Biblica® Open Lao Contemporary Version
1 ກະສັດ 11
ເມຍທັງຫລາຍຂອງໂຊໂລໂມນ
ນອກຈາກລູກຂອງຟາໂຣແລ້ວ ກະສັດໂຊໂລໂມນຍັງຮັກແມ່ຍິງຕ່າງຊາດຈຳນວນຫລາຍຄົນ ຄືຊາດໂມອາບ, ອຳໂມນ, ເອໂດມ, ຊີໂດນ ແລະ ຮິດຕີ. ພວກເຂົາມາຈາກຊົນຊາດທີ່ພຣະເຈົ້າຢາເວໄດ້ບອກປະຊາຊົນອິດສະຣາເອນວ່າ, “ພວກເຈົ້າຈົ່ງຢ່າແຕ່ງງານກັບຄົນເຫລົ່ານັ້ນ, ເພາະພວກເຂົາຈະເຮັດໃຫ້ໃຈຂອງພວກເຈົ້າຫັນໄປຫາພະທັງຫລາຍຂອງພວກເຂົາຢ່າງແນ່ນອນ”. ເຖິງປານນັ້ນ ໂຊໂລໂມນກໍໄປຜູກພັນຍິງເຫລົ່ານັ້ນໄວ້ດ້ວຍຄວາມຮັກ. ໂຊໂລໂມນມີເມຍທີ່ເປັນເຈົ້າຍິງເຈັດຮ້ອຍຄົນ ແລະ ເມຍທີ່ເປັນນາງສະໜົມສາມຮ້ອຍຄົນ ແລະ ເມຍທັງຫລາຍຂອງເພິ່ນໄດ້ເຮັດໃຫ້ໂຊໂລໂມນຕະເຫລີດໄປ. ເມື່ອໂຊໂລໂມນເຖົ້າແກ່ລົງ, ເມຍທັງຫລາຍຂອງເພິ່ນກໍເຮັດໃຫ້ໃຈຂອງເພິ່ນກັນໄປຫາພະອື່ນ ແລະ ເພິ່ນບໍ່ໄດ້ຈົ່ງຮັກພັກດີຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢ່າງສຸດໃຈເໝືອນດັ່ງດາວິດຜູ້ເປັນພໍ່ຂອງເພິ່ນໄດ້ຈົ່ງຮັກພັກດີ. ເພິ່ນໄດ້ຫັນໄປຕິດຕາມເຈົ້າແມ່ອັດສະຕາກຂອງຊາວຊີໂດນ ແລະ ພະໂມເລັກ1 ພະອັນໜ້າກຽດຊັງຂອງຊາວອຳໂມນ. ດັ່ງນັ້ນ ໂຊໂລໂມນຈຶ່ງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ ແລະ ບໍ່ໄດ້ຕິດຕາມພຣະເຈົ້າຢາເວຢ່າງສຸດໃຈເໝືອນທີ່ດາວິດຜູ້ເປັນພໍ່ຂອງເພິ່ນໄດ້ເຮັດ.
ໂຊໂລໂມນໄດ້ສ້າງສະຖານບູຊາເທິງທີ່ສູງຢູ່ເທິງໂນນພູທາງທິດຕາເວັນອອກຂອງເຢຣູຊາເລັມ ອຸທິດແກ່ພະເຄໂມດ ພະອັນໜ້າກຽດຊັງຂອງໂມອາບ ແລະ ສຳລັບພະໂມເລັກ ພະອັນໜ້າກຽດຊັງຂອງຊາວອຳໂມນ. ເພິ່ນໄດ້ສ້າງສະຖານບູຊາເທິງທີ່ສູງຕ່າງໆຂຶ້ນ ເພື່ອໃຫ້ເມຍຕ່າງຊາດທັງຫລາຍຂອງເພິ່ນໄດ້ເຜົາເຄື່ອງຫອມ ແລະ ຖວາຍເຄື່ອງບູຊາແກ່ພະທັງຫລາຍຂອງພວກເຂົາ.
ພຣະເຈົ້າຢາເວໃຈຮ້າຍໃຫ້ໂຊໂລໂມນ ເພາະໃຈຂອງເພິ່ນໄດ້ຫັນໜີໄປຈາກພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ ຜູ້ທີ່ໄດ້ປາກົດແກ່ໂຊໂລໂມນເຖິງສອງຄັ້ງ. ເຖິງແມ່ນວ່າພຣະອົງໄດ້ຫ້າມໂຊໂລໂມນບໍ່ໃຫ້ໄປຕິດຕາມພະອື່ນກໍຕາມ, ໂຊໂລໂມນກໍຍັງບໍ່ໄດ້ຮັກສາຄຳສັ່ງຂອງພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງກ່າວກັບໂຊໂລໂມນວ່າ, “ເນື່ອງຈາກເຈົ້າມີທ່າທີຢ່າງນີ້ ແລະ ບໍ່ໄດ້ຮັກສາຄຳໝັ້ນສັນຍາຂອງເຮົາ ແລະ ດຳລັດຂອງເຮົາ ເຊິ່ງເຮົາໄດ້ສັ່ງເຈົ້າໄວ້, ເຮົາຈະຈີກອານາຈັກຂອງເຈົ້າອອກຈາກເຈົ້າຢ່າງແນ່ນອນທີ່ສຸດ ແລະ ມອບໃຫ້ຜູ້ໜຶ່ງທີ່ຢູ່ໃຕ້ຄຳສັ່ງຂອງເຈົ້າ. ແຕ່ເພື່ອເຫັນແກ່ດາວິດພໍ່ຂອງເຈົ້າ, ເຮົາຈະຍັງບໍ່ເຮັດຢ່າງນັ້ນໃນຕະຫລອດຊີວິດຂອງເຈົ້າ. ເຮົາຈະຈີກອານາຈັກຂອງເຈົ້າອອກຈາກມືລູກຊາຍຂອງເຈົ້າ. ເຮົາຈະຍັງບໍ່ຈີກໝົດທັງອານາຈັກຈາກລາວ ແຕ່ເຮົາຈະມອບຊົນເຜົ່າໜຶ່ງໄວ້ໃຫ້ລາວ ເພາະເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ ແລະ ເຢຣູຊາເລັມທີ່ເຮົາໄດ້ເລືອກໄວ້”.
ສັດຕູຂອງໂຊໂລໂມນ
ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ເຮັດໃຫ້ສັດຕູຄົນໜຶ່ງແຂງຂໍ້ຕໍ່ໂຊໂລໂມນຄືຮາດາດ ຊາວອາໂມ, ເຊິ່ງເປັນເຊື້ອສາຍຂອງກະສັດຜູ້ໜຶ່ງຂອງເອໂດມ. ກ່ອນໜ້ານີ້ ເມື່ອດາວິດສູ້ຮົບກັນກັບເອໂດມ, ໂຢອາບຜູ້ບັນຊາການກອງທັບ ເຊິ່ງໄດ້ຂຶ້ນມາຝັງສົບຄົນທີ່ຕາຍນັ້ນ ໄດ້ຂ້າຜູ້ຊາຍທັງໝົດໃນເອໂດມ. ໂຢອາບ ແລະ ຊົນຊາດອິດສະຣາເອນທັງໝົດຢູ່ທີ່ນັ້ນເປັນເວລາຫົກເດືອນ ຈົນຂ້າຜູ້ຊາຍຊາວເອໂດມໄດ້ທັງໝົດ. ແຕ່ຮາດັດ, ເຊິ່ງຂະນະນັ້ນຍັງເປັນເດັກນ້ອຍຢູ່ ໄດ້ໜີໄປເອຢິບພ້ອມກັບຂ້າລາຊະການຊາວເອໂດມບາງຄົນທີ່ຮັບໃຊ້ພໍ່ຂອງລາວ. ພວກເຂົາພາກັນໝີລອດອອກຈາກມີດີອານ ແລະ ໜີໄປຍັງປາຣານ. ແລ້ວກໍເອົາຄົນຈາກປາຣານໄປກັບພວກເຂົາ, ພວກເຂົາໄດ້ໄປທີ່ເອຢິບ, ໄປຫາຟາໂຣກະສັດແຫ່ງເອຢິບ, ຜູ້ທີ່ໄດ້ມອບເຮືອນກັບທີ່ດິນ ແລະ ຈັດຕຽມອາຫານໃຫ້ແກ່ຮາດັດ.
ຟາໂຣໄດ້ພໍໃຈກັບຮາດາດຫລາຍ ເພິ່ນຈຶ່ງຍົກນ້ອງສາວຂອງລາຊີນີຕາເປເນັດ ເຊິ່ງເປັນເມຍຂອງຕົນໃຫ້ແຕ່ງງານກັບຮາດາດ. ນ້ອງສາວຂອງຕາເປເນັດໄດ້ໃຫ້ກຳເນີດລູກຊາຍຊື່ວ່າເກນູບັດ ເຊິ່ງຕາເປເນັດໄດ້ລ້ຽງດູໃຫ້ເຕີບໂຕຂຶ້ນໃນລາຊະວັງ. ເກນູບັດໄດ້ອາໄສຢູ່ກັບລູກຊາຍທັງຫລາຍຂອງຟາໂຣ.
ຂະນະທີ່ຮາດາດຢູ່ທີ່ເອຢິບ, ເມື່ອຮາດາດໄດ້ຍິນຂ່າວວ່າດາວິດໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນແລ້ວ ແລະ ໄດ້ຍິນວ່າໂຢອາບຜູ້ບັນຊາການກອງທັບກໍເສຍຊີວິດແລ້ວເໝືອນກັນ. ຫລັງຈາກນັ້ນ ຮາດາດຈຶ່ງໄດ້ເວົ້າກັບຟາໂຣວ່າ, “ຂໍໃຫ້ຂ້ານ້ອຍໄດ້ກັບໄປບ້ານເມືອງຂອງຂ້ານ້ອຍ”.
ຟາໂຣໄດ້ຖາມວ່າ, “ຢູ່ທີ່ນີ້ເຈົ້າຂາດເຂີນອັນໃດຈົນເຮັດໃຫ້ເຈົ້າຢາກກັບໄປບ້ານເມືອງຂອງເຈົ້າ?”
ຮາດາດໄດ້ຕອບວ່າ, “ຂ້ານ້ອຍບໍ່ຂາດເຂີນສິ່ງໃດເລີຍ ແຕ່ຂໍໃຫ້ຂ້ານ້ອຍໄປ!”
ແລະ ພຣະເຈົ້າກໍໄດ້ເຮັດໃຫ້ສັດຕູອີກຄົນໜຶ່ງແຂງຂໍ້ຕໍ່ໂຊໂລໂມນ ຄືເຣຊົນລູກຊາຍຂອງເອລີອາດາ ເຊິ່ງໜີມາຈາກຮາດາເດເຊກະສັດແຫ່ງໂຊບາຜູ້ເປັນເຈົ້ານາຍຂອງຕົນ. ເມື່ອດາວິດໄດ້ທຳລາຍກອງທັບຂອງເມືອງໂຊບາ, ເຣຊົນກໍໄດ້ເຕົ້າໂຮມຄົນກຸ່ມໜຶ່ງໄວ້ກັບລາວ ແລະ ຕັ້ງຕົນເອງເປັນຫົວໜ້າຂອງພວກເຂົາ; ພວກເຂົາພາກັນໄປທີ່ດາມັສກັດ, ບ່ອນທີ່ພວກເຂົາຕັ້ງຖິ່ນຖານ ແລະ ຢຶດຄອງໄດ້. ຕະຫລອດຊີວິດຂອງໂຊໂລໂມນ ເຣຊົນຄືສັດຕູຂອງອິດສະຣາເອນ ນອກຈາກຄວາມເດືອດຮ້ອນອັນເນື່ອງມາຈາກຮາດາດ. ເຣຊົນໄດ້ປົກຄອງຢູ່ໃນອາຣາມ ແລະ ເປັນສັດຕູຕໍ່ອິດສະຣາເອນ.
ເຢໂຣໂບອາມໄດ້ກະບົດຕໍ່ໂຊໂລໂມນ
ເຢໂຣໂບອາມ ລູກຊາຍຂອງເນບັດໄດ້ກະບົດຕໍ່ກະສັດໂຊໂລໂມນເໝືອນກັນ. ລາວເປັນຂ້າລາຊະການຄົນໜຶ່ງຂອງໂຊໂລໂມນ, ເປັນຄົນເຜົ່າເອຟຣາອິມຈາກເຊເຣດາ ແລະ ແມ່ຂອງເປັນແມ່ໝ້າຍ ເຊິ່ງມີຊື່ວ່າເຊຣູຢາ.
ເລື່ອງລາວຂອງເຢໂຣໂບອາມທີ່ກະບົດຕໍ່ກະສັດໂຊໂລໂມນມີດັ່ງນີ້: ໂຊໂລໂມນໄດ້ສ້າງຄັນຄູປ້ອງກັນ2 ແລະ ສ້ອມແປງກຳແພງເມືອງຂອງດາວິດພໍ່ຂອງຕົນ. ບັດນີ້ ເຢໂຣໂບອາມເປັນຄົນທີ່ມີຄວາມສາມາດຫລາຍ ເມື່ອໂຊໂລໂມນເຫັນວ່າເປັນຄົນໜຸ່ມທີ່ແຂງແຮງດີ ກໍແຕ່ງຕັ້ງລາວໃຫ້ເປັນຜູ້ບັນຊາການກອງທະຫານຈາກຕະກຸນໂຢເຊັບ.
ມື້ໜຶ່ງຂະນະທີ່ເຢໂຣໂບອາມກຳລັງອອກຈາກເມືອງທີ່ເຢຣູຊາເລັມ ກໍພົບກັບຜູ້ທຳນວາຍອາຮີຢາຈາກເມືອງຊີໂລ ເຊິ່ງສວມເສື້ອຄຸມໂຕໃໝ່. ທັງສອງຄົນຢູ່ຕາມລຳພັງທີ່ກາງທົ່ງ, ອາຮີຢາກໍຈີກເສື້ອຄຸມຂອງຕົນອອກເປັນສິບສອງຕ່ອນ. ແລ້ວກ່າວກັບເຢໂຣໂບອາມວ່າ, “ຈົ່ງຮັບໄປສິບຕ່ອນສຳລັບຕົນເອງ ເພາະພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ‘ເບິ່ງແມ, ເຮົາຈະຈີກອານາຈັກອອກຈາກມືຂອງໂຊໂລໂມນ ແລະ ມອບໃຫ້ເຈົ້າສິບເຜົ່າ. ແຕ່ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ ແລະ ເຢຣູຊາເລັມທີ່ເຮົາໄດ້ເລືອກອອກມາຈາກເຜົ່າທັງໝົດຂອງອິດສະຣາເອນ ເຮົາຈະປະໄວ້ໃຫ້ລາວເຜົ່າໜຶ່ງ. ເຮົາຈະເຮັດຢ່າງນີ້ເພາະພວກເຂົາ3ໄດ້ປະຖິ້ມເຮົາໄປຂາບໄຫວ້ພະອັດສະຕາກ ພະຂອງຊາວຊີໂດນ, ພະເຄໂມດ ພະຂອງຊາວໂມອາບ ແລະ ພະໂມເລັກ ພະຂອງຊາວອຳໂມນ ແລະ ລາວບໍ່ໄດ້ດຳເນີນຊີວິດດ້ວຍການເຊື່ອຟັງເຮົາ ແລະ ບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາ ແລະ ບໍ່ໄດ້ປະຕິບັດຕາມດຳລັດ ແລະ ກົດບັນຍັດຂອງເຮົາເໝືອນທີ່ດາວິດພໍ່ຂອງລາວໄດ້ເຮັດ.
“ ‘ແຕ່ເຮົາຈະບໍ່ຈີກອານາຈັກທັງໝົດໄປຈາກມືຂອງໂຊໂລໂມນ; ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ, ຜູ້ທີ່ເຮົາໄດ້ເລືອກໄວ້ ແລະ ຜູ້ທີ່ເຊື່ອຟັງຄຳສັ່ງ ແລະ ດຳລັດຂອງເຮົາ, ເຮົາຈະອະນຸຍາດໃຫ້ໂຊໂລໂມນປົກຄອງໄປຕະຫລອດຊີວິດຂອງລາວ. ເຮົາຈະເອົາອານາຈັກໄປຈາກມືລູກຂອງລາວ ແລະ ມອບໃຫ້ເຈົ້າສິບເຜົ່າ. ເຮົາຈະມອບເຜົ່າໜຶ່ງໃຫ້ລູກຊາຍຂອງລາວ ເພື່ອດາວິດຜູ້ຮັບໃຊ້ຂອງເຮົາຈະມີຕະກຽງໜ່ວຍໜຶ່ງຢູ່ຕໍ່ໜ້າເຮົາສະເໝີໃນເຢຣູຊາເລັມ, ນະຄອນທີ່ເຮົາໄດ້ເລືອກທີ່ຈະສະຖາປະນານາມຂອງເຮົາ. ສ່ວນເຈົ້າ ເຮົາຈະຕັ້ງເຈົ້າໃຫ້ປົກຄອງເໜືອທຸກສິ່ງທີ່ໃຈຂອງເຈົ້າປາຖະໜາ; ເຈົ້າຈະເປັນກະສັດເໜືອອິດສະຣາເອນ. ຖ້າເຈົ້າເຮັດທຸກຢ່າງຕາມທີ່ເຮົາສັ່ງເຈົ້າ ແລະ ດຳເນີນຊີວິດດ້ວຍການເຊື່ອຟັງເຮົາ ແລະ ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາ ໂດຍການເຊື່ອຟັງດຳລັດ ແລະ ຄຳສັ່ງຂອງເຮົາ ເໝືອນຢ່າງດາວິດຜູ້ຮັບໃຊ້ຂອງເຮົາໄດ້ເຮັດ, ເຮົາຈະຢູ່ກັບເຈົ້າ ແລະ ຈະສ້າງຄອບຄົວທີ່ໝັ້ນຄົງໃຫ້ແກ່ເຈົ້າເໝືອນທີ່ເຮົາໄດ້ເຮັດເພື່ອດາວິດ ແລະ ມອບອິດສະຣາເອນໃຫ້ເຈົ້າປົກຄອງ. ເຮົາຈະເຮັດໃຫ້ເຊື້ອສາຍຂອງດາວິດຖ່ອມຕົວລົງດ້ວຍວິທີນີ້ ແຕ່ບໍ່ແມ່ນຕະຫລອດໄປ’ ”.
ໂຊໂລໂມນໄດ້ພະຍາຍາມທີ່ຈະຂ້າເຢໂຣໂບອາມ, ແຕ່ເຢໂຣໂບອາມໄດ້ໜີໄປເພິ່ງກະສັດຊີຊາກແຫ່ງເອຢິບ ແລະ ຢູ່ທີ່ນັ້ນຈົນໂຊໂລໂມນຕາຍ.
ໂຊໂລໂມນຕາຍ
(2ຂຄ 9:29-31)
ເຫດການອື່ນໆໃນຊ່ວງການປົກຄອງຂອງໂຊໂລໂມນ ຄືທຸກສິ່ງທີ່ເພິ່ນເຮັດ ແລະ ສະຕິປັນຍາທີ່ເພິ່ນໄດ້ສະແດງນັ້ນແມ່ນມີບັນທຶກໄວ້ໃນປື້ມປະຫວັດສາດຂອງກະສັດໂຊໂລໂມນບໍ່ແມ່ນບໍ? ໂຊໂລໂມນໄດ້ປົກຄອງເໜືອອິດສະຣາເອນໃນເຢຣູຊາເລັມເປັນເວລາສີ່ສິບປີ. ຫລັງຈາກນັ້ນ ເພິ່ນກໍໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນເມືອງຂອງດາວິດພໍ່ຂອງເພິ່ນ ແລະ ເຣໂຫໂບອາມລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນ.
Source notes (3)
- Footnote ພາສາເຮັບເຣີວ່າ ມິນກົມ ເຊັ່ນດຽວກັບຂໍ້ 33
- Footnote ຫລື ແນວ ຮົບ ດິນດ້ານຕະເວັນອອກ
- Footnote ສະບັບ ເຊັບຕູອາຈິນ ວ່າ ເພາະ ລາວ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.