Biblica® Open Lao Contemporary Version
1 ກະສັດ 16
ແລ້ວຄຳສັ່ງຂອງພຣະເຈົ້າຢາເວໄດ້ມາເຖິງເຢຮູ ລູກຊາຍຂອງຮານານີກ່ຽວກັບບາອາຊາວ່າ: “ເຮົາໄດ້ຍົກເຈົ້າຂຶ້ນມາຈາກຂີ້ຝຸ່ນດິນ ແລະ ຕັ້ງເຈົ້າໃຫ້ເປັນຜູ້ນຳຂອງອິດສະຣາເອນປະຊາຊົນຂອງເຮົາ, ແຕ່ເຈົ້າກັບດຳເນີນຊີວິດຕາມວິຖີທາງຂອງເຢໂຣໂບອາມ ແລະ ເຮັດໃຫ້ອິດສະຣາເອນປະຊາຊົນຂອງເຮົາເຮັດບາບ ແລະ ຍົວະໃຫ້ເຮົາໃຈຮ້າຍດ້ວຍບາບທັງຫລາຍຂອງພວກເຂົາ. ດັ່ງນັ້ນ ເຮົາຈະກວາດລ້າງບາອາຊາ ແລະ ເຊື້ອສາຍຂອງລາວອອກໄປ ແລະ ເຮົາຈະເຮັດໃຫ້ເຊື້ອສາຍຂອງເຈົ້າເປັນເໝືອນກັບເຊື້ອສາຍຂອງເຢໂຣໂບອາມລູກຊາຍຂອງເນບັດ. ຄົນຂອງບາອາຊາທີ່ຕາຍໃນເມືອງຈະຖືກໝາກິນ ແລະ ຄົນທີ່ຕາຍໃນທົ່ງນາຈະຖືກນົກຕອດກິນ”.
ສຳລັບເຫດການອື່ນໆໃນຊ່ວງການປົກຄອງຂອງບາອາຊາ, ພາລະກິດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດຕ່າງໆຂອງເພິ່ນແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ? ບາອາຊາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນຕີຣະຊາ ແລະ ເອລາລູກຊາຍຂອງເພິ່ນໄດ້ຂຶ້ນປົກຄອງແທນ.
ຫລາຍກວ່ານັ້ນ ຄຳສັ່ງຂອງພຣະເຈົ້າຢາເວໄດ້ຜ່ານມາທາງຜູ້ທຳນວາຍເຢຮູ ລູກຊາຍຂອງຮານານີມາເຖິງບາອາຊາກັບຄອບຄົວຂອງເພິ່ນ ເພາະຄວາມຊົ່ວທັງໝົດທີ່ເພິ່ນໄດ້ເຮັດໃນສາຍຕາຂອງພຣະເຈົ້າຢາເວ, ເພາະສິ່ງທີ່ເພິ່ນເຮັດນັ້ນມັນໄດ້ຍົວະໃຫ້ພຣະເຈົ້າຢາເວໃຈຮ້າຍ, ເພາະເພິ່ນໄດ້ປະພຶດຕົນເໝືອນຄອບຄົວເຢໂຣໂບອາມ ແລະ ເພາະເພິ່ນໄດ້ທຳລາຍຄອບຄົວນັ້ນດ້ວຍ.
ກະສັດເອລາແຫ່ງອິດສະຣາເອນ
ເອລາລູກຊາຍບາອາຊາໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ກົງກັບປີທີຊາວຫົກຂອງການປົກຄອງຂອງກະສັດອາສາແຫ່ງຢູດາຍ ແລະ ເພິ່ນໄດ້ປົກຄອງໃນຕີຣະຊາຢູ່ 2 ປີ.
ຊິມຣີ ເປັນຜູ້ໜຶ່ງໃນບັນດາຂ້າລາຊະການຂອງເພິ່ນ, ຜູ້ທີ່ສັ່ງການກອງລົດມ້າຮົບເຄິ່ງກອງ, ໄດ້ວາງແຜນກະບົດຕໍ່ເພິ່ນ. ເວລານັ້ນກະສັດເອລາຢູ່ທີ່ຕີຣະຊາໄດ້ເມົາເຫລົ້າຢູ່ທີ່ເຮືອນຂອງອາຣະຊາ ຜູ້ບໍລິຫານວັງປະຈຳຕີຣະຊາ. ຊິມຣີກໍເຂົ້າມາຂ້າເອລາ ກົງກັບປີທີຊາວເຈັດຂອງຊ່ວງການປົກຄອງຂອງອາສາກະສັດແຫ່ງຢູດາຍ. ຫລັງຈາກນັ້ນ ຊິມຣີກໍໄດ້ຂຶ້ນປົກຄອງແທນ.
ທັນທີທີ່ເພິ່ນຂຶ້ນປົກຄອງ ແລະ ນັ່ງເທິງບັນລັງ, ຊິມຣີກໍຂ້າຄອບຄົວຂອງບາອາຊາທັງໝົດ. ເພິ່ນບໍ່ໄດ້ໄວ້ຊີວິດຜູ້ຊາຍແມ່ນແຕ່ຄົນດຽວ ທັງຍາດພີ່ນ້ອງ ແລະ ມິດສະຫາຍ ດັ່ງນັ້ນ ຊິມຣີຈຶ່ງໄດ້ທຳລາຍຄອບຄົວບາອາຊາທັງໝົດ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍເຢຮູ. ເພາະຄວາມບາບທັງໝົດທີ່ບາອາຊາ ແລະ ລູກຊາຍຂອງເອລາໄດ້ເຮັດ ແລະ ໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ, ພວກເຂົາໄດ້ຍົວະໃຫ້ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໃຈຮ້າຍດ້ວຍຮູບເຄົາລົບອັນໄຮ້ຄ່າຂອງພວກເຂົາ.
ເຫດການອື່ນໆໃນຊ່ວງການປົກຄອງຂອງເອລາ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?
ກະສັດຊິມຣີແຫ່ງອິດສະຣາເອນ
ໃນປີທີຊາວເຈັດຂອງຊ່ວງການປົກຄອງຂອງກະສັດອາສາແຫ່ງຢູດາຍ, ຊິມຣີໄດ້ປົກຄອງໃນຕີຣະຊາຢູ່ 7 ວັນ. ກອງທັບໄດ້ຕັ້ງຄ້າຍຢູ່ໃກ້ເມືອງກິບເບໂທນຂອງຟີລິດສະຕິນ. ເມື່ອຊົນຊາດອິດສະຣາເອນທີ່ຢູ່ໃນຄ້າຍໄດ້ຂ່າວວ່າຊິມຣີໄດ້ວາງແຜນກະບົດກະສັດ ແລະ ຂ້າກະສັດແລ້ວ, ພວກເຂົາກໍປະກາດໃຫ້ອົມຣິ ຜູ້ບັນຊາການກອງທັບເປັນກະສັດອິດສະຣາເອນໃນວັນນັ້ນຢູ່ທີ່ຄ້າຍ. ອົມຣິ ແລະ ຊົນຊາດອິດສະຣາເອນທັງໝົດຈຶ່ງໄດ້ຖອນທັບຈາກກິບເບໂທນມາລ້ອມຕີຣະຊາ. ເມື່ອຊິມຣີເຫັນວ່າເມືອງຖືກຢຶດ, ເພິ່ນກໍເຂົ້າໄປໃນປ້ອມຂອງວັງ ແລະ ຈູດໄຟເຜົາວັງອ້ອມຕົນເອງ ແລະ ເພິ່ນກໍຕາຍ, ເປັນເພາະຄວາມບາບທີ່ຊິມຣີໄດ້ເຮັດ ຄືເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ ແລະ ດຳເນີນຊີວິດຕາມວິຖີທາງຂອງເຢໂຣໂບອາມ ແລະ ເຮັດບາບແບບດຽວກັນກັບເຢໂຣໂບອາມທີ່ເຢໂຣໂບອາມໄດ້ເຮັດ ທັງຍັງເຮັດໃຫ້ອິດສະຣາເອນເຮັດຕາມດ້ວຍ.
ເຫດການອື່ນໆໃນຊ່ວງການປົກຄອງຂອງຊິມຣີ ແລະ ການກະບົດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກຢູ່ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?
ກະສັດອົມຣິແຫ່ງອິດສະຣາເອນ
ໃນເວລານັ້ນ ປະຊາຊົນອິດສະຣາເອນໄດ້ແຕກແຍກອອກເປັນສອງຝ່າຍ; ຝ່າຍໜຶ່ງສະໜັບສະໜູນອົມຣິ ແລະ ອີກຝ່າຍສະໜັບສະໜູນຕິບນີ ລູກຊາຍຂອງກີນາດ. ແຕ່ຝ່າຍຜູ້ທີ່ຕິດຕາມອົມຣິນັ້ນເຂັ້ມແຂງກວ່າບັນດາຄົນທີ່ຢູ່ຝ່າຍຕິບນີ ລູກຊາຍຂອງກີນາດ. ດັ່ງນັ້ນ ຕິບນີກໍຕາຍ ແລະ ອົມຣິກໍໄດ້ຂຶ້ນເປັນກະສັດ.
ອົມຣິຂຶ້ນເປັນກະສັດແຫ່ງອິດສະຣາເອນ ກົງກັບປີທີສາມສິບເອັດຂອງການປົກຄອງກະສັດອາສາແຫ່ງຢູດາຍ ແລະ ເພິ່ນໄດ້ປົກຄອງຢູ່ 12 ປີ, ໂດຍປົກຄອງຢູ່ໃນຕີຣະຊາ 6 ປີ. ອົມຣິໄດ້ຊື້ພູເຂົາຊາມາເຣຍຈາກເຊເມ ເປັນເງິນ 2 ຕາລັນຕົນ1 ແລະ ໄດ້ສ້າງເມືອງຂຶ້ນເທິງພູເຂົາ ເຊິ່ງເອີ້ນຊື່ວ່າຊາມາເຣຍ ຕາມຊື່ເຊເມເຈົ້າຂອງເດີມ.
ແຕ່ອົມຣິໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ ແລະ ເຮັດບາບຫລາຍກວ່າບັນດາກະສັດຄົນທີ່ຜ່ານມາ. ອົມຣິໄດ້ດຳເນີນຊີວິດຕາມວິຖີທາງທັງໝົດຂອງເຢໂຣໂບອາມ ລູກຊາຍຂອງເນບັດ, ໄດ້ເຮັດບາບແບບດຽວກັນກັບທີ່ເຢໂຣໂບອາມໄດ້ເຮັດ ທັງຍັງເຮັດໃຫ້ອິດສະຣາເອນເຮັດຕາມດ້ວຍ, ພວກເຂົາໄດ້ຍົວະໃຫ້ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໃຈຮ້າຍດ້ວຍຮູບເຄົາລົບອັນໄຮ້ຄ່າຂອງພວກເຂົາ.
ເຫດການອື່ນໆໃນຊ່ວງການປົກຄອງຂອງອົມຣິ, ພາລະກິດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດທັງໝົດຂອງເພິ່ນແມ່ນມີບັນທຶກໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ? ອົມຣິໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ທີ່ຊາມາເຣຍ ແລະ ອາຮາບລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ.
ກະສັດອາຮາບແຫ່ງອິດສະຣາເອນ
ອາຮາບລູກຊາຍຂອງອົມຣິຂຶ້ນເປັນກະສັດແຫ່ງອິດສະຣາເອນໃນປີທີສາມສິບແປດຂອງການປົກຄອງຂອງກະສັດອາສາແຫ່ງຢູດາຍ ແລະ ເພິ່ນໄດ້ປົກຄອງຢູ່ໃນຊາມາເຣຍ ແລະ ປົກຄອງອິດສະຣາເອນຢູ່ 22 ປີ. ອາຮາບ ລູກຊາຍຂອງອົມຣິໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວຫລາຍກວ່າບັນດາກະສັດຄົນກ່ອນ. ອາຮາບບໍ່ພຽງແຕ່ເຫັນວ່າເປັນເລື່ອງເລັກນ້ອຍທີ່ຈະເຮັດບາບຕ່າງໆຕາມເຢໂຣໂບອາມລູກຊາຍຂອງເນບັດ, ແຕ່ເພິ່ນຍັງໄດ້ແຕ່ງງານກັບເຢເຊເບນ ລູກສາວຂອງກະສັດເອັດບາອານແຫ່ງຊີໂດນ ແລະ ເລີ່ມຮັບໃຊ້ພະບາອານ ແລະ ກາບໄຫວ້ພະບາອານ. ອາຮາບໄດ້ສ້າງແທ່ນບູຊາສຳລັບພະບາອານໃນວິຫານຂອງພະບາອານທີ່ເພິ່ນສ້າງຂຶ້ນໃນຊາມາເຣຍ. ນອກຈາກນີ້ ອາຮາບຍັງໄດ້ສ້າງເສົາເຈົ້າແມ່ອາເຊຣາ ແລະ ຍົວະໃຫ້ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໃຈຮ້າຍຫລາຍຂຶ້ນ, ຫລາຍກວ່າກະສັດຂອງອິດສະຣາເອນທຸກຄົນເຮັດມາກ່ອນ.
ໃນຊ່ວງການປົກຄອງຂອງອາຮາບ, ຮີເອນຈາກເບັດເອນໄດ້ສ້າງເມືອງເຢຣິໂກຂຶ້ນໃໝ່. ເມື່ອວາງຮາກຖານ ເພິ່ນຕ້ອງສູນເສຍອາບີຣາມ ລູກຊາຍກົກຂອງເພິ່ນ ແລະ ເມື່ອຕິດຕັ້ງປະຕູເມືອງ ເພິ່ນຕ້ອງສູນເສຍເຊກຸບລູກຊາຍຂອງຄົນສຸດທ້າຍຂອງເພິ່ນ, ເປັນໄປຕາມຄຳສັ່ງຂອງພຣະເຈົ້າຢາເວທີ່ໄດ້ເວົ້າຜ່ານທາງໂຢຊວຍລູກຊາຍຂອງນູນ.
Source notes (1)
- Footnote ຫລື ປະມານ 68 ກິໂລກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.