Skip to content
BibleKenya

Biblica® Open Lao Contemporary Version

1 ກະສັດ 2

ດາວິດ​ກຳຊັບ​ໂຊໂລໂມນ

(1ຂຄ 29:26-28)

ເມື່ອ​ໃກ້​ຈະ​ເຖິງ​ເວລາ​ທີ່​ດາວິດ​ຈະ​ຕາຍ, ເພິ່ນ​ກໍ​ໄດ້​ກຳຊັບ​ໂຊໂລໂມນ ລູກຊາຍ​ຂອງ​ຕົນ.

ເພິ່ນ​ໄດ້​ເວົ້າ​ວ່າ, “ພໍ່​ກຳລັງ​ຈະ​ຈາກ​ໄປ​ຕາມ​ທຳມະດາ​ຂອງ​ໂລກ, ດັ່ງນັ້ນ ຈົ່ງ​ເຂັ້ມແຂງ ແລະ ເປັນ​ຜູ້ຊາຍ​ທີ່​ກ້າຫານ, ຈົ່ງ​ຮັກສາ​ຂໍ້​ກຳນົດ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ​ໄດ້​ວາງ​ໄວ້​ຄື: ດຳເນີນ​ຊີວິດ​ດ້ວຍ​ການ​ເຊື່ອຟັງ​ພຣະອົງ ແລະ ປະຕິບັດ​ຕາມ​ດຳລັດ ແລະ ຄຳສັ່ງ​ຂອງ​ພຣະອົງ, ກົດບັນຍັດ ແລະ ຂໍ້​ກຳນົດ​ຂອງ​ພຣະອົງ ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ. ໃຫ້​ເຮັດ​ຢ່າງ​ນັ້ນ ເພື່ອ​ເຈົ້າ​ຈະ​ໄດ້​ຈະເລີນ​ກ້າວ​ໜ້າ ບໍ່​ວ່າ​ເຈົ້າ​ຈະ​ໄປ​ຢູ່​ໃສ ຫລື ເຮັດ​ສິ່ງໃດ ແລະ ເພື່ອ​ພຣະເຈົ້າ​ຢາເວ​ຈະ​ເຮັດ​ຕາມ​ຄຳສັນຍາ​ທີ່​ພຣະອົງ​ໃຫ້​ໄວ້​ກັບ​ພໍ່​ວ່າ: ‘ຖ້າ​ລູກ​ຫລານ​ຂອງ​ເຈົ້າ​ລະມັດລະວັງ​ເລື່ອງ​ວິຖີ​ການ​ດຳເນີນ​ຊີວິດ​ຂອງ​ຕົນ ແລະ ຖ້າ​ພວກເຂົາ​ສັດຊື່​ຕໍ່​ເຮົາ​ດ້ວຍ​ສຸດຈິດ​ສຸດໃຈ​ແລ້ວ ເຈົ້າ​ກໍ​ຈະ​ບໍ່​ຂາດ​ຄົນ​ທີ່​ຄອງ​ບັນລັງ​ຂອງ​ອິດສະຣາເອນ​ເລີຍ’.

“ບັດນີ້! ລູກ​ເອງ​ກໍ​ຮູ້​ສິ່ງ​ທີ່​ໂຢອາບ ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເຮັດ​ກັບ​ພໍ່ ທີ່​ລາວ​ໄດ້​ຂ້າ​ຜູ້ບັນຊາການ​ກອງທັບ​ຂອງ​ອິດສະຣາເອນ​ສອງ​ຄົນ​ຄື ອັບເນ ລູກຊາຍ​ຂອງ​ເນຣະ ແລະ ອາມາສາ ລູກຊາຍ​ຂອງ​ເຢເທີ. ລາວ​ໄດ້​ຂ້າ​ພວກເຂົາ, ເຮັດ​ໃຫ້​ພວກເຂົາ​ຕ້ອງ​ຫລັ່ງ​ເລືອດ​ໃນ​ຍາມ​ສະຫງົບສຸກ​ເໝືອນ​ກັບ​ວ່າ​ຢູ່​ໃນ​ຍາມ​ສົງຄາມ ແລະ ເລືອດ​ຈຶ່ງ​ເປື້ອນ​ຜ້າ​ມັດແອວ ແລະ ເກີບ​ທີ່​ຢູ່​ໃນ​ຕີນ​ຂອງ​ໂຢອາບ. ລູກ​ຈົ່ງ​ໃຊ້​ສະຕິປັນຍາ​ຂອງ​ເຈົ້າ​ຈັດການ​ກັບ​ລາວ, ແຕ່​ຢ່າ​ປ່ອຍ​ໃຫ້​ລາວ​ເຖົ້າແກ່​ຕາຍ​ຢ່າງ​ສະຫງົບສຸກ.

“ແຕ່​ຈົ່ງ​ສະແດງ​ຄວາມ​ເມດຕາ​ແກ່​ບັນດາ​ລູກ​ຂອງ​ບາກຊິນໄລ ຊາວ​ກີເລອາດ ແລະ ໃຫ້​ລາວ​ມາ​ຮ່ວມ​ໂຕະ​ກິນ​ເຂົ້າ​ນຳ​ດ້ວຍ. ພວກເຂົາ​ຢູ່​ຝ່າຍ​ພໍ່​ເມື່ອ​ເວລາ​ທີ່​ພໍ່​ໜີ​ໄປ​ຈາກ​ອັບຊາໂລມ ອ້າຍ​ຂອງ​ເຈົ້າ.

“ແລະ ຢ່າ​ລືມ​ວ່າ, ເຈົ້າ​ມີ​ຊີເມອີ ລູກຊາຍ​ຂອງ​ເກຣາ ເປັນ​ຄົນ​ເບັນຢາມິນ ເຊິ່ງ​ມາ​ຈາກ​ບາຮູຣິມ, ຜູ້​ທີ່​ປ້ອຍດ່າ​ພໍ່​ຢ່າງ​ເຈັບ​ແສບ​ຕອນ​ທີ່​ພໍ່​ໄປ​ທີ່​ມະຫານາອິມ. ເມື່ອ​ລາວ​ລົງ​ມາ​ຕ້ອນ​ຮັບ​ພໍ່​ຢູ່​ທີ່​ຈໍແດນ ພໍ່​ກໍ​ໄດ້​ສາບານ​ກັບ​ລາວ​ໂດຍ​ອ້າງ​ພຣະເຈົ້າ​ຢາເວ​ວ່າ, ‘ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ດ້ວຍ​ດາບ’. ແຕ່​ບັດນີ້, ຢ່າ​ຖື​ວ່າ​ລາວ​ພົ້ນ​ຜິດ. ເຈົ້າ​ເປັນ​ຄົນ​ສະຫລາດ; ເຈົ້າ​ຄວນ​ຮູ້​ວ່າ​ຈະ​ຈັດການ​ກັບ​ລາວ​ຢ່າງໃດ. ຈົ່ງ​ຂ້າ​ລາວ”.

ຫລັງຈາກ​ນັ້ນ ດາວິດ​ກໍ​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ໃນ​ເມືອງ​ດາວິດ. ດາວິດ​ໄດ້​ປົກຄອງ​ອິດສະຣາເອນ​ເປັນ​ເວລາ 40 ປີ, ເຊິ່ງ​ປົກຄອງ​ໃນ​ເມືອງ​ເຮັບໂຣນ 7 ປີ ແລະ ໃນ​ເຢຣູຊາເລັມ 33 ປີ ດັ່ງນັ້ນ ໂຊໂລໂມນ​ຈຶ່ງ​ໄດ້​ຂຶ້ນ​ຄອງ​ບັນລັງ​ຂອງ​ດາວິດ​ຜູ້​ເປັນ​ພໍ່ ແລະ ການ​ປົກຄອງ​ຂອງ​ເພິ່ນ​ກໍ​ໝັ້ນຄົງ​ແໜ້ນໜາ.

ບັນລັງ​ຂອງ​ໂຊໂລໂມນ​ໝັ້ນຄົງ

ຝ່າຍ​ອາໂດນີຢາ ລູກຊາຍ​ຂອງ​ນາງ​ຮັກກິດ​ໄດ້​ມາ​ພົບ​ນາງ​ບັດເຊບາ ແມ່​ຂອງ​ໂຊໂລໂມນ ນາງ​ໄດ້​ເວົ້າ​ວ່າ, “ເຈົ້າ​ມາ​ຢ່າງ​ສະຫງົບສຸກ​ບໍ?”

ອາໂດນີຢາ​ໄດ້​ຕອບ​ວ່າ, “ແມ່ນ​ແລ້ວ, ຂ້ານ້ອຍ​ມາ​ຢ່າງ​ສະຫງົບສຸກ”. ແລ້ວ​ລາວ​ກໍ​ເວົ້າ​ອີກ​ວ່າ, “ຂ້ານ້ອຍ​ມີ​ເລື່ອງ​ທີ່​ຈະ​ເວົ້າ​ກັບ​ທ່ານ”.

ນາງ​ໄດ້​ຕອບ​ວ່າ, “ເຈົ້າ​ຈົ່ງ​ເວົ້າ​ມາ”.

ອາໂດນີຢາ​ໄດ້​ຕອບ​ວ່າ, “ຕາມ​ທີ່​ທ່ານ​ຮູ້​ດີ​ວ່າ​ອານາຈັກ​ເປັນ​ຂອງ​ຂ້ານ້ອຍ. ອິດສະຣາເອນ​ທັງໝົດ​ລ້ວນ​ແຕ່​ຄາດ​ໝາຍ​ວ່າ​ຂ້ານ້ອຍ​ຈະ​ໄດ້​ເປັນ​ກະສັດ​ຂອງ​ພວກເຂົາ. ແຕ່​ສິ່ງ​ຕ່າງໆ​ກັບ​ໄດ້​ປ່ຽນ​ໄປ, ອານາຈັກ​ຕົກ​ເປັນ​ຂອງ​ນ້ອງຊາຍ​ຂ້ານ້ອຍ​ແທນ; ເພາະ​ການ​ນີ້​ເປັນ​ມາ​ຈາກ​ພຣະເຈົ້າ​ຢາເວ. ບັດນີ້ ຂ້ານ້ອຍ​ມີ​ສິ່ງ​ໜຶ່ງ​ຈະ​ຂໍ​ໃຫ້​ທ່ານ​ເຮັດ. ຂໍ​ຢ່າ​ໄດ້​ປະຕິເສດ​ຂ້ານ້ອຍ​ເລີຍ”.

ນາງ​ໄດ້​ເວົ້າ​ວ່າ, “ຈົ່ງ​ຂໍ​ມາ”.

ດັ່ງນັ້ນ ອາໂດນີຢາ​ຈຶ່ງ​ເວົ້າ​ຕໍ່​ໄປ​ວ່າ, “ກະລຸນາ​ຂໍ​ກະສັດ​ໂຊໂລໂມນ ໃຫ້​ມອບ​ອາບີຊາກ ຊາວ​ຊູເນມ​ໃຫ້​ເປັນ​ເມຍ​ຂອງ​ຂ້ານ້ອຍ​ດ້ວຍ ເພາະ​ເພິ່ນ​ຈະ​ບໍ່​ປະຕິເສດ​ທ່ານ”.

ບັດເຊບາ​ໄດ້​ຕອບ​ວ່າ, “ຕົກ​ລົງ, ເຮົາ​ຈະ​ໄປ​ຂໍ​ກະສັດ​ໃຫ້​ເຈົ້າ”.

ເມື່ອ​ບັດເຊບາ​ໄດ້​ເຂົ້າ​ພົບ​ກະສັດ​ໂຊໂລໂມນ​ເພື່ອ​ຂໍ​ໃຫ້​ອາໂດນີຢາ, ກະສັດ​ໂຊໂລໂມນ​ກໍ​ໄດ້​ຢືນ​ຂຶ້ນ​ຕ້ອນຮັບ​ນາງ ແລະ ໝອບ​ລົງ​ຄຳນັບ​ນາງ ແລ້ວ​ນັ່ງ​ເທິງ​ບັນລັງ​ຂອງ​ຕົນ. ເພິ່ນ​ໄດ້​ໃຫ້​ຄົນ​ຍົກ​ບ່ອນນັ່ງ​ພິເສດ​ມາ​ໃຫ້​ແມ່​ຂອງ​ຕົນ ແລະ ນາງ​ຈຶ່ງ​ໄດ້​ນັ່ງ​ຢູ່​ເບື້ອງ​ຂວາ​ມື.

ນາງ​ໄດ້​ເວົ້າ​ວ່າ, “ແມ່​ມີ​ເລື່ອງ​ນ້ອຍໆ​ເລື່ອງ​ໜຶ່ງ​ຈະ​ຂໍ​ໃຫ້​ລູກ​ເຮັດ, ຢ່າ​ໄດ້​ປະຕິເສດ​ແມ່​ເລີຍ”.

ກະສັດ​ໂຊໂລໂມນ​ໄດ້​ຕອບ​ວ່າ, “ຂໍ​ໃຫ້​ແມ່​ບອກ​ມາ, ລູກ​ຈະ​ບໍ່​ປະຕິເສດ​ແມ່​ເລີຍ”.

ດັ່ງນັ້ນ ນາງ​ຈຶ່ງ​ເວົ້າ​ວ່າ, “ຂໍ​ມອບ​ອາບີຊາກ ຊາວ​ຊູເນມ​ໃຫ້​ແຕ່ງງານ​ກັບ​ອາໂດນີຢາ ອ້າຍ​ຂອງ​ລູກ”.

ກະສັດ​ໂຊໂລໂມນ​ໄດ້​ຕອບ​ແມ່​ວ່າ, “ເປັນຫຍັງ​ແມ່​ຈຶ່ງ​ຂໍ​ອາບີຊາກ ຊາວ​ຊູເນມ​ໃຫ້​ອາໂດນີຢາ? ແມ່​ອາດ​ຂໍ​ອານາຈັກ​ໃຫ້​ລາວ​ໄດ້​ເຊັ່ນ​ກັນ ເພາະ​ລາວ​ເປັນ​ອ້າຍ​ຂອງ​ລູກ, ປະໂລຫິດ​ອາບີອາທາ ແລະ ໂຢອາບ ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ກໍ​ເປັນ​ຝ່າຍ​ລາວ!”

ແລ້ວ​ກະສັດ​ໂຊໂລໂມນ​ກໍ​ໄດ້​ກ່າວ​ປະຕິຍານ​ໂດຍ​ອ້າງ​ພຣະເຈົ້າ​ຢາເວ​ວ່າ, “ຂໍ​ພຣະເຈົ້າ​ຈັດການ​ກັບ​ຂ້ານ້ອຍ​ຢ່າງ​ຮຸນແຮງ​ທີ່ສຸດ, ຖ້າ​ອາໂດນີຢາ​ບໍ່​ໄດ້​ຊົດໃຊ້​ດ້ວຍ​ຊີວິດ​ຂອງ​ລາວ​ທີ່​ບັງ​ອາດ​ຂໍ​ຢ່າງ​ນີ້! ບັດນີ້ ພຣະເຈົ້າ​ຢາເວ ໄດ້​ສະຖາປະນາ​ຂ້ານ້ອຍ​ໄວ້​ເທິງ​ບັນລັງ​ຂອງ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ແລະ ໄດ້​ຕັ້ງ​ຕະກຸນ​ນີ້​ຂຶ້ນ​ເພື່ອ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ດັ່ງນັ້ນ ພຣະເຈົ້າ​ຢາເວ ດຳລົງ​ຢູ່​ສັນໃດ ອາໂດນີຢາ​ຈະ​ຕ້ອງ​ຕາຍ​ໃນ​ວັນ​ນີ້​ສັນນັ້ນ!” ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ອອກ​ຄຳສັ່ງ​ແກ່​ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ ແລະ ລາວ​ກໍ​ໄປ​ຂ້າ​ຊີວິດ​ອາໂດນີຢາ.

ກະສັດ​ໂຊໂລໂມນ​ໄດ້​ເວົ້າ​ກັບ​ປະໂລຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບ​ໄປ​ທີ່​ທົ່ງນາ​ຂອງ​ພວກເຈົ້າ​ໃນ​ອານາທົດ. ພວກເຈົ້າ​ສົມຄວນ​ຕາຍ, ແຕ່​ເຮົາ​ຈະ​ບໍ່​ຂ້າ​ພວກເຈົ້າ​ເວລາ​ນີ້ ເພາະ​ພວກເຈົ້າ​ໄດ້​ຫາມ​ຫີບ​ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໃນ​ຊ່ວງ​ເວລາ​ຂອງ​ດາວິດ​ພໍ່​ຂອງ​ເຮົາ ແລະ ພວກເຈົ້າ​ໄດ້​ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ພໍ່​ຂອງ​ເຮົາ​ມາ​ໂດຍ​ຕະຫລອດ”. ໂຊໂລໂມນ​ຈຶ່ງ​ໄດ້​ປົດ​ອາບີອາທາ ອອກ​ຈາກ​ຕຳແໜ່ງ​ປະໂລຫິດ​ຂອງ​ພຣະເຈົ້າ​ຢາເວ, ເຊິ່ງ​ສຳເລັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ທີ່​ຊີໂລ​ກ່ຽວກັບ​ເຊື້ອສາຍ​ຂອງ​ເອລີ.

ເມືອ​ຂ່າວ​ໄດ້​ມາ​ຮອດ​ໂຢອາບ ຜູ້​ສົມ​ຮູ້​ຮ່ວມ​ຄິດ​ກັນ​ກັບ​ອາໂດນີຢາ ເຖິງ​ວ່າ​ເມື່ອ​ກ່ອນ​ບໍ່​ໄດ້​ຄົບ​ຄິດ​ກັນ​ກັບ​ອັບຊາໂລມ​ກໍ​ຕາມ, ໂຢອາບ​ກໍ​ໜີ​ໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ ແລະ ຈັບ​ເຂົາ​ຂອງ​ແທ່ນບູຊາ​ໄວ້. ໄດ້​ມີ​ຄົນ​ໄປ​ບອກ​ໂຊໂລໂມນ​ວ່າ​ໂຢອາບ​ໜີ​ໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ ແລະ ຢູ່​ຂ້າງ​ແທ່ນບູຊາ. ດັ່ງນັ້ນ ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ວ່າ, “ຈົ່ງ​ໄປ​ຂ້າ​ລາວ!”

ເບນາອີຢາ​ກໍ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ ແລະ ກ່າວ​ກັບ​ໂຢອາບ​ວ່າ, “ກະສັດ​ໂຊໂລໂມນ​ສັ່ງ​ວ່າ, ຈົ່ງ​ອອກ​ໄປ!”

ແຕ່​ໂຢອາບ​ຕອບ​ວ່າ, “ບໍ່, ເຮົາ​ຈະ​ຕາຍ​ຢູ່​ບ່ອນ​ນີ້”.

ເບນາອີຢາ​ຈຶ່ງ​ໄດ້​ກັບ​ໄປ​ລາຍງານ​ຕໍ່​ກະສັດ​ໂຊໂລໂມນ​ວ່າ, “ນີ້​ຄື​ສິ່ງ​ທີ່​ໂຢອາບ​ໄດ້​ຕອບ​ຂ້ານ້ອຍ”.

ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ໄດ້​ສັ່ງ​ເບນາອີຢາ​ວ່າ, “ຈົ່ງ​ເຮັດ​ເໝືອນ​ຢ່າງ​ທີ່​ລາວ​ບອກ. ຂ້າ​ລາວ​ແລ້ວ​ເອົາ​ລາວ​ໄປ​ຝັງ, ເພື່ອ​ວ່າ​ເຮົາ ແລະ ເຊື້ອສາຍ​ຂອງ​ພໍ່​ຂອງ​ເຮົາ​ຈະ​ໄດ້​ພົ້ນ​ຈາກ​ມົນທິນ​ທີ່​ລາວ​ໄດ້​ຂ້າ​ຜູ້​ບໍລິສຸດ. ພຣະເຈົ້າ​ຢາເວ​ຈະ​ຕອບແທນ​ລາວ​ສຳລັບ​ທີ່​ລາ​ໄດ້​ເຮັດ​ໃຫ້​ຫລັ່ງ​ເລືອດ, ລາວ​ໄດ້​ໃຊ້​ດາບ​ຂ້າ​ຊາຍ​ສອງ​ຄົນ ເຊິ່ງ​ດີ​ກວ່າ​ລາວ ແລະ ຊອບທຳ​ກວ່າ​ລາວ, ເພາະ​ດາວິດ​ພໍ່​ຂອງ​ເຮົາ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ຫຍັງ​ກັບ​ຄວາມ​ຕາຍ​ຂອງ​ອັບເນ ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ກອງທັບ​ຂອງ​ອິດສະຣາເອນ ແລະ ອາມາສາ ລູກຊາຍ​ຂອງ​ເຢເທີ ຜູ້ບັນຊາການ​ກອງທັບ​ຂອງ​ຢູດາຍ. ຂໍ​ໃຫ້​ຄວາມ​ຜິດ​ຈາກ​ເລືອດ​ນັ້ນ​ຕົກ​ຢູ່​ທີ່​ໂຢອາບ ແລະ ເຊື້ອສາຍ​ຂອງ​ລາວ​ຕະຫລອດ​ໄປ. ສ່ວນ​ດາວິດ ແລະ ເຊື້ອສາຍ, ເຮືອນ ແລະ ບັນລັງ​ຂອງ​ເພິ່ນ​ນັ້ນ ຂໍ​ໃຫ້​ມີ​ສັນຕິສຸກ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ທີ່​ນັ້ນ​ຕະຫລອດ​ໄປ​ເປັນນິດ”.

ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ຈຶ່ງ​ໄດ້​ໄປ​ຕີ​ໂຢອາບ ແລະ ຂ້າ​ລາວ ແລະ ສົບ​ຂອງ​ໂຢອາບ​ໄດ້​ຖືກ​ຝັງ​ໄວ້​ໃນ​ທີ່​ດິນ​ຂອງ​ຕົນ1 ໃນ​ຖິ່ນແຫ້ງແລ້ງກັນດານ. ກະສັດ​ໂຊໂລໂມນ​ໄດ້​ແຕ່ງຕັ້ງ​ເບນາອີຢາ​ເປັນ​ຜູ້ບັນຊາການ​ກອງທັບ​ແທນ​ຕຳແໜ່ງ​ຂອງ​ໂຢອາບ ແລະ ໃຫ້​ຊາດົກ​ເປັນ​ປະໂລຫິດ​ແທນ​ອາບີອາທາ.

ຫລັງຈາກນັ້ນ ກະສັດ​ໂຊໂລໂມນ​ກໍ​ໄດ້​ໃຫ້​ຄົນ​ໄປ​ຕາມ​ຊີເມອີ​ມາ ແລະ ເວົ້າ​ກັບ​ລາວ​ວ່າ, “ຈົ່ງ​ສ້າງ​ເຮືອນ​ສຳລັບ​ເຈົ້າ​ເອງ ແລະ ອາໄສ​ຢູ່​ໃນ​ເຢຣູຊາເລັມ​ນີ້ ຢ່າ​ໄປ​ບ່ອນ​ອື່ນ. ມື້​ໃດ​ທີ່​ເຈົ້າ​ອອກ​ໄປ​ພົ້ນ​ຮ່ອມພູ​ກິດໂຣນ ເຈົ້າ​ກໍ​ແນ່ໃຈ​ໄດ້​ເລີຍ​ວ່າ​ເຈົ້າ​ຈະ​ຕ້ອງ​ຕາຍ; ຖື​ວ່າ​ເປັນ​ຄວາມ​ຜິດ​ຂອງ​ເຈົ້າ​ເອງ”.

ຊີເມອີ​ໄດ້​ຕອບ​ວ່າ, “ສິ່ງ​ທີ່​ທ່ານ​ເວົ້າ​ນັ້ນ​ແມ່ນ​ດີ​ແລ້ວ. ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ປະຕິບັດ​ຕາມ​ທີ່​ເຈົ້ານາຍ​ຂອງ​ຂ້ານ້ອຍ​ໄດ້​ບອກ”. ແລ້ວ​ຊີເມອີ​ຈຶ່ງ​ໄດ້​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ດົນນານ.

ແຕ່​ສາມ​ປີ​ຕໍ່ມາ, ຂ້າທາດ​ຂອງ​ຊີເມອີ​ສອງ​ຄົນ​ໄດ້​ຫລົບ​ໜີ​ໄປ​ພົບ​ກະສັດ​ອາກີເຊ ລູກຊາຍ​ຂອງ​ມາອາກາ​ແຫ່ງ​ເມືອງ​ກາດ ແລະ ເມື່ອ​ມີ​ຄົນ​ມາ​ບອກ​ຊີເມອີ​ວ່າ, “ຂ້າທາດ​ຂອງ​ທ່ານ​ຢູ່​ທີ່​ເມືອງ​ກາດ”. ລາວ​ກໍ​ຂຶ້ນ​ນັ່ງ​ເທິງ​ລໍ ແລະ ໄປ​ພົບ​ອາກີເຊ​ຢູ່​ທີ່​ເມືອງ​ກາດ ເພື່ອ​ຕາມ​ຫາ​ຂ້າທາດ ແລະ ນຳ​ໂຕ​ຂ້າທາດ​ກັບ​ຄືນ​ມາ​ຈາກ​ເມືອງ​ກາດ.

ເມື່ອ​ໂຊໂລໂມນ​ຮູ້​ວ່າ​ຊີເມອີ​ໄດ້​ອອກ​ຈາກ​ເຢຣູຊາເລັມ​ໄປ​ທີ່​ເມືອງ​ກາດ ແລະ ກັບ​ຄືນ​ມາ​ແລ້ວ, ກະສັດ​ກໍ​ໃຫ້​ໄປ​ເອີ້ນ​ຊີເມອີ​ມາ​ພົບ ແລະ ເວົ້າ​ກັບ​ລາວ​ວ່າ, “ເຮົາ​ໄດ້​ເຕືອນ​ເຈົ້າ ແລະ ໃຫ້​ເຈົ້າ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ, ‘ມື້​ໃດ​ທີ່​ເຈົ້າ​ອອກ​ໄປ​ບ່ອນ​ອື່ນ, ເຈົ້າ​ກໍ​ຈະ​ຕ້ອງ​ຕາຍ?’ ໃນ​ເວລາ​ນັ້ນ​ເຈົ້າ​ກໍ​ໄດ້​ເວົ້າ​ກັບ​ເຮົາ​ວ່າ, ‘ສິ່ງ​ທີ່​ທ່ານ​ກ່າວ​ນັ້ນ​ແມ່ນ​ດີ​ແລ້ວ. ຂ້ານ້ອຍ​ຈະ​ເຊື່ອຟັງ’. ແລ້ວ​ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ບໍ່​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ປະຕິຍານ​ໄວ້​ຕໍ່​ພຣະເຈົ້າ​ຢາເວ ແລະ ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ?”

ກະສັດ​ໂຊໂລໂມນ​ໄດ້​ເວົ້າ​ກັບ​ຊີເມອີ​ອີກ​ວ່າ, “ເຈົ້າ​ຮູ້​ຢູ່​ແກ່​ໃຈ​ຂອງ​ເຈົ້າ​ເລື່ອງ​ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ເຈົ້າ​ເຮັດ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຮົາ ບັດນີ້ ພຣະເຈົ້າ​ຢາເວ​ຈະ​ຕອບແທນ​ຄວາມ​ຜິດ​ທີ່​ເຈົ້າ​ໄດ້​ເຮັດ. ແຕ່​ກະສັດ​ໂຊໂລໂມນ​ຈະ​ໄດ້​ຮັບ​ພອນ ແລະ ບັນລັງ​ຂອງ​ດາວິດ​ຈະ​ຍືນຍົງ​ໝັ້ນຄົງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຕະຫລອດ​ໄປ”.

ຫລັງຈາກ​ນັ້ນ ກະສັດ​ໂຊໂລໂມນ​ກໍ​ໄດ້​ສັ່ງ​ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ ແລະ ລາວ​ກໍ​ອອກ​ໄປ​ຂ້າ​ຊີເມອີ.

ອານາຈັກ​ຈຶ່ງ​ໝັ້ນຄົງ​ແໜ້ນໜາ​ໃນ​ມື​ຂອງ​ໂຊໂລໂມນ.

Source notes (1)
  1. Footnote ຫລື ຝັງ​ໄວ້​ໃນ​ອຸບໂມງ​ຝັງ​ສົບ​ຂອງ ລາວ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.