Skip to content
BibleKenya

Biblica® Open Lao Contemporary Version

1 ກະສັດ 14

ຄຳ​ທຳນວາຍ​ຂອງ​ອາຮີຢາ

ໃນ​ເວລາ​ນັ້ນ ອາບີຢາ​ລູກຊາຍ​ຂອງ​ເຢໂຣໂບອາມ​ໄດ້​ເຈັບປ່ວຍ​ໜັກ, ແລ້ວ​ເຢໂຣໂບອາມ​ຈຶ່ງ​ໄດ້​ເວົ້າ​ກັບ​ເມຍ​ຂອງ​ຕົນ​ວ່າ, “ຈົ່ງ​ໄປ, ປອມ​ຕົວ, ເພື່ອ​ບໍ່​ໃຫ້​ຜູ້ໃດ​ຈື່​ເຈົ້າ​ໄດ້​ວ່າ​ເປັນ​ເມຍ​ຂອງ​ເຢໂຣໂບອາມ. ຫລັງຈາກນັ້ນ ຈົ່ງ​ໄປ​ທີ່​ຊີໂລ. ຜູ້ທຳນວາຍ​ອາຮີຢາ​ກໍ​ຢູ່​ທີ່​ນັ້ນ ຜູ້​ທີ່​ໄດ້​ບອກ​ຂ້ອຍ​ວ່າ​ຂ້ອຍ​ຈະ​ໄດ້​ເປັນ​ກະສັດ​ຂອງ​ຊົນຊາດ​ນີ້. ຈົ່ງ​ເອົາ​ເຂົ້າຈີ່​ສິບ​ກ້ອນ​ໄປ​ນຳ​ກັບ​ເຈົ້າ, ເຂົ້າໜົມ​ຫວານ​ກັບ​ນ້ຳເຜິ້ງ​ໜຶ່ງ​ໄຫ ແລ້ວ​ໄປ​ຫາ​ລາວ. ລາວ​ຈະ​ບອກ​ເຈົ້າ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ລູກຊາຍ​ຂອງ​ພວກເຮົາ”. ດັ່ງນັ້ນ ເມຍ​ຂອງ​ເຢໂຣໂບອາມ​ກໍ​ເຮັດ​ຕາມ​ທີ່​ເພິ່ນ​ບອກ​ນັ້ນ ແລະ ໄປ​ເຮືອນ​ຂອງ​ອາຮີຢາ​ທີ່​ຊີໂລ.

ຝ່າຍ​ອາຮີຢາ​ກໍ​ເບິ່ງ​ຫຍັງ​ບໍ່​ເຫັນ​ແລ້ວ ເພາະ​ສາຍ​ຕາ​ຂອງ​ເພິ່ນ​ກໍ​ຫາຍ​ໄປ​ເພາະ​ອາຍຸ​ຂອງ​ເພິ່ນ. ແຕ່​ພຣະເຈົ້າຢາເວ​ໄດ້​ບອກ​ອາຮີຢາ​ວ່າ, “ເມຍ​ຂອງ​ເຢໂຣໂບອາມ​ກຳລັງ​ມາ​ເພື່ອ​ຖາມ​ເຈົ້າ​ກ່ຽວກັບ​ລູກຊາຍ​ຂອງ​ນາງ​ທີ່​ປ່ວຍ​ໜັກ​ຢູ່ ແລະ ໃຫ້​ເຈົ້າ​ຕອບ​ຕາມ​ນີ້. ເມື່ອ​ນາງ​ມາ​ຮອດ, ນາງ​ຈະ​ທຳທ່າ​ເຮັດ​ເປັນ​ຄົນ​ອື່ນ”.

ດັ່ງນັ້ນ ເມື່ອ​ອາຮີຢາ​ໄດ້​ຍິນ​ສຽງ​ຄົນ​ຍ່າງ​ມາ​ທີ່​ປະຕູ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ເຂົ້າ​ມາ, ເມຍ​ຂອງ​ເຢໂຣໂບອາມ. ເປັນຫຍັງ​ຈຶ່ງ​ຕ້ອງ​ເຮັດ​ທຳທ່າ​ເປັນ​ຄົນ​ອື່ນ? ຂ້ອຍ​ມີ​ຂ່າວ​ຮ້າຍ​ຈະ​ແຈ້ງ​ໃຫ້​ເຈົ້າ​ຮູ້. ຈົ່ງ​ໄປ​ບອກ​ເຢໂຣໂບອາມ​ວ່າ ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ມາ​ຈາກ​ທ່າມກາງ​ປະຊາຊົນ ແລະ ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ​ເໜືອ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ. ເຮົາ​ໄດ້​ຈີກ​ອານາຈັກ​ອອກ​ຈາກ​ເຊື້ອສາຍ​ຂອງ​ດາວິດ ແລະ ມອບ​ອານາຈັກ​ນັ້ນ​ໃຫ້​ເຈົ້າ, ແຕ່​ເຈົ້າ​ບໍ່​ໄດ້​ເປັນ​ເໝືອນ​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ, ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ ແລະ ຕິດຕາມ​ເຮົາ​ຢ່າງ​ສຸດ​ຫົວ​ໃຈ​ຂອງ​ລາວ, ຜູ້​ທີ່​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ເຮົາ. ເຈົ້າ​ໄດ້​ເຮັດ​ຊົ່ວ​ຫລາຍ​ກວ່າ​ທຸກຄົນ​ທີ່​ມີ​ຊີວິດ​ຢູ່​ກ່ອນ​ໜ້າ​ເຈົ້າ. ເຈົ້າ​ໄດ້​ສ້າງ​ພະ​ອື່ນ​ໃຫ້​ກັບ​ຕົນ​ເອງ, ເຮັດ​ຮູບເຄົາລົບ​ໂລຫະ; ເຈົ້າ​ໄດ້​ຍົວະ​ເຮົາ​ໃຈຮ້າຍ ແລະ ເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ກັບ​ເຮົາ.

“ ‘ດ້ວຍ​ເຫດ​ນີ້, ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ເຮືອນ​ຂອງ​ເຢໂຣໂບອາມ. ເຮົາ​ຂ້າ​ຜູ້​ຊາຍ​ທຸກຄົນ​ບໍ່​ວ່າ​ເປັນ​ຂ້າທາດ ຫລື ເປັນ​ອິດສະຫລະ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ເຢໂຣໂບອາມ​ຈາກ​ອິດສະຣາເອນ. ເຮົາ​ຈະ​ເຜົາ​ເຮືອນ​ຂອງ​ເຢໂຣໂບອາມ​ເໝືອນ​ເຜົາ​ຂີ້ເຫຍື້ອ ຈົນ​ກວ່າ​ຈະ​ໝົດ​ໄປ. ໝາ​ທັງຫລາຍ​ຈະ​ກັດ​ກິນ​ບັນດາ​ຄົນ​ຂອງ​ເຢໂຣໂບອາມ​ທີ່​ຕາຍ​ໃນ​ເມືອງ ແລະ ນົກ​ທັງຫລາຍ​ກໍ​ຈະ​ຕອດ​ກິນ ບັນດາ​ຜູ້​ທີ່​ຕາຍ​ໃນ​ທົ່ງ​ນາ. ພຣະເຈົ້າຢາເວ​ໄດ້​ເວົ້າ​ໄວ້​ດັ່ງນັ້ນ!’

“ສຳລັບ​ເຈົ້າ, ຈົ່ງ​ກັບ​ຄືນ​ໄປ​ເຮືອນ. ເມື່ອ​ເຈົ້າ​ກ້າວ​ຕີນ​ເຂົ້າ​ໃນ​ເມືອງ​ຂອງ​ເຈົ້າ, ເດັກນ້ອຍ​ນັ້ນ​ກໍ​ຈະ​ຕາຍ. ທົ່ວ​ທັງ​ອິດສະຣາເອນ​ຈະ​ໄວ້​ທຸກ​ໃຫ້​ລາວ ແລະ ຝັງ​ລາວ. ໃນ​ຄອບຄົວ​ຂອງ​ເຢໂຣໂບອາມ​ມີ​ລາວ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ມີຄົນ​ຝັງ​ສົບ​ໃຫ້, ເພາະ​ທັງ​ຄອບຄົວ​ມີ​ລາວ​ຄົນ​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ອິດສະຣາເອນ​ເຫັນ​ວ່າ​ມີ​ດີ​ຢູ່.

“ໃນ​ວັນ​ນີ້​ພຣະເຈົ້າຢາເວ​ຈະ​ຕັ້ງ​ກະສັດ​ຄົນ​ໜຶ່ງ​ເໜືອ​ອິດສະຣາເອນ​ເພື່ອ​ພຣະອົງ​ເອງ ຜູ້​ທີ່​ຈະ​ກວາດລ້າງ​ຄອບຄົວ​ເຢໂຣໂບອາມ​ອອກ​ໄປ. ບັດນີ້​ກໍ​ເລີ່ມ​ເກີດ​ຂຶ້ນ​ແລ້ວ. ແລ້ວ​ພຣະເຈົ້າຢາເວ​ຈະ​ຟາດ​ອິດສະຣາເອນ ຈົນ​ພວກເຂົາ​ເປັນ​ເໝືອນ​ຕົ້ນອໍ້​ທີ່​ກຳລັງ​ໂອ່ນເອ່ນ​ຢູ່​ໃນ​ນ້ຳ. ພຣະອົງ​ຈະ​ຖອນ​ຮາກ​ອິດສະຣາເອນ​ຈາກ​ດິນແດນ​ອັນ​ອຸດົມ​ສົມບູນ​ນີ້ ເຊິ່ງ​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ອອກ​ໄປ​ໄກ​ກວ່າ​ແມ່ນ້ຳ​ເອີຟຣັດ ເພາະ​ພວກເຂົາ​ໄດ້​ຍົວະ​ໃຫ້​ຮ້າຍ​ພຣະເຈົ້າຢາເວ​ໃຈຮ້າຍ​ໂດຍ​ການ​ສ້າງ​ເສົາ​ເຈົ້າ​ແມ່​ອາເຊຣາ.1 ແລະ ພຣະອົງ​ຈະ​ປະຖິ້ມ​ອິດສະຣາເອນ​ເພາະ​ຄວາມ​ບາບ​ທີ່​ເຢໂຣໂບອາມ​ໄດ້​ເຮັດ ແລະ ໄດ້​ຊັກຊວນ​ອິດສະຣາເອນ​ໃຫ້​ເຮັດ​ຕາມ”.

ແລ້ວ​ເມຍ​ຂອງ​ເຢໂຣໂບອາມ​ຈຶ່ງ​ກັບ​ໄປ​ຍັງ​ຕີຣະຊາ. ທັນ​ທີ​ທີ່​ນາງ​ກ້າວ​ຂ້າມ​ທໍລະນີ​ປະຕູ​ເຮືອນ, ເດັກຊາຍ​ນັ້ນ​ກໍ​ຕາຍ. ພວກເຂົາ​ຝັງ​ສົບ​ຂອງ​ລາວ ແລະ ທົ່ວ​ທັງ​ອິດສະຣາເອນ​ໄດ້​ໄວ້​ທຸກ​ໃຫ້​ລາວ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ຜູ້ທຳນວາຍ​ອາຮີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ.

ເຫດການ​ອື່ນໆ ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຣໂບອາມ, ສົງຄາມ​ທັງຫລາຍ​ຂອງ​ເພິ່ນ ແລະ ການ​ປົກຄອງ​ຂອງ​ເພິ່ນ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ. ເພິ່ນ​ປົກຄອງ​ຢູ່​ເປັນ​ເວລາ 22 ປີ ແລະ ຫລັງຈາກ​ນັ້ນ ກໍ​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ນາດາບ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ປົກຄອງ​ແທນ.

ກະສັດ​ເຣໂຫໂບອາມ​ແຫ່ງ​ຢູດາຍ

(2ຂຄ 12:9-16)

ເຣໂຫໂບອາມ ລູກຊາຍ​ຂອງ​ໂຊໂລໂມນ​ໄດ້​ເປັນ​ກະສັດ​ໃນ​ຢູດາຍ. ເພິ່ນ​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ມີ​ອາຍຸ 41 ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ເປັນ​ເວລາ 17 ປີ​ໃນ​ເຢຣູຊາເລັມ, ນະຄອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ໄວ້​ຈາກ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ ໃຫ້​ເປັນ​ບ່ອນ​ປະກາດ​ນາມ​ຂອງ​ພຣະອົງ. ແມ່​ຂອງ​ເຣໂຫໂບອາມ​ມີ​ຊື່​ວ່າ​ນາອາມາ ນາງ​ເປັນ​ຊາວ​ອຳໂມນ.

ຊາວ​ຢູດາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ. ບາບ​ທີ່​ພວກເຂົາ​ເຮັດ​ໄດ້​ຍົວະ​ໃຫ້​ພຣະອົງ​ໃຈຮ້າຍ​ຫລາຍ​ກວ່າ​ທີ່​ບັນພະບຸລຸດ​ເຄີຍ​ເຮັດ​ມາ. ພວກເຂົາ​ໄດ້​ສ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ, ສີລາ​ສັກສິດ ແລະ ເສົາ​ເຈົ້າ​ແມ່​ອາເຊຣາ​ເທິງ​ໂນນພູ​ສູງ​ທຸກ​ໂນນ ແລະ ກ້ອງ​ຮົ່ມ​ໄມ້​ໃຫຍ່​ທຸກ​ຕົ້ນ. ຈົນ​ວ່າ​ມີ​ໂສເພນີ​ຊາຍ​ປະຈຳ​ສະຖານ​ບູຊາ; ບັນດາ​ປະຊາຊົນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ອັນ​ໜ້າ​ກຽດຊັງ​ຂອງ​ຊົນຊາດ​ທັງຫລາຍ​ທີ່​ພຣະເຈົ້າຢາເວ​ໄດ​ຂັບໄລ່​ໄປ​ໃຫ້​ພົ້ນ​ຈາກ​ຊາວ​ອິດສະຣາເອນ.

ໃນ​ປີ​ທີ​ຫ້າ​ແຫ່ງ​ການ​ປົກຄອງ​ຂອງ​ເຣໂຫໂບອາມ, ກະສັດ​ຊີຊາກ​ແຫ່ງ​ເອຢິບ​ໄດ້​ມາ​ໂຈມຕີ​ເຢຣູຊາເລັມ. ຊີຊາກ​ໄດ້​ເອົາ​ຊັບສົມບັດ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ຊັບສົມບັດ​ຈາກ​ລາຊະວັງ​ໄປ. ຊີຊາກ​ໄດ້​ເອົາ​ທຸກສິ່ງ​ໄປ ລວມ​ທັງ​ໂລ່​ຄຳ​ທັງໝົດ​ທີ່​ໂຊໂລໂມນ​ໄດ້​ເຮັດ​ໄວ້. ດັ່ງນັ້ນ ກະສັດ​ເຣໂຫໂບອາມ​ຈຶ່ງ​ໄດ້​ເຮັດ​ໂລ່​ທອງສຳລິດ​ຂຶ້ນ​ແທນ​ໂລ່​ຄຳ ແລະ ມອບ​ໝາຍ​ໃຫ້​ບັນດາ​ຜູ້ບັນຊາການ​ທະຫານ​ເຝົ້າຍາມ ເຊິ່ງ​ປະຈຳ​ການ​ຢູ່​ທີ່​ທາງ​ເຂົ້າ​ລາຊະວັງ​ໃຫ້​ເບິ່ງແຍງ. ເມື່ອ​ໃດ​ກໍ​ຕາມ​ທີ່​ກະສັດ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ບັນດາ​ທະຫານ​ເຝົ້າຍາມ​ກໍ​ຈະ​ຖື​ໂລ່ ແລະ ຫລັງຈາກນັ້ນ​ກໍ​ນຳ​ໂລ່​ເຫລົ່ານັ້ນ​ກັບ​ໄປ​ໄວ້​ທີ່​ຫ້ອງ​ທະຫານ​ເຝົ້າ​ຍາມ.

ເຫດການ​ອື່ນໆ ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຣໂຫໂບອາມ ຕະຫລອດ​ຈົນ​ເພິ່ນ​ໄດ້​ຕາຍ​ໄປ, ແມ່ນ​ບໍ​ໄດ້​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ? ມີ​ສົງຄາມ​ສູ້ຮົບ​ກັນ​ບໍ່​ຂາດ​ລະຫວ່າງ​ເຣໂຫໂບອາມ​ກັບ​ເຢໂຣໂບອາມ. ແລ້ວ​ເຣໂຫໂບອາມ​ກໍ​ໄດ​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ຮ່ວມ​ກັນ​ໃນ​ເມືອງ​ດາວິດ. ແມ່​ຂອງ​ເຣໂຫໂບອາມ​ມີ​ຊື່​ວ່າ​ນາອາມາ ນາງ​ເປັນ​ຊາວ​ອຳໂມນ. ແລ້ວ​ອາບີຢາ2 ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ປົກຄອງ​ແທນ.

Source notes (2)
  1. Footnote ຄື ສັນຍະລັກ​ຂອງ​ເຈົ້າ​ແມ່​ອາເຊຣາ ເຊັ່ນ​ດຽວ​ກັບ​ບ່ອນ​ອື່ນໆ​ໃນ​ພຣະທຳ​ເຫລັ້ມນີ້
  2. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ອາບີຢາມ (ເບິ່ງ 2ຂຄ 12:16)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.