Skip to content
BibleKenya

Biblica® Open Lao Contemporary Version

1 ກະສັດ 17

ເອລີຢາ​ປະກາດ​ໄພ​ແຫ້ງແລ້ງ​ຄັ້ງ​ໃຫຍ່

ໃນ​ເວລາ​ນັ້ນ ເອລີຢາ​ຊາວ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ກ່າວ​ກັບ​ອາຮາບ​ວ່າ, “ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ທີ່​ຂ້າພະເຈົ້າ​ຮັບໃຊ້​ຢູ່​ນັ້ນ​ດຳລົງ​ຢູ່​ສັນໃດ, ຈະ​ບໍ່​ມີ​ນ້ຳຄ້າງ ຫລື ຝົນ​ໃນ​ສອງ​ສາມ​ປີ​ຂ້າງ​ໜ້າ​ຈົນ​ກວ່າ​ຂ້າພະເຈົ້າ​ຈະ​ບອກ​ໃຫ້​ມີ​ສັນນັ້ນ”.

ໂຕກາ​ລ້ຽງ​ເອລີຢາ

ແລ້ວ​ກໍ​ມີ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ເອລີຢາ​ວ່າ: “ຈົ່ງ​ອອກ​ຈາກ​ບ່ອນ​ນີ້, ໄປ​ທາງ​ທິດ​ຕາເວັນ​ອອກ​ແລ້ວ​ໄປ​ລີ້​ຢູ່​ຫ້ວຍ​ເກລິດ ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່ນ້ຳ​ຈໍແດນ. ເຈົ້າ​ຈະ​ດື່ມ​ນ້ຳ​ຈາກ​ຫ້ວຍ ແລະ ເຮົາ​ໄດ້​ສັ່ງ​ໃຫ້​ໂຕກາ​ນຳ​ເອົາ​ອາຫານ​ມາ​ລ້ຽງ​ເຈົ້າ​ຢູ່​ທີ່​ນັ້ນ”.

ເອລີຢາ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ບອກ​ເພິ່ນ ແລະ ເພິ່ນ​ໄດ້​ໄປ​ທີ່​ຫ້ວຍ​ເກລິດ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່ນ້ຳ​ຈໍແດນ ແລະ ໄດ້​ອາໄສ​ຢູ່​ທີ່​ນັ້ນ. ໂຕກາ​ໄດ້​ນຳ​ເອົາ​ເຂົ້າຈີ່ ແລະ ຊີ້ນ​ມາ​ໃຫ້​ເພິ່ນ​ທຸກ​ເຊົ້າ ແລະ ທຸກ​ແລງ ແລະ ເພິ່ນ​ໄດ້​ດື່ມ​ນ້ຳ​ຈາກ​ແມ່ນ້ຳ​ນັ້ນ.

ເອລີຢາ ແລະ ແມ່ໝ້າຍ​ທີ່​ຊາເຣັບຕາ

ຕໍ່ມາ​ຫ້ວຍ​ນັ້ນ​ກໍ​ແຫ້ງ​ເພາະ​ບໍ່​ມີ​ຝົນ​ຕົກ​ເລີຍ​ທົ່ວ​ດິນແດນ​ນັ້ນ. ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເອລີຢາ​ວ່າ: “ຈົ່ງ​ໄປ​ທີ່​ເມືອງ​ເຊເຣຟາດ​ໃນ​ເຂດແດນ​ຊີໂດນ ແລະ ອາໄສ​ຢູ່​ທີ່​ນັ້ນ. ເຮົາ​ໄດ້​ສັ່ງ​ແມ່ໝ້າຍ​ຄົນ​ໜຶ່ງ​ຢູ່​ທີ່​ນັ້ນ​ໃຫ້​ລ້ຽງດູ​ເຈົ້າ”. ດັ່ງນັ້ນ ເອລີຢາ​ຈຶ່ງ​ໄປ​ຍັງ​ເຊເຣຟາດ. ເມື່ອ​ເພິ່ນ​ມາ​ຮອດ​ທີ່​ປະຕູ​ເມືອງ, ກໍ​ເຫັນ​ແມ່ໝ້າຍ​ຄົນ​ໜຶ່ງ​ກຳລັງ​ເກັບ​ຟືນ​ຢູ່. ເພິ່ນ​ຈຶ່ງ​ເອີ້ນ​ນາງ ແລະ ໄດ້​ຖາມ​ວ່າ, “ຂໍ​ໃຫ້​ເຈົ້າ​ເອົາ​ນ້ຳ​ໃສ່​ເຢືອກ​ມາ​ໃຫ້​ຂ້ອຍ​ດື່ມ​ຈັກ​ໜ້ອຍ​ໄດ້​ບໍ?” ຂະນະ​ທີ່​ຍິງ​ນັ້ນ​ຈະ​ໄປ​ເອົາ​ມາ, ເພິ່ນ​ກໍ​ເອີ້ນ​ບອກ​ນາງ​ວ່າ “ແລະ ຊ່ວຍ​ເອົາ​ເຂົ້າຈີ່​ມາ​ໃຫ້​ຂ້ອຍ​ຈັກ​ປ່ຽງ​ໄດ້​ບໍ”.

ຍິງ​ນັ້ນ​ໄດ້​ຕອບ​ວ່າ, “ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ດຳລົງ​ຢູ່​ສັນໃດ ຂ້ານ້ອຍ​ກໍ​ບໍ່​ມີ​ເຂົ້າຈີ່​ເລີຍ​ສັນນັ້ນ ມີ​ແຕ່​ແປ້ງ​ພຽງ​ກຳ​ມື​ດຽວ​ໃນ​ໄຫ ແລະ ນ້ຳມັນ​ທີ່​ຢູ່​ກົ້ນ​ໄຫ​ເທົ່ານັ້ນ. ຂ້ານ້ອຍ​ກໍ​ກຳລັງ​ເກັບ​ຟືນ​ໜ້ອຍ​ໜຶ່ງ​ເພື່ອ​ເອົາ​ກັບ​ເມືອ​ເຮືອນ ແລະ ເຮັດ​ອາຫານ​ຄາບ​ໜຶ່ງ​ສຳລັບ​ຂ້ານ້ອຍ​ເອງ ແລະ ລູກຊາຍ​ຂອງ​ຂ້ານ້ອຍ, ເພື່ອ​ວ່າ​ພວກຂ້ານ້ອຍ​ຈະ​ກິນ ແລະ ກໍ​ຕາຍ”.

ເອລີຢາ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ຢ່າ​ຢ້ານ​ເລີຍ. ຈົ່ງ​ກັບ​ໄປ​ທີ່​ເຮືອນ ແລະ ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ເວົ້າ​ນັ້ນ. ແຕ່​ຈົ່ງ​ເຮັດ​ເຂົ້າຈີ່​ກ້ອນ​ນ້ອຍໆ​ຈາກ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ​ມາ​ໃຫ້​ຂ້ອຍ​ກ່ອນ ແລະ ຫລັງຈາກ​ນັ້ນ ຈຶ່ງ​ເຮັດ​ອາຫານ​ໃຫ້​ເຈົ້າ​ເອງ​ກັບ​ລູກຊາຍ​ຂອງ​ເຈົ້າ. ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ: ‘ແປ້ງ​ໃນ​ໄຫ​ຈະ​ໃຊ້​ບໍ່​ໝົດ ແລະ ນ້ຳມັນ​ໃນ​ໄຫ​ກໍ​ຈະ​ບໍ່​ແຫ້ງ ຈົນ​ເຖິງ​ວັນ​ທີ່​ພຣະເຈົ້າ​ຢາເວ​ສົ່ງ​ຝົນ​ຕົກລົງ​ມາ​ເທິງ​ດິນແດນ​ນີ້’ ”.

ແມ່ໝ້າຍ​ນັ້ນ​ຈຶ່ງ​ໄປ ແລະ ເຮັດ​ຕາມ​ທີ່​ເອລີຢາ​ໄດ້​ບອກ​ຕົນ. ດັ່ງນັ້ນ ຈຶ່ງ​ມີ​ອາຫານ​ທຸກ​ວັນ​ບໍ່​ຂາດ​ສຳລັບ​ເອລີຢາ ແລະ ສຳລັບ​ຍິງ​ຄົນ​ນັ້ນ​ກັບ​ຄອບຄົວ​ຂອງ​ນາງ. ເພາະ​ແປ້ງ​ໃນ​ໄຫ​ໃຊ້​ບໍ່​ໝົດ ແລະ ນ້ຳມັນ​ໃນ​ໄຫ​ກໍ​ບໍ່​ແຫ້ງ, ເປັນ​ຈິງ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ໄດ້​ເວົ້າ​ໄວ້​ຜ່ານ​ທາງ​ເອລີຢາ.

ຕໍ່ມາ​ລູກຊາຍ​ຂອງ​ຍິງ​ທີ່​ເປັນ​ເຈົ້າ​ຂອງ​ເຮືອນ​ນັ້ນ​ໄດ້​ເຈັບປ່ວຍ. ລາວ​ມີ​ອາການ​ໜັກ​ລົງ​ເລື້ອຍໆ ແລະ ໃນ​ທີ່ສຸດ​ກໍ​ຢຸດ​ຫາຍໃຈ. ນາງ​ຈຶ່ງ​ໄດ້​ເວົ້າ​ກັບ​ເອລີຢາ​ວ່າ, “ໂອ ຄົນ​ຂອງ​ພຣະເຈົ້າ, ເປັນຫຍັງ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ຢ່າງ​ນີ້? ທ່ານ​ມາ​ບ່ອນ​ນີ້​ເພື່ອ​ຈະ​ເຕືອນ​ໃຫ້​ລະນຶກ​ເຖິງ​ຄວາມ​ບາບ​ຂອງ​ຂ້ານ້ອຍ ແລະ ຂ້າ​ລູກຊາຍ​ຂອງ​ຂ້ານ້ອຍ​ບໍ?”

ເອລີຢາ​ໄດ້​ຕອບ​ວ່າ, “ຈົ່ງ​ລູກ​ຂອງ​ເຈົ້າ​ມາ​ໃຫ້​ຂ້ອຍ”. ເພິ່ນ​ໄດ້​ຮັບ​ເອົາ​ເດັກນ້ອຍ​ນັ້ນ​ມາ​ຈາກ​ອ້ອມ​ແຂນ​ຂອງ​ນາງ, ອຸ້ມ​ເດັກນ້ອຍ​ຂຶ້ນ​ໄປ​ໃນ​ຫ້ອງ​ຊັ້ນ​ເທິງ​ບ່ອນ​ທີ່​ເພິ່ນ​ເຄີຍ​ພັກ​ຢູ່ ແລະ ວາງ​ເດັກນ້ອຍ​ນັ້ນ​ລົງ​ເທິງ​ຕຽງ​ຂອງ​ລາວ. ແລ້ວ​ເພິ່ນ​ໄດ້​ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ວ່າ, “ຂ້າ​ແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ພຣະອົງ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ໃຫ້​ແມ່ໝ້າຍ​ທີ່​ຂ້ານ້ອຍ​ກຳລັງ​ອາໄສ​ຢູ່​ນຳ​ນີ້ ໂດຍ​ເຮັດ​ໃຫ້​ລູກຊາຍ​ຂອງ​ນາງ​ຕ້ອງ​ຕາຍ​ບໍ?” ແລ້ວ​ເພິ່ນ​ກໍ​ຢຽດ​ກາຍ​ຂອງ​ເພິ່ນ​ອອກ​ທັບ​ໂຕ​ຂອງ​ເດັກນ້ອຍ​ນັ້ນ​ສາມ​ຄັ້ງ ແລະ ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ວ່າ, “ຂ້າ​ແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ໂຜດ​ໃຫ້​ເດັກ​ຊາຍ​ຄົນ​ນີ້​ຟື້ນ​ຄືນ​ຊີວິດ​ມາ​ດ້ວຍ!”

ພຣະເຈົ້າ​ຢາເວ​ໄດ້​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ເອລີຢາ ແລະ ເດັກນ້ອຍ​ນັ້ນ​ກໍ​ຟື້ນ​ຄືນ​ຊີວິດ ແລະ ລາວ​ກໍ​ມີ​ຊີວິດ​ຢູ່. ເອລີຢາ​ຈຶ່ງ​ອູ້ມ​ເອົາ​ເດັກນ້ອຍ​ນັ້ນ ອູ້ມ​ລາວ​ລົງ​ມາ​ຈາກ​ຫ້ອງ ແລ້ວ​ເຂົ້າ​ໄປ​ໃນ​ເຮືອນ. ເພິ່ນ​ໄດ້​ມອບ​ເດັກນ້ອຍ​ນັ້ນ​ໃຫ້​ແກ່​ແມ່​ຂອງ​ລາວ ແລະ ເວົ້າ​ວ່າ, “ເບິ່ງ​ແມ, ລູກຊາຍ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່!”

ແລ້ວ​ຍິງ​ນັ້ນ​ຈຶ່ງ​ໄດ້​ເວົ້າ​ກັບ​ເອລີຢາ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຄົນ​ຂອງ​ພຣະເຈົ້າ ແລະ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ທ່ານ​ນັ້ນ​ເປັນ​ຄວາມຈິງ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.