Biblica® Open Lao Contemporary Version
1 ກະສັດ 10
ລາຊີນີແຫ່ງເຊບາມາຢ້ຽມຢາມໂຊໂລໂມນ
(2ຂຄ 9:1-12)
ເມື່ອລາຊີນີແຫ່ງເຊບາໄດ້ຍິນຊື່ສຽງຂອງໂຊໂລໂມນ ແລະ ຄວາມສຳພັນຂອງເພິ່ນກັບພຣະເຈົ້າຢາເວ ນາງກໍມາທົດສອບໂຊໂລໂມນໂດຍຕັ້ງຄຳຖາມທີ່ຍາກຫລາຍ. ນາງໄດ້ມາເຖິງເຢຣູຊາເລັມພ້ອມກັບຂະບວນໃຫຍ່ ມີອູດທີ່ບັນທຸກເຄື່ອງເທດ, ຄຳຈຳນວນຫລວງຫລາຍ ແລະ ຫີນທີ່ມີຄ່າ ນາງໄດ້ມາພົບໂຊໂລໂມນ ແລະ ໄດ້ສົນທະນາກັບເພິ່ນທຸກເລື່ອງທີ່ຕົນໄດ້ຄິດໄວ້. ໂຊໂລໂມນໄດ້ຕອບຄຳຖາມທັງໝົດຂອງນາງໄດ້ທຸກຂໍ້; ບໍ່ມີສິ່ງໃດຍາກເກີນກວ່າທີ່ກະສັດໂຊໂລໂມນຈະອະທິບາຍໃຫ້ແກ່ນາງ. ເມື່ອລາຊີນີແຫ່ງເຊບາໄດ້ເຫັນສະຕິປັນຍາທັງໝົດຂອງໂຊໂລໂມນ ແລະ ວັງທີ່ເພິ່ນສ້າງຂຶ້ນ, ອາຫານຢູ່ເທິງໂຕະຂອງເພິ່ນ, ບັນດາຂ້າລາຊະການຂອງເພິ່ນທີ່ກຳລັງນັ່ງຢູ່, ບັນດາຜູ້ຮັບໃຊ້ທີ່ຢູ່ໃນເຄື່ອງແບບຂອງຕົນ, ພະນັກງານຍົກຈອກຂອງເພິ່ນ ແລະ ເຄື່ອງເຜົາບູຊາຈຳນວນຫລວງຫລາຍທີ່ເພິ່ນໄດ້ຖວາຍຢູ່ໃນວິຫານຂອງພຣະເຈົ້າຢາເວ ນາງກໍປະຫລາດໃຈຫລາຍ.
ນາງເວົ້າກັບກະສັດໂຊໂລໂມນວ່າ, “ຄຳລາຍງານທີ່ຂ້ານ້ອຍໄດ້ຍິນໄດ້ຟັງມາໃນປະເທດຂອງຂ້ານ້ອຍກ່ຽວກັບຄວາມສຳເລັດຂອງທ່ານ ແລະ ສະຕິປັນຍາຂອງທ່ານນັ້ນລ້ວນແຕ່ເປັນຄວາມຈິງ. ແຕ່ຂ້ານ້ອຍບໍ່ເຊື່ອສິ່ງເຫລົ່ານີ້ເລີຍຈົນກວ່າຂ້ານ້ອຍໄດ້ມາ ແລະ ໄດ້ເຫັນກັບຕາຂອງຕົນເອງ. ແທ້ຈິງແລ້ວ, ສິ່ງທີ່ຂ້ານ້ອຍໄດ້ຍິນມານັ້ນກໍຍັງບໍ່ເຖິງເຄິ່ງໜຶ່ງ; ສະຕິປັນຍາ ແລະ ຄວາມຮັ່ງມີທີ່ທ່ານມີນັ້ນ ຫລາຍເກີນກວ່າທີ່ຄຳລາຍງານທີ່ຂ້ານ້ອຍໄດ້ຍິນມາ. ປະຊາຊົນຂອງທ່ານຄົງມີຄວາມສຸກຫລາຍ! ບັນດາຂ້າລາຊະການຂອງທ່ານຄົງມີຄວາມສຸກທີ່ຢືນຢູ່ຕໍ່ໜ້າທ່ານ ແລະ ຟັງສະຕິປັນຍາຂອງທ່ານຢູ່ສະເໝີ! ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ, ຜູ້ທີ່ປິຕິຍິນດີໃນທ່ານ ແລະ ຕັ້ງທ່ານຂຶ້ນປົກຄອງບັນລັງແຫ່ງອິດສະຣາເອນ. ເພາະຄວາມຮັກນິລັນດອນຂອງພຣະເຈົ້າຢາເວທີ່ມີຕໍ່ອິດສະຣາເອນ, ພຣະອົງຈຶ່ງໄດ້ຕັ້ງທ່ານເປັນກະສັດເພື່ອຮັກສາຄວາມຍຸຕິທຳ ແລະ ຄວາມຊອບທຳ”.
ແລະ ນາງໄດ້ມອບຄຳຈຳນວນ 120 ຕາລັນຕົນ1, ເຄື່ອງເທດຈຳນວນຫລວງຫລາຍ ແລະ ຫີນລ້ຳຄ່າໃຫ້ແກ່ກະສັດໂຊໂລໂມນ. ບໍ່ເຄີຍມີຜູ້ໃດທີ່ນຳເຄື່ອງເທດຈຳນວນຫລວງຫລາຍມາມອບໃຫ້ ເໝືອນກັບທີ່ລາຊີນີແຫ່ງເຊບານຳມາມອບໃຫ້ແກ່ກະສັດໂຊໂລໂມນອີກເລີຍ.
(ກອງທັບເຮືອຂອງຮີຣາມໄດ້ນຳເອົາຄຳມາຈາກໂອຟີ; ແລະ ພວກເຂົາໄດ້ນຳໄມ້ຈັນຈຳນວນຫລາຍ2 ແລະ ຫີນລ້ຳຄ່າມາຈາກທີ່ນັ້ນດ້ວຍ. ໂຊໂລໂມນໄດ້ໃຊ້ໄມ້ຈັນເຮັດເສົາວິຫານຂອງພຣະເຈົ້າຢາເວ ແລະ ລາຊະວັງກັບເຮັດພິນເຂົາຄູ່ ແລະ ພິນໃຫຍ່ສຳລັບບັນດານັກດົນຕີ. ຕັ້ງແຕ່ວັນນັ້ນມາກໍບໍ່ເຄີຍເຫັນການນຳເອົາໄມ້ຈັນຈຳນວນຫລວງຫລາຍຢ່າງນັ້ນເຂົ້າມາອີກເລີຍ).
ກະສັດໂຊໂລໂມນໄດ້ມອບທຸກສິ່ງຕາມທີ່ລາຊີນີແຫ່ງເຊບາຕ້ອງການ ແລະ ຂໍ, ນອກເໜືອຈາກຂອງຝາກທີ່ໂຊໂລໂມນໄດ້ມອບໃຫ້ນາງຈາກຄັງອັນອຸດົມສົມບູນຂອງເພິ່ນ. ຫລັງຈາກນັ້ນ ນາງກໍໄດ້ຈາກໄປພ້ອມກັບຂະບວນຕິດຕາມຂອງນາງ ກັບຄືນສູ່ປະເທດຂອງຕົນ.
ສະຫງ່າລາສີຂອງໂຊໂລໂມນ
(2ຂຄ 1:14-17; 9:13-28)
ທຸກປີໂຊໂລໂມນໄດ້ຮັບຄຳໜັກປະມານ 666 ຕາລັນຕົນ,3 ຍັງບໍ່ລວມພາສີອາກອນຈາກບັນດາພໍ່ຄ້າ ແລະ ເຄື່ອງຂອງຈາກບັນດາກະສັດອາຣະເບຍ ແລະ ບັນດາຜູ້ທີ່ປົກຄອງຂອງດິນແດນນັ້ນ.
ກະສັດໂຊໂລໂມນໄດ້ໃຫ້ນຳເອົາຄຳມາຕີເປັນໂລ່ຈຳນວນ 200 ອັນ; ແຕ່ລະອັນໃຊ້ຄຳໜັກປະມານ 600 ເຊເຂວ4 ເພິ່ນຍັງໄດ້ເຮັດໂລ່ນ້ອຍຄໍາຈໍານວນສາມຮ້ອຍອັນ, ແຕ່ລະອັນເຮັດດ້ວຍຄຳໜັກປະມານສາມຮ້ອຍເຊເຂວ. ກະສັດໄດ້ເກັບໂລ່ເຫລົ່ານີ້ໄວ້ໃນວັງແຫ່ງດົງເລບານອນ.
ແລ້ວກະສັດໂຊໂລໂມນຍັງໄດ້ເຮັດບັນລັງຂະໜາດໃຫຍ່ ເຊິ່ງຕົບແຕ່ງດ້ວຍງາຊ້າງ ແລະ ໂອບດ້ວຍຄຳບໍລິສຸດ. ບັນລັງນີ້ມີຂັ້ນໄດຫົກຂັ້ນ ແລະ ຢູ່ທາງເທິງຂອງດ້ານຫລັງຂອງບັນລັງເປັນຮູບວົງກົມ. ຢູ່ທັງສອງຂ້າງຂອງບ່ອນນັ່ງແມ່ນມີບ່ອນວາງແຂນ ພ້ອມກັບມີໂຕສິງຢືນຢູ່ທາງຂ້າງຂອງບ່ອນວາງແຂນແຕ່ລະຂ້າງ. ມີໂຕສິງສິບສອງໂຕຢືນຢູ່ຂັ້ນໄດຫົກຂັ້ນ, ໂດຍມີມີໜຶ່ງໂຕຢືນຢູ່ທີ່ປາຍຂອງຂັ້ນໄດແຕ່ລະຂັ້ນ. ບໍ່ເຄີຍມີຢ່າງນີ້ໃນອານາຈັກອື່ນ. ຈອກທັງໝົດຂອງກະສັດໂຊໂລໂມນແມ່ນເຮັດດ້ວຍຄຳ ແລະ ເຄື່ອງໃຊ້ທັງໝົດໃນເຮືອນຂອງເພິ່ນຢູ່ທີ່ປ່າເລບານອນ ແມ່ນລ້ວນແຕ່ເຮັດດ້ວຍຄຳບໍລິສຸດ, ບໍ່ມີສິ່ງໃດທີ່ເຮັດດ້ວຍເງິນ ເພາະໃນສະໄໝຂອງໂຊໂລໂມນນັ້ນເງິນຖືວ່າບໍ່ມີຄ່າ. ກະສັດໂຊໂລໂມນມີກອງທັບເຮືອ5ຮ່ວມເດີນທາງ ທາງທະເລກັບກອງທັບເຮືອຂອງຮີຣາມ. ເຮືອຈະບັນທຸກຄຳ, ເງິນ, ງາຊ້າງ, ລີງ ແລະ ລີງບາບູນກັບມາທຸກສາມປີ.
ກະສັດໂຊໂລໂມນຮັ່ງມີ ແລະ ມີສະຕິປັນຍາເໜືອກວ່າກະສັດທຸກຄົນທີ່ຢູ່ໃນແຜ່ນດິນໂລກນີ້. ຄົນທົ່ວໂລກຜູ້ໃດຈະສາມາດສູ້ສະຕິປັນຍາທີ່ພຣະເຈົ້າໄດ້ເອົາໃສ່ໄວ້ໃນໃຈຂອງເພິ່ນ. ທຸກໆປີ ທຸກຄົນທີ່ມາກໍຈະນຳເອົາເຄື່ອງຂອງມາມອບໃຫ້ ຄືເຄື່ອງໃຊ້ທີ່ເຮັດດ້ວຍເງິນ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍຄຳ, ເສື້ອຄຸມ, ອາວຸດ, ເຄື່ອງເທດ ແລະ ມ້າກັບມ້າລໍ.
ໂຊໂລໂມນໄດ້ສະສົມລົດມ້າ ແລະ ມ້າ; ເພິ່ນມີລົດມ້າຈຳນວນ 1.400 ຄັນ ແລະ ມ້າຈຳນວນ 12.000 ໂຕ6 ເຊິ່ງເພິ່ນໄດ້ເກັບບາງສ່ວນໄວ້ທີ່ຫົວເມືອງຕ່າງໆທີ່ໃຊ້ເກັບລົດມ້າໄວ້ ແລະ ບາງສ່ວນກັບໄວ້ຢູ່ກັບເພິ່ນທີ່ເຢຣູຊາເລັມ. ກະສັດໄດ້ເຮັດໃຫ້ເງິນເປັນເໝືອນດັ່ງກ້ອນຫີນໃນເຢຣູຊາເລັມ ແລະ ມີໄມ້ສີດາຢ່າງຫລວງຫລາຍເໝືອນດັ່ງຕົ້ນໝາກເດື່ອຢູ່ຕາມຕີນພູ. ມ້າຂອງໂຊໂລໂມນນັ້ນແມ່ນນຳເຂົ້າຈາກເອຢິບ ແລະ ຈາກກູເອ7 ຄືພໍ່ຄ້າຫລວງໄດ້ຊື້ມາຈາກກູເອໃນລາຄາປັດຈຸບັນ. ລົດມ້າແຕ່ລະຄັນທີ່ນຳເຂົ້າຈາກເອຢິບແມ່ນມີລາຄາເທົ່າກັບເງິນຈຳນວນ 600 ເຊເຂວ ແລະ ມ້າລາຄາໂຕລະ 150 ເຊເຂວ.8 ພວກເຂົາຍັງໄດ້ສົ່ງອອກໄປຂາຍຕໍ່ໃຫ້ກະສັດທັງໝົດຂອງຊາວຮິດຕີ ແລະ ຂອງຊາວອາຣາມດ້ວຍ.
Source notes (8)
- Footnote ຫລື ປະມານ 4 ໂຕນ
- Footnote ຫລື ໄມ້ດູ່ ເຊັ່ນດຽວກັບຂໍ້ 12
- Footnote ຫລື ປະມານ 25 ໂຕນ
- Footnote ຫລື ປະມານ 6,9 ກິໂລກຣາມ
- Footnote ພາສາເຮັບເຣີວ່າ ກອງທັບເຮືອ ຕາກຊິດ
- Footnote ຫລື ຄົນຂັບລົດມ້າ 12.000 ຄົນ
- Footnote ອາດຈະເປັນ ກີລີເກຍ
- Footnote ຫລື ປະມານ 1,7 ກິໂລກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.