Biblica® Open Lao Contemporary Version
1 ກະສັດ 8
ນຳຫີບຄຳໝັ້ນສັນຍາເຂົ້າສູ່ວິຫານ
(2ຂຄ 5:2–6:11)
ຫລັງຈາກນັ້ນ ກະສັດໂຊໂລໂມນກໍເອີ້ນບັນດາຜູ້ອາວຸໂສຂອງອິດສະຣາເອນ, ຫົວໜ້າເຜົ່າຕ່າງໆ ແລະ ຫົວໜ້າຄອບຄົວທັງໝົດຂອງຊົນຊາດອິດສະຣາເອນມາພົບຢູ່ທີ່ເຢຣູຊາເລັມ, ເພື່ອນຳຫີບຄຳໝັ້ນສັນຍາຂອງພຣະເຈົ້າຢາເວມາຈາກຊີໂອນເມືອງດາວິດ. ຜູ້ຊາຍອິດສະຣາເອນທຸກຄົນກໍພາກັນມາພົບໂຊໂລໂມນໃນຊ່ວງເທດສະການຂອງເດືອນເອທານິມ ເຊິ່ງເປັນເດືອນທີເຈັດ.
ເມື່ອຜູ້ອາວຸໂສທັງໝົດຂອງອິດສະຣາເອນມາຮອດແລ້ວ, ປະໂລຫິດກໍຍົກຫີບຄຳໝັ້ນສັນຍາຂຶ້ນ, ແລະ ຫາມຫີບຄຳໝັ້ນສັນຍາຂອງພຣະເຈົ້າຢາເວໄປ ແລະ ສ່ວນເຕັນນັດພົບກັບເຄື່ອງໃຊ້ບໍລິສຸດທັງໝົດໃນນັ້ນ ປະໂລຫິດ ແລະ ຊົນຊາດເລວີຊ່ວຍກັນນຳໄປຍັງວິຫານ. ກະສັດໂຊໂລໂມນ ແລະ ປະຊາຊົນອິດສະຣາເອນທັງໝົດທີ່ມາຊຸມນຸມກັນຢູ່ຕໍ່ໜ້າຫີບຄຳໝັ້ນສັນຍາ ໄດ້ຖວາຍແກະ ແລະ ງົວເປັນເຄື່ອງບູຊາຈຳນວນຫລວງຫລາຍຈົນນັບບໍ່ຖ້ວນ.
ຫລັງຈາກນັ້ນ ປະໂລຫິດກໍນຳຫີບຄຳໝັ້ນສັນຍາຂອງພຣະເຈົ້າຢາເວເຂົ້າສູ່ສະຖານນະມັດສະການຊັ້ນໃນຂອງວິຫານຄືບ່ອນທີ່ສັກສິດທີ່ສຸດ ແລະ ຕັ້ງໄວ້ໃຕ້ປີກຂອງເຄຣຸບ. ເຄຣຸບພືປີກອອກປົກຄຸມເໜືອບ່ອນທີ່ຫີບຄໍາໝັ້ນສັນຍາຢູ່ ແລະ ປົກຄຸມເໜືອຫີບກັບໄມ້ຄານຫາມ. ຄານຫາມນີ້ຍາວຫລາຍຈົນເບິ່ງເຫັນປາຍໄດ້ຈາກດ້ານໃນຂອງບ່ອນທີ່ສັກສິດທີ່ຢູ່ຕໍ່ໜ້າສະຖານນະມັດສະການຊັ້ນໃນ, ແຕ່ເບິ່ງບໍ່ເຫັນຈາກດ້ານນອກຂອງບ່ອນທີ່ສັກສິດ ແລະ ຄານນັ້ນກໍຍັງຄົງຢູ່ທີ່ນັ້ນຈົນເຖິງທຸກວັນນີ້. ໃນຫີບນັ້ນບໍ່ມີສິ່ງໃດນອກຈາກສີລາສອງແຜ່ນທີ່ໂມເຊໄດ້ໃສ່ໄວ້ເມື່ອເວລາຢູ່ທີ່ພູເຂົາໂຮເຣັບ ບ່ອນທີ່ພຣະເຈົ້າຢາເວເຮັດຄຳໝັ້ນສັນຍາກັບຊົນຊາດອິດສະຣາເອນຫລັງຈາກພວກເຂົາອອກມາຈາກເອຢິບ.
ເມື່ອປະໂລຫິດອອກມາຈາກບ່ອນທີ່ສັກສິດ ກໍມີເມກມາປົກຄຸມທົ່ວວິຫານຂອງພຣະເຈົ້າຢາເວ. ບັນດາປະໂລຫິດບໍ່ອາດປະຕິບັດໜ້າທີ່ຂອງຕົນໄດ້ເພາະເມກນັ້ນ, ເນື່ອງຈາກສະຫງ່າລາສີຂອງພຣະເຈົ້າຢາເວໄດ້ປົກຄຸມຢູ່ທົ່ວທັງວິຫານຂອງພຣະອົງ.
ແລ້ວໂຊໂລໂມນຈຶ່ງໄດ້ເວົ້າວ່າ, “ພຣະເຈົ້າຢາເວໄດ້ກ່າວໄວ້ວ່າພຣະອົງຈະຢູ່ໃນເມກມືດ; ຂ້ານ້ອຍໄດ້ສ້າງວິຫານອັນສະຫງ່າງາມຖວາຍ ເພື່ອພຣະອົງຈະສະຖິດຢູ່ຕະຫລອດໄປ”.
ໃນຂະນະທີ່ປະຊາຊົນອິດສະຣາເອນກຳລັງຢືນຢູ່ທີ່ນັ້ນ, ກະສັດໂຊໂລໂມນໄດ້ຫັນກັບມາກ່າວອວຍພອນພວກເຂົາ. ແລ້ວເພິ່ນກໍກ່າວວ່າ:
“ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ ຜູ້ເຮັດຕາມສັນຍາທີ່ໄດ້ເວົ້າໄວ້ກັບດາວິດພໍ່ຂອງຂ້າພະເຈົ້າດ້ວຍມືຂອງພຣະອົງເອງ ເພາະພຣະອົງໄດ້ກ່າວວ່າ, ‘ນັບແຕ່ມື້ທີ່ເຮົານຳອິດສະຣາເອນປະຊາຊົນຂອງເຮົາອອກມາຈາກເອຢິບ, ເຮົາບໍ່ໄດ້ເລືອກເມືອງຂອງເຜົ່າໃດເຜົ່າໜຶ່ງຂອງອິດສະຣາເອນ ເພື່ອສ້າງວິຫານຂຶ້ນເພື່ອນາມຂອງເຮົາ ແຕ່ເຮົາໄດ້ເລືອກດາວິດໃຫ້ປົກຄອງອິດສະຣາເອນປະຊາຊົນຂອງເຮົາ’.
“ດາວິດພໍ່ຂອງຂ້າພະເຈົ້າຕັ້ງໃຈຈະສ້າງວິຫານຖວາຍແກ່ນາມພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ. ແຕ່ພຣະເຈົ້າຢາເວໄດ້ກ່າວກັບດາວິດພໍ່ຂອງຂ້າພະເຈົ້າວ່າ, ‘ທີ່ເຈົ້າມີໃຈຈະສ້າງວິຫານເພື່ອນາມຂອງເຮົານັ້ນກໍດີຢູ່ ແຕ່ເຖິງຕອນນັ້ນ ເຈົ້າຈະບໍ່ໄດ້ເປັນຜູ້ສ້າງວິຫານ ແຕ່ລູກຊາຍຜູ້ເປັນເລືອດເນື້ອເຊື້ອໄຂຂອງເຈົ້າຈະເປັນຜູ້ສ້າງວິຫານເພື່ອນາມຂອງເຮົາ’.
“ພຣະເຈົ້າຢາເວໄດ້ເຮັດຕາມສັນຍາ ຄືໃຫ້ຂ້າພະເຈົ້າໄດ້ນັ່ງບັນລັງແຫ່ງອິດສະຣາເອນສືບຕໍ່ຈາກດາວິດຜູ້ເປັນພໍ່ຂອງຂ້າພະເຈົ້າ ຕາມທີ່ພຣະເຈົ້າຢາເວໄດ້ໄດ້ສັນຍາໄວ້ ແລະ ຂ້າພະເຈົ້າໄດ້ສ້າງວິຫານນີ້ເພື່ອນາມຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ. ຂ້າພະເຈົ້າໄດ້ຈັດຕຽມບ່ອນແຫ່ງໜຶ່ງໃນວິຫານສຳລັບຫີບຄຳໝັ້ນສັນຍາ ເຊິ່ງພາຍໃນບັນຈຸຄຳໝັ້ນສັນຍາທີ່ພຣະເຈົ້າຢາເວໄດ້ໃຫ້ໄວ້ກັບບັນພະບຸລຸດຂອງເຮົາ ເມື່ອນຳພວກເຂົາອອກມາຈາກເອຢິບ”.
ໂຊໂລໂມນອະທິຖານຖວາຍວິຫານ
(2ຂຄ 6:12-40)
ຫລັງຈາກນັ້ນ ໂຊໂລໂມນຢືນຢູ່ໜ້າແທ່ນບູຊາຂອງພຣະເຈົ້າຢາເວ ຕໍ່ໜ້າຊຸມນຸມປະຊາຊົນອິດສະຣາເອນທັງໝົດ ແລະ ຍົກມືຂຶ້ນຟ້າສະຫວັນ ແລະ ໄດ້ກ່າວວ່າ:
“ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ, ທົ່ວຟ້າສະຫວັນເບື້ອງເທິງ ແລະ ແຜ່ນດິນໂລກເບື້ອງລຸ່ມບໍ່ມີພະອື່ນໃດເໝືອນພຣະອົງ ພຣະອົງຜູ້ຮັກສາຄຳໝັ້ນສັນຍາແຫ່ງຄວາມຮັກຕໍ່ບັນດາຜູ້ຮັບໃຊ້ຂອງພຣະອົງທີ່ຍັງຄົງດຳເນີນຊີວິດໃນທາງຂອງພຣະອົງຢ່າງສຸດໃຈ. ພຣະອົງໄດ້ຮັກສາຄຳສັນຍາຕໍ່ດາວິດຜູ້ຮັບໃຊ້ຂອງພຣະອົງ ຜູ້ເປັນພໍ່ຂອງຂ້ານ້ອຍ; ພຣະອົງໄດ້ສັນຍາດ້ວຍປາກຂອງພຣະອົງ ແລະ ໄດ້ເຮັດໃຫ້ສຳເລັດດ້ວຍມືເໝືອນດັ່ງທຸກວັນນີ້.
“ແລະ ບັດນີ້ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ ຂໍຮັກສາຄຳໝັ້ນສັນຍາທີ່ມີຕໍ່ດາວິດຜູ້ຮັບໃຊ້ຂອງພຣະອົງ ຜູ້ເປັນພໍ່ຂອງຂ້ານ້ອຍທີ່ວ່າ, ‘ຖ້າເຊື້ອສາຍຂອງເຈົ້າເອົາໃຈໃສ່ທີ່ຈະເຮັດທຸກຢ່າງ ແລະ ດຳເນີນຊີວິດຢ່າງສັດຊື່ຢູ່ຕໍ່ໜ້າເຮົາເໝືອນຢ່າງທີ່ເຈົ້າໄດ້ເຮັດ ເຈົ້າກໍຈະບໍ່ຂາດຄົນທີ່ຈະຂຶ້ນປົກຄອງບັນລັງແຫ່ງອິດສະຣາເອນຕໍ່ໜ້າເຮົາ’. ຂ້າແດ່ພຣະເຈົ້າແຫ່ງອິດສະຣາເອນ ບັດນີ້ ຂໍໃຫ້ເປັນໄປຕາມຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ແກ່ດາວິດຜູ້ຮັບໃຊ້ຂອງພຣະອົງ ຜູ້ເປັນພໍ່ຂອງຂ້ານ້ອຍດ້ວຍ.
“ແຕ່ພຣະເຈົ້າຈະຢູ່ໃນໂລກນີ້ແທ້ບໍ? ໃນເມື່ອຟ້າສະຫວັນສູງສຸດຍັງບໍ່ອາດຮັບພຣະອົງໄວ້ໄດ້, ວິຫານແຫ່ງນີ້ທີ່ຂ້ານ້ອຍສ້າງຂຶ້ນກໍຈະຍິ່ງນ້ອຍກວ່ານັ້ນຈັກເທົ່າໃດ! ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດໃຫ້ຄວາມສົນໃຈຕໍ່ຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ຄຳອ້ອນວອນຂໍຄວາມເມດຕາຂອງຜູ້ຮັບໃຊ້ຂອງພຣະອົງ. ຂໍໂຜດຟັງສຽງຮ້ອງ ແລະ ຄຳອະທິຖານທີ່ຜູ້ຮັບໃຊ້ກຳລັງອະທິຖານຢູ່ຕໍ່ໜ້າພຣະອົງໃນວັນນີ້. ຂໍພຣະອົງໂຜດເບິ່ງວິຫານແຫ່ງນີ້ທັງກາງເວັນ ແລະ ກາງຄືນ, ວິຫານທີ່ພຣະອົງກ່າວວ່າ, ‘ນາມຂອງເຮົາຈະຢູ່ທີ່ນັ້ນ’, ເພື່ອພຣະອົງຈະໄດ້ຟັງເມື່ອຜູ້ຮັບໃຊ້ຂອງພຣະອົງອະທິຖານກົງໄປທີ່ສະຖານທີ່ແຫ່ງນີ້. ເມື່ອຜູ້ຮັບໃຊ້ ແລະ ປະຊາຊົນອິດສະຣາເອນຂອງພຣະອົງອະທິຖານກົງໄປທີ່ສະຖານທີ່ແຫ່ງນີ້ ຂໍໂຜດຟັງຈາກຟ້າສະຫວັນອັນເປັນບ່ອນຢູ່ຂອງພຣະອົງ ແລະ ເມື່ອພຣະອົງຟັງແລ້ວ ຂໍໂຜດຍົກໂທດ.
“ເມື່ອຜູ້ໃດເຮັດຜິດຕໍ່ເພື່ອນບ້ານຂອງຕົນ ແລະ ຕ້ອງສາບານ ແລະ ພວກເຂົາມາຫາແລ້ວສາບານຢູ່ຕໍ່ໜ້າແທ່ນບູຊາໃນວິຫານນີ້, ຂໍໂຜດຟັງຈາກຟ້າສະຫວັນ ແລະ ພິຈາລະນາ. ຂໍຕັດສິນຄວາມລະຫວ່າງຜູ້ຮັບໃຊ້ທັງຫລາຍຂອງພຣະອົງ, ຂໍລົງໂທດຄົນຜິດ ແລະ ໃຫ້ສິ່ງທີ່ພວກເຂົາໄດ້ເຮັດນັ້ນຕົກໃສ່ໂຕພວກເຂົາເອງ ແລະ ສ່ວນຜູ້ບໍລິສຸດຂໍພຣະອົງປະກາດວ່າພວກເຂົາບໍ່ຜິດ ເປັນອັນພິສູດແລ້ວວ່າພວກເຂົາເປັນຜູ້ບໍລິສຸດ.
“ເມື່ອປະຊາຊົນອິດສະຣາເອນຂອງພຣະອົງເຮັດບາບຕໍ່ພຣະອົງ ແລະ ຖືກສັດຕູມາຢຶດຄອງ, ຖ້າພວກເຂົາໄດ້ຫັນກັບຄືນມາຫາພຣະອົງ ແລະ ສັນລະເສີນນາມຂອງພຣະອົງ, ອະທິຖານ ແລະ ອ້ອນວອນຕໍ່ພຣະອົງໃນວິຫານແຫ່ງນີ້, ຂໍໂຜດຟັງຈາກຟ້າສະຫວັນ ແລະ ອະໄພບາບຂອງປະຊາຊົນອິດສະຣາເອນຂອງພຣະອົງ ແລະ ນຳພວກເຂົາກັບມາດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ.
“ເມື່ອທ້ອງຟ້າຖືກປິດ ແລະ ບໍ່ມີຝົນເພາະປະຊາຊົນຂອງພຣະອົງໄດ້ເຮັດບາບຕໍ່ພຣະອົງ ແລະ ເມື່ອພວກເຂົາອະທິຖານຕໍ່ສະຖານທີ່ແຫ່ງນີ້ ແລະ ສັນລະເສີນນາມຂອງພຣະອົງ ແລະ ຫັນກັບຈາກບາບຂອງຕົນເພາະພຣະອົງໄດ້ລົງໂທດພວກເຂົາແລ້ວ, ຂໍໂຜດຟັງຈາກຟ້າສະຫວັນ ແລະ ອະໄພບາບຂອງຜູ້ຮັບໃຊ້ຂອງພຣະອົງ, ປະຊາຊົນອິດສະຣາເອນຂອງພຣະອົງ. ຂໍໂຜດສອນວິຖີທາງດຳເນີນຊີວິດທີ່ຖືກຕ້ອງ ແລະ ໃຫ້ຝົນແກ່ດິນແດນທີ່ພຣະອົງໄດ້ມອບໃຫ້ເປັນມໍລະດົກຂອງປະຊາຊົນພຣະອົງ.
“ຖ້າເກີດການອຶດຢາກອາຫານ ຫລື ພະຍາດລະບາດໃນດິນແດນ ຫລື ພະຍາດພືດ ຫລື ພະຍາດລານ້ຳຄ້າງ ຫລື ຕັກແຕນບຸກມາທຳລາຍ ຫລື ສັດຕູທັງຫລາຍມາລ້ອມເມືອງ, ບໍ່ວ່າຈະເປັນພະຍາດ ຫລື ໄພພິບັດໃດກໍຕາມທີ່ເກີດຂຶ້ນ. ແລະ ເມື່ອມີຄຳອະທິຖານ ຫລື ຄຳອ້ອນວອນຈາກຜູ້ໃດຜູ້ໜຶ່ງໃນທ່າມກາງປະຊາຊົນອິດສະຣາເອນຂອງພຣະອົງ ເຊິ່ງແຕ່ລະຄົນຮູ້ເຖິງຄວາມທຸກໃຈຂອງຕົນດີ ແລະ ຍົກມືຂອງຕົນຂຶ້ນຕໍ່ວິຫານແຫ່ງນີ້ ຂໍໂຜດຟັງຈາກຟ້າສະຫວັນ, ເຊິ່ງເປັນບ່ອນຢູ່ຂອງພຣະອົງ. ຂໍໂຜດອະໄພໂທດ ແລະ ພິຈາລະນາ; ຈັດການກັບແຕ່ລະຄົນຕາມການກະທຳຂອງພວກເຂົາ; ເນື່ອງຈາກພຣະອົງຮູ້ຈັກຈິດໃຈຂອງພວກເຂົາ (ເພາະພຣະອົງເທົ່ານັ້ນທີ່ຮູ້ຈັກຈິດໃຈຂອງມະນຸດທັງໝົດ), ເພື່ອພວກເຂົາຈະຢຳເກງພຣະອົງຕະຫລອດເວລາທີ່ພວກເຂົາອາໄສຢູ່ໃນແຜ່ນດິນທີ່ພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກຂ້ານ້ອຍ.
“ສ່ວນຄົນຕ່າງຊາດທີ່ບໍ່ແມ່ນປະຊາຊົນອິດສະຣາເອນຂອງພຣະອົງ ແຕ່ໄດ້ມາຈາກແດນໄກເພາະນາມຂອງພຣະອົງ ເພາະພວກເຂົາຈະໄດ້ຍິນເຖິງນາມອັນຍິ່ງໃຫຍ່ຂອງພຣະອົງ ແລະ ມືອັນມີລິດອຳນາດຍິ່ງໃຫຍ່ຂອງພຣະອົງ ແລະ ແຂນທີ່ຍື່ນອອກຂອງພຣະອົງ ເມື່ອພວກເຂົາມາອະທິຖານກົງໄປທີ່ວິຫານແຫ່ງນີ້, ຂໍໂຜດຟັງຈາກຟ້າສະຫວັນບ່ອນຢູ່ຂອງພຣະອົງ. ຂໍຕອບຄຳອະທິຖານທີ່ຄົນຕ່າງຊາດທີ່ໄດ້ທູນຂໍຕໍ່ພຣະອົງ, ເພື່ອວ່າປະຊາຊົນໃນໂລກຈະຮູ້ຈັກນາມຂອງພຣະອົງ ແລະ ຢຳເກງພຣະອົງເໝືອນດັ່ງກັບປະຊາຊົນອິດສະຣາເອນພຣະອົງເອງ ແລະ ຈະຮູ້ວ່າຂ້ານ້ອຍໄດ້ສ້າງວິຫານນີ້ຂຶ້ນເພື່ອປະກາດນາມຂອງພຣະອົງ.
“ເມື່ອພຣະອົງໃຊ້ປະຊາຊົນຂອງພຣະອົງອອກໄປສູ້ຮົບກັບສັດຕູ ບໍ່ວ່າຢູ່ບ່ອນໃດທີ່ພຣະອົງສົ່ງພວກເຂົາໄປ ແລະ ເມື່ອພວກເຂົາອະທິຖານຕໍ່ພຣະເຈົ້າຢາເວ ມຸ່ງໜ້າມາທີ່ນະຄອນນີ້ທີ່ພຣະອົງໄດ້ເລືອກໄວ້ ແລະ ທີ່ວິຫານແຫ່ງນີ້ ເຊິ່ງຂ້ານ້ອຍສ້າງຂຶ້ນເພື່ອນາມຂອງພຣະອົງ, ຂໍໂຜດຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາຈາກຟ້າສະຫວັນ ແລະ ຂໍໂຜດຊ່ວຍເຫລືອພວກເຂົາດ້ວຍ.
“ເມື່ອພວກເຂົາເຮັດບາບຕໍ່ພຣະອົງ ເພາະບໍ່ມີຜູ້ໃດທີ່ບໍ່ເຮັດບາບເລີຍ ແລ້ວພຣະອົງກໍໃຈຮ້າຍໃຫ້ພວກເຂົາ ແລະ ຍອມໃຫ້ສັດຕູຢຶດຄອງພວກເຂົາ, ເຊິ່ງນຳພວກເຂົາໄປເປັນຊະເລີຍໃນຕ່າງແດນ ບໍ່ວ່າໃກ້ ຫລື ໄກ ແລະ ຖ້າພວກເຂົາປ່ຽນໃຈໃນດິນແດນທີ່ພວກເຂົາເປັນຊະເລີຍ ແລະ ກັບໃຈແລ້ວອ້ອນວອນຕໍ່ພຣະອົງໃນດິນແດນຂອງຜູ້ທີ່ຈັບພວກເຂົາເປັນຊະເລີຍນັ້ນ ແລະ ເວົ້າວ່າ ‘ພວກຂ້ານ້ອຍໄດ້ເຮັດບາບ, ພວກຂ້ານ້ອຍຜິດໄປແລ້ວ, ພວກຂ້ານ້ອຍໄດ້ປະພຶດຊົ່ວ’; ແລະ ຖ້າພວກເຂົາຫັນກັບຄືນມາຫາພຣະອົງດ້ວຍສຸດຈິດສຸດໃຈຂອງພວກເຂົາໃນດິນແດນຂອງສັດຕູຂອງພວກເຂົາ ເຊິ່ງໄດ້ຈັບພວກເຂົາເປັນຊະເລີຍນັ້ນ ແລະ ອະທິຖານກົງໄປທີ່ດິນແດນແຫ່ງນີ້ທີ່ພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດ ແລະ ກົງໄປທີ່ນະຄອນທີ່ພຣະອົງໄດ້ເລືອກໄວ້ ແລະ ກົງໄປທີ່ວິຫານແຫ່ງນີ້ທີ່ຂ້ານ້ອຍໄດ້ສ້າງຂຶ້ນເພື່ອນາມຂອງພຣະອົງ. ກໍຂໍໂຜດຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາຈາກຟ້າສະຫວັນ, ບ່ອນຢູ່ຂອງພຣະອົງ ແລະ ຂໍໂຜດຊ່ວຍເຫລືອພວກເຂົາ. ແລະ ຂໍໂຜດອະໄພໂທດແກ່ປະຊາຊົນຂອງພຣະອົງ, ຜູ້ໄດ້ເຮັດບາບຕໍ່ພຣະອົງ; ຍົກໂທດຄວາມຜິດທັງໝົດທີ່ພວກເຂົາໄດ້ເຮັດຕໍ່ພຣະອົງ ແລະ ຂໍເຮັດໃຫ້ຜູ້ທີ່ຈັບພວກເຂົາເປັນຊະເລີຍນັ້ນເມດຕາຕໍ່ພວກເຂົາ; ເພາະພວກເຂົາເປັນປະຊາຊົນຂອງພຣະອົງ ແລະ ເປັນກຳມະສິດຂອງພຣະອົງ, ເຊິ່ງພຣະອົງໄດ້ນຳພວກເຂົາອອກມາຈາກເອຢິບ; ອອກມາຈາກເຕົາຫລອມເຫລັກ.
“ຂໍໃຫ້ຕາຂອງພຣະອົງເປີດກວ້າງຕໍ່ຄຳອ້ອນວອນຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ຄຳອ້ອນວອນຂອງອິດສະຣາເອນປະຊາຊົນຂອງພຣະອົງ ແລະ ຂໍພຣະອົງໂຜດຟັງທຸກຄັ້ງທີ່ພວກເຂົາຮ້ອງຫາພຣະອົງ. ເພາະພຣະອົງໄດ້ແຍກພວກເຂົາອອກມາຈາກປະຊາຊາດທັງໝົດໃນໂລກ ເພື່ອເປັນກຳມະສິດຂອງພຣະອົງ, ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ, ຕາມທີ່ພຣະອົງໄດ້ປະກາດໄວ້ຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ ເມື່ອພຣະອົງນຳບັນພະບຸລຸດຂອງພວກຂ້ານ້ອຍອອກມາຈາກເອຢິບ”.
ເມື່ອໂຊໂລໂມນໄດ້ອະທິຖານອ້ອນວອນຕໍ່ພຣະເຈົ້າຢາເວດັ່ງນີ້ແລ້ວ ກໍລຸກຂຶ້ນຈາກໜ້າແທ່ນບູຊາຂອງພຣະເຈົ້າຢາເວ ບ່ອນທີ່ເພິ່ນຄຸເຂົ່າ ແລະ ຍົກມືຂອງຕົນຂຶ້ນສູ່ຟ້າສະຫວັນ. ເພິ່ນໄດ້ຢືນຂຶ້ນ ແລະ ອວຍພອນປະຊາຊົນອິດສະຣາເອນທັງໝົດດ້ວຍສຽງອັນດັງກ້ອງວ່າ:
“ສັນລະເສີນພຣະເຈົ້າຢາເວ ຜູ້ໄດ້ໃຫ້ການຢຸດພັກແກ່ອິດສະຣາເອນ ປະຊາຊົນຂອງພຣະອົງຕາມທີ່ພຣະອົງໄດ້ສັນຍາໄວ້. ຄຳໝັ້ນສັນຍາອັນລ້ຳເລີດທີ່ພຣະອົງໄດ້ມອບໃຫ້ ຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງນັ້ນ ບໍ່ມີຈັກຄຳທີ່ລົ້ມເຫລວ. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຢູ່ກັບພວກເຮົາເໝືອນທີ່ຢູ່ກັບບັນດາບັນພະບຸລຸດຂອງພວກເຮົາ; ຂໍພຣະອົງຢ່າໄດ້ປະຖິ້ມພວກຂ້ານ້ອຍ ຫລື ໄປຈາກພວກຂ້ານ້ອຍເລີຍ. ຂໍພຣະອົງຫັນຫົວໃຈຂອງພວກເຮົາມາຫາພຣະອົງ, ໃຫ້ດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງ ແລະ ປະຕິບັດຕາມຄຳສັ່ງ, ດຳລັດ ແລະ ກົດລະບຽບທີ່ພຣະອົງໃຫ້ໄວ້ແກ່ບັນດາບັນພະບຸລຸດຂອງພວກເຮົາ. ແລະ ຂໍໃຫ້ຄຳອະທິຖານເຫລົ່ານີ້ທີ່ຂ້າພະເຈົ້າໄດ້ກ່າວຕໍ່ໜ້າພຣະເຈົ້າຢາເວນີ້ຢູ່ໃກ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕະຫລອດໄປທັງກາງເວັນ ແລະ ກາງຄືນ, ເພື່ອພຣະອົງຈະຊ່ວຍເຫລືອຜູ້ຮັບໃຊ້ຂອງພຣະອົງ ແລະ ປະຊາຊົນອິດສະຣາເອນຂອງພຣະອົງຕາມຄວາມຈຳເປັນໃນແຕ່ລະວັນຂອງພວກເຮົາ. ເພື່ອວ່າທຸກຄົນໃນໂລກຈະໄດ້ຮູ້ວ່າພຣະເຈົ້າຢາເວເປັນພຣະເຈົ້າ ແລະ ບໍ່ມີພະອື່ນໃດເລີຍ. ແຕ່ຈິດໃຈຂອງພວກທ່ານຈະຕ້ອງຍອມຈຳນົນທັງໝົດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ທີ່ຈະດຳເນີນຊີວິດຕາມດຳລັດຂອງພຣະອົງ ແລະ ເຊື່ອຟັງຄຳສັ່ງຂອງພຣະອົງເໝືອນດັ່ງໃນເວລານີ້”.
ການຖວາຍວິຫານ
(2ຂຄ 7:1-10)
ຫລັງຈາກນັ້ນ ກະສັດໂຊໂລໂມນ ແລະ ອິດສະຣາເອນທັງໝົດທີ່ຢູ່ກັບເພິ່ນກໍໄດ້ຖວາຍເຄື່ອງບູຊາຕໍ່ໜ້າພຣະເຈົ້າຢາເວ. ໂຊໂລໂມນໄດ້ຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ ຄື: ງົວຜູ້ 22.000 ໂຕ ແລະ ແກະກັບແບ້ 120.000 ໂຕ. ດັ່ງນັ້ນ ກະສັດ ແລະ ຊາວອິດສະຣາເອນທັງໝົດໄດ້ຖວາຍວິຫານຂອງພຣະເຈົ້າຢາເວ.
ໃນວັນດຽວກັນນັ້ນ ກະສັດໂຊໂລໂມນໄດ້ປະກອບພິທີຊຳລະສ່ວນກາງຂອງເດີ່ນທາງໜ້າວິຫານຂອງພຣະເຈົ້າຢາເວ ແລະ ເພິ່ນໄດ້ຖວາຍເຄື່ອງເຜົາບູຊາ, ເຄື່ອງຖວາຍພືດຜົນເປັນເມັດ ແລະ ໄຂມັນຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳຢູ່ທີ່ນັ້ນ, ເພາະວ່າແທ່ນບູຊາທອງສຳລິດທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວນັ້ນນ້ອຍເກີນໄປສຳລັບເຄື່ອງເຜົາບູຊາ, ເຄື່ອງຖວາຍພືດຜົນເປັນເມັດ ແລະ ໄຂມັນຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ດັ່ງນັ້ນ ໂຊໂລໂມນຈຶ່ງຮ່ວມພິທີສະຫລອງກັບປະຊາຊົນອິດສະຣາເອນທັງໝົດຢູ່ທີ່ນັ້ນ ເຊິ່ງເປັນການຊຸມນຸມຂອງປະຊາຊົນຄັ້ງໃຫຍ່, ຄົນທັງຫລາຍຕ່າງກໍມາຈາກເລໂບຮາມັດ1 ຈົນຮອດແມ່ນ້ຳແຫ່ງເອຢິບ. ພວກເຂົາໄດ້ພາກັນມາສະເຫລີມສະຫລອງຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕະຫລອດເຈັດວັນ ແລ້ວສະຫລອງຕໍ່ໄປອີກເຈັດວັນ ລວມທັງໝົດເປັນສິບສີ່ວັນ. ມື້ຕໍ່ມາ ໂຊໂລໂມນໄດ້ສົ່ງປະຊາຊົນກັບໄປ. ພວກເຂົາໄດ້ກ່າວອວຍພອນກະສັດ ແລະ ກັບບ້ານດ້ວຍຈິດໃຈເບີກບານ ແລະ ຍິນດີໃນສິ່ງດີງາມທັງໝົດ ເຊິ່ງພຣະເຈົ້າຢາເວໄດ້ເຮັດເພື່ອດາວິດຜູ້ຮັບໃຊ້ຂອງພຣະອົງ ແລະ ອິດສະຣາເອນ ປະຊາຊົນຂອງພຣະອົງ.
Source notes (1)
- Footnote ຫລື ຈາກທາງເຂົ້າສູ່ຮາມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.