Biblica® Open Lao Contemporary Version
1 ກະສັດ 4
ຜູ້ຮັບໃຊ້ຂອງໂຊໂລໂມນ
ກະສັດໂຊໂລໂມນໄດ້ປົກຄອງເໜືອອິດສະຣາເອນທັງໝົດ.
ຂ້າລາຊະການຄົນສຳຄັນຂອງໂຊໂລໂມນມີດັ່ງນີ້:
ອາຊາຣີຢາ ລູກຊາຍຂອງຊາດົກ ເປັນປະໂລຫິດ;
ເອລີໂຮເຣັບ ແລະ ອາຮີຢາ ລູກຊາຍຂອງຊີຊາ ເປັນເລຂາ;
ເຢໂຮຊາຟັດ ລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກ;
ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການກອງທັບ;
ຊາດົກ ແລະ ອາບີອາທາ ເປັນປະໂລຫິດ;
ອາຊາຣີຢາ ລູກຊາຍຂອງນາທານ ເປັນຜູ້ຮັບຜິດຊອບຜູ້ຄວບຄຸມປະຈຳເມືອງຕ່າງໆ;
ຊາບຸດ ລູກຊາຍຂອງນາທານ ເປັນປະໂລຫິດ ແລະ ເປັນທີ່ປຶກສາຂອງກະສັດ;
ອາຮີຊາ ເປັນຜູ້ບໍລິຫານຢູ່ໃນວັງ;
ອາໂດນີຣາມ ລູກຊາຍຂອງອັບດາ ເປັນຜູ້ຄວບຄຸມແຮງງານຂອງປະຊາຊົນ.
ແລະ ໂຊໂລໂມນຍັງມີຜູ້ຄວບຄຸມປະຈຳເມືອງສິບສອງຄົນ ເບິ່ງແຍງອິດສະຣາເອນທັງໝົດ, ຮັບຜິດຊອບຈັດຫາສະບຽງຈາກປະຊາຊົນສຳລັບກະສັດ ແລະ ພວກຜູ້ຮັບໃຊ້. ແຕ່ລະຄົນໄດ້ຮັບໜ້າທີ່ຈັດຫາສະບຽງສຳລັບແຕ່ລະເດືອນໃນຂອງແຕ່ລະປີ.
ຕໍ່ໄປນີ້ແມ່ນລາຍຊື່ຂອງພວກເຂົາ:
ເບນເຮີ ປະຈຳຢູ່ໃນແຖບພູເຂົາແຫ່ງເອຟຣາອິມ;
ເບັນເດເກ ປະຈຳຢູ່ໃນມາກາດ, ຊາອານບິມ, ເບັດເຊເມດ ແລະ ເອໂລນເບັດຮານານ;
ເບັນເຮເສັດ ປະຈຳຢູ່ໃນອາຣຸບໂບດ (ໂຊໂກ ແລະ ດິນແດນເຮເຟທັງໝົດເປັນຂອງລາວ);
ເບນອາບີນາດາບ (ຜູ້ທີ່ແຕ່ງງານກັບຕາຟາດ ລູກສາວຂອງໂຊໂລໂມນ) ປະຈຳຢູ່ໃນນາໂຟດໂດເຣ;1
ບາອານາ ລູກຊາຍຂອງອາຮີລຸດ ປະຈຳຢູ່ໃນຕາອານັກ ແລະ ເມກິດໂດ, ເບັດຊານທັງໝົດທີ່ຖັດໄປຈາກຊາເຣທານ ເຊິ່ງຢູ່ລຸ່ມຢິດຊະເຣນ; ຈາກເບັດຊານຈົນຮອດອາເບັນເມໂຮລາ ໄປຫາໂຢກເມອາມ;
ເບັນເກເບ ປະຈຳຢູ່ໃນຣາໂມດ ກີເລອາດ (ຖິ່ນຖານຂອງຢາອີ ລູກຊາຍຂອງມານາເຊ ປະຈຳຢູ່ໃນກີເລອາດ ລວມທັງເຂດແດນພາກອັກໂກບ ປະຈຳຢູ່ໃນບາຊານ ແລະ ເມືອງປ້ອມປ້ອງກັນຂອງບາຊານ ຫົກສິບເມືອງມີປະຕູທອງສຳລິດລ້ວນແຕ່ເປັນຂອງລາວ);
ອາຮີນາດາບ ລູກຊາຍຂອງອິດໂດ ປະຈຳຢູ່ໃນມະຫານາອິມ;
ອາຮີມາອາດ (ເຊິ່ງແຕ່ງງານກັບບາເສມາດ ລູກສາວຂອງໂຊໂລໂມນ) ປະຈຳຢູ່ໃນເຂດເນັບທາລີ;
ບາອານາ ລູກຊາຍຂອງຮູຊາຍ ປະຈຳຢູ່ໃນອາເຊ ແລະ ອາໂລດ;
ເຢໂຮຊາຟັດ ລູກຊາຍຂອງປາຣູອາ ປະຈຳຢູ່ໃນອິດຊາຄາ;
ຊີເມອີລູກຊາຍຂອງເອລາ ປະຈຳຢູ່ໃນເບັນຢາມິນ;
ເກເບ ລູກຊາຍຂອງອູຣິ ປະຈຳຢູ່ໃນກີເລອາດ (ດິນແດນຂອງກະສັດສີໂຫນແຫ່ງອາໂມ ແລະ ດິນແດນຂອງກະສັດໂອກແຫ່ງບາຊານ) ລາວເປັນຜູ້ນຳປະຈຳເມືອງຄົນດຽວຂອງເມືອງນັ້ນ.
ສະບຽງປະຈຳວັນຂອງໂຊໂລໂມນ
ປະຊາຊົນຢູດາ ແລະ ອິດສະຣາເອນມີຈຳນວນຫລວງຫລາຍດັ່ງເມັດຊາຍທີ່ຢູ່ແຄມທະເລ; ພວກເຂົາໄດ້ກິນ, ພວກເຂົາໄດ້ດື່ມ ແລະ ມີຄວາມສຸກ. ແລະ ໂຊໂລໂມນປົກຄອງອານາຈັກທັງໝົດຈາກແມ່ນ້ຳເອີຟຣັດໄປຈົນເຖິງດິນແດນຂອງຊາວຟີລິດສະຕິນ, ໄກໄປຈົນຮອດເຂດແດນຂອງເອຢິບ. ດິນແດນເຫລົ່ານີ້ຕ່າງກໍນຳເຄື່ອງຫອມມາຖວາຍ ແລະ ຢູ່ໃຕ້ອຳນາດຂອງໂຊໂລໂມນຕະຫລອດຊີວິດ.
ສະບຽງອາຫານປະຈຳວັນທີ່ໂຊໂລໂມນຕ້ອງການກໍຄື ແປ້ງລະອຽດ 30 ໂຄຣະ2 ແລະ ແປ້ງຂະໜົມປະມານ 60 ໂຄຣະ,3 ງົວໂຕອ້ວນພີ 10 ໂຕ, ງົວຈາກທົ່ງຫຍ້າ 20 ໂຕ ແລະ ແບ້ກັບແກະຈຳນວນ 100 ໂຕ, ນອກຈາກນີ້ຍັງມີກວາງ, ມັ່ງ, ໂອງ ແລະ ໄກ່ທີ່ຄັດໄວ້. ເພາະໂຊໂລໂມນໄດ້ປົກຄອງອານາຈັກທັງໝົດທາງທິດຕາເວັນຕົກຂອງແມ່ນ້ຳເອີຟຣັດ ຈາກທິບສາໄປເຖິງກາຊາ ແລະ ມີຄວາມສະຫງົບສຸກທຸກໆດ້ານ. ຕະຫລອດຊີວິດຂອງໂຊໂລໂມນ, ຢູດາ ແລະ ອິດສະຣາເອນຈາກດານໄປຈົນຮອດເບເອນເຊບາ, ລ້ວນແຕ່ດຳເນີນຊີວິດຢູ່ຢ່າງປອດໄພ, ແຕ່ລະຄົນຢູ່ໃຕ້ເຄືອອະງຸ່ນ ແລະ ຕົ້ນໝາກເດື່ອຂອງຕົນ.
ໂຊໂລໂມນມີຄອກສຳລັບມ້າທີ່ໃຊ້ສູ້ຮົບຈຳນວນ 4.000 ແຫ່ງ4 ແລະ ມີມ້າຈຳນວນ 12.000 ໂຕ.5
ໃນແຕ່ລະເດືອນຈະກຳນົດໃຫ້ຜູ້ນຳຂອງເມືອງສົ່ງສະບຽງອາຫານມາໃຫ້ໂຊໂລໂມນ ແລະ ຜູ້ຮ່ວມໂຕະອາຫານຂອງກະສັດ. ພວກເຂົາບໍ່ໃຫ້ມີສິ່ງໃດຂາດຕົກບົກຜ່ອງ. ພວກເຂົາທັງຍັງຈັດຫາເຂົ້າບາເລ ແລະ ເຟືອງສຳລັບມ້າຮົບທີ່ໃຊ້ສູ້ຮົບ ແລະ ມ້າອື່ນໆໃນຄອກມ້າຫລວງດ້ວຍ.
ສະຕິປັນຍາຂອງໂຊໂລໂມນ
ພຣະເຈົ້າມອບສະຕິປັນຍາ ແລະ ຄວາມຮູ້ອັນເລິກເຊິ່ງ ແລະ ຄວາມເຂົ້າໃຈອັນກວ້າງຂວາງທີ່ສຸດ ດັ່ງເມັດຊາຍທີ່ຢູ່ແຄມທະເລໃຫ້ແກ່ໂຊໂລໂມນ. ສະຕິປັນຍາຂອງໂຊໂລໂມນນັ້ນຍິ່ງໃຫຍ່ກວ່າສະຕິປັນຍາຂອງບັນດານັກປາດຂອງທິດຕາເວັນອອກ ແລະ ນັກປາດທັງໝົດຂອງເອຢິບ. ເພິ່ນສະຫລາດກວ່າຜູ້ໃດ, ລວມທັງເອທານ ຊາວເອສະຣາ ສະຫລາດກວ່າເຮມານ, ການໂກນ ແລະ ດາກດາ ລູກຊາຍທັງຫລາຍຂອງມາໂຮນ ແລະ ຊື່ສຽງຂອງເພິ່ນກໍແຜ່ໄປທົ່ວທຸກປະຊາຊາດທີ່ຢູ່ອ້ອມນັ້ນ. ເພິ່ນໄດ້ກ່າວສຸພາສິດ 3.000 ຂໍ້ ແລະ ມີບົດເພງ 1.005 ບົດ. ເພິ່ນໄດ້ບັນຍາຍເລື່ອງ ຕັ້ງແຕ່ຕົ້ນແປກແຫ່ງເລບານອນລົງໄປເຖິງຕົ້ນໃບຫູສົບ ເຊິ່ງງອກອອກມາຈາກກຳແພງ. ເພິ່ນຍັງໄດ້ເວົ້າກ່ຽວກັບສັດ ແລະ ນົກ, ສັດເລືອຄານ ແລະ ປາ. ກະສັດທຸກຊາດໃນໂລກໄດ້ຍິນເຖິງປັນຍາຂອງໂຊໂລໂມນກໍສົ່ງຄົນມາຟັງປັນຍາຂອງເພິ່ນ.
Source notes (5)
- Footnote ຫລື ໃນເຂດທີ່ສູງໂດເຣ
- Footnote ຫລື ປະມານ 5 ໂຕນເຄິ່ງ
- Footnote ຫລື ປະມານ 10 ໂຕນ
- Footnote ພາສາເຮັບເຣີວ່າ 40.000 ແຫ່ງ (ເບິ່ງ 2ຂຄ 9:25)
- Footnote ຫລື ທະຫານມ້າ 12.000 ຄົນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.