Biblica® Open Lao Contemporary Version
1 ກະສັດ 6
ໂຊໂລໂມນສ້າງວິຫານ
(2ຂຄ 3:1-14)
ໃນປີທີສີ່ຮ້ອຍແປດສິບ1 ຫລັງຈາກທີ່ຊາວອິດສະຣາເອນໄດ້ອອກມາຈາກເອຢິບ ນັບເປັນປີທີສີ່ແຫ່ງການປົກຄອງຂອງໂຊໂລໂມນ, ກົງກັບເດືອນສິບ ເຊິ່ງເປັນເດືອນທີສອງ, ເພິ່ນໄດ້ເລີ່ມການສ້າງວິຫານຂອງພຣະເຈົ້າຢາເວ.
ວິຫານທີ່ກະສັດໂຊໂລໂມນສ້າງຖວາຍແກ່ພຣະເຈົ້າຢາເວນີ້ຍາວ 60 ສອກ,2 ກວ້າງ 20 ສອກ,3 ສູງ 30 ສອກ.4 ລະບຽງທາງໜ້າຫ້ອງໂຖງຂອງວິຫານແມ່ນຍາວເທົ່າກັບຄວາມກວ້າງຂອງວິຫານຄື 20 ສອກ ແລະ ເລິກຈາກດ້ານໜ້າຂອງວິຫານ 10 ສອກ.5 ເພິ່ນໄດ້ສ້າງປ່ອງຢ້ຽມແຄບດ້ານເທິງທີ່ຝາໃນວິຫານ. ເພິ່ນໄດ້ສ້າງໂຄງສ້າງນອກອາຄານນີ້ເພື່ອສ້າງເປັນຫ້ອງຕ່າງໆທີ່ຕິດກັບກຳແພງດ້ານນອກຂອງວິຫານໄປຈົນອ້ອມຮອບ. ຊັ້ນລຸ່ມສຸດແມ່ນກວ້າງ 5 ສອກ,6 ຊັ້ນທີສອງກວ້າງ 6 ສອກ7 ແລະ ຊັ້ນທີສາມກວ້າງ 7 ສອກ.8 ໃນແຕ່ລະຊັ້ນຂອງຝາດ້ານນອກວິຫານນັ້ນ ເພິ່ນຈະສອດເຂົ້າກັນເປັນບ່າ ເພື່ອບໍ່ໃຫ້ຄານຍື່ນເຂົ້າໄປໃນຝາວິຫານ.
ການກໍ່ສ້າງວິຫານໃຊ້ແຕ່ຫີນທີ່ແກະສະຫລັກມາຮຽບຮ້ອຍແລ້ວຈາກເໝືອງຫີນ ຈຶ່ງບໍ່ມີສຽງຄ້ອນຕີ, ສິ່ວ ຫລື ເຄື່ອງມືເຫລັກໃນບໍລິເວນວິຫານຂະນະກຳລັງກໍ່ສ້າງ.
ທາງເຂົ້າຊັ້ນລຸ່ມສຸດ9 ຢູ່ທາງທິດໃຕ້ຂອງວິຫານນັ້ນແມ່ນມີຂັ້ນໄດຂຶ້ນໄປຫາຊັ້ນທີສອງ ແລະ ຊັ້ນທີສາມ. ດັ່ງນັ້ນ ເພິ່ນໄດ້ສ້າງວິຫານ ແລະ ສ້າງວິຫານນີ້ຈົນສຳເລັດ, ເຮັດຫລັງຄາດ້ວຍຄານ ແລະ ແປ້ນໄມ້ແປກ. ເພິ່ນໄດ້ສ້າງຫ້ອງຂ້າງອ້ອມວິຫານ ຄວາມສູງຊັ້ນລະ 5 ສອກ ເຊື່ອມຕໍ່ກັບວິຫານໂດຍໃຊ້ຄານໄມ້ແປກ.
ຄຳສັ່ງຂອງພຣະເຈົ້າຢາເວໄດ້ມາເຖິງໂຊໂລໂມນວ່າ: “ກ່ຽວກັບວິຫານທີ່ເຈົ້າກຳລັງສ້າງຢູ່ນີ້ ຖ້າເຈົ້າເຮັດຕາມດຳລັດຂອງເຮົາ, ຮັກສາ ແລະ ປະຕິບັດຕາມກົດບັນຍັດ ແລະ ເຊື່ອຟັງຄຳສັ່ງທັງໝົດຂອງເຮົາ, ເຮົາກໍຈະເຮັດໃຫ້ສັນຍາທີ່ເຮົາໄດ້ໃຫ້ກັບດາວິດພໍ່ຂອງເຈົ້າສຳເລັດຜ່ານທາງເຈົ້າ. ແລະ ເຮົາຈະຢູ່ກັບຊົນຊາດອິດສະຣາເອນປະຊາຊົນຂອງເຮົາ ແລະ ຈະບໍ່ປະຖິ້ມພວກເຂົາເລີຍ”.
ດັ່ງນັ້ນ ໂຊໂລໂມນຈຶ່ງສ້າງວິຫານ ແລະ ສ້າງວິຫານນັ້ນຈົນສຳເລັດຮຽບຮ້ອຍ. ເພິ່ນຂັ້ນຝາດ້ານໃນດ້ວຍແປ້ນໄມ້ສີດາຕັ້ງແຕ່ພື້ນຈົນເຖິງເພດານ ແລະ ປູພື້ນວິຫານດ້ວຍແປ້ນໄມ້ແປກ. ເພິ່ນໄດ້ຂັ້ນຫ້ອງຂະໜາດ 20 ສອກ ຢູ່ດ້ານຫລັງຂອງວິຫານໂດຍໃຊ້ແປ້ນໄມ້ສີດາ ຈາກພື້ນຈົນເຖິງເພດານ ເພື່ອເປັນສະຖານນະມັດສະການ, ເປັນບ່ອນສັກສິດທີ່ສຸດ. ຫ້ອງໂຖງທີ່ຢູ່ໜ້າຫ້ອງນີ້ຍາວ 40 ສອກ.10 ດ້ານໃນຂອງວິຫານເປັນໄມ້ສີດາ, ແກະສະຫລັກລວດລາຍເປັນລາຍໄມ້ເຄືອ ແລະ ດອກໄມ້ບານ. ທຸກຢ່າງເຮັດຈາກໄມ້ສີດາເພື່ອບໍ່ໃຫ້ເຫັນຫີນທາງໃນ.
ໂຊໂລໂມນໄດ້ໃຫ້ມີຫ້ອງສັກສິດຊັ້ນໃນເປັນບ່ອນວາງຫີບຄຳໝັ້ນສັນຍາຂອງພຣະເຈົ້າຢາເວຢູ່ທີ່ນັ້ນ. ຫ້ອງສັກສິດຊັ້ນໃນນີ້ຍາວ 20 ສອກ, ກວ້າງ 20 ສອກ ແລະ ສູງ 20 ສອກ. ເພິ່ນໄດ້ໂອບພາຍໃນຫ້ອງນີ້ດ້ວຍຄຳບໍລິສຸດ ແລະ ເພິ່ນຍັງໄດ້ໂອບແທ່ນບູຊາດ້ວຍໄມ້ສີດາ. ໂຊໂລໂມນໄດ້ໂອບດ້ານໃນຂອງວິຫານດ້ວຍຄຳບໍລິສຸດ ແລະ ເພິ່ນໄດ້ວາງໂສ້ຄຳກັ້ນທາງເຂົ້າສູ່ສະຖານນະມັດສະການ, ເຊິ່ງໂອບດ້ວຍຄຳ. ດັ່ງນັ້ນ ເພິ່ນໄດ້ໂອບດ້ານໃນຂອງວິຫານທັງໝົດດ້ວຍຄຳ. ເພິ່ນຍັງໄດ້ໂອບແທ່ນບູຊາທີ່ຢູ່ໃນສະຖານນະມັດສະການດ້ານໃນ.
ພາຍໃນສະຖານນະມັດສະການ ເພິ່ນໄດ້ເຮັດເຄຣຸບຄູ່ໜຶ່ງດ້ວຍໄມ້ໝາກກອກ, ແຕ່ລະຕົນສູງ 10 ສອກ. ເຄຣຸບຕົນທຳອິດມີປີກແຕ່ລະຂ້າງຍາວ 5 ສອກ ແລະ ແທກຄວາມຍາວຈາກປາຍປີກຂ້າງໜຶ່ງເຖິງປາຍປີກອີກຂ້າງໜຶ່ງໄດ້ 10 ສອກ. ເຄຣຸບຕົນທີສອງກໍແທກໄດ້ 10 ສອກເໝືອນກັນ, ເຄຣຸບທັງສອງມີຂະໜາດ ແລະ ຮູບຮ່າງດຽວກັນ. ເຄຣຸບແຕ່ລະຕົນສູງ 10 ສອກ. ເພິ່ນໄດ້ຕັ້ງເຄຣຸບໄວ້ໃນຫ້ອງຊັ້ນໃນສຸດຂອງວິຫານ, ປີກທັງສອງຂອງເຄຣຸບແມ່ນກາງອອກ. ປີກດ້ານນອກຂອງເຄຣຸບທັງສອງແມ່ນຈຸຝາ ເຊິ່ງປີກຂອງຕົນໜຶ່ງຈຸຝາດ້ານໜຶ່ງ ແລະ ປີກຂອງອີກຕົນໜຶ່ງຈຸຝາອີກດ້ານໜຶ່ງ ແລະ ປີກດ້ານໃນຂອງເຄຣຸບທັງສອງຕົນແມ່ນຈຸກັນຢູ່ບ່ອນເຄິ່ງກາງຫ້ອງ. ເພິ່ນໄດ້ໂອບເຄຣຸບທັງສອງຕົນດ້ວຍຄຳ.
ເທິງຝາອ້ອມວິຫານທັງຫ້ອງຊັ້ນໃນ ແລະ ຫ້ອງຊັ້ນນອກແມ່ນເພິ່ນສະຫລັກເປັນຮູບເຄຣຸບ, ຕົ້ນປາມ ແລະ ດອກໄມ້ບານ. ເພິ່ນຍັງໄດ້ໂອບພື້ນຫ້ອງທັງຫ້ອງຊັ້ນນອກ ແລະ ຫ້ອງຊັ້ນໃນຂອງວິຫານດ້ວຍຄຳ.
ເສົາປະຕູທາງເຂົ້າສູ່ສະຖານນະມັດສະການຊັ້ນໃນເປັນເສົາຫ້າຫລ່ຽມທີ່ເຮັດດ້ວຍໄມ້ໝາກກອກ. ແລະ ບານປະຕູໄມ້ໝາກກອກທັງສອງບານແມ່ນສະຫລັກເປັນຮູບເຄຣຸບ, ຕົ້ນປາມ ແລະ ດອກໄມ້ບານ ແລ້ວໂອບເຄຣຸບກັບຕົ້ນປາມນັ້ນດ້ວຍຄຳ. ເພິ່ນໄດ້ເຮັດວົງກົບປະຕູເປັນສີ່ຫລ່ຽມແບບດຽວກັນດ້ວຍໄມ້ໝາກກອກ ສຳລັບທາງເຂົ້າຫ້ອງໂຖງ. ເພິ່ນຍັງໄດ້ສ້າງປະຕູດ້ວຍໄມ້ສົນສອງບານ ແຕ່ລະບານມີສອງທົບ ເຊິ່ງພັບໄປມາໄດ້ດ້ວຍເບົ້າຕໍ່. ເພິ່ນໄດ້ແກະສະຫລັກຮູບເຄຣຸບ, ຕົ້ນປາມ ແລະ ດອກໄມ້ບານໃສ່ເທິງປະຕູເຫລົ່ານັ້ນ ແລ້ວໂອບຄຳເທິງລາຍແກະສະຫລັກນັ້ນຢ່າງປານີດ.
ເພິ່ນໄດ້ສ້າງເດີ່ນຊັ້ນໃນດ້ວຍຫີນທີ່ແຂງແຮງສາມຊັ້ນ ສະຫລັບດ້ວຍຄານໄມ້ແປກທີ່ຕົບແຕ່ງແລ້ວໜຶ່ງຊັ້ນ.
ວາງຮາກຖານຂອງວິຫານຂອງພຣະເຈົ້າຢາເວໃນເດືອນສິບຂອງປີທີສີ່. ແລະ ສ້າງວິຫານສຳເລັດສົມບູນໃນລາຍລະອຽດທຸກຢ່າງຕາມແບບທີ່ກຳນົດໄວ້ໃນເດືອນບູນ ເຊິ່ງເປັນເດືອນທີແປດຂອງປີທີສິບເອັດ ລວມເວລາກໍ່ສ້າງແມ່ນເຈັດປີ.
Source notes (10)
- Footnote ສະບັບ ເຊັບຕູອາຈິນ ວ່າ ສີ່ຮ້ອຍສີ່ສິບ
- Footnote ຄື ປະມານ 27 ແມັດ
- Footnote ຄື ປະມານ 9 ແມັດ ເຊັ່ນດຽວກັບຂໍ້ 3, 16 ແລະ 20
- Footnote ຄື ປະມານ 13,5 ແມັດ
- Footnote ຄື ປະມານ 4,5 ແມັດ ເຊັ່ນດຽວກັບຂໍ້ 23, 24, 25 ແລະ 26
- Footnote ຄື ປະມານ 2,3 ແມັດ ເຊັ່ນດຽວກັບຂໍ້ 10 ແລະ 24
- Footnote ຄື ປະມານ 2,7 ແມັດ
- Footnote ຄື ປະມານ 3,1 ແມັດ
- Footnote ພາສາເຮັບເຣີວ່າ ຊັ້ນທີສອງ
- Footnote ຄື ປະມານ 18 ແມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.