Skip to content
BibleKenya

Biblica® Open Lao Contemporary Version

1 ກະສັດ 5

ການ​ຕຽມ​ສ້າງ​ວິຫານ

(2ຂຄ 2:1-18)

ກະສັດ​ຮີຣາມ​ແຫ່ງ​ເມືອງ​ຕີເຣ​ໄດ້​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ກະສັດ​ດາວິດ​ຕະຫລອດ​ມາ ດັ່ງນັ້ນ​ເມື່ອ​ເພິ່ນ​ຮູ້​ວ່າ​ໂຊໂລໂມນ​ໄດ້​ຮັບ​ການ​ເຈີມ​ເພື່ອ​ຂຶ້ນ​ປົກຄອງ​ສືບ​ຕໍ່​ຈາກ​ດາວິດ​ຜູ້​ເປັນ​ພໍ່, ເພິ່ນ​ກໍ​ໄດ້​ສົ່ງ​ທູດ​ມາ​ພົບ​ໂຊໂລໂມນ. ໂຊໂລໂມນ​ໄດ້​ສົ່ງ​ຂໍ້ຄວາມ​ກັບ​ໄປ​ຫາ​ຮີຣາມ​ວ່າ:

“ທ່ານ​ຮູ້​ຢູ່​ວ່າ​ເນື່ອງຈາກ​ສົງຄາມ​ທີ່​ເກີດ​ຂຶ້ນ​ກັບ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ຈາກ​ທຸກ​ທິດ​ທຸກ​ທາງ, ເພິ່ນ​ຈຶ່ງ​ບໍ່​ສາມາດ​ສ້າງ​ວິຫານ​ເພື່ອ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ ຈົນ​ກວ່າ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເພິ່ນ​ໄວ້​ໃຕ້​ຕີນ​ເພິ່ນ. ບັດນີ້ ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ໃຫ້​ການ​ພັກ​ສະຫງົບ​ທຸກ​ດ້ານ​ແກ່​ຂ້າພະເຈົ້າ ແລະ ບໍ່​ມີ​ສັດຕູ ຫລື ໄພພິບັດ​ປະການ​ໃດ. ຂ້າພະເຈົ້າ​ຈຶ່ງ​ຕັ້ງ​ໃຈ​ຈະ​ສ້າງ​ວິຫານ​ຖວາຍ​ເພື່ອ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ໄວ້​ວ່າ, ‘ລູກ​ຂອງ​ເຈົ້າ​ທີ່​ເຮົາ​ຈະ​ຕັ້ງ​ໃຫ້​ປົກຄອງ​ບັນລັງ​ແທນ​ເຈົ້າ​ຈະ​ສ້າງ​ວິຫານ​ເພື່ອ​ນາມ​ຂອງ​ເຮົາ’.

“ດັ່ງນັ້ນ ຂໍ​ທ່ານ​ໂຜດ​ສັ່ງ​ໃຫ້​ຄົນ​ຂອງ​ທ່ານ​ຕັດ​ໄມ້ແປກ​ຈາກ​ເລບານອນ​ໃຫ້​ຂ້າພະເຈົ້າ. ຂ້າພະເຈົ້າ​ຈະ​ສົ່ງ​ຄົນ​ໄປ​ເຮັດ​ວຽກ​ກັບ​ຄົນ​ຂອງ​ທ່ານ ແລະ ຈະ​ຈ່າຍ​ຄ່າ​ຈ້າງ​ໃຫ້​ຄົນ​ງານ​ຂອງ​ທ່ານ​ຕາມ​ທີ່​ທ່ານ​ຕັ້ງ​ໄວ້. ທ່ານ​ຮູ້​ຢູ່​ແລ້ວ​ວ່າ​ທາງ​ຝ່າຍ​ຂ້າພະເຈົ້າ​ບໍ່​ມີ​ຊ່າງ​ທີ່​ຊຳນານ​ການ​ຕັດ​ໄມ້​ເໝືອນ​ຊາວ​ຊີໂດນ”.

ເມື່ອ​ກະສັດ​ຮີຣາມ​ໄດ້​ຮັບ​ຈົດໝາຍ​ຈາກ​ໂຊໂລໂມນ ເພິ່ນ​ກໍ​ພໍໃຈ​ຫລາຍ ແລະ ໄດ້​ກ່າວ​ວ່າ, “ສັນເສີນ​ພຣະເຈົ້າ​ຢາເວ​ໃນ​ວັນ​ນີ້ ເພາະ​ພຣະອົງ​ມອບ​ລູກຊາຍ​ທີ່​ສະຫລາດ​ໃຫ້​ແກ່​ດາວິດ​ເພື່ອ​ປົກຄອງ​ຊົນຊາດ​ທີ່​ຍິ່ງໃຫຍ່​ນີ້”.

ຫລັງ​ຈາກ​ນັ້ນ ຮີຣາມ​ກໍ​ໄດ້​ສົ່ງ​ຂໍ້ຄວາມ​ໄປ​ຫາ​ໂຊໂລໂມນ​ວ່າ:

“ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ທ່ານ​ແລ້ວ ແລະ ຈະ​ຈັດ​ສົ່ງ​ທ່ອນໄມ້​ທັງ​ໄມ້ແປກ ແລະ ໄມ້​ສົນ​ອື່ນໆ ໄປ​ໃຫ້​ຕາມ​ທີ່​ທ່ານ​ຕ້ອງການ​ທັງໝົດ. ຄົນ​ຂອງ​ເຮົາ​ຈະ​ນຳ​ທ່ອນໄມ້​ເຫລົ່ານັ້ນ​ຈາກ​ເລບານອນ​ໄປ​ທີ່​ທະເລ​ເມດິແຕຣາເນ ແລ້ວ​ຂ້າພະເຈົ້າ​ຈະ​ມັດ​ທ່ອນໄມ້​ເຫລົ່ານັ້ນ​ເຂົ້າ​ກັນ​ເປັນ​ແພ​ລ່ອງ​ມາ​ຕາມ​ທະເລ​ໄປ​ສູ່​ຈຸດ​ໝາຍ​ທີ່​ທ່ານ​ກຳນົດ. ຫລັງ​ຈາກ​ນັ້ນ ຂ້າພະເຈົ້າ​ຈະ​ຖອດ​ແພ​ອອກ ແລະ ມອບ​ທ່ອນໄມ້​ເຫລົ່ານັ້ນ​ໃຫ້​ທ່ານ ແລະ ທ່ານ​ສາມາດ​ຈ່າຍ​ຄ່າ​ຕອບແທນ​ໃຫ້​ຂ້າພະເຈົ້າ​ໂດຍ​ສົ່ງ​ອາຫານ​ມາ​ໃຫ້​ຜູ້ຮັບໃຊ້​ຂອງ​ຂ້າພະເຈົ້າ”.

ຮີຣາມ​ກໍ​ໄດ້​ສົ່ງ​ທ່ອນ​ໄມ້ແປກ ແລະ ໄມ້ສີດາ​ອື່ນໆ​ມາ​ໃຫ້​ໂຊໂລໂມນ​ຕາມ​ຄວາມ​ຕ້ອງການ​ດ້ວຍ​ວິທີ​ດັ່ງກ່າວ, ແລະ ເພື່ອ​ເປັນ​ການ​ຕອບແທນ ໂຊໂລໂມນ​ຈຶ່ງ​ສົ່ງ​ເຂົ້າຫວີດ​ໄປ​ໃຫ້​ຜູ້ຮັບໃຊ້​ຂອງ​ຮີຣາມ​ປີ​ລະ​ປະມານ 20.000 ໂຄຣະ1 ແລະ ນ້ຳມັນ​ໝາກກອກ​ບໍລິສຸດ​ປີ​ລະ​ປະມານ 20.000 ບັດ2 ໂຊໂລໂມນ​ໄດ້​ເຮັດ​ຢ່າງ​ນີ້​ທຸກ​ປີ. ພຣະເຈົ້າ​ຢາເວ​ໄດ້​ໃຫ້​ສະຕິປັນຍາ​ແກ່​ໂຊໂລໂມນ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ເພິ່ນ. ຄວາມ​ສະຫງົບສຸກ​ໄດ້​ເກີດ​ຂຶ້ນ​ລະຫວ່າງ ຮີຣາມ​ກັບ​ໂຊໂລໂມນ ແລະ ພວກເພິ່ນ​ທັງສອງ​ຈຶ່ງ​ເຮັດ​ສົນທິສັນຍາ​ຕໍ່​ກັນ.

ກະສັດ​ໂຊໂລໂມນ​ໄດ້​ເກນ​ຄົນງານ 30.000 ຄົນ​ຈາກ​ທົ່ວ​ແດນ​ອິດສະຣາເອນ. ເພິ່ນ​ໄດ້​ສົ່ງ​ພວກເຂົາ​ໝຸນ​ວຽນ​ໄປ​ເລບານອນ​ເດືອນ​ລະ 10.000 ຄົນ, ຄົນ​ໜຶ່ງ​ຈະ​ໄປ​ຢູ່​ເລບານອນ​ໜຶ່ງ​ເດືອນ ແລະ ກັບ​ມາ​ຢູ່​ເຮືອນ​ສອງ​ເດືອນ. ອາໂດນີຣາມ​ເປັນ​ຜູ້​ຄວບຄຸມ​ຄົນງານ​ເຫລົ່ານີ້. ໂຊໂລໂມນ​ຍັງ​ມີ​ກຳມະກອນ​ແບກ​ຫາມ​ອີກ 70.000 ຄົນ ແລະ ຊ່າງ​ແກະສະຫລັກ​ຫີນ 80.000 ຄົນ​ໃນ​ແຖບ​ພູເຂົາ, ໂດຍ​ມີ​ຫົວໜ້າ​ຄົນງານ 3.300 ຄົນ3 ເຮັດ​ໜ້າທີ່​ຄວບຄຸມ​ໂຄງການ ແລະ ເບິ່ງແຍງ​ຄົນງານ. ຕາມ​ຄຳສັ່ງ​ຂອງ​ໂຊໂລໂມນ ພວກເຂົາ​ໄດ້​ຂົນ​ຫີນ​ກ້ອນ​ໃຫຍ່​ທີ່ສຸດ​ທີ່​ຄັດເລືອກ​ແລ້ວ​ເພື່ອ​ສະຫລັກ​ເປັນ​ຫີນ​ຮາກຖານ​ຂອງ​ວິຫານ. ຄົນ​ທັງຫລາຍ​ຈາກ​ເກບານ4​ກໍ​ໄດ້​ມາ​ຊ່ວຍ​ຊ່າງ​ຂອງ​ໂຊໂລໂມນ ແລະ ຮີຣາມ​ໃນ​ການ​ເລື່ອຍ​ທ່ອນ​ໄມ້, ຖາກ​ໄມ້ ແລະ ຕຽມ​ຫີນ​ສຳລັບ​ການສ້າງ​ວິຫານ.

Source notes (4)
  1. Footnote ປະມານ 3.600 ໂຕນ
  2. Footnote ສະບັບ ເຊັບຕູອາຈິນ​ວ່າ 20 ໂຄຣະ ປະມານ 440.000 ລິດ
  3. Footnote ສຳ​ເນົາ ເຊັບຕູອາຈິນ​ບາງ​ສະບັບ​ວ່າ 3.600 ຄົນ (ເບິ່ງ 2ຂຄ 2:2,18)
  4. Footnote ຄື ບິບໂລ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.