Biblica® Open Lao Contemporary Version
1 ກະສັດ 7
ໂຊໂລໂມນສ້າງວັງ
ແຕ່ກະສັດໂຊໂລໂມນໃຊ້ເວລາກໍ່ສ້າງວັງຂອງເພິ່ນຈົນສຳເລັດ ທັງໝົດສິບສາມປີ. ເພິ່ນໄດ້ສ້າງວັງຂອງເພິ່ນຢູ່ທີ່ປ່າເລບານອນ ເຊິ່ງມີຄວາມຍາວ 100 ສອກ,1 ກວ້າງ 50 ສອກ,2 ສູງ 30 ສອກ,3 ໃຊ້ເສົາໄມ້ແປກສີ່ແຖວຮອງຮັບຄານໄມ້ແປກໄວ້. ເຮັດຫລັງຄາດ້ວຍຄານໄມ້ແປກ 45 ອັນ ເຊິ່ງວາງຢູ່ເທິງເສົາ ໂດຍແບ່ງວາງເປັນແຖວ ແຖວລະ 15 ອັນ. ມີປ່ອງຢ້ຽມຢູ່ດ້ານເທິງລຽງເປັນຊຸດ ຊຸດລະສາມປ່ອງ ແຕ່ລະຊຸດແມ່ນຫັນໜ້າເຂົ້າຫາກັນ. ປະຕູທຸກບານມີຂອບສີ່ຫລ່ຽມ; ຢູ່ດ້ານໜ້າຫ້ອງໂຖງມີສາມຊຸດ ຊຸດລະສາມບານ ເຊິ່ງຫັນໜ້າເຂົ້າຫາກັນ.
ເພິ່ນໄດ້ສ້າງລະບຽງເສົາ ທີ່ມີຄວາມຍາວ 50 ສອກ ແລະ ກວ້າງ 30 ສອກ. ມີລະບຽງດ້ານໜ້າທີ່ມີເສົາ ແລະ ຫລັງຄາດ້ວຍ.
ເພິ່ນໄດ້ສ້າງຫ້ອງບັນລັງ, ເຊິ່ງແມ່ນຫ້ອງແຫ່ງການຕັດສິນ, ເປັນບ່ອນທີ່ເພິ່ນໄດ້ຕັດສິນຄວາມ ແລະ ເພິ່ນຂັ້ນດ້ວຍໄມ້ແປກຕັ້ງແຕ່ພື້ນຈົນເຖິງເພດານ. ຖັດຈາກຫ້ອງແຫ່ງການຕັດສິນໄປດ້ານຫລັງ ເພິ່ນໄດ້ສ້າງວັງບ່ອນຢູ່ທີ່ເປັນສ່ວນຂອງເພິ່ນ ແລະ ວັງຂອງເມຍຂອງເພິ່ນ ເຊິ່ງເປັນລູກຂອງກະສັດຟາໂຣຕາມແບບຂອງຫ້ອງແຫ່ງການຕັດສິນ.
ອາຄານເຫລົ່ານີ້ທັງໝົດຈາກດ້ານນອກເຖິງເດີ່ນໃຫຍ່ ແລະ ຈາກຮາກຖານເຖິງຫລັງຄາແມ່ນສ້າງດ້ວຍຫີນຢ່າງດີ ເຊິ່ງວັດແທກໃຫ້ໄດ້ຂະໜາດກ່ອນທີ່ຈະແກະສະຫລັກ ແລະ ໃຊ້ເລື່ອຍແຕ່ງທັງດ້ານໃນ ແລະ ດ້ານນອກ. ຮາກຖານເປັນຫີນກ້ອນໃຫຍ່ທີ່ມີຄຸນນະພາບດີ, ມີໜ້າຕັດຂະໜາດ 8 ສອກ4 ແລະ 10 ສອກ.5 ຢູ່ເທິງຊັ້ນຮາກຖານແມ່ນວາງດ້ວຍຫີນຢ່າງດີ, ຕັດໃຫ້ໄດ້ຂະໜາດ ແລະ ສະຫລັບດ້ວຍຄານໄມ້ແປກ. ເພິ່ນໄດ້ສ້າງຝາລ້ອມອ້ອມເດີ່ນໃຫຍ່ຈາກຫີນທີ່ຕັດແຕ່ງໄວ້ແລ້ວສາມຊັ້ນ ສະຫລັບດ້ວຍຊັ້ນຄານໄມ້ແປກ ຕາມແບບເດີ່ນຊັ້ນໃນ ແລະ ລະບຽງດ້ານໜ້າຂອງວິຫານຂອງພຣະເຈົ້າຢາເວ.
ການປະດັບປະດາວິຫານ
(2ຂຄ 4:2-6,10–5:1)
ກະສັດໂຊໂລໂມນໄດ້ໃຫ້ນຳຊາຍຄົນໜຶ່ງທີ່ມີຊື່ວ່າຮູຣາມ6 ມາຈາກເມືອງຕີເຣ, ແມ່ຂອງລາວເປັນແມ່ໝ້າຍຈາກເຜົ່າເນັບທາລີ ສ່ວນພໍ່ຂອງລາວເປັນຊາວເມືອງຕີເຣ ແລະ ເປັນຊ່າງທອງສຳລິດ. ຮູຣາມແມ່ນເຕັມດ້ວຍສະຕິປັນຍາ, ເຕັມດ້ວຍຄວາມເຂົ້າໃຈ ແລະ ເຕັມດ້ວຍຄວາມຮູ້ໃນດ້ານງານທອງສຳລິດທຸກຊະນິດ. ລາວໄດ້ມາພົບໂຊໂລໂມນ ແລະ ເຮັດວຽກທຸກຢ່າງທີ່ລາວໄດ້ຮັບມອບໝາຍໃຫ້ເຮັດ.
ຮູຣາມໄດ້ຫລໍ່ເສົາທອງສຳລິດສອງຕົ້ນ ແຕ່ລະຕົ້ນສູງ 18 ສອກ7 ແລະ ເສັ້ນອ້ອມວົງ 12 ສອກ.8 ລາວໄດ້ຫລໍ່ຫົວເສົາທອງສຳລິດສູງ 5 ສອກ9 ເພື່ອຕິດຢູ່ເທິງຍອດເສົາ. ມີຕາໜ່າງໂສ້ປະດັບຢູ່ຫົວເສົາ, ເສົາລະເຈັດສາຍ. ລາວເຮັດໝາກພິລາສອງແຖວ ຕິດອ້ອມໂສ້ປະດັບຢູ່ເທິງຫົວເສົາທັງສອງຕົ້ນ. ສ່ວນຫົວເສົາຢູ່ທີ່ລະບຽງດ້ານໜ້າແມ່ນຕົບແຕ່ງເປັນຮູບດອກລີລາສູງ 4 ສອກ.10 ຢູ່ເທິງຫົວເສົາທັງສອງຕົ້ນ ຖັດຈາກໂສ້ຂຶ້ນໄປແມ່ນເປັນແຖວໝາກພິລາສອງຮ້ອຍໜ່ວຍໂດຍອ້ອມ. ລາວຕັ້ງເສົາທັງສອງໄວ້ຢູ່ທີ່ລະບຽງດ້ານໜ້າຂອງວິຫານ. ເສົາທາງໃຕ້ລາວໄດ້ຊື່ໃຫ້ວ່າຢາກິນ11 ແລະ ເສົາຢູ່ທາງທິດເໜືອແມ່ນຕັ້ງຊື່ວ່າໂບອາດ.12 ຢູ່ເທິງຫົວເສົາມີຮູບຮ່າງເປັນດອກລີລາ. ດັ່ງນັ້ນ ວຽກງານສຳລັບເສົາແມ່ນສຳເລັດຮຽບຮ້ອຍ.
ຮູຣາມໄດ້ຫລໍ່ຂັນຮູບກົມດ້ວຍໂລຫະສູງ 5 ສອກ, ມີເສັ້ນຜ່າສູນກາງ 10 ສອກ ແລະ ເສັ້ນອ້ອມວົງ 30 ສອກ. ກ້ອງຂອບຂັນດ້ານນອກແມ່ນຕົບແຕ່ງເປັນລາຍເຄືອສອງແຖວ ສອກລະສິບຮູບ13 ຫລໍ່ເປັນເນື້ອດຽວກັນກັບຂັນ.
ຂັນນັ້ນຕັ້ງຢູ່ເທິງງົວສິບສອງໂຕ, ສາມໂຕໄດ້ປິ່ນໜ້າໄປທາງທິດເໜືອ, ສາມໂຕໄດ້ປິ່ນໜ້າໄປທາງທິດຕາເວັນຕົກ, ສາມໂຕໄດ້ປິ່ນໜ້າໄປທາງທິດໃຕ້, ແລະ ສາມໂຕໄດ້ປິ່ນໜ້າໄປທາງທິດຕາເວັນອອກ. ຂັນໄດ້ຖືກວາງເທິງຫົວຂອງງົວ ແລະ ຫລັງຂອງງົວຢູ່ໃຈກາງຂອງຂັ້ນ. ຂັນນັ້ນມີຄວາມໜາໜຶ່ງຝ່າມື,14 ປາກຂັນນັ້ນເປັນເໝືອນຂອບຖ້ວຍ ເຊິ່ງຄືກັນກັບດອກລີລາບານ. ບັນຈຸນ້ຳໄດ້ປະມານ 2.000 ບັດ.15
ຮູຣາມຍັງໄດ້ເຮັດແທ່ນເຄື່ອນທີ່ດ້ວຍທອງສຳລິດສິບແທ່ນ ແຕ່ລະແທ່ນກວ້າງຍາວ 4 ສອກ, ສູງ 3 ສອກ.16 ແທ່ນເຫລົ່ານີ້ສ້າງຂຶ້ນໃນລັກສະນະນີ້ຄື ມີຝາທີ່ຢຶດຕິດຢູ່ກັບກອບໃນແນວຕັ້ງ. ລາວໄດ້ແກະສະຫລັກຮູບໂຕສິງ, ງົວ ແລະ ເຄຣຸບໄວ້ເທິງກອບ ແລະ ເທິງຝານັ້ນ. ດ້ານເທິງ ແລະ ດ້ານລຸ່ມຂອງໂຕສິງ ແລະ ງົວແມ່ນເປັນລວດລາຍຂອງພວງມາລາທີ່ແກະສະຫລັກລາຍດ້ວຍຄ້ອນຕີ. ແຕ່ລະແທ່ນແມ່ນມີກົງລໍ້ທອງສຳລິດສີ່ກົງ ແລະ ເພົາທອງສຳລິດ ແລະ ແຕ່ລະແທ່ນແມ່ນຮອງຮັບອ່າງທີ່ຕັ້ງຢູ່ເທິງທີ່ໜຸນທັງສີ່ ເຊິ່ງຫລໍ່ຂຶ້ນໂດຍມີພວງມາລາປະດັບຢູ່ແຕ່ລະດ້ານ. ພາຍໃນແທ່ນນີ້ມີຊ່ອງເປີດເປັນຮູບຮ່າງກົມເລິກ 1 ສອກ.17 ເຊິ່ງແທກອ້ອມຊ່ອງເປີດຮູບຮ່າງກົມລວມກັບຖານໄດ້ 1 ສອກເຄິ່ງ.18 ມີລາຍແກະສະຫລັກອ້ອມຊ່ອງເປີດ. ຝາຂອງແທ່ນແມ່ນຕັ້ງເປັນຮູບສີ່ຫລ່ຽມມົນທົນ, ບໍ່ແມ່ນວົງກົມ. ກົງລໍ້ທັງສີ່ແມ່ນຢູ່ກ້ອງຝາ ແລະ ເພົາລໍ້ແມ່ນຕິດເຂົ້າກັບຕົວແທ່ນ. ເສັ້ນຜ່າສູນກາງຂອງລໍ້ແມ່ນ 1 ສອກເຄິ່ງ. ກົງລໍ້ແມ່ນເຮັດຂຶ້ນຄ້າຍຄືກັບລໍ້ລົດຮົບ, ທັງເພົາ, ດິ້ວກົງລໍ້, ຂອບ ແລະ ດຸມກົງລໍ້ລ້ວນແຕ່ຫລໍ່ຂຶ້ນດ້ວຍໂລຫະ.
ແຕ່ລະແທ່ນແມ່ນມີບ່ອນຈັບຢູ່ທັງສີ່ແຈ, ຢູ່ແຕ່ລະແຈ, ຍື່ນອອກມາຈາກແທ່ນ. ຢູ່ທີ່ດ້ານເທິງຂອງແທ່ນແມ່ນມີແຂບວົງກົມເລິກເຄິ່ງສອກ.19 ບ່ອນໝຸນກັບຝາແມ່ນຢຶດຕິດເຂົ້າກັນກັບດ້ານເທິງຂອງແທ່ນ. ລາວໄດ້ແກະສະຫລັກຮູບເຄຣຸບ, ໂຕສິງ, ຕົ້ນປາມ ຕາມບ່ອນໝຸນ ແລະ ຕາມຝາ, ຕາມທຸກບ່ອນທີ່ວ່າງ ແລະ ມີພວງມາລາຢູ່ອ້ອມທັງໝົດ. ແທ່ນທັງສິບນັ້ນແມ່ນສ້າງຂຶ້ນຕາມນີ້ ໂດຍມີຂະໜາດ ແລະ ຮູບຮ່າງຄືກັນກັນ ແລະ ຫລໍ່ຈາກພິມດຽວກັນ.
ຫລັງຈາກນັ້ນ ລາວກໍໄດ້ເຮັດອ່າງທອງສຳລິດສິບໜ່ວຍ, ມີເສັ້ນຜ່າສູນກາງ 4 ສອກ, ຕັ້ງໄວ້ຢູ່ເທິງແທ່ນ ແທ່ນລະໜ່ວຍ, ແຕ່ລະໜ່ວຍບັນຈຸນ້ຳໄດ້ປະມານ 40 ບັດ.20 ລາວຕັ້ງແທ່ນເຫລົ່ານີ້ໄວ້ຢູ່ທີ່ດ້ານໃຕ້ຂອງວິຫານຫ້າແທ່ນ ແລະ ຢູ່ດ້ານເໜືອຫ້າແທ່ນ. ສ່ວນຂັນນັ້ນແມ່ນຕັ້ງຢູ່ທາງດ້ານໃຕ້ຢູ່ທີ່ແຈດ້ານຕາເວັນອອກສຽງໃຕ້ຂອງວິຫານ. ລາວຍັງໄດ້ເຮັດຊາມ, ອ່າງ, ຊ້ວນ ແລະ ຖ້ວຍດ້ວຍ.
ໃນທີ່ສຸດຮູຣາມ ຈຶ່ງເຮັດວຽກທັງໝົດທີ່ກະສັດໂຊໂລໂມນໄດ້ມອບໝາຍໃນວິຫານຂອງພຣະເຈົ້າຢາເວສຳເລັດຄົບຖ້ວນຄື:
ເສົາສອງຕົ້ນ,
ຫົວເສົາຮູບຖ້ວຍຂ້ວມສອງຫົວ
ຕາໜ່າງປະດັບຫົວເສົາສອງຊຸດ
ໝາກພິລາສີ່ຮ້ອຍໜ່ວຍສຳລັບຕາໜ່າງສອງຊຸດ (ຕາໜ່າງແຕ່ລະຊຸດມີໝາກພິລາຢູ່ສອງແຖວປະດັບຢູ່ເທິງຫົວເສົາ)
ແທ່ນທອງສຳລິດສິບແທ່ນພ້ອມກັບອ່າງ;
ຂັນ ແລະ ງົວສິບສອງໂຕທີ່ຮອງຮັບຂັນ;
ໝໍ້, ຊ້ວນ ແລະ ຖ້ວຍ.
ຮູຣາມໄດ້ເຮັດສິ່ງເຫລົ່ານີ້ຖວາຍກະສັດໂຊໂລໂມນ ສຳລັບວິຫານຂອງພຣະເຈົ້າຢາເວ ໂດຍໃຊ້ທອງສຳລິດຂັດເງົາ. ກະສັດໄດ້ໃຫ້ຫລໍ່ສິ່ງເຫລົ່ານີ້ຂຶ້ນດ້ວຍເບົ້າດິນໜຽວຢູ່ໃນທົ່ງຮາບແຫ່ງແມ່ນ້ຳຈໍແດນ ລະຫວ່າງເມືອງຊຸກໂກດ ແລະ ເມືອງຊາເຣທານ. ກະສັດໂຊໂລໂມນບໍ່ໄດ້ໃຫ້ຊັ່ງນ້ຳໜັກສິ່ງເຫລົ່ານີ້ເພາະວ່າມີຈຳນວນຫລວງຫລາຍ; ຈຶ່ງບໍ່ຮູ້ນ້ຳໜັກທີ່ແນ່ນອນຂອງທອງສຳລິດ.
ໂຊໂລໂມນຍັງໄດ້ເຮັດເຄື່ອງໃຊ້ທັງໝົດທີ່ຢູ່ໃນວິຫານຂອງພຣະເຈົ້າຢາເວ ມີດັ່ງນີ້:
ແທ່ນບູຊາຄຳ;
ໂຕະຄຳສຳລັບວາງເຂົ້າຈີ່ຖວາຍ;
ຫລັກຕະກຽງຄຳບໍລິສຸດ (ວາງໄວ້ດ້ານໜ້າສະຖານນະມັດສະການດ້ານໃນ, ທັງດ້ານຊ້າຍ ແລະ ຂວາ ດ້ານລະຫ້າ);
ຕະກຽງ ແລະ ຄີມແມ່ນເຮັດດ້ວຍຄຳ;
ຂັນຄຳບໍລິສຸດ ມີດຕັດຕັດໄສ້ຕະກຽງ, ຖ້ວຍ, ຈານ ແລະ ກະຖາງໄຟ;
ເບົ້າຄຳຂອງປະຕູຫ້ອງຊັ້ນໃນສຸດ, ບ່ອນສັກສິດທີ່ສຸດ ແລະ ຂອງປະຕູຫ້ອງໂຖງກາງຂອງວິຫານ.
ເມື່ອງານທັງໝົດສຳລັບວິຫານຂອງພຣະເຈົ້າຢາເວສຳເລັດຮຽບຮ້ອຍແລ້ວ ກະສັດໂຊໂລໂມນກໍໄດ້ນຳເງິນ, ຄຳ ແລະ ເຄື່ອງໃຊ້ຕ່າງໆ ເຊິ່ງດາວິດຜູ້ເປັນພໍ່ຂອງເພິ່ນໄດ້ຖວາຍໄວ້ເພື່ອການນີ້ມາເກັບໄວ້ໃນຄັງວິຫານຂອງພຣະເຈົ້າຢາເວ.
Source notes (20)
- Footnote ຄື ປະມານ 46 ແມັດ
- Footnote ຄື ປະມານ 23 ແມັດ ເຊັ່ນດຽວກັບຂໍ້ 6
- Footnote ຄື ປະມານ 13,5 ແມັດ ເຊັ່ນດຽວກັບຂໍ້ 6 ແລະ 23
- Footnote ຄື ປະມານ 3,6 ແມັດ
- Footnote ຄື ປະມານ 4,5 ແມັດ ເຊັ່ນດຽວກັບຂໍ້ 23
- Footnote ຫລື ຮີຣາມ
- Footnote ຄື ປະມານ 8,1 ແມັດ
- Footnote ຄື ປະມານ 5,4 ແມັດ
- Footnote ຄື ປະມານ 2,3 ແມັດ ເຊັ່ນດຽວກັບຂໍ້ 23
- Footnote ຄື ປະມານ 1,8 ແມັດ ເຊັ່ນດຽວກັບຂໍ້ 27 ແລະ 38
- Footnote ອາດຈະມີຄວາມຫມາຍວ່າ ພຣະອົງໄດ້ສະຖາປະນາໄວ້
- Footnote ອາດຈະມີຄວາມຫມາຍວ່າ ໃນພຣະອົງຄືກຳລັງ
- Footnote ຄື ມີສິບຮູບທຸກໆ 45 ຊັງຕີແມັດ
- Footnote ຄື ປະມານ 8 ຊັງຕີແມັດ
- Footnote ຫລື 44.000 ລິດ
- Footnote ຫລື ຍາວ ແລະ ກວ້າງປະມານ 1,8 ແມັດ ແລະ ສູງປະມານ 1,4 ແມັດ
- Footnote ຄື ປະມານ 0,5 ແມັດ
- Footnote ຄື ປະມານ 0,7 ແມັດ ເຊັ່ນດຽວກັບຂໍ້ 32
- Footnote ຄື ປະມານ 0,2 ແມັດ
- Footnote ຫລື ປະມານ 880 ລິດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.