Biblica® Open Lao Contemporary Version
1 ກະສັດ 13
ຄົນຂອງພຣະເຈົ້າຈາກຢູດາຍ
ໂດຍຄຳສັ່ງຂອງພຣະເຈົ້າຢາເວ ຄົນຂອງພຣະເຈົ້າຄົນໜຶ່ງຈາກຢູດາຍມາທີ່ເບັດເອນ, ຂະນະທີ່ເຢໂຣໂບອາມກຳລັງຢືນຢູ່ຂ້າງແທ່ນບູຊາເພື່ອຖວາຍເຄື່ອງບູຊາຢູ່. ຄົນຂອງພຣະເຈົ້ານັ້ນກໍຮ້ອງອອກມາໃສ່ແທ່ນບູຊາວ່າ: “ແທ່ນບູຊາ, ແທ່ນບູຊາ! ພຣະເຈົ້າຢາເວໄດ້ກ່າວວ່າ: ‘ລູກຊາຍຂອງຄົນໜຶ່ງມີຊື່ວ່າໂຢສີຢາ ຈະກຳເນີດໃນເຊື້ອສາຍຂອງດາວິດ. ເຂົາຈະເຜົາບັນດາປະໂລຫິດຂອງສະຖານບູຊາເທິງທີ່ສູງທັງຫລາຍ ຜູ້ທີ່ບັດນີ້ກຳລັງຖວາຍເຄື່ອງບູຊາຢູ່ບ່ອນນີ້ ແລະ ກະດູກຂອງມະນຸດຈະຖືກນຳມາເຜົາຢູ່ເທິງເຈົ້າ’ ”. ໃນວັນດຽວກັນນັ້ນ ຄົນຂອງພຣະເຈົ້າກໍໃຫ້ໝາຍສຳຄັນວ່າ: “ນີ້ຄືໝາຍສຳຄັນທີ່ພຣະເຈົ້າຢາເວປະກາດໄວ້ວ່າ: ແທ່ນບູຊານີ້ຈະຖືກແຍກອອກ ແລະ ຂີ້ເຖົ່າທີ່ຢູ່ເທິງແທ່ນບູຊານີ້ຈະຖືກເທອອກ”.
ເມື່ອກະສັດເຢໂຣໂບອາມໄດ້ຍິນສິ່ງທີ່ຄົນຂອງພຣະເຈົ້າຮ້ອງໃສ່ແທ່ນບູຊາຢູ່ທີ່ເບັດເອນ, ເພິ່ນກໍຢຽດມືອອກມາຈາກແທ່ນບູຊາ ແລະ ໄດ້ເວົ້າວ່າ, “ຈັບຊາຍຄົນນີ້ໄວ້!” ແຕ່ມືຂອງກະສັດທີ່ຢຽດອອກໃສ່ຊາຍຄົນນັ້ນກໍແຂງຢູ່ໃນທ່ານັ້ນ, ດັ່ງນັ້ນ ເພິ່ນຈຶ່ງບໍ່ສາມາດດຶງມືກັບຄືນເໝືອນເດີມໄດ້. ແລ້ວແທ່ນບູຊາກໍໄດ້ແຍກຈາກກັນ ແລະ ຂີ້ເຖົ່າທີ່ຢູ່ເທິງແທ່ນບູຊາກໍເຮ່ຍລົງມາ ເຊິ່ງສຳເລັດຕາມໝາຍສຳຄັນທີ່ຄົນຂອງພຣະເຈົ້າໃຫ້ໄວ້ໂດຍຄຳສັ່ງຂອງພຣະເຈົ້າຢາເວ.
ກະສັດເຢໂຣໂບອາມໄດ້ເວົ້າກັບຄົນຂອງພຣະເຈົ້າວ່າ, “ກະລຸນາອ້ອນວອນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ແລະ ອະທິຖານເພື່ອເຮົາ ໃຫ້ມືຂອງເຮົາກັບຄືນສູ່ສະພາບປົກກະຕິດ້ວຍ”. ດັ່ງນັ້ນ ຄົນຂອງພຣະເຈົ້າຈຶ່ງອະທິຖານອ້ອນວອນຕໍ່ພຣະເຈົ້າຢາເວ ແລ້ວມືຂອງກະສັດກໍກັບຄືນສູ່ສະພາບປົກກະຕິຄືກັບແຕ່ກ່ອນ.
ກະສັດເຢໂຣໂບອາມໄດ້ເວົ້າກັບຄົນຂອງພຣະເຈົ້າວ່າ, “ຈົ່ງມາທີ່ວັງກັບເຮົາ ມາກິນອາຫານນຳກັນ ແລະ ເຮົາຈະມອບລາງວັນໃຫ້ທ່ານ”.
ແຕ່ຄົນຂອງພຣະເຈົ້າໄດ້ຕອບກະສັດວ່າ, “ເຖິງແມ່ນວ່າທ່ານຈະມອບຊັບສົມບັດເຄິ່ງໜຶ່ງຂອງທ່ານໃຫ້ຂ້າພະເຈົ້າ, ຂ້າພະເຈົ້າກໍຈະບໍ່ໄປກັບທ່ານ, ທັງຈະບໍ່ກິນອາຫານ ຫລື ດື່ມນ້ຳໃນຢູ່ທີ່ນີ້. ເພາະພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າວ່າ: ‘ເຈົ້າຈະຕ້ອງບໍ່ກິນອາຫານ ຫລື ດື່ມນ້ຳ ຫລື ກັບໄປຕາມເສັ້ນທາງທີ່ເຈົ້າມາ’ ”. ດັ່ງນັ້ນ ລາວຈຶ່ງໄດ້ກັບໄປອີກທາງໜຶ່ງ ແລະ ບໍ່ກັບໄປຕາມເສັ້ນທາງດຽວກັບທີ່ມາທີ່ເບັດເອນ.
ບັດນີ້ ມີຜູ້ທຳນວາຍທີ່ເຖົ້າແກ່ຄົນໜຶ່ງ ເຊິ່ງໄດ້ອາໄສຢູ່ໃນເບັດເອນ, ບັນດາລູກຂອງລາວໄດ້ມາຫາ ແລະ ບອກເພິ່ນກ່ຽວກັບທຸກສິ່ງທີ່ຄົນຂອງພຣະເຈົ້າໄດ້ເຮັດທີ່ເບັດເອນໃນວັນນັ້ນ. ພວກເຂົາຍັງໄດ້ບອກພໍ່ຂອງຕົນກ່ຽວກັບສິ່ງທີ່ຊາຍຄົນນັ້ນໄດ້ເວົ້າກັບກະສັດເຢໂຣໂບອາມ. ພໍ່ຂອງພວກເຂົາຖາມພວກເຂົາວ່າ, “ເພິ່ນໄປທາງໃດ?” ແລ້ວບັນດາລູກຂອງຜູ້ທຳນວາຍຄົນນັ້ນຈຶ່ງບອກເສັ້ນທາງທີ່ຄົນຂອງພຣະເຈົ້າຈາກຢູດາຍເດີນທາງໄປ. ດັ່ງນັ້ນ ເພິ່ນຈຶ່ງບອກບັນດາລູກຂອງຕົນວ່າ, “ຈົ່ງມັດອານລໍໃຫ້ພໍ່”. ແລະ ເມື່ອພວກເຂົາມັດອານລໍໃຫ້ເພິ່ນສຳເລັດແລ້ວ ເພິ່ນກໍຂີ່ໄປ ແລະ ຕາມຄົນຂອງພຣະເຈົ້າໄປທັນ. ເພິ່ນໄດ້ພົບຊາຍຄົນນັ້ນກຳລັງນັ່ງຢູ່ກ້ອງຕົ້ນໂອກ ແລະ ໄດ້ຖາມວ່າ, “ທ່ານຄືຄົນຂອງພຣະເຈົ້າທີ່ມາຈາກຢູດາຍບໍ?”
ຊາຍຄົນນັ້ນໄດ້ຕອບວ່າ “ແມ່ນແລ້ວ”.
ຜູ້ທຳນວາຍຈຶ່ງໄດ້ເວົ້າກັບຊາຍຄົນນັ້ນວ່າ “ເຊີນມາກິນອາຫານກັບຂ້າພະເຈົ້າຢູ່ທີ່ບ້ານ”.
ຄົນຂອງພຣະເຈົ້າໄດ້ຕອບວ່າ, “ຂ້າພະເຈົ້າບໍ່ສາມາດກັບໄປ ແລະ ໄປກັບທ່ານ ຫລື ກິນ ຫລື ດື່ມນ້ຳກັບທ່ານຢູ່ບ່ອນນີ້. ຂ້າພະເຈົ້າໄດ້ຮັບຄຳສັ່ງຈາກພຣະເຈົ້າຢາເວວ່າ: ‘ເຈົ້າຈະຕ້ອງບໍ່ກິນອາຫານ ຫລື ດື່ມນ້ຳຢູ່ບ່ອນນັ້ນ ແລະ ຢ່າກັບໄປເສັ້ນທາງທີ່ເຈົ້າມາ’ ”.
ແຕ່ຜູ້ທຳນວາຍນັ້ນໄດ້ຕອບວ່າ, “ເຮົາກໍເປັນຜູ້ທຳນວາຍຄືກັນກັບທ່ານ ແລະ ເທວະດາຕົນໜຶ່ງໄດ້ແຈ້ງຄຳສັ່ງຂອງພຣະເຈົ້າຢາເວແກ່ເຮົາວ່າ: ‘ໃຫ້ພາລາວກັບມາທີ່ບ້ານຂອງເຈົ້າ ເພື່ອວ່າລາວຈະໄດ້ຮັບກິນອາຫານ ແລະ ດື່ມນ້ຳ’ ”. (ແຕ່ຜູ້ທຳນວາຍກຳລັງຕົວະເພິ່ນ). ດັ່ງນັ້ນ ຄົນຂອງພຣະເຈົ້າຈຶ່ງກັບໄປກັບຜູ້ທຳນວາຍ ແລະ ໄດ້ກິນກັບໄດ້ດື່ມຢູ່ໃນບ້ານຂອງເພິ່ນ.
ໃນຂະນະທີ່ທັງສອງກຳລັງນັ່ງຢູ່ທີ່ໂຕະ, ຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງຜູ້ທຳນວາຍ ຜູ້ທີ່ພາຊາຍຄົນນັ້ນກັບມາ. ເພິ່ນກໍກ່າວກັບຄົນຂອງພຣະເຈົ້າ ເຊິ່ງມາຈາກຢູດາຍວ່າ: “ພຣະເຈົ້າຢາເວກ່າວວ່າ: ‘ທ່ານໄດ້ຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວ ແລະ ບໍ່ເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ທ່ານໄດ້ກັບຄືນມາ ແລະ ໄດ້ກິນກັບໄດ້ດື່ມຢູ່ໃນບ່ອນທີ່ພຣະອົງໄດ້ບອກທ່ານວ່າບໍ່ໃຫ້ກິນ ຫລື ດື່ມ. ເຫດສະນັ້ນ ຮ່າງຂອງທ່ານຈະບໍ່ໄດ້ຖືກຝັງໃນອຸບໂມງຂອງບັນພະບຸລຸດຂອງທ່ານ’ ”.
ເມື່ອຄົນຂອງພຣະເຈົ້າກິນ ແລະ ດື່ມສຳເລັດແລ້ວ, ຜູ້ທຳນວາຍທີ່ພາຊາຍຄົນນັ້ນກັບມາກໍໄດ້ສົ່ງເພິ່ນຂຶ້ນລໍກັບໄປ. ຂະນະທີ່ເພິ່ນໄປຕາມທາງຂອງເພິ່ນຢູ່ນັ້ນ ກໍມີໂຕສິງອອກມາພົບເພິ່ນ ແລະ ຂ້າເພິ່ນ, ຮ່າງຂອງເພິ່ນຖືກຖິ້ມໄວ້ຢູ່ກາງທາງພ້ອມທັງລໍ ແລະ ໂຕສິງທີ່ຢືນຢູ່ທາງຂ້າງ. ບາງຄົນທີ່ຜ່ານໄປມາເຫັນສົບທີ່ຖິ້ມຢູ່ທີ່ນັ້ນ ພ້ອມກັບໂຕສິງທີ່ຢືນຢູ່ທາງຂ້າງ ພວກເຂົາກໍໄປລາຍງານກ່ຽວກັບເຫດການນີ້ໃນເມືອງທີ່ຜູ້ທຳນວາຍທີ່ເຖົ້າແກ່ອາໄສຢູ່.
ເມື່ອຜູ້ທຳນວາຍທີ່ພາເພິ່ນກັບມານັ້ນ ໄດ້ຍິນເຫດການທີ່ເກີດຂຶ້ນ ເພິ່ນກໍໄດ້ເວົ້າວ່າ, “ນີ້ແມ່ນຄົນຂອງພຣະເຈົ້າທີ່ຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວຈຶ່ງມອບເພິ່ນໃຫ້ແກ່ໂຕສິງ ເຊິ່ງມາທຳລາຍເພິ່ນ ແລະ ຂ້າເພິ່ນ, ຕາມທີ່ພຣະເຈົ້າຢາເວໄດ້ເຕືອນເພິ່ນໄວ້”.
ຜູ້ທຳນວາຍກໍໄດ້ເວົ້າກັບບັນດາລູກຂອງຕົນວ່າ, “ຈົ່ງມັດອານລໍໃຫ້ພໍ່” ແລ້ວພວກເຂົາກໍປະຕິບັດຕາມ. ຫລັງຈາກນັ້ນ ເພິ່ນກໍອອກໄປ ແລະ ພົບຮ່າງກາຍທີ່ຖືກຖິ້ມຢູ່ກາງທາງ ພ້ອມກັບລໍ ແລະ ໂຕສິງຍັງຢືນຢູ່ທາງຂ້າງ. ໂຕສິງບໍ່ໄດ້ກິນຮ່າງກາຍ ຫລື ບໍ່ໄດ້ທຳລາຍລໍນັ້ນ. ດັ່ງນັ້ນ ຜູ້ທຳນວາຍຈຶ່ງເອົາຮ່າງກາຍຂອງຄົນຂອງພຣະເຈົ້າພາດໃສ່ເທິງລໍໂຕນັ້ນ ແລະ ນຳກັບມາທີ່ເມືອງຂອງຕົນເພື່ອໄວ້ທຸກ ແລະ ຝັງສົບຂອງເພິ່ນ. ຜູ້ທຳນວາຍໄດ້ວາງສົບໄວ້ໃນອຸບໂມງຝັງສົບທີ່ຕຽມໄວ້ສຳລັບເພິ່ນເອງ ແລະ ເວົ້າວ່າ, “ອານິຈັງແທ້, ນ້ອງຊາຍຂອງເຮົາ!”
ຫລັງຈາກຝັງສົບຂອງເພິ່ນແລ້ວ ຜູ້ທຳນວາຍກໍເວົ້າກັບບັນດາລູກຂອງຕົນວ່າ, “ເມື່ອພໍ່ຕາຍ, ຈົ່ງຝັງພໍ່ໄວ້ໃນອຸບໂມງຝັງສົບບ່ອນດຽວກັນກັບທີ່ຝັງຄົນຂອງພຣະເຈົ້າ; ໃຫ້ກະດູກຂອງພໍ່ຢູ່ຄຽງຂ້າງກະດູກຂອງເພິ່ນ. ເພາະຖ້ອຍຄຳທີ່ເພິ່ນປະກາດໄວ້ໂດຍຄຳສັ່ງຂອງພຣະເຈົ້າຢາເວ ກ່ຽວກັບແທ່ນບູຊາໃນເບັດເອນ ແລະ ສະຖານບູຊາເທິງທີ່ສູງທັງຫລາຍໃນເມືອງຕ່າງໆຂອງຊາມາເຣຍຈະເປັນຈິງຢ່າງແນ່ນອນ”.
ເຖິງປານນັ້ນ ເຢໂຣໂບອາມກໍຍັງບໍ່ຫັນໜີຈາກວິຖີທາງອັນຊົ່ວຮ້າຍຂອງເພິ່ນ ແຕ່ກັບໄດ້ຕັ້ງປະໂລຫິດຈາກຄົນທຸກປະເພດສຳລັບສະຖານບູຊາເທິງທີ່ສູງທັງຫລາຍຂຶ້ນອີກ. ຜູ້ໃດທີ່ຢາກເປັນປະໂລຫິດເພິ່ນກໍແຕ່ງຕັ້ງສຳລັບສະຖານບູຊາເທິງທີ່ສູງເຫລົ່ານັ້ນ. ນີ້ເປັນບາບຂອງຄອບຄົວຂອງເຢໂຣໂບອາມ ເຊິ່ງນຳຄອບຄົວໄປສູ່ການຫລົ້ມຈົມ ແລະ ຖືກທຳລາຍໄປຈາກແຜ່ນດິນໂລກ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.