ຂ້າແດ່ກະສັດ, ອິດສະຣາເອນທັງໝົດກໍກຳລັງຈັບຕາເບິ່ງທ່ານຢູ່ ວ່າທ່ານຈະເລືອກຜູ້ໃດຂຶ້ນນັ່ງຢູ່ເທິງບັນລັງສືບຕໍ່ຈາກທ່ານ. ບໍ່ດັ່ງນັ້ນແລ້ວ, ທັນທີທີ່ທ່ານລ່ວງລັບໄປຢູ່ກັບບັນພະບຸລຸດຂອງທ່ານ, ພວກເຂົາກໍຈະປະຕິບັດຕໍ່ຂ້ານ້ອຍ ແລະ ໂຊໂລໂມນ ລູກຊາຍຂອງຂ້ານ້ອຍເໝືອນເປັນຜູ້ຊົ່ວຮ້າຍ”.
ໃນຂະນະທີ່ນາງກຳລັງເວົ້າກັບກະສັດດາວິດຢູ່ນັ້ນ ຜູ້ທຳນວາຍນາທານກໍມາເຖິງ. ພວກເຂົາຈຶ່ງບອກກະສັດດາວິດວ່າ, “ຜູ້ທຳນວາຍນາທານໄດ້ມາທີ່ນີ້”. ດັ່ງນັ້ນ ນາທານຈຶ່ງໄດ້ເຂົ້າມາຢູ່ຕໍ່ໜ້າກະສັດ ແລະ ກາບລົງ ພ້ອມກັບໝອບໜ້າຂອງຕົນທີ່ພື້ນ.
ນາທານໄດ້ເວົ້າວ່າ, “ຂ້າແດ່ກະສັດ, ທ່ານໄດ້ແຕ່ງຕັ້ງອາໂດນີຢາຂຶ້ນເປັນກະສັດສືບຕໍ່ຈາກທ່ານ ແລະ ລາວຈະນັ່ງຢູ່ເທິງບັນລັງຂອງທ່ານ ແລ້ວບໍ? ວັນນີ້ລາວໄດ້ຖວາຍງົວ, ລູກງົວໂຕອ້ວນພີ ແລະ ແກະຈຳນວນຫລວງຫລາຍ ແລະ ໄດ້ເຊີນລູກຊາຍທຸກຄົນຂອງທ່ານ, ຜູ້ບັນຊາການ ແລະ ປະໂລຫິດອາບີອາທາ. ຂະນະນີ້ ພວກເຂົາກຳລັງລ້ຽງສະຫລອງ ແລະ ໂຫ່ຮ້ອງວ່າ, ‘ກະສັດອາໂດນີຢາ ຈົ່ງຈະເລີນ!’ ແຕ່ຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ, ປະໂລຫິດຊາດົກ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ແລະ ໂຊໂລໂມນຜູ້ຮັບໃຊ້ຂອງທ່ານບໍ່ໄດ້ຖືກຮັບເຊີນເລີຍ. ຂ້າແດ່ກະສັດ, ທ່ານກະທຳການຄັ້ງນີ້ໄປໂດຍບໍ່ໄດ້ອະນຸຍາດໃຫ້ພວກຂ້ານ້ອຍຮູ້ບໍວ່າຜູ້ໃດຄືຜູ້ທີ່ຈະຕ້ອງນັ່ງເທິງບັນລັງຂອງທ່ານສືບຕໍ່ຈາກທ່ານ?”
ດາວິດຕັ້ງໂຊໂລໂມນເປັນກະສັດ
(1ຂຄ 29:21-25)
ກະສັດດາວິດໄດ້ກ່າວວ່າ, “ຈົ່ງເອີ້ນບັດເຊບາມາພົບເຮົາ”. ນາງຈຶ່ງເຂົ້າມາພົບກະສັດ ແລະ ຢືນຢູ່ຕໍ່ໜ້າເພິ່ນ.
ແລ້ວກະສັດດາວິດຈຶ່ງໄດ້ກ່າວປະຕິຍານວ່າ: “ພຣະເຈົ້າຢາເວ ຜູ້ຊ່ວຍເຫລືອເຮົາໃຫ້ພົ້ນຈາກຄວາມທຸກຍາກລຳບາກທັງໝົດນັ້ນ ດຳລົງຢູ່ສັນໃດ ວັນນີ້ເຮົາກໍຈະເຮັດຕາມທີ່ໄດ້ປະຕິຍານໄວ້ກັບເຈົ້າໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນສັນນັ້ນວ່າ: ໂຊໂລໂມນລູກຂອງເຈົ້າຈະໄດ້ເປັນກະສັດສືບຕໍ່ຈາກເຮົາ ແລະ ລາວຈະນັ່ງຢູ່ເທິງບັນລັງແທນເຮົາ”.
ດັ່ງນັ້ນ ບັດເຊບາຈຶ່ງຄຸເຂົ່າລົງ ພ້ອມກັບໝອບໜ້າຂອງຕົນລົງທີ່ພື້ນ ແລະ ກາບລົງຕໍ່ໜ້າກະສັດ ແລະ ໄດ້ວ່າ, “ຂໍໃຫ້ກະສັດດາວິດ ເຈົ້ານາຍຂອງຂ້ານ້ອຍຈົ່ງຈະເລີນຕະຫລອດໄປ!”
ກະສັດດາວິດໄດ້ກ່າວວ່າ, “ຈົ່ງເອີ້ນປະໂລຫິດຊາດົກ, ຜູ້ທຳນວາຍນາທານ ແລະ ເບນາອີຢາລູກຊາຍຂອງເຢໂຮຍອາດາມາ”. ເມື່ອພວກເຂົາມາຮອດແລ້ວ, ກະສັດດາວິດກໍໄດ້ກ່າວກັບພວກເຂົາວ່າ: “ຈົ່ງເອົາຜູ້ຮັບໃຊ້ຂອງເຮົາໄປກັບພວກເຈົ້າ ແລະ ໃຫ້ໂຊໂລໂມນລູກຊາຍຂອງເຮົາຂີ່ມ້າລໍຂອງເຮົາ ແລະ ພາລາວລົງໄປທີ່ກີໂຮນ. ໃຫ້ປະໂລຫິດຊາດົກ ແລະ ຜູ້ທຳນວາຍນາທານແຕ່ງຕັ້ງລາວເປັນກະສັດອິດສະຣາເອນຢູ່ທີ່ນັ້ນ. ຈົ່ງເປົ່າແກ ແລະ ໂຫ່ຮ້ອງວ່າ, ‘ກະສັດໂຊໂລໂມນຈົ່ງຈະເລີນ!’ ຫລັງຈາກນັ້ນ ພວກເຈົ້າຈົ່ງກັບຂຶ້ນມາກັບລາວ ໃຫ້ລາວນັ່ງເທິງບັນລັງ ແລະ ປົກຄອງແທນເຮົາ. ເຮົາໄດ້ແຕ່ງຕັ້ງລາວເປັນຜູ້ທີ່ປົກຄອງອິດສະຣາເອນ ແລະ ຢູດາຍ”.
ເບນາອີຢາ ລູກຊາຍຂອງເຢໂຮຍອາດາໄດ້ຕອບກະສັດວ່າ, “ອາແມນ! ຂໍພຣະເຈົ້າຢາເວ ພຣະເຈົ້າຂອງທ່ານປະກາດເຊັ່ນນັ້ນ. ຂໍພຣະເຈົ້າຢາເວຢູ່ກັບໂຊໂລໂມນ ເໝືອນທີ່ຢູ່ກັບທ່ານມາແລ້ວ ເພື່ອເຮັດໃຫ້ບັນລັງຂອງທ່ານຍິ່ງໃຫຍ່ກວ່າບັນລັງຂອງກະສັດດາວິດ ເຈົ້ານາຍຂອງຂ້ານ້ອຍ!”
ດັ່ງນັ້ນ ປະໂລຫິດຊາດົກ, ຜູ້ທຳນວາຍນາທານ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ, ຊາວເກເຣັດ ແລະ ຊາວເປເລັດຈຶ່ງໄດ້ລົງໄປ ແລະ ເຊີນໂຊໂລໂມນຂຶ້ນນັ່ງຢູ່ເທິງມ້າລໍຂອງກະສັດດາວິດ ແລະ ພວກເຂົາໄດ້ແຫ່ເພິ່ນໄປທີ່ກີໂຮນ. ປະໂລຫິດຊາດົກໄດ້ເອົານ້ຳມັນຈາກຫໍເຕັນສັກສິດທີ່ບັນຈຸຢູ່ໃນເຂົາສັດມາ ແລະ ແຕ່ງຕັ້ງໂຊໂລໂມນ. ຫລັງຈາກນັ້ນ ພວກເຂົາກໍໄດ້ເປົ່າແກ ແລະ ຄົນທັງໝົດກໍໂຫ່ຮ້ອງວ່າ, “ຂໍກະສັດໂຊໂລໂມນຈົ່ງຍິ່ງໃຫຍ່!” ແລ້ວພວກເຂົາທັງໝົດກໍໄດ້ຕິດຕາມໂຊໂລໂມນກັບຂຶ້ນມາ, ມີການເປົ່າຂຸ່ຍ ແລະ ຊົມຊື່ນຍິນດີຢ່າງໃຫຍ່, ສຽງສະໜັ່ນຫວັ່ນໄຫວຈົນແຜ່ນດິນສະເທືອນ.
ອາໂດນີຢາ ແລະ ແຂກຮັບເຊີນທັງໝົດທີ່ຢູ່ກັບລາວໄດ້ຍິນສຽງສະໜັ່ນຫວັ່ນໄຫວຂະນະທີ່ງານກິນລ້ຽງຂອງຕົນກຳລັງຈະຈົບລົງ. ເມື່ອໄດ້ຍິນສຽງແກ, ໂຢອາບກໍໄດ້ຖາມວ່າ, “ດ້ວຍເຫດໃດຈຶ່ງມີສຽງສະໜັ່ນຫວັ່ນໄຫວທົ່ວເມືອງນີ້?”
ລາວເວົ້າຍັງບໍ່ທັນສຸດຄຳ, ໂຢນາທານລູກຊາຍຂອງປະໂລຫິດອາບີອາທາກໍມາຮອດ. ອາໂດນີຢາໄດ້ກ່າວວ່າ, “ຈົ່ງເຂົ້າມາ. ເຈົ້າເປັນຄົນດີ ຈະຕ້ອງມີຂ່າວດີມາບອກ”.
ໂຢນາທານໄດ້ຕອບວ່າ, “ບໍ່ເປັນຢ່າງນັ້ນ! ກະສັດດາວິດ ເຈົ້ານາຍຂອງພວກເຮົາໄດ້ແຕ່ງຕັ້ງໂຊໂລໂມນເປັນກະສັດແລ້ວ. ກະສັດດາວິດໄດ້ໃຫ້ໂຊໂລໂມນໄປຍັງກິໂຮນ ພ້ອມກັບປະໂລຫິດຊາດົກ, ຜູ້ທຳນວາຍນາທານ, ເບນາອີຢາລູກຊາຍຂອງເຢໂຮຍອາດາ, ຊາວເກເຣັດ ແລະ ຊາວເປເລັດ ແລ້ວພວກເຂົາກໍໄດ້ໃຫ້ໂຊໂລໂມນນັ່ງຢູ່ເທິງມ້າລໍຂອງກະສັດດາວິດ, ແລ້ວປະໂລຫິດຊາດົກ ແລະ ຜູ້ທຳນວາຍນາທານກໍໄດ້ແຕ່ງຕັ້ງໂຊໂລໂມນເປັນກະສັດຢູ່ທີ່ກີໂຮນ. ພວກເຂົາໄດ້ສະຫລອງຢ່າງຄຶກຄື້ນມາຕະຫລອດທາງ ແລະ ທົ່ວທັງເມືອງຈຶ່ງພາກັນໂຫ່ຮ້ອງ. ນີ້ຄືສຽງທີ່ພວກທ່ານໄດ້ຍິນ. ຫລາຍກວ່ານັ້ນ ໂຊໂລໂມນກໍໄດ້ຂຶ້ນນັ່ງຢູ່ເທິງລາຊະບັນລັງ. ແລະ ບັນດາຂ້າລາຊະການທັງຫລາຍກໍໄດ້ມາຍິນດີນຳກະສັດດາວິດ ເຈົ້ານາຍຂອງພວກເຮົາ ແລະ ໄດ້ເວົ້າວ່າ, ‘ຂໍພຣະເຈົ້າຂອງທ່ານເຮັດໃຫ້ນາມຂອງໂຊໂລໂມນມີຊື່ສຽງຫລາຍກວ່າຊື່ສຽງຂອງທ່ານ ແລະ ບັນລັງຂອງລາວຍິ່ງໃຫຍ່ກວ່າບັນລັງຂອງທ່ານ!’ ແລ້ວກະສັດດາວິດກໍໂນ້ມກາບລົງນະມັດສະການຢູ່ເທິງບ່ອນນອນຂອງເພິ່ນ ແລ້ວໄດ້ກ່າວວ່າ, ‘ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ ຜູ້ອະນຸຍາດໃຫ້ຕາຂອງຂ້ານ້ອຍໄດ້ເຫັນຜູ້ສືບທອດບັນລັງຂອງຂ້ານ້ອຍໃນວັນນີ້’ ”.
ດ້ວຍເຫດນີ້ ແຂກທີ່ຖືກຮັບເຊີນທັງຫລາຍຂອງອາໂດນີຢາ ຈຶ່ງໄດ້ລຸກຂຶ້ນດ້ວຍຄວາມຕົກໃຈ ແລະ ພາກັນໜີໄປຄົນລະທາງ. ສ່ວນອາໂດນີຢາ ໄດ້ໜີເຂົ້າໄປ ແລະ ຈັບເຂົາຂອງແທ່ນບູຊາໄວ້ດ້ວຍຄວາມຢ້ານໂຊໂລໂມນ. ຫລັງຈາກນັ້ນ ກໍມີຄົນໄປບອກໂຊໂລໂມນວ່າ, “ອາໂດນີຢາ ຢ້ານທ່ານ ແລະ ກຳລັງເກາະເຂົາຂອງແທ່ນບູຊາໄວ້. ລາວກ່າວວ່າ, ‘ຂໍໃຫ້ກະສັດໂຊໂລໂມນປະຕິຍານກັບເຮົາໃນວັນນີ້ວ່າຈະບໍ່ຂ້າຊີວິດຜູ້ຮັບໃຊ້ຂອງທ່ານດ້ວຍດາບ’ ”.
ໂຊໂລໂມນໄດ້ຕອບວ່າ, “ຖ້າລາວເຮັດໂຕເອງດີ, ຜົມເສັ້ນໜຶ່ງຂອງລາວກໍຈະບໍ່ຫລົ່ນລົງພື້ນ; ແຕ່ຖ້າພົບສິ່ງຊົ່ວຮ້າຍຢູ່ໃນລາວ ລາວຈະຕ້ອງຕາຍ”. ກະສັດໂຊໂລໂມນຈຶ່ງໄດ້ສົ່ງຄົນໄປ ແລະ ພວກເຂົາໄດ້ນຳອາໂດນີຢາລົງມາຈາກແທ່ນບູຊາ. ແລ້ວອາໂດນີຢາໄດ້ເຂົ້າມາ ແລະ ກາບລົງຕໍ່ໜ້າກະສັດໂຊໂລໂມນ ແລະ ໂຊໂລໂມນກໍໄດ້ກ່າວວ່າ, “ຈົ່ງກັບໄປເຮືອນຂອງເຈົ້າ”.
Source notes (2)
- Footnote ຫລື ມ້າ
- Footnote ຫລື ຊີເມອີ ແລະ ໝູ່ຂອງ ລາວ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.