Skip to content
BibleKenya

Biblica® Open Lao Contemporary Version

1 ກະສັດ 9

ພຣະເຈົ້າ​ຢາເວ​ປາກົດ​ແກ່​ໂຊໂລໂມນ

(2ຂຄ 7:11-22)

ເມື່ອ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ລາຊະວັງ​ກັບ​ສິ່ງ​ອື່ນໆ​ທັງໝົດ​ໝົດ​ຕາມ​ທີ່​ເພິ່ນ​ປະສົງ​ສຳເລັດ​ແລ້ວ, ພຣະເຈົ້າ​ຢາເວ​ກໍ​ໄດ້​ປາກົດ​ແກ່​ໂຊໂລໂມນ​ເປັນ​ຄັ້ງ​ທີ​ສອງ, ເໝືອນ​ທີ່​ພຣະອົງ​ໄດ້​ປາກົດ​ມາ​ແລ້ວ​ຢູ່​ທີ່​ກີເບໂອນ. ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ໂຊໂລໂມນ​ວ່າ:

“ເຮົາ​ໄດ້​ຍິນ​ຄຳ​ອະທິຖານ ແລະ ຄຳ​ອ້ອນວອນ​ຂອງ​ເຈົ້າ​ຕໍ່​ເຮົາ​ແລ້ວ; ເຮົາ​ໄດ້​ຊຳລະ​ວິຫານ​ນີ້​ໃຫ້​ບໍລິສຸດ, ເຊິ່ງ​ເຈົ້າ​ໄດ້​ສ້າງ​ຂຶ້ນ ໂດຍ​ສະຖາປະນາ​ນາມ​ຂອງ​ເຮົາ​ໄວ້​ຢູ່​ທີ່​ນັ້ນ​ຕະຫລອດ​ໄປ. ຕາ​ຂອງ​ເຮົາ ແລະ ໃຈ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ສະເໝີ​ໄປ.

“ສ່ວນ​ເຈົ້າ, ຖ້າ​ເຈົ້າ​ດຳເນີນ​ຊີວິດ​ຢູ່​ຕໍ່ໜ້າ​ເຮົາ​ດ້ວຍ​ໃຈ​ສັດຊື່​ສຸດ​ຈະ​ລິດ ແລະ ຊອບທຳ​ເໝືອນ​ຢ່າງ​ດາວິດ​ພໍ່​ຂອງ​ເຈົ້າ ແລະ ເຮັດ​ຕາມ​ຄຳສັ່ງ​ທັງໝົດ​ຂອງ​ເຮົາ ແລະ ຮັກສາ​ດຳລັດ​ກັບ​ກົດບັນຍັດ​ຂອງ​ເຮົາ, ເຮົາ​ກໍ​ຈະ​ສະຖາປະນາ​ລາຊະບັນລັງ​ຂອງ​ເຈົ້າ​ເໜືອ​ອິດສະຣາເອນ​ຕະຫລອດ​ໄປ​ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ​ວ່າ, ‘ເຈົ້າ​ຈະ​ບໍ່​ຂາດ​ຄົນ​ປົກຄອງ​ບັນລັງ​ຂອງ​ອິດສະຣາເອນ​ເລີຍ’.

“ແຕ່​ຖ້າ​ເຈົ້າ ຫລື ລູກ​ຫລານ​ຂອງ​ເຈົ້າ​ຫັນ​ໜີ​ໄປ​ຈາກ​ເຮົາ ແລະ ບໍ່​ໄດ້​ປະຕິບັດ​ຕາມ​ຄຳສັ່ງ ແລະ ດຳລັດ​ທີ່​ເຮົາ​ໄດ້​ໃຫ້​ແກ່​ເຈົ້າ1 ແລ້ວ​ຫັນ​ໄປ​ຮັບໃຊ້​ພະ​ທັງຫລາຍ ແລະ ກາບໄຫວ້​ພະ​ອື່ນ, ເຮົາ​ກໍ​ຈະ​ຕັດ​ອິດສະຣາເອນ​ອອກ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ ແລະ ເຮົາ​ຈະ​ຖິ້ມ​ວິຫານ​ແຫ່ງ​ນີ້​ທີ່​ເຮົາ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ເພື່ອ​ນາມ​ຂອງ​ເຮົາ. ອິດສະຣາເອນ​ຈະ​ກາຍເປັນ​ທີ່​ຢຽບຢາມ ແລະ ເປັນ​ທີ່​ເຢາະເຢີ້ຍ​ໃນ​ທ່າມກາງ​ທຸກຄົນ. ວິຫານ​ນີ້​ຈະ​ກາຍ​ເປັນ​ກອງ​ຊາກ​ຫັກພັງ. ທຸກຄົນ​ທີ່​ຜ່ານ​ໄປ​ມາ​ກໍ​ຈະ​ຕົກຕະລຶງ ແລະ ຈະ​ເຢາະເຢີ້ຍ​ວ່າ, ‘ດ້ວຍ​ເຫດ​ໃດ​ພຣະເຈົ້າ​ຢາເວ​ຈຶ່ງ​ເຮັດ​ຕໍ່​ດິນແດນ​ນີ້ ແລະ ວິຫານ​ນີ້?’ ຄົນ​ທັງຫລາຍ​ຈະ​ຕອບ​ວ່າ, ‘ເພາະ​ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ຜູ້​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ ແລະ ຫລົງໄຫລ​ພະ​ທັງຫລາຍ, ກາບໄຫວ້ ແລະ ຮັບໃຊ້​ພະ​ທັງຫລາຍ ດ້ວຍ​ເຫດ​ນັ້ນ​ພຣະເຈົ້າ​ຢາເວ​ຈຶ່ງ​ນຳ​ໄພພິບັດ​ທັງໝົດ​ນີ້​ມາ​ສູ່​ພວກເຂົາ’ ”.

ວຽກງານ​ອື່ນໆ​ຂອງ​ໂຊໂລໂມນ

(2ຂຄ 8:1-18)

ໃນ​ໄລຍະ​ສຸດທ້າຍ​ຂອງ​ຊ່ວງ​ເວລາ​ຊາວ​ປີ ເຊິ່ງ​ໂຊໂລໂມນ​ໄດ້​ກໍ່​ສ້າງ​ອາຄານ​ທັງ​ສອງ​ນີ້ ຄື​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ລາຊະວັງ ກະສັດ​ໂຊໂລໂມນ​ໄດ້​ມອບ​ເມືອງ​ຊາວ​ແຫ່ງ​ໃນ​ຄາລີເລ​ໃຫ້​ກະສັດ​ຮີຣາມ​ແຫ່ງ​ຕີເຣ ເພາະ ຮີຣາມ​ໄດ້​ຈັດຫາ​ໄມ້ສີດາ ແລະ ໄມ້ແປກ​ກັບ​ຄຳ​ທັງໝົດ​ໃຫ້​ຕາມ​ທີ່​ເພິ່ນ​ຕ້ອງການ. ແຕ່​ເມື່ອ​ຮີຣາມ​ໄດ້​ອອກ​ຈາກ​ຕີເຣ​ໄປ​ເບິ່ງ​ເມືອງ​ເຫລົ່ານີ້​ທີ່​ໂຊໂລໂມນ​ໄດ້​ມອບ​ໃຫ້​ຕົນ, ຮີຣາມ​ກໍ​ບໍ່​ພໍໃຈ​ກັບ​ເມືອງ​ເຫລົ່ານັ້ນ. ຮີຣາມ​ໄດ້​ຖາມ​ວ່າ, “ນ້ອງ​ເອີຍ, ເຈົ້າ​ມອບ​ເມືອງ​ແບບ​ນີ້​ໃຫ້​ອ້າຍ​ບໍ?” ເມືອງ​ເຫລົ່ານັ້ນ​ຈຶ່ງ​ໄດ້​ຊື່​ວ່າ​ດິນແດນ​ກາບູນ2 ເຊິ່ງ​ເປັນ​ຊື່​ທີ່​ພວກເຂົາ​ມີ​ມາ​ຈົນ​ທຸກ​ທຸກ​ວັນ​ນີ້. ຮີຣາມ​ໄດ້​ສົ່ງ​ຄຳ​ຈຳນວນ 120 ຕາລັນຕົນ3​ໄປ​ໃຫ້​ຮີຣາມ.

ໂຊໂລໂມນ​ໄດ້​ເກນ​ເອົາ​ແຮງງານ​ປະຊາຊົນ​ມາ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ, ລາຊະວັງ​ຂອງ​ເພິ່ນ​ເອງ, ເຮັດ​ຄັນຄູ,4 ກຳແພງ​ເຢຣູຊາເລັມ ແລະ ເມືອງ​ຮາໂຊ, ເມກິດໂດ ແລະ ເກເຊ. (ຟາໂຣ​ກະສັດ​ແຫ່ງ​ເອຢິບ​ໄດ້​ໂຈມຕີ ແລະ ເຂົ້າ​ຢຶດ​ເກເສ. ເພິ່ນ​ໄດ້​ຈູດ​ເມືອງ​ເກເຊ​ຖິ້ມ. ເພິ່ນ​ໄດ້​ຂ້າ​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ເມືອງ ແລະ ຕໍ່ມາ​ກໍ​ໄດ້​ມອບ​ເມືອງ​ນີ້​ເປັນ​ຄ່າ​ດອງ​ໃຫ້​ແກ່​ລູກສາວ​ຂອງ​ເພິ່ນ, ເຊິ່ງ​ເປັນ​ເມຍ​ຂອງ​ໂຊໂລໂມນ. ແລະ ໂຊໂລໂມນ​ກໍ​ໄດ້​ສ້າງ​ເມືອງ​ເກເຊ​ຄືນ​ໃໝ່). ເພິ່ນ​ໄດ້​ສ້າງ​ເບັດໂຮໂຣນ​ເບື້ອງ​ລຸ່ມ, ບາອາລາດ ແລະ ຕາດໂມ5 ໃນ​ຖິ່ນແຫ້ງແລ້ງກັນດານ​ໃນ​ດິນແດນ​ຢູດາຍ, ທັງ​ຍັງ​ໄດ້​ສ້າງ​ເມືອງ​ຕ່າງໆ ເພື່ອ​ເປັນ​ຄັງ​ສະບຽງ​ອາຫານ​ຂອງ​ເພິ່ນ ແລະ ສ້າງ​ເມືອງ​ສຳລັບ​ລົດມ້າ​ຮົບ ແລະ ມ້າ6 ຄື​ເພິ່ນ​ໄດ້​ສ້າງ​ທຸກ​ສິ່ງ​ທີ່​ປະສົງ​ທີ່​ຈະ​ສ້າງ​ໃນ​ເຢຣູຊາເລັມ, ໃນ​ເລບານອນ ແລະ ບ່ອນ​ຕ່າງໆ​ທົ່ວ​ອານາເຂດ​ທີ່​ເພິ່ນ​ປົກຄອງ​ຢູ່.

ສ່ວນ​ບັນດາ​ຄົນ​ທີ່​ເຫລືອ​ຢູ່​ທີ່​ເປັນ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ ຊາວ​ເຢບຸດ (ຄົນ​ເຫລົ່ານີ້​ບໍ່​ແມ່ນ​ຊາວ​ອິດສະຣາເອນ). ຄື​ລູກ​ຫລານ​ທີ່​ເຫລືອ​ຢູ່​ຂອງ​ຄົນ​ເຫລົ່ານີ້ ເຊິ່ງ​ຊົນຊາດ​ອິດສະຣາເອນ​ບໍ່​ສາມາດ​ທຳລາຍ​ລ້າງ7​ໃຫ້​ໝົດ​ໄປ​ໄດ້ ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນ​ເຫລົ່ານີ້​ມາ​ເປັນ​ແຮງງານ​ຂ້າທາດ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. ແຕ່​ໂຊໂລໂມນ​ບໍ່​ໄດ້​ເກນ​ໃຫ້​ພົນລະເມືອງ​ອິດສະຣາເອນ​ຄົນ​ໃດ​ເປັນ​ຂ້າທາດ ແຕ່​ເພິ່ນ​ໄດ້​ໃຫ້​ພວກເຂົາ​ເປັນ​ນັກຮົບ, ຂ້າລາຊະການ​ຂອງ​ເພິ່ນ, ເຈົ້າໜ້າທີ່​ຂອງ​ເພິ່ນ, ຜູ້​ບັນຊາການ, ຜູ້​ສັ່ງ​ການ​ລົດມ້າ​ຮົບ ແລະ ຄົນ​ຂັບ​ລົດມ້າ​ຮົບ. ພວກເຂົາ​ມີ​ເຈົ້າໜ້າທີ່​ຈຳນວນ 550 ຄົນ ເປັນ​ຜູ້​ຄວບຄຸມ​ເບິ່ງແຍງ​ແຮງງານ​ໃນ​ວຽກງານ​ຕ່າງໆ​ຂອງ​ໂຊໂລໂມນ.

ຫລັງ​ຈາກ​ລູກສາວ​ຂອງ​ຟາໂຣ​ໄດ້​ອອກ​ຈາກ​ເມືອງ​ດາວິດ​ໄປ​ທີ່​ວັງ​ທີ່​ໂຊໂລໂມນ​ໄດ້​ສ້າງ​ໃຫ້​ນາງ, ໂຊໂລໂມນ​ກໍ​ໄດ້​ສ້າງ​ຄັນຄູ​ຂຶ້ນ.

ໂຊໂລໂມນ​ໄດ້​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ປີ​ລະ​ສາມ​ຄັ້ງ ເທິງ​ແທ່ນບູຊາ​ທີ່​ສ້າງ​ຂຶ້ນ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ແລະ ເຜົາ​ເຄື່ອງ​ຫອມ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ດ້ວຍ ແລະ ດັ່ງນັ້ນ ພາລະ​ໜ້າທີ່​ກ່ຽວກັບ​ວິຫານ​ກໍ​ສຳເລັດ​ແລ້ວ.

ກະສັດ​ໂຊໂລໂມນ​ຍັງ​ໄດ້​ສ້າງ​ກອງທັບ​ເຮືອ​ຂຶ້ນ​ຢູ່​ທີ່​ເອຊີໂອນເກເບ ເຊິ່ງ​ໃກ້​ກັບ​ເອລາດ​ໃນ​ເອໂດມ, ເທິງ​ແຄມ​ຝັ່ງ​ທະເລ​ແດງ8​ດ້ວຍ. ແລະ ຮີຣາມ​ມອບ​ທະຫານ​ເຮືອ​ຜູ້​ຊຳນານ​ໃຫ້​ຮ່ວມ​ເຮັດວຽກ​ໃນ​ກອງທັບ​ເຮືອ​ກັບ​ຄົນ​ຂອງ​ໂຊໂລໂມນ. ພວກເຂົາ​ໄດ້​ແລ່ນ​ເຮືອ​ໄປ​ທີ່​ເມືອງ​ໂອຟີ ແລະ ໄດ້​ນຳ​ເອົາ​ຄຳ​ຈຳນວນ 420 ຕາລັນຕົນ9 ກັບ​ມາ ແລ້ວ​ພວກເຂົາ​ກໍ​ໄດ້​ມອບ​ໃຫ້​ກະສັດ​ໂຊໂລໂມນ.

Source notes (9)
  1. Footnote ພາສາ​ເຮັບເຣີ ເປັນ​ຈຳນວນ​ຫລາຍ
  2. Footnote ຄຳ​ວ່າ ກາບູນ ມີ​ສຽງ​ຄື​ກັບ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ບໍ່​ມີ ຄ່າ
  3. Footnote ຫລື ປະມານ 4 ໂຕນ​ເຄິ່ງ
  4. Footnote ຫລື ແນວ​ເນີນ​ດິນ​ດ້ານ​ຕະເວັນ​ອອກ ເຊັ່ນ​ດຽວ​ກັບ​ຂໍ້ 24
  5. Footnote ຄຳ​ພາສາ​ເຮັບເຣີ​ອາດ​ອ່ານ​ວ່າ ຕາມາ ກໍ​ໄດ້
  6. Footnote ຫລື ທະຫານ​ມ້າ
  7. Footnote ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ແລ້ວ​ບໍ່​ສາມາດ​ເອີ້ນ​ຄືນ​ໄດ້ ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ໄປ
  8. Footnote ຄື ທະເລ​ຕົ້ນອໍ້
  9. Footnote ຫລື ປະມານ 16 ໂຕນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.