Skip to content
BibleKenya

Biblica® Open Lao Contemporary Version

1 ກະສັດ 15

ກະສັດ​ອາບີຢາ​ແຫ່ງ​ຢູດາຍ

(2ຂຄ 13:1-2,22–14:1)

ອາບີຢາ1 ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ກົງກັບ​ປີ​ທີ​ສິບ​ແປດ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ, ແລະ ເພິ່ນ​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ 3 ປີ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ມາອາກາ ເຊິ່ງ​ເປັນ​ລູກສາວ​ຂອງ​ອັບບີຊາໂລມ.2

ເພິ່ນ​ໄດ້​ເຮັດ​ບາບ​ທຸກຢ່າງ​ຄື​ກັນ​ກັບ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ​ມາ​ກ່ອນ ແລະ ເພິ່ນ​ບໍ່​ໄດ້​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ຢ່າງ​ສຸດ​ໃຈ ເໝືອນ​ດັ່ງ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ​ທີ່​ໄດ້​ເຮັດ. ແຕ່​ເພື່ອ​ເຫັນ​ແກ່​ດາວິດ ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ໃຫ້​ຕະກຽງ​ໜ່ວຍ​ໜຶ່ງ​ໃນ​ເຢຣູຊາເລັມ ໂດຍ​ໃຫ້​ລູກຊາຍ​ຄົນ​ໜຶ່ງ​ຂຶ້ນ​ມາ​ປົກຄອງ​ຕໍ່​ຈາກ​ເພິ່ນ ແລະ ເຮັດ​ໃຫ້​ເຢຣູຊາເລັມ​ເຂັ້ມແຂງ. ເພາະ​ດາວິດ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ແລະ ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ​ທຸກ​ປະການ​ຕະຫລອດ​ຊີວິດ​ຂອງ​ເພິ່ນ ຍົກເວັ້ນ​ເລື່ອງ​ທີ່​ກ່ຽວກັບ​ອູຣິຢາ​ຊາວ​ຮິດຕີ.

ຕະຫລອດ​ຊີວິດ​ຂອງ​ອາບີຢາ​ມີ​ສົງຄາມ​ລະຫວ່າງ​ເຣໂຫໂບອາມ3 ກັບ​ເຢໂຣໂບອາມ. ເຫດການ​ອື່ນໆ ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອາບີຢາ ແລະ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ? ແລະ ມີ​ສົງຄາມ​ລະຫວ່າງ​ອາບີຢາ​ກັບ​ເຢໂຣໂບອາມ. ແລະ ອາບີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ໃນ​ເມືອງ​ດາວິດ. ແລ້ວ​ອາສາ ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ປົກຄອງ​ແທນ.

ກະສັດ​ອາສາ​ແຫ່ງ​ຢູດາຍ

(2ຂຄ 14:2-3; 15:16–16:6; 16:11–17:1)

ອາສາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ກົງ​ກັບ​ປີ​ທີ​ຊາວ​ຂອງ​ການ​ປົກຄອງ​ຂອງ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ, ແລະ ເພິ່ນ​ໄດ້​ປົກຄອງ​ຢູ່ 41 ປີ​ໃນ​ເຢຣູຊາເລັມ. ຍ່າ​ຂອງ​ເພິ່ນ​ມີ​ຊື່​ວ່າ​ມາອາກາ ລູກສາວ​ຂອງ​ອັບບີຊາໂລມ.

ອາສາ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ​ເໝືອນ​ດັ່ງ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ເຮັດ. ອາສາ​ໄດ້​ຂັບໄລ່​ໂສເພນີ​ຊາຍ​ທີ່​ປະຈຳ​ຢູ່​ສະຖານ​ບູຊາ​ອອກ​ໄປ​ຈາກ​ດິນແດນ ແລະ ໄດ້​ກຳຈັດ​ຮູບເຄົາລົບ​ທັງໝົດ​ທີ່​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ສ້າງ​ຂຶ້ນ. ເພິ່ນ​ໄດ້​ປົດ​ນາງ​ມາອາກາ ຍ່າ​ຂອງ​ເພິ່ນ​ອອກ​ຈາກ​ຕຳແໜ່ງ​ແມ່​ຂອງ​ລາຊີນີ ເພາະ​ນາງ​ໄດ້​ສ້າງ​ຮູບເຄົາລົບ​ອັນ​ໜ້າ​ກຽດຊັງ​ເພື່ອ​ກາບໄຫວ້​ເຈົ້າ​ແມ່​ອາເຊຣາ. ອາສາ​ໄດ້​ຕັດ​ຮູບເຄົາລົບ​ນັ້ນ​ລົງ ແລະ ຈູດ​ຖິ້ມ​ຢູ່​ທີ່​ຮ່ອມພູ​ກິດໂຣນ. ເຖິງ​ແມ່ນ​ວ່າ​ເພິ່ນ​ບໍ່​ໄດ້​ຮື້​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ​ຖິ້ມ, ແຕ່​ໃຈ​ຂອງ​ອາສາ​ກໍ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະເຈົ້າຢາເວ ດ້ວຍ​ສຸດ​ໃຈ​ຂອງ​ເພິ່ນ​ຕະຫລອດ​ຊີວິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ນຳ​ເງິນ​ກັບ​ຄຳ ແລະ ເຄື່ອງ​ໃຊ້​ທັງຫລາຍ​ທີ່​ເພິ່ນ​ກັບ​ພໍ່​ຂອງ​ເພິ່ນ​ໄດ້​ຖວາຍ​ແກ່​ພຣະເຈົ້າ​ມາ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

ມີ​ສົງຄາມ​ລະຫວ່າງ​ອາສາ ແລະ ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ຕະຫລອດ​ການ​ປົກຄອງ​ຂອງ​ພວກເພິ່ນ. ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໄດ້​ຂຶ້ນ​ມາ​ສູ້ຮົບ​ກັບ​ຢູດາຍ ແລະ ບາອາຊາ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ຢູ່​ທີ່​ເມືອງ​ຣາມາ ເພື່ອ​ປິດ​ທາງ​ເຂົ້າ​ອອກ​ສູ່​ເຂດແດນ​ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ.

ອາສາ​ຈຶ່ງ​ໄດ້​ນຳ​ເງິນ ແລະ ຄຳ​ທີ່​ເຫລືອ​ທັງໝົດ​ຈາກ​ຄັງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ຈາກ​ຄັງ​ຂອງ​ວັງ​ຂອງ​ເພິ່ນ​ເອງ. ເພິ່ນ​ໄດ້​ມອບ​ເງິນ ແລະ ຄຳ​ເຫລົ່ານັ້ນ​ໃຫ້​ບັນດາ​ຂ້າລາຊະການ​ຂອງ​ເພິ່ນ ແລະ ໄດ້​ສົ່ງ​ເງິນ ແລະ ຄຳ​ເຫລົ່ານັ້ນ​ໄປ​ໃຫ້​ກະສັດ​ເບັນຮາດາດ​ແຫ່ງ​ອາຣາມ ເຊິ່ງ​ປົກຄອງ​ຢູ່​ທີ່​ເມືອງ​ດາມັສກັດ, ເບັນຮາດາດ​ນີ້​ເປັນ​ລູກຊາຍ​ຂອງ​ຕາບຣິມໂມນ ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຮຊີໂອນ. ກະສັດ​ອາສາ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພວກເຮົາ​ເປັນ​ພັນທະມິດ​ກັນ​ເໝືອນ​ກັບ​ພໍ່​ຂອງ​ພວກເຮົາ​ທັງ​ສອງ. ເບິ່ງ​ແມ, ຂ້າພະເຈົ້າ​ໄດ້​ສົ່ງ​ເງິນ ແລະ ຄຳ​ນີ້​ມາ​ເປັນ​ຂອງຂັວນ​ແກ່​ທ່ານ. ບັດນີ້ ຂໍ​ໃຫ້​ເຊົາ​ເປັນ​ພັນທະມິດ​ກັບ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ ເພື່ອ​ເພິ່ນ​ຈະ​ໄດ້​ຖອຍ​ທັບ​ໄປ​ຈາກ​ຂ້າພະເຈົ້າ”.

ເບັນຮາດາດ​ໄດ້​ເຫັນ​ດີ​ກັບ​ກະສັດ​ອາສາ ແລະ ໄດ້​ສົ່ງ​ຜູ້ບັນຊາການ​ກອງທັບ​ຂອງ​ເພິ່ນ ແລະ ກອງ​ກຳລັງ​ໄປ​ໂຈມຕີ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ. ເພິ່ນ​ໄດ້​ຢຶດຄອງ​ເມືອງ​ອີໂຢນ, ດານ, ອາເບັນ​ເບັດ​ມາອາກາ, ທະເລ​ກິນເນເຣດ​ທັງໝົດ ລວມ​ທັງ​ເນັບທາລີ. ເມື່ອ​ບາອາຊາ​ຮູ້​ເລື່ອງ​ນີ້​ກໍ​ຢຸດ​ການ​ສ້າງ​ເມືອງ​ຣາມາ ແລ້ວ​ຖອຍ​ທັບ​ກັບ​ໄປ​ຍັງ​ຕີຣະຊາ. ຫລັງ​ຈາກ​ນັ້ນ ກະສັດ​ອາສາ​ກໍ​ໄດ້​ເກນ​ເອົາ​ທຸກຄົນ​ໃນ​ຢູດາຍ ບໍ່​ເວັ້ນ​ຜູ້ໃດ​ເລີຍ ແລະ ໃຫ້​ພວກເຂົາ​ຊ່ວຍ​ກັນ​ຂົນ​ເອົາ​ຫີນ ແລະ ໄມ້​ທີ່​ບາອາຊາ​ໃຊ້​ຢູ່​ທີ່​ເມືອງ​ຣາມາ ນຳ​ໄປ​ສ້າງ​ເມືອງ​ເກບາ​ໃນ​ແດນ​ເບັນຢາມິນ ແລະ ເມືອງ​ມີຊະປາ.

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອາສາ, ຄວາມ​ສຳເລັດ​ທັງໝົດ​ຂອງ​ເພິ່ນ, ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ ແລະ ເມືອງ​ຕ່າງໆ​ທີ່​ເພິ່ນ​ສ້າງ​ຂຶ້ນ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ? ເມື່ອ​ອາສາ​ເຖົ້າແກ່​ຫລາຍ ຕີນ​ຂອງ​ເພິ່ນ​ກໍ​ເປັນ​ພະຍາດ. ແລ້ວ​ອາສາ​ກໍ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ດ້ວຍ​ກັນ​ໃນ​ເມືອງ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ເຢໂຮຊາຟັດ​ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ປົກຄອງ​ແທນ.

ນາດາບ​ແຫ່ງ​ອິດສະຣາເອນ

ນາດາບ​ລູກຊາຍ​ຂອງ​ເຢໂຣໂບອາມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ກົງ​ກັບ​ປີ​ທີ​ສອງ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ ແລະ ເພິ່ນ​ໄດ້​ປົກຄອງ​ເໜືອ​ອິດສະຣາເອນ​ຢູ່ 2 ປີ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ, ດຳເນີນ​ຊີວິດ​ຕາມ​ວິຖີ​ທາງ​ຂອງ​ພໍ່​ຂອງ​ເພິ່ນ ແລະ ໄດ້​ເຮັດ​ບາບ​ຄື​ກັນ​ກັບ​ພໍ່​ຂອງ​ເພິ່ນ ເຊິ່ງ​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ.

ຝ່າຍ​ບາອາຊາ​ລູກຊາຍ​ຂອງ​ອາຮີຢາ​ເຜົ່າ​ອິດຊາຄາ​ໄດ້​ວາງ​ແຜນ ແລະ ລົງ​ມື​ຂ້າ​ນາດາບ ຂະນະ​ທີ່​ນາດາບ​ຮ່ວມ​ກັບ​ກອງທັບ​ອິດສະຣາເອນ​ທັງໝົດ​ລ້ອມ​ເມືອງ​ກິບເບໂທນ​ຂອງ​ຟີລິດສະຕິນ. ບາອາຊາ​ໄດ້​ຂ້າ​ນາດາບ​ແລ້ວ​ຂຶ້ນ​ປົກຄອງ​ແທນ ກົງ​ກັບ​ປີ​ທີ​ສາມ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ.

ທັນທີ​ທີ່​ເພິ່ນ​ຂຶ້ນ​ປົກຄອງ ບາອາຊາ​ກໍ​ໄດ້​ຂ້າ​ເຊື້ອສາຍ​ທັງໝົດ​ຂອງ​ເຢໂຣໂບອາມ. ເພິ່ນ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ລອດ​ຊີວິດ​ເລີຍ, ແຕ່​ໄດ້​ທຳລາຍ​ລ້າງ​ພວກເຂົາ​ທັງໝົດ, ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ອາຮີຢາ​ຊາວ​ຊີໂລ​ຜູ້ຮັບໃຊ້​ຂອງ​ພຣະອົງ. ເພາະ​ບາບ​ທີ່​ເຢໂຣໂບອາມ​ໄດ້​ເຮັດ ແລະ ໄດ້​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ ແລະ ເພາະ​ເພິ່ນ​ໄດ້​ຍົວະ​ໃຫ້​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໃຈຮ້າຍ.

ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ນາດາບ ແລະ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ​ບໍ່​ແມ່ນ​ບໍ? ມີ​ສົງຄາມ​ລະຫວ່າງ​ອາສາ ແລະ ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ຕະຫລອດ​ການ​ປົກຄອງ​ຂອງ​ພວກເພິ່ນ.

ບາອາຊາ​ແຫ່ງ​ອິດສະຣາເອນ

ບາອາຊາ​ລູກຊາຍ​ຂອງ​ອາຮີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ເໜືອ​ດິນແດນ​ອິດສະຣາເອນ​ທັງໝົດ​ຢູ່​ທີ່​ເມືອງ​ຕີຣະຊາ ກົງກັບ​ປີ​ທີ​ສາມ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່ 24 ປີ. ບາອາຊາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ດຳເນີນ​ຊີວິດ​ຕາມ​ວິຖີ​ທາງ​ຂອງ​ເຢໂຣໂບອາມ ແລະ ໄດ້​ເຮັດ​ບາບ​ຄື​ກັນ​ກັບ​ເຢໂຣໂບອາມ ເຊິ່ງ​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ.

Source notes (3)
  1. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ອາບີຢາມ ເຊັ່ນ​ດຽວ​ກັບ​ຂໍ້ 7 ແລະ 8
  2. Footnote ເປັນ​ອີກ​ຮູບ​ໜຶ່ງ​ຂອງ ອັບຊາໂລມ ເຊັ່ນ​ດຽວ​ກັບ​ຂໍ້ 10
  3. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບາງ​ສະບັບ​ວ່າ ອາບີຢາມ (ຄື ອາບີຢາ)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.