Biblica® Open Lao Contemporary Version
1 ກະສັດ 12
ອິດສະຣາເອນກະບົດຕໍ່ເຣໂຫໂບອາມ
(2ຂຄ 10:1–11:4)
ເຣໂຫໂບອາມໄດ້ອອກໄປທີ່ຊີເຄມ ເພາະຊາວອິດສະຣາເອນທັງໝົດພາກັນໄປທີ່ນັ້ນເພື່ອຕັ້ງເຣໂຫໂບອາມຂຶ້ນເປັນກະສັດ. ເມື່ອເຢໂຣໂບອາມ ລູກຊາຍຂອງເນບັດ (ເຊິ່ງໜີກະສັດໂຊໂລໂມນໄປຢູ່ໃນເອຢິບ) ຮູ້ຂ່າວ, ລາວຈຶ່ງກັບມາຈາກເອຢິບ.1 ດັ່ງນັ້ນ ພວກເຂົາຈຶ່ງໄດ້ສົ່ງຄົນໄປຕາມເຢໂຣໂບອາມມາ ແລ້ວລາວກັບຊຸມນຸມປະຊາຊົນອິດສະຣາເອນທັງໝົດກໍເຂົ້າໄປພົບເຣໂຫໂບອາມ ແລະ ເວົ້າຕໍ່ເພິ່ນວ່າ: “ພໍ່ຂອງທ່ານໄດ້ວາງແອກໜັກໃຫ້ພວກຂ້ານ້ອຍ, ແຕ່ບັດນີ້ ຂໍໃຫ້ຜ່ອນພາລະ ແລະ ບັນເທົາແອກທີ່ເພິ່ນໄດ້ວາງໄວ້ເທິງພວກຂ້ານ້ອຍ ແລ້ວພວກຂ້ານ້ອຍຈະຮັບໃຊ້ທ່ານ”.
ເຣໂຫໂບອາມໄດ້ຕອບວ່າ, “ໃຫ້ເວລາເຮົາສາມວັນ ແລ້ວພວກເຈົ້າຈຶ່ງກັບມາພົບເຮົາ”. ດັ່ງນັ້ນ ປະຊາຊົນຈຶ່ງໄດ້ກັບໄປ.
ກະສັດເຣໂຫໂບອາມໄດ້ປຶກສາກັບບັນດາຜູ້ອາວຸໂສທີ່ເຄີຍຮັບໃຊ້ໂຊໂລໂມນພໍ່ຂອງເພິ່ນເມື່ອເວລາທີ່ພໍ່ຂອງເພິ່ນຍັງມີຊີວິດຢູ່. ເພິ່ນໄດ້ຖາມວ່າ, “ທ່ານວ່າເຮົາຄວນຈະຕອບປະຊາຊົນເຫລົ່ານີ້ວ່າຢ່າງໃດ?”
ພວກເຂົາຕອບວ່າ, “ຖ້າວັນນີ້ທ່ານຈະເປັນຜູ້ຮັບໃຊ້ປະຊາຊົນເຫລົ່ານີ້ ແລະ ຮັບໃຊ້ພວກເຂົາ ແລະ ຕອບຕາມທີ່ພວກເຂົາຕ້ອງການ, ພວກເຂົາກໍຈະເປັນຜູ້ຮັບໃຊ້ຂອງທ່ານຢູ່ສະເໝີ”.
ແຕ່ເຣໂຫໂບອາມໄດ້ປະຕິເສດຄຳແນະນຳຂອງບັນດາຜູ້ອາວຸໂສທີ່ໃຫ້ເພິ່ນ ແລະ ໄດ້ປຶກສາຄົນໜຸ່ມທີ່ເຕີບໃຫຍ່ມານຳກັນກັບເພິ່ນ ແລະ ກຳລັງຮັບໃຊ້ເພິ່ນຢູ່. ເພິ່ນໄດ້ຖາມພວກເຂົາວ່າ, “ພວກເຈົ້າຈະແນະນຳຢ່າງໃດ? ພວກເຮົາຄວນຈະຕອບບັນດາຄົນທີ່ມາເວົ້າກັບເຮົາວ່າ, ‘ຂໍໃຫ້ຜ່ອນແອກທີ່ພໍ່ຂອງທ່ານວາງໄວ້ເທິງພວກຂ້ານ້ອຍ’ ບໍ?”
ພວກຄົນໜຸ່ມທີ່ເຕີບໃຫຍ່ຂຶ້ນມາກັບເພິ່ນກໍໄດ້ຕອບວ່າ, “ຂໍໃຫ້ກ່າວກັບບັນດາຄົນທີ່ມາເວົ້າກັບທ່ານວ່າ, ‘ພໍ່ຂອງທ່ານໄດ້ວາງແອກໜັກໄວ້ເທິງພວກເຮົາ, ແຕ່ຂໍເຮັດໃຫ້ແອກຂອງພວກເຮົາເບົາລົງ’. ບັດນີ້ ໃຫ້ບອກພວກເຂົາວ່າ, ‘ນິ້ວກ້ອຍຂອງເຮົາກໍໜາກວ່າແອວຂອງພໍ່ເຮົາ. ພໍ່ຂອງເຮົາໄດ້ວາງແອກໜັກໄວ້ເທິງພວກເຈົ້າ; ເຮົາຈະເຮັດໃຫ້ແອກນັ້ນໜັກຫລາຍຂຶ້ນໄປອີກ. ພໍ່ຂອງເຮົາເຄີຍໃຊ້ໄມ້ແສ້ຂ້ຽນຕີພວກເຈົ້າ; ເຮົາຈະໃຊ້ແມງງອດຫລິ້ນງານພວກເຈົ້າ’ ”.
ສາມມື້ຕໍ່ມາ ເຢໂຣໂບອາມ ແລະ ປະຊາຊົນທັງໝົດໄດ້ກັບມາພົບກະສັດເຣໂຫໂບອາມຕາມທີ່ເພິ່ນເວົ້າໄວ້ວ່າ, “ອີກສາມມື້ຈຶ່ງກັບມາພົບເຮົາ”. ກະສັດເຣໂຫໂບອາມໄດ້ຕອບປະຊາຊົນດ້ວຍທ່າທີທີ່ຮຸນແຮງ. ປະຕິເສດຄຳແນະນຳຂອງບັນດາຜູ້ອາວຸໂສ, ເພິ່ນໄດ້ເຮັດຕາມຄຳແນະນຳຂອງພວກຄົນໜຸ່ມ ແລະ ໄດ້ເວົ້າວ່າ “ພໍ່ຂອງເຮົາໄດ້ວາງແອກໜັກໃຫ້ພວກເຈົ້າ; ເຮົາຈະເຮັດໃຫ້ແອກນັ້ນໜັກຫລາຍຂຶ້ນໄປອີກ. ພໍ່ຂອງເຮົາເຄີຍໃຊ້ໄມ້ແສ້ຂ້ຽນຕີພວກເຈົ້າ ສ່ວນເຮົາຈະໃຊ້ແມງງອດຫລິ້ນງານພວກເຈົ້າ”. ດັ່ງນັ້ນ ກະສັດເຣໂຫໂບອາມຈຶ່ງບໍ່ຮັບຟັງປະຊາຊົນ, ເຫດການນີ້ມາຈາກພຣະເຈົ້າຢາເວ ເພື່ອໃຫ້ສຳເລັດຕາມທີ່ພຣະເຈົ້າຢາເວກ່າວໄວ້ກັບເຢໂຣໂບອາມ ລູກຊາຍຂອງເນບັດຜ່ານທາງອາຮີຢາຊາວຊີໂລ.
ເມື່ອອິດສະຣາເອນທັງໝົດເຫັນວ່າກະສັດເຣໂຫໂບອາມບໍ່ຍອມຟັງຕົນ, ພວກເຂົາຈຶ່ງໄດ້ຕອບເພິ່ນວ່າ:
“ພວກເຮົາກ່ຽວຂ້ອງອັນໃດກັບດາວິດ?
ພວກເຮົາມີສ່ວນອັນໃດກັບລູກຊາຍຂອງເຢຊີ?
ອິດສະຣາເອນ, ຈົ່ງກັບໄປທີ່ເຕັນຂອງພວກເຈົ້າ!
ໃຫ້ດາວິດເບິ່ງແຍງປົກຄອງຄົນຂອງຕົນເອງ!”
ດັ່ງນັ້ນ ຊາວອິດສະຣາເອນຈຶ່ງພາກັນກັບເຮືອນ. ແຕ່ສຳລັບຄົນອິດສະຣາເອນທີ່ອາໄສຢູ່ໃນເມືອງຕ່າງໆຂອງຢູດາຍນັ້ນ ເຣໂຫໂບອາມຍັງຄົງປົກຄອງພວກເຂົາຢູ່.
ກະສັດເຣໂຫໂບອາມໄດ້ໃຊ້ອາໂດນີຣາມ2ໄປເກນເອົາແຮງງານທະຫານຕາມໜ້າທີ່, ແຕ່ອິດສະຣາເອນທັງໝົດໄດ້ລຸມເອົາກ້ອນຫີນແກວ່ງໃສ່ລາວຈົນຕາຍ. ສ່ວນກະສັດເຣໂຫໂບອາມຮີບຟ້າວຫລົບຂຶ້ນລົດມ້າ ແລະ ໜີກັບໄປທີ່ເຢຣູຊາເລັມ. ດັ່ງນັ້ນ ອິດສະຣາເອນຈຶ່ງກະບົດຕໍ່ຄອບຄົວຂອງດາວິດມາຈົນເຖິງທຸກວັນນີ້.
ເມື່ອຊົນຊາດອິດສະຣາເອນທັງໝົດໄດ້ຍິນວ່າເຢໂຣໂບອາມກັບມາແລ້ວ, ພວກເຂົາກໍໄດ້ສົ່ງຄົນໄປ ແລະ ເຊີນລາວມາຢູ່ຕໍ່ໜ້າຊຸມນຸມປະຊາຊົນອິດສະຣາເອນ ແລະ ແຕ່ງຕັ້ງລາວໃຫ້ເປັນກະສັດປົກຄອງອິດສະຣາເອນທັງໝົດ. ມີພຽງເຜົ່າຢູດາເທົ່ານັ້ນທີ່ຍັງຈົ່ງຮັກພັກດີຕໍ່ຄອບຄົວຂອງດາວິດ.
ເມື່ອເຣໂຫໂບອາມມາເຖິງເຢຣູຊາເລັມ ເພິ່ນກໍໄດ້ຮວບຮວມຄົນຈາກເຜົ່າຢູດາ ແລະ ເຜົ່າເບັນຢາມິນທັງໝົດມີ 180.000 ຄົນ ເພື່ອເຮັດສົງຄາມກັບຊົນຊາດອິດສະຣາເອນ ແລະ ເພື່ອກອບກູ້ອານາຈັກຄືນມາໃຫ້ເຣໂຫໂບອາມລູກຊາຍຂອງໂຊໂລໂມນ.
ແຕ່ຄຳສັ່ງຂອງພຣະເຈົ້າໄດ້ມາເຖິງເຊມາອີຢາ ຄົນຂອງພຣະເຈົ້າດັ່ງນີ້ວ່າ: “ຈົ່ງໄປບອກເຣໂຫໂບອາມລູກຊາຍຂອງໂຊໂລໂມນກະສັດແຫ່ງຢູດາຍ, ຊົນເຜົ່າຢູດາກັບເບັນຢາມິນທັງໝົດ ແລະ ປະຊາຊົນທີ່ເຫລືອວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຢ່າຂຶ້ນໄປສູ້ຮົບກັບຊາວອິດສະຣາເອນພີ່ນ້ອງຂອງພວກເຈົ້າ. ພວກເຈົ້າແຕ່ລະຄົນຈົ່ງກັບເມືອເຮືອນ ເພາະທັງໝົດນີ້ເຮົາເປັນຜູ້ເຮັດ’ ”. ພວກເຂົາກໍເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະ ພາກັນກັບເມືອເຮືອນຕາມທີ່ພຣະເຈົ້າຢາເວໄດ້ສັ່ງ.
ລູກງົວຄຳທີ່ເບັດເອນ ແລະ ດານ
ຫລັງຈາກນັ້ນ ເຢໂຣໂບອາມກໍໄດ້ສ້າງປ້ອມປ້ອງກັນຢູ່ທີ່ເມືອງຊີເຄມໃນເຂດພູເຂົາແຫ່ງເອຟຣາອິມ ແລະ ໄດ້ອາໄສຢູ່ທີ່ນັ້ນ. ເພິ່ນກໍໄດ້ອອກຈາກທີ່ນັ້ນໄປ ແລະ ສ້າງເມືອງເປນີເອນຂຶ້ນ.3
ເຢໂຣໂບອາມຄິດຢູ່ໃນໃຈວ່າ, “ບັດນີ້ ອານາຈັກຄົງຈະກັບຄືນສູ່ຄອບຄົວຂອງດາວິດກໍໄດ້. ຖ້າປະຊາຊົນເຫລົ່ານີ້ຂຶ້ນໄປຖວາຍເຄື່ອງບູຊາທີ່ວິຫານຂອງພຣະເຈົ້າຢາເວໃນເຢຣູຊາເລັມ, ພວກເຂົາກໍຈະກັບໄປມອບຄວາມຈົ່ງຮັກພັກດີຂອງພວກເຂົາໃຫ້ແກ່ເຈົ້ານາຍຂອງພວກເຂົາ, ຄືກະສັດເຣໂຫໂບອາມແຫ່ງຢູດາຍ. ພວກເຂົາກໍຈະຂ້າເຮົາ ແລະ ຫັນກັບໄປຫາກະສັດເຣໂຫໂບອາມ”.
ຫລັງຈາກຂໍຄຳແນະນຳຂອງທີ່ປຶກສາແລ້ວ, ກະສັດເຢໂຣໂບອາມຈຶ່ງໄດ້ສ້າງງົວນ້ອຍຄຳສອງໂຕ. ເພິ່ນໄດ້ເວົ້າກັບປະຊາຊົນວ່າ, “ເປັນເລື່ອງຫຍຸ້ງຍາກເກີນໄປສຳລັບພວກເຈົ້າທີ່ຈະຂຶ້ນໄປທີ່ເຢຣູຊາເລັມ. ອິດສະຣາເອນທັງຫລາຍ, ນີ້ແມ່ນບັນດາພະຂອງພວກເຈົ້າ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກເອຢິບ”. ເພິ່ນໄດ້ຕັ້ງງົວນ້ອຍຄຳໂຕໜຶ່ງໄວ້ທີ່ເບັດເອນ ແລະ ອີກໂຕໜຶ່ງຢູ່ທີ່ດານ. ແລະ ສິ່ງນີ້ໄດ້ກາຍເປັນບາບ ເພາະປະຊາຊົນທັງຫລາຍໄດ້ໄປກາບໄຫວ້ງົວນ້ອຍຄຳຢູ່ທີ່ເບັດເອນ ແລະ ໄດ້ໄປໄກຈົນຮອດດານ ເພື່ອກາບໄຫວ້ງົວນ້ອຍຄຳອີກໂຕໜຶ່ງ.
ເຢໂຣໂບອາມໄດ້ສ້າງສະຖານບູຊາເທິງທີ່ສູງທັງຫລາຍ ແລະ ແຕ່ງຕັ້ງປະໂລຫິດຈາກຄົນທຸກປະເພດ ເຖິງແມ່ນພວກເຂົາບໍ່ແມ່ນຄົນເລວີກໍຕາມ. ເພິ່ນໄດ້ກຳນົດເທດສະການສະຫລອງໃນວັນທີສິບຫ້າເດືອນທີແປດ, ຄ້າຍຄືກັບເທດສະການໃນຢູດາຍ ແລະ ໄດ້ຖວາຍເຄື່ອງບູຊາຢູ່ເທິງແທ່ນບູຊາ. ກະສັດເຢໂຣໂບອາມເຮັດຢ່າງນີ້ໃນເບັດເອນຄື ຖວາຍບູຊາແກ່ງົວນ້ອຍທີ່ເພິ່ນໄດ້ສ້າງຂຶ້ນ. ແລ້ວເພິ່ນຍັງໄດ້ແຕ່ງຕັ້ງປະໂລຫິດປະຈຳສະຖານບູຊາເທິງທີ່ສູງທັງຫລາຍທີ່ເພິ່ນໄດ້ສ້າງຂຶ້ນຢູ່ເບັດເອນ. ໃນວັນທີສິບຫ້າເດືອນທີແປດ ເປັນມື້ທີ່ເພິ່ນເອງໄດ້ເລືອກໄວ້, ເພິ່ນໄດ້ຖວາຍເຄື່ອງບູຊາເທິງແທ່ນບູຊາທີ່ເພິ່ນໄດ້ສ້າງຂຶ້ນຢູ່ທີ່ເບັດເອນ ດັ່ງນັ້ນ ເພິ່ນຈຶ່ງກຳນົດເທດສະການສະຫລອງນີ້ໃຫ້ແກ່ຊາວອິດສະຣາເອນ ແລະ ໄດ້ຂຶ້ນໄປຍັງແທ່ນບູຊາເພື່ອຖວາຍເຄື່ອງບູຊາຕ່າງໆ.
Source notes (3)
- Footnote ຫລື ຮູ້ຂ່າວກໍຍັງຢູ່ໃນເອຢິບ
- Footnote ພາສາເຮັບເຣີວ່າ ອາໂດຣາມ ( ເບິ່ງ 4:6 ແລະ 5:14)
- Footnote ພາສາເຮັບເຣີວ່າ ຟານູເອັນ ເປັນອີກຮູບໜຶ່ງຂອງ ເປນີເອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.