Biblica® Open Lao Contemporary Version
1 ກະສັດ 3
ໂຊໂລໂມນຂໍສະຕິປັນຍາ
(2ຂຄ 1:2-13)
ໂຊໂລໂມນໄດ້ເຮັດພັນທະມິດກັບຟາໂຣ ກະສັດແຫ່ງເອຢິບ ແລະ ແຕ່ງງານກັບລູກສາວຄົນໜຶ່ງຂອງຟາໂຣ. ໂຊໂລໂມນໄດ້ພານາງມາຢູ່ໃນເມືອງດາວິດຈົນການກໍ່ສ້າງວັງຂອງເພິ່ນ ແລະ ວິຫານຂອງພຣະເຈົ້າຢາເວ ແລະ ກຳແພງອ້ອມເຢຣູຊາເລັມສຳເລັດຮຽບຮ້ອຍ. ແຕ່ວ່າປະຊາຊົນຍັງຖວາຍເຄື່ອງບູຊາທີ່ສະຖານບູຊາເທິງທີ່ສູງທັງຫລາຍຢູ່ ເພາະວິຫານເພື່ອນາມຂອງພຣະເຈົ້າຢາເວນັ້ນຍັງບໍ່ໄດ້ສ້າງຂຶ້ນເທື່ອ. ໂຊໂລໂມນໄດ້ສະແດງຄວາມຮັກຂອງຕໍ່ພຣະເຈົ້າຢາເວ ແລະ ປະຕິບັດຕາມກົດເກນຂອງດາວິດຜູ້ເປັນພໍ່ຂອງເພິ່ນທີ່ໄດ້ໃຫ້ໄວ້ແກ່ເພິ່ນ, ເວັ້ນແຕ່ຍັງຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມທີ່ສະຖານບູຊາເທິງທີ່ສູງທັງຫລາຍ.
ໂຊໂລໂມນໄດ້ໄປທີ່ກີເບໂອນເພື່ອຖວາຍເຄື່ອງບູຊາ ເພາະທີ່ນັ້ນເປັນສະຖານບູຊາເທິງທີ່ສູງທີ່ສຳຄັນທີ່ສຸດ ແລະ ໂຊໂລໂມນໄດ້ຖວາຍສັດໜຶ່ງພັນໂຕເປັນເຄື່ອງເຜົາບູຊາເທິງແທ່ນນັ້ນ. ພຣະເຈົ້າຢາເວໄດ້ປາກົດແກ່ໂຊໂລໂມນຢູ່ທີ່ກີເບໂອນໃນທາງຄວາມຝັນກາງຄືນ ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງຂໍສິ່ງທີ່ເຈົ້າຕ້ອງການ ແລ້ວເຮົາຈະໃຫ້ເຈົ້າ”.
ໂຊໂລໂມນໄດ້ຕອບວ່າ, “ພຣະອົງໄດ້ສະແດງຄວາມເມດຕາກະລຸນາອັນຍິ່ງໃຫຍ່ຕໍ່ຜູ້ຮັບໃຊ້ຂອງພຣະອົງ ຄືດາວິດພໍ່ຂອງຂ້ານ້ອຍ, ເພາະພໍ່ຂອງຂ້ານ້ອຍສັດຊື່ຕໍ່ພຣະອົງ, ຊອບທຳ, ມີຈິດໃຈທີ່ທ່ຽງທຳ ແລະ ພຣະອົງຍັງໄດ້ສະແດງຄວາມເມດຕາກະລຸນາອັນຍິ່ງໃຫຍ່ອັນດຽວກັນນີ້ຕໍ່ພໍ່ຂ້ານ້ອຍສືບມາຈົນເຖິງວັນນີ້ ໂດຍໃຫ້ລູກຊາຍຄົນໜຶ່ງຂອງເພິ່ນໄດ້ນັ່ງຢູ່ບັນລັງຂອງເພິ່ນ.
“ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ບັດນີ້ ພຣະອົງໄດ້ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງໄດ້ເປັນກະສັດສືບຕໍ່ຈາກດາວິດພໍ່ຂອງຂ້ານ້ອຍ. ແຕ່ຂ້ານ້ອຍຍັງເປັນພຽງເດັກນ້ອຍຄົນໜຶ່ງ ແລະ ບໍ່ຮູ້ວິທີປະຕິບັດພາລະໜ້າທີ່ຂອງຕົນ. ຜູ້ຮັບໃຊ້ຂອງພຣະອົງຢູ່ທ່າມກາງປະຊາຊົນທີ່ພຣະອົງໄດ້ເລືອກໄວ້ ເຊິ່ງເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ມີຈຳນວນຫລວງຫລາຍນັບບໍ່ຖ້ວນ. ດັ່ງນັ້ນ ຂໍໂຜດໃຫ້ຜູ້ຮັບໃຊ້ຂອງພຣະອົງມີຄວາມຄິດສະຫລາດຫລັກແຫລມ ເພື່ອຈະປົກຄອງປະຊາຊົນຂອງພຣະອົງ ແລະ ຮູ້ຈັກໃຈ້ແຍກລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ. ເພາະຜູ້ໃດຈະສາມາດປົກຄອງຊົນຊາດທີ່ຍິ່ງໃຫຍ່ຂອງພຣະອົງນີ້ໄດ້?”
ອົງພຣະຜູ້ເປັນເຈົ້າໄດ້ພໍໃຈທີ່ໂຊໂລໂມນຂໍຢ່າງນີ້. ດັ່ງນັ້ນ ພຣະເຈົ້າຈຶ່ງກ່າວກັບໂຊໂລໂມນວ່າ, “ເນື່ອງຈາກເຈົ້າໄດ້ຂໍຢ່າງນີ້ ແລະ ບໍ່ໄດ້ຂໍຊີວິດຍືນຍາວ ຫລື ຂໍຊັບສົມບັດສຳລັບຕົນເອງ ຫລື ຂໍຊີວິດຂອງສັດຕູຂອງເຈົ້າ ແຕ່ໄດ້ຂໍໃຫ້ມີຄວາມສະຫລາດຫລັກແຫລມເພື່ອປົກຄອງດ້ວຍຄວາມຍຸຕິທຳ. ເຮົາຈະໃຫ້ຕາມທີ່ເຈົ້າໄດ້ຂໍ. ເຮົາຈະໃຫ້ເຈົ້າມີສະຕິປັນຍາ ແລະ ຄວາມສະຫລາດຫລັກແຫລມດັ່ງທີ່ບໍ່ເຄີຍມີ ເພື່ອວ່າຈະບໍ່ມີຜູ້ໃດຄືກັບເຈົ້າ ແລະ ຈະບໍ່ມີເລີຍ. ຫລາຍກວ່ານັ້ນ, ເຮົາຈະໃຫ້ສິ່ງທີ່ເຈົ້າບໍ່ໄດ້ຂໍອີກດ້ວຍ ທັງຊັບສົມບັດ ແລະ ກຽດຕິຍົດ ເພື່ອວ່າໃນຕະຫລອດຊີວິດຂອງເຈົ້ານັ້ນຈະບໍ່ມີກະສັດຄົນໃດເທົ່າທຽມກັບເຈົ້າໄດ້. ແລະ ຖ້າເຈົ້າດຳເນີນຊີວິດດ້ວຍການເຊື່ອຟັງເຮົາ ແລະ ປະຕິບັດຕາມດຳລັດ ແລະ ຄຳສັ່ງຂອງເຮົາເໝືອນດາວິດພໍ່ຂອງເຈົ້າທີ່ໄດ້ເຮັດ, ເຮົາຈະໃຫ້ເຈົ້າມີຊີວິດຍືນຍາວ”. ແລ້ວໂຊໂລໂມນກໍໄດ້ຕື່ນນອນ ແລະ ຮູ້ສຶກວ່າຕົນເອງໄດ້ຝັນ.
ເພິ່ນໄດ້ກັບມາທີ່ເຢຣູຊາເລັມ, ຢືນຢູ່ໜ້າຫີບຄຳໝັ້ນສັນຍາຂອງອົງພຣະຜູ້ເປັນເຈົ້າ ແລະ ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ຫລັງຈາກນັ້ນ ເພິ່ນກໍໄດ້ຈັດງານລ້ຽງສຳລັບບັນດາຂ້າລາຊະການຂອງເພິ່ນ.
ການຕັດສິນຄະດີຢ່າງມີປັນຍາ
ບັດນີ້ ມີຍິງໂສເພນີສອງຄົນມາພົບກະສັດໂຊໂລໂມນ ແລະ ໄດ້ຢືນຢູ່ຕໍ່ໜ້າເພິ່ນ. ຄົນໜຶ່ງໃນພວກເຂົາໄດ້ຕອບວ່າ “ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ. ຂ້ານ້ອຍກັບຜູ້ຍິງຄົນນີ້ອາໄສຢູ່ໃນບ້ານດຽວກັນ ແລະ ຂ້ານ້ອຍໄດ້ເກີດລູກຂະນະທີ່ນາງຢູ່ທີ່ນັ້ນກັບຂ້ານ້ອຍ. ພໍລູກຂອງຂ້ານ້ອຍມີອາຍຸໄດ້ສາມມື້ ຍິງຄົນນີ້ກໍເກີດລູກດ້ວຍເໝືອນກັນ. ມີພຽງພວກຂ້ານ້ອຍສອງຄົນທີ່ຢູ່ໃນບ້ານ ບໍ່ມີຄົນອື່ນ.
“ລູກຊາຍຂອງຍິງຄົນນີ້ໄດ້ຕາຍໄປຕອນກາງຄືນ ເພາະຖືກນາງນອນເຕັງ. ແລ້ວນາງກໍຕື່ນຂຶ້ນມາຕອນທ່ຽງຄືນ ແລະ ໄດ້ເອົາລູກຊາຍຂອງຂ້ານ້ອຍໄປຈາກຂ້າງຂອງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານຂະນະທີ່ຂ້ານ້ອຍນອນຫລັບຢູ່. ນາງໄດ້ເອົາລູກຊາຍຂອງຂ້ານ້ອຍໄປນອນແນບທີ່ເອິກຂອງນາງ ແລະ ເອົາລູກຂອງຕົນທີ່ຕາຍແລ້ວນັ້ນມາໄວ້ແນບເອິກຂອງຂ້ານ້ອຍ. ເຊົ້າມື້ຕໍ່ມາ, ຂ້ານ້ອຍຕື່ນຂຶ້ນມາເພື່ອຈະໃຫ້ນົມແກ່ລູກຂອງຕົນ ແລະ ກໍພົບວ່າລູກນັ້ນຕາຍແລ້ວ! ແຕ່ພໍຮຸ່ງເຊົ້າມາ, ຂ້ານ້ອຍໄດ້ແນມເບິ່ງລູກໃກ້ໆ ຈຶ່ງເຫັນວ່າບໍ່ແມ່ນລູກຂອງຂ້ານ້ອຍ”.
ຍິງອີກຄົນໜຶ່ງໄດ້ເວົ້າຂຶ້ນວ່າ, “ບໍ່ແມ່ນ! ເດັກນ້ອຍທີ່ມີຊີວິດຢູ່ນັ້ນແມ່ນລູກຂອງຂ້ອຍ; ສ່ວນເດັກນ້ອຍທີ່ຕາຍແລ້ວນັ້ນເປັນລູກຂອງເຈົ້າ”.
ແຕ່ຍິງຄົນທຳອິດໄດ້ຢືນຢັນວ່າ, “ບໍ່ແມ່ນ, ເດັກນ້ອຍທີ່ຕາຍແລ້ວນັ້ນເປັນລູກຂອງເຈົ້າ; ສ່ວນເດັກນ້ອຍທີ່ມີຊີວິດຢູ່ນັ້ນແມ່ນລູກຂອງຂ້ອຍ”. ແລ້ວພວກເຂົາກໍຖຽງກັນຕໍ່ໜ້າກະສັດໂຊໂລໂມນ.
ກະສັດໂຊໂລໂມນໄດ້ເວົ້າວ່າ, “ຄົນນີ້ກໍເວົ້າວ່າ, ‘ລູກຂອງຂ້ອຍຍັງມີຊີວິດຢູ່ ແລະ ລູກຂອງເຈົ້າໄດ້ຕາຍແລ້ວ’ ຄົນນັ້ນກໍເວົ້າວ່າ, ‘ບໍ່ແມ່ນ, ລູກຂອງເຈົ້າໄດ້ຕາຍແລ້ວ ແລະ ລູກຂອງຂ້ອຍຍັງມີຊີວິດຢູ່’ ”.
ແລ້ວກະສັດໂຊໂລໂມນກໍໄດ້ເວົ້າວ່າ, “ຈົ່ງເອົາດາບດວງໜຶ່ງມາໃຫ້ເຮົາ”. ດັ່ງນັ້ນ ພວກເຂົາຈຶ່ງໄດ້ເອົາດາບດວງໜຶ່ງມາໃຫ້ກະສັດ. ແລ້ວກະສັດໂຊໂລໂມນກໍໄດ້ສັ່ງວ່າ, “ຈົ່ງຕັດເດັກນ້ອຍຄົນທີ່ຍັງມີຊີວິດຢູ່ນີ້ອອກເປັນສອງທ່ອນ ແລະ ມອບເຄິ່ງໜຶ່ງໃຫ້ຍິງຄົນນີ້ ແລະ ອີກເຄິ່ງໜຶ່ງໃຫ້ຍິງຄົນນັ້ນ”.
ແມ່ຍິງທີ່ເປັນແມ່ຂອງເດັກນ້ອຍນັ້ນແທ້ໆ ຮູ້ສຶກສະເທືອນໃຈຫລາຍຕໍ່ຄວາມຮັກທີ່ມີຕໍ່ລູກຊາຍຂອງຕົນ ແລະ ໄດ້ເວົ້າກັບກະສັດໂຊໂລໂມນວ່າ, “ເຈົ້ານາຍຂອງຂ້ານ້ອຍ, ຂໍກະລຸນາຢ່າຂ້າເດັກນ້ອຍນີ້ເລີຍ, ຂໍມອບເດັກນ້ອຍທີ່ຍັງມີຊີວິດນີ້ໃຫ້ນາງໄປ!”
ແຕ່ຍິງອີກຄົນໜຶ່ງເວົ້າວ່າ, “ຕັດເດັກນ້ອຍນັ້ນອອກເປັນສອງທ່ອນເລີຍ ຈະໄດ້ບໍ່ຕ້ອງເປັນຂອງນາງ ຫລື ເປັນຂອງຂ້ອຍ!”
ຫລັງຈາກນັ້ນ ກະສັດໂຊໂລໂມນຈຶ່ງອອກຄຳສັ່ງວ່າ, “ຢ່າຂ້າເດັກນ້ອຍນັ້ນເລີຍ; ຈົ່ງມອບເດັກນ້ອຍທີ່ຍັງມີຊີວິດຢູ່ນັ້ນໃຫ້ກັບຍິງຄົນທຳອິດ ເພາະນາງເປັນແມ່ຂອງເດັກນ້ອຍນັ້ນ”.
ເມື່ອຊົນຊາດອິດສະຣາເອນທັງໝົດໄດ້ຮູ້ເຖິງຄຳຕັດສິນຂອງກະສັດໂຊໂລໂມນ ພວກເຂົາກໍຢຳເກງກະສັດ ເພາະພວກເຂົາເຫັນວ່າເພິ່ນມີສະຕິປັນຍາຈາກພຣະເຈົ້າເພື່ອປົກຄອງດ້ວຍຄວາມຍຸຕິທຳ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.