Skip to content
BibleKenya

Biblica® Open Lao Contemporary Version

1 ກະສັດ 18

ເອລີຢາ ແລະ ໂອບາດີຢາ

ຫລັງຈາກນັ້ນ​ມາ​ເປັນ​ເວລາ​ດົນ​ນານ, ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເອລີຢາ​ໃນ​ປີ​ທີ​ສາມ​ວ່າ, “ຈົ່ງ​ໄປ ແລະ ສະເໜີ​ຕົວ​ຕໍ່​ອາຮາບ ແລ້ວ​ເຮົາ​ຈະ​ສົ່ງ​ຝົນ​ຕົກ​ລົງ​ມາ​ເທິງ​ດິນແດນ​ນີ້”. ດັ່ງນັ້ນ ເອລີຢາ​ຈຶ່ງ​ໄປ​ສະເໜີ​ຕົວ​ຕໍ່​ອາຮາບ.

ໃນ​ເວລາ​ນັ້ນ​ການ​ອຶດຢາກ​ອາຫານ​ໃນ​ຊາມາເຣຍ​ຮຸນແຮງ​ຫລາຍ, ແລະ ອາຮາບ​ໄດ້​ເອີ້ນ​ໂອບາດີຢາ, ຜູ້​ບໍລິຫານ​ວັງ​ຂອງ​ເພິ່ນ​ມາ​ຫາ. (ໂອບາດີຢາ​ເປັນ​ຜູ້​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ພຣະເຈົ້າ​ຢາເວ. ໃນ​ຂະນະ​ທີ່​ນາງ​ເຢເຊເບນ​ກຳລັງ​ຂ້າ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ຢາເວ, ໂອບາດີຢາ​ໄດ້​ຊ່ວຍເຫລືອ​ຜູ້ທຳນວາຍ​ໜຶ່ງ​ຮ້ອຍ​ຄົນ​ໃຫ້​ໄປ​ລີ້​ຢູ່​ໃນ​ຖ້ຳ​ສອງ​ແຫ່ງ, ແຫ່ງ​ລະ​ຫ້າ​ສິບ​ຄົນ ແລະ ໄດ້​ຈັດ​ອາຫານ​ກັບ​ນ້ຳ​ສົ່ງ​ໄປ​ໃຫ້​ພວກເຂົາ). ອາຮາບ​ໄດ້​ເວົ້າ​ກັບ​ໂອບາດີຢາ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ບໍ່​ນ້ຳ ແລະ ຮ່ອມພູ​ທຸກ​ແຫ່ງ​ທົ່ວ​ດິນແດນ. ເຮົາ​ອາດ​ຈະ​ພົບ​ຫຍ້າ​ພໍ​ລ້ຽງ​ມ້າ ແລະ ມ້າລໍ​ໃຫ້​ມີ​ຊີວິດ​ຢູ່ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຕ້ອງ​ຂ້າ​ສັດ​ໂຕ​ໃດ​ຂອງ​ພວກເຮົາ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ແບ່ງ​ກັນ​ອອກ​ໄປ​ສຳຫລວດ​ເບິ່ງ, ອາຮາບ​ໄປ​ທາງ​ໜຶ່ງ ແລະ ໂອບາດີຢາ​ກໍ​ໄປ​ອີກ​ທາງ​ໜຶ່ງ.

ຂະນະ​ທີ່​ໂອບາດີຢາ​ຍ່າງ​ໄປ​ຕາມ​ທາງ ເອລີຢາ​ກໍ​ມາ​ພົບ​ລາວ. ໂອບາດີຢາ​ຈື່​ເອລີຢາ​ໄດ້, ຈຶ່ງ​ໝອບ​ຄຳນັບ​ລົງ​ທີ່​ພື້ນ ແລະ ເວົ້າ​ວ່າ, “ທ່ານ​ແມ່ນ​ເອລີຢາ​ນາຍ​ຂອງ​ຂ້ານ້ອຍ​ແທ້​ບໍ?”

ເອລີຢາ​ໄດ້​ຕອບ​ວ່າ, “ແມ່ນ​ແລ້ວ, ຈົ່ງ​ໄປ​ບອກ​ກະສັດ​ອາຮາບ​ວ່າ ‘ເອລີຢາ​ຢູ່​ບ່ອນ​ນີ້’ ”.

ໂອບາດີຢາ​ໄດ້​ຖາມ​ວ່າ, “ຂ້ານ້ອຍ​ໄດ້​ເຮັດຫຍັງ​ຜິດ​ທ່ານ​ຈຶ່ງ​ຈະ​ສົ່ງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ໄປ​ໃຫ້​ອາຮາບ​ຂ້າ? ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ດຳລົງ​ຢູ່​ສັນໃດ, ກໍ​ບໍ່​ມີ​ຊາດ​ໃດ ຫລື ອານາຈັກ​ໃດ​ທີ່​ນາຍ​ຂອງ​ຂ້ານ້ອຍ​ບໍ່​ໄດ້​ສົ່ງ​ຄົນ​ໄປ​ຊອກ​ຫາ​ທ່ານ​ສັນນັ້ນ ແລະ ທຸກ​ຄັ້ງ​ທີ່​ມີ​ຊາດ​ໃດ ຫລື ອານາຈັກ​ໃດ​ບອກ​ວ່າ​ທ່ານ​ບໍ່​ໄດ້​ຢູ່​ທີ່​ນັ້ນ, ກະສັດ​ອາຮາບ​ກໍ​ຈະ​ໃຫ້​ພວກເຂົາ​ສາບານ​ວ່າ​ພວກເຂົາ​ບໍ່​ພົບ​ທ່ານ. ແຕ່​ບັດນີ້ ທ່ານ​ບອກ​ໃຫ້​ຂ້ານ້ອຍ​ໄປ​ຫາ​ນາຍ​ຂອງ​ຂ້ານ້ອຍ ແລະ ເວົ້າ​ວ່າ, ‘ເອລີຢາ​ຢູ່​ບ່ອນ​ນີ້’. ແຕ່​ເມື່ອ​ຂ້ານ້ອຍ​ໄປ​ຈາກ​ທ່ານ​ແລ້ວ ກໍ​ບໍ່​ຮູ້​ວ່າ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ມາ​ຮັບ​ທ່ານ​ໄປ​ໃສ. ຖ້າ​ຂ້ານ້ອຍ​ໄປ​ແລ້ວ ແລະ ບອກ​ອາຮາບ ແລ້ວ​ເພິ່ນ​ມາ​ບໍ່​ພົບ​ທ່ານ ເພິ່ນ​ກໍ​ຈະ​ຂ້າ​ຂ້ານ້ອຍ. ແຕ່​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ນະມັດສະການ​ພຣະເຈົ້າ​ຢາເວ​ມາ​ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ໜຸ່ມ. ນາຍ​ຂອງ​ຂ້ານ້ອຍ, ທ່ານ​ບໍ່​ເຄີຍ​ໄດ້​ຍິນ​ບໍ​ວ່າ ເມື່ອ​ເວລາ​ທີ່​ນາງ​ເຢເຊເບນ​ກຳລັງ​ຂ້າ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ນັ້ນ? ຂ້ານ້ອຍ​ໄດ້​ເຊື່ອງ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ຢາເວ ຮ້ອຍ​ຄົນ​ໄວ້​ໃນ​ຖ້ຳ​ສອງ​ແຫ່ງ, ແຫ່ງ​ລະ​ຫ້າ​ສິບ​ຄົນ ແລະ ໄດ້​ຈັດ​ອາຫານ​ກັບ​ນ້ຳ​ສົ່ງ​ໄປ​ໃຫ້​ພວກເຂົາ. ແລະ ບັດນີ້ ທ່ານ​ບອກ​ໃຫ້​ຂ້ານ້ອຍ​ໄປ​ຫາ​ນາຍ​ຂອງ​ຂ້ານ້ອຍ ແລະ ເວົ້າ​ວ່າ, ‘ເອລີຢາ​ຢູ່​ບ່ອນ​ນີ້’. ເພິ່ນ​ກໍ​ຈະ​ຂ້າ​ຂ້ານ້ອຍ​ແທ້ໆ!”

ເອລີຢາ​ເວົ້າ​ວ່າ “ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ທີ່​ເຮົາ​ຮັບໃຊ້​ດຳລົງ​ຢູ່​ສັນໃດ, ເຮົາ​ກໍ​ຈະ​ສະເໜີ​ຕົວ​ເຮົາ​ເອງ​ຕໍ່​ອາຮາບ​ໃນ​ວັນ​ນີ້​ຢ່າງ​ແນ່ນອນ​ສັນນັ້ນ”.

ເອລີຢາ​ເທິງ​ພູເຂົາ​ກາເມນ

ດັ່ງນັ້ນ ໂອບາດີຢາ​ຈຶ່ງ​ໄປ​ພົບ​ອາຮາບ ແລະ ບອກ​ເພິ່ນ ແລ້ວ​ອາຮາບ​ກໍ​ອອກ​ມາ​ພົບ​ເອລີຢາ. ເມື່ອ​ອາຮາບ​ເຫັນ​ເອລີຢາ ເພິ່ນ​ກໍ​ເວົ້າ​ກັບ​ເອລີຢາ​ວ່າ, “ແມ່ນ​ເຈົ້າ​ບໍ, ຜູ້​ທີ່​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ອິດສະຣາເອນ?”

ເອລີຢາ​ໄດ້​ຕອບ​ວ່າ, “ບໍ່​ແມ່ນ​ຂ້ານ້ອຍ, ແຕ່​ແມ່ນ​ທ່ານ​ກັບ​ເຊື້ອສາຍ​ຂອງ​ພໍ່​ຂອງ​ທ່ານ​ຕ່າງ​ຫາກ​ທີ່​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ອິດສະຣາເອນ. ທ່ານ​ໄດ້​ປະຖິ້ມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ແລະ ໄປ​ຕິດ​ຕາມ​ພະບາອານ. ບັດນີ້ ຈົ່ງ​ຮວບຮວມ​ປະຊາຊົນ​ຈາກ​ທົ່ວ​ອິດສະຣາເອນ​ມາ​ພົບ​ຂ້ານ້ອຍ​ຢູ່​ເທິງ​ພູເຂົາ​ກາເມນ ແລະ ນຳ​ເອົາ​ຜູ້ທຳນວາຍ​ຂອງ​ພະບາອານ 450 ຄົນ ແລະ ຜູ້ທຳນວາຍ​ຂອງ​ເຈົ້າ​ແມ່​ອາເຊຣາ 400 ຄົນ ເຊິ່ງ​ກິນ​ອາຫານ​ຢູ່​ທີ່​ໂຕະ​ຂອງ​ນາງ​ເຢເຊເບນ”.

ດັ່ງນັ້ນ ອາຮາບ​ຈຶ່ງ​ໄດ້​ສົ່ງ​ຂ່າວ​ໄປ​ທົ່ວ​ທັງ​ອິດສະຣາເອນ ແລະ ເອີ້ນ​ບັນດາ​ຜູ້ທຳນວາຍ​ມາ​ຊຸມນຸມ​ກັນ​ຢູ່​ເທິງ​ພູເຂົາ​ກາເມນ. ເອລີຢາ​ໄດ້​ມາ​ຢູ່​ຕໍ່ໜ້າ​ປະຊາຊົນ ແລະ ເວົ້າ​ວ່າ, “ພວກ​ທ່ານ​ຈະ​ລັ່ງເລ​ໃຈ​ລະຫວ່າງ​ຄວາມ​ຄິດ​ເຫັນ​ສອງ​ຢ່າງ​ນີ້​ໄປ​ອີກ​ດົນ​ປານ​ໃດ? ຖ້າ​ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ, ຈົ່ງ​ຕິດ​ຕາມ​ພຣະອົງ; ແຕ່​ຖ້າ​ພະບາອານ​ເປັນ​ພຣະເຈົ້າ, ກໍ​ໄປ​ຕິດ​ຕາມ​ພະບາອານ”.

ແຕ່​ປະຊາຊົນ​ບໍ່​ເວົ້າ​ຫຍັງ.

ຫລັງຈາກນັ້ນ ເອລີຢາ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ເຮົາ​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ຢາເວ​ພຽງ​ຄົນ​ດຽວ​ທີ່​ເຫລືອ​ຢູ່, ແຕ່​ຝ່າຍ​ພະບາອານ​ມີ​ຜູ້ທຳນວາຍ​ເຖິງ 450 ຄົນ. ຈົ່ງ​ນຳ​ງົວ​ໜຸ່ມ​ສອງ​ໂຕ​ມາ​ໃຫ້​ພວກເຮົາ. ໃຫ້​ຜູ້ທຳນວາຍ​ຂອງ​ພະບາອານ​ເລືອກ​ໄປ​ໜຶ່ງ​ໃນ​ສອງ​ໂຕ​ນັ້ນ ແລະ ໃຫ້​ພວກເຂົາ​ຕັດ​ງົວ​ນັ້ນ​ອອກ​ເປັນ​ສອງ​ຕ່ອນ ແລະ ວາງ​ງົວ​ໄວ້​ເທິງ​ຟືນ​ແຕ່​ບໍ່​ຕ້ອງ​ຈູດ​ໄຟ. ເຮົາ​ຈະ​ຕຽມ​ງົວ​ອີກ​ໂຕ​ໜຶ່ງ ແລະ ວາງ​ງົວ​ນັ້ນ​ໄວ້​ເທິງ​ຟືນ​ແຕ່​ບໍ່​ຈູດໄຟ. ຫລັງ​ຈາກ​ນັ້ນ​ພວກເຈົ້າ ໃຫ້​ພວກເຈົ້າ​ຮ້ອງ​ອອກ​ນາມ​ຂອງ​ພະ​ຂອງ​ພວກເຈົ້າ ແລະ ສ່ວນ​ເຮົາ​ຈະ​ຮ້ອງ​ອອກ​ນາມ​ພຣະເຈົ້າ​ຢາເວ. ພຣະເຈົ້າ​ອົງ​ທີ່​ຕອບ​ໂດຍ​ສົ່ງ​ໄຟ​ມາ​ນັ້ນ ພຣະອົງ​ຄື​ພຣະເຈົ້າ​ທີ່​ແທ້​ຈິງ”.

ແລ້ວ​ຄົນ​ທັງໝົດ​ກໍ​ໄດ້​ເວົ້າ​ວ່າ, “ສິ່ງ​ທີ່​ທ່ານ​ເວົ້າ​ນັ້ນ​ດີ​ແລ້ວ”.

ເອລີຢາ​ໄດ້​ເວົ້າ​ກັບ​ຜູ້​ທຳນວາຍ​ຂອງ​ພະບາອານ​ວ່າ, “ຈົ່ງ​ເລືອກ​ເອົາ​ງົວ​ໂຕ​ໜຶ່ງ​ໃນ​ສອງ​ໂຕ​ນັ້ນ ແລະ ຈັດຕຽມ​ງົວ​ກ່ອນ ເພາະ​ພຣະເຈົ້າ​ມີ​ກັນ​ຫລາຍ​ຄົນ. ຈົ່ງ​ຮ້ອງ​ນາມ​ຂອງ​ພະ​ຂອງ​ພວກເຈົ້າ, ແຕ່​ບໍ່​ຕ້ອງ​ຈູດ​ໄຟ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ງົວ​ທີ່​ມອບ​ໃຫ້​ພວກເຂົາ​ນັ້ນ​ໄປ​ຈັດ​ຕຽມ.

ແລ້ວ​ພວກເຂົາ​ກໍ​ໄດ້​ຮ້ອງ​ນາມ​ຂອງ​ພະບາອານ​ຕັ້ງ​ແຕ່​ເຊົ້າ​ຈົນ​ທ່ຽງ. ພວກເຂົາ​ຮ້ອງ​ວ່າ, “ຂ້າ​ແດ່​ພະບາອານ ໂຜດ​ຕອບ​ພວກຂ້ານ້ອຍ!” ແຕ່​ບໍ່​ມີ​ຜູ້ໃດ​ຕອບ​ອັນໃດ​ເລີຍ; ພວກເຂົາ​ໄດ້​ເຕັ້ນລຳ​ອ້ອມ​ແທ່ນ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ.

ໃນ​ຕອນ​ທ່ຽງ ເອລີຢາ​ກໍ​ເລີ່ມ​ເຢາະເຢີ້ຍ​ພວກເຂົາ. ເພິ່ນ​ໄດ້​ເວົ້າ​ວ່າ, “ຈົ່ງ​ຮ້ອງ​ດັງ​ຂຶ້ນ​ອີກ! ພະບາອານ​ເປັນ​ພຣະເຈົ້າ​ບໍ່​ແມ່ນ​ບໍ! ບາງ​ທີ​ພະບາອານ​ອາດ​ຈະ​ກຳລັງ​ເຮັດ​ສະມາທິ​ຢູ່ ຫລື ເຂົ້າ​ກຳລັງ​ຫຍຸ້ງ​ຢູ່ ຫລື ກຳລັງ​ເດີນທາງ. ບາງ​ທີ​ພະບາອານ​ກໍ​ກຳລັງ​ນອນ​ຢູ່ ແລະ ຈະ​ຕ້ອງ​ຕື່ນ​ຂຶ້ນ​ມາ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ດັງ​ຂຶ້ນ ແລະ ປາດ​ຕົນ​ເອງ​ດ້ວຍ​ດາບ ແລະ ຫອກ ຕາມ​ພິທີ​ຂອງ​ພວກເຂົາ​ຈົນ​ເລືອດ​ຂອງ​ພວກເຂົາ​ໄຫລ. ເມື່ອ​ຕອນທ່ຽງ​ຜ່ານ​ໄປ ແລະ ພວກເຂົາ​ກໍ​ສືບ​ຕໍ່​ສົ່ງ​ສຽງ​ຕະຫລອດ​ຕອນ​ບ່າຍ​ຈົນ​ເຖິງ​ເວລາ​ຖວາຍ​ເຄື່ອງບູຊາ​ໃນ​ຕອນ​ແລງ. ແຕ່​ບໍ່​ມີ​ສຽງ​ຕອບ​ຮັບ, ບໍ່​ມີ​ຜູ້ໃດ​ຕອບ, ບໍ່​ມີ​ຜູ້ໃດ​ສົນໃຈ.

ດັ່ງນັ້ນ ເອລີຢາ​ຈຶ່ງ​ໄດ້​ເວົ້າ​ກັບ​ປະຊາຊົນ​ທັງໝົດ​ວ່າ, “ຈົ່ງ​ມາ​ຫາ​ຂ້າພະເຈົ້າ​ຢູ່​ບ່ອນ​ນີ້”. ພວກເຂົາ​ກໍ​ມາ​ກາ​ເພິ່ນ ແລະ ເອລີຢາ​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ຢູ່​ໃນ​ສະພາບ​ຫັກ​ພັງ. ເອລີຢາ​ໄດ້​ເອົາ​ຫີນ​ມາ​ສິບ​ສອງ​ກ້ອນ, ແຕ່​ລະ​ກ້ອນ​ແມ່ນ​ສຳລັບ​ແຕ່​ລະ​ເຜົ່າ ເຊິ່ງ​ສືບ​ເຊື້ອສາຍ​ມາ​ຈາກ​ຢາໂຄບ ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້​ວ່າ, “ອິດສະຣາເອນ​ຈະ​ເປັນ​ຊື່​ຂອງ​ເຈົ້າ”. ເພິ່ນ​ໄດ້​ໃຊ້​ຫີນ​ສ້າງ​ແທ່ນບູຊາ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ ແລະ ຂຸດ​ຮ່ອງ​ອ້ອມ​ແທ່ນບູຊາ​ໃຫ້​ໃຫຍ່​ພໍ​ທີ່​ຈະ​ໃສ່​ເມັດພືດ​ໄດ້​ປະມານ 2 ຊີ.1 ເພິ່ນ​ໄດ້​ລຽງ​ຟືນ​ເທິງ​ແທ່ນບູຊາ, ຕັດ​ງົວ​ໜຸ່ມ​ໂຕ​ນັ້ນ​ອອກ​ເປັນ​ຕ່ອນ ແລ້ວ​ວາງ​ໄວ້​ຢູ່​ເທິງ​ຟືນ. ຫລັງ​ຈາກ​ນັ້ນ​ເພິ່ນ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ໃຫ້​ເຕັມ​ສີ່​ຖັງ ເທ​ນ້ຳ​ນັ້ນ​ລົງ​ເທິງ​ເຄື່ອງບູຊາ ແລະ ຟືນ”.

ເພິ່ນ​ເວົ້າ​ວ່າ, “ຈົ່ງ​ເຮັດ​ອີກ​ເທື່ອ​ໜຶ່ງ”, ພວກເຂົາ​ກໍ​ເຮັດ​ອີກ​ເທື່ອ​ໜຶ່ງ.

ເພິ່ນ​ໄດ້​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ເຮັດ​ເປັນ​ເທື່ອ​ທີ​ສາມ”, ພວກເຂົາ​ກໍ​ເຮັດ​ຕາມ​ເປັນ​ເທື່ອ​ທີ​ສາມ. ນ້ຳ​ນັ້ນ​ໄຫລ​ອ້ອມ​ແທ່ນ​ເຕັມ​ຮ່ອງ​ທີ່​ຂຸດ​ໄວ້.

ພໍ​ເຖິງ​ເວລາ​ຖວາຍ​ເຄື່ອງບູຊາ, ຜູ້ທຳນວາຍ​ເອລີຢາ​ໄດ້​ກ້າວ​ຂາ​ອອກ​ມາ​ຂ້າງ​ໜ້າ ແລະ ອະທິຖານ​ວ່າ: “ຂ້າ​ແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ອິດສະຣາເອນ, ຂໍ​ໃຫ້​ເປັນ​ທີ່​ຮູ້​ທົ່ວ​ກັນ​ໃນ​ວັນ​ນີ້​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ ແລະ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ໄດ້​ເຮັດ​ສິ່ງ​ທັງໝົດ​ເຫລົ່ານີ້​ຕາມ​ຄຳສັ່ງ​ຂອງ​ພຣະອົງ. ຂ້າ​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຕອບ​ຂ້ານ້ອຍ, ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ, ເພື່ອ​ວ່າ​ປະຊາຊົນ​ເຫລົ່ານີ້​ຈະ​ໄດ້​ຮູ້​ວ່າ​ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ ແລະ ພຣະອົງ​ນຳ​ຈິດໃຈ​ຂອງ​ພວກເຂົາ​ກັບ​ມາ​ຫາ​ພຣະອົງ”.

ແລ້ວ​ທັນ​ໃດ​ນັ້ນ ໄຟ​ຂອງ​ພຣະເຈົ້າ​ຢາເວ​ກໍ​ຕົກ​ລົງ​ມາ ແລະ ເຜົາ​ເຄື່ອງບູຊາ, ຟືນ, ຫີນ ແລະ ພື້ນດິນ​ບ່ອນ​ນັ້ນ ແລະ ແມ່ນ​ແຕ່​ນ້ຳ​ໃນ​ຮ່ອງ​ອ້ອມ​ແທ່ນ​ກໍ​ແຫ້ງ​ຫມົດ.

ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ເຫັນ​ດັ່ງນີ້, ພວກເຂົາ​ກໍ​ໝອບ​ກາຍ​ລົງ ແລະ ຮ້ອງ​ວ່າ, “ພຣະເຈົ້າ​ຢາເວ ພຣະອົງ​ເປັນ​ພຣະເຈົ້າ! ພຣະເຈົ້າ​ຢາເວ ພຣະອົງ​ເປັນ​ພຣະເຈົ້າ!”

ແລ້ວ​ເອລີຢາ​ກໍ​ໄດ້​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ຈັບກຸມ​ບັນດາ​ຜູ້ທຳນວາຍ​ຂອງ​ພະບາອານ​ໄວ້. ຢ່າ​ໃຫ້​ຜູ້ໃດ​ໜີ​ລອດ​ໄປ​ໄດ້” ແລ້ວ​ພວກເຂົາ​ກໍ​ເຂົ້າ​ຈັບກຸມ ແລະ ເອລີຢາ​ກໍ​ໄດ້​ນຳ​ໂຕ​ບັນດາ​ຜູ້ທຳນວາຍ​ໄປ​ທີ່​ຮ່ອມພູ​ກີໂຊນ ແລະ ຂ້າ​ພວກເຂົາ.

ແລ້ວ​ເອລີຢາ​ໄດ້​ເວົ້າ​ກັບ​ອາຮາບ​ວ່າ, “ຂໍ​ເຊີນ​ໄປ​ກິນ ແລະ ດື່ມ, ເພາະ​ມີ​ສຽງ​ຝົນ​ຫ່າ​ໃຫຍ່”. ດັ່ງນັ້ນ ອາຮາບ​ຈຶ່ງ​ອອກ​ໄປ​ກິນ ແລະ ດື່ມ, ແຕ່​ເອລີຢາ​ໄດ້​ປີນ​ຂຶ້ນ​ໄປ​ເທິງ​ຍອດ​ພູເຂົາ​ກາເມນ, ໂນ້ມ​ໂຕ​ລົງ​ທີ່​ພື້ນດິນ ແລະ ກົ້ມ​ໜ້າ​ຂອງ​ຕົນ​ລົງ​ໃສ່​ລະຫວ່າງ​ຫົວເຂົ່າ.

ເພິ່ນ​ໄດ້​ບອກ​ຄົນຮັບໃຊ້​ຂອງ​ເພິ່ນ​ວ່າ “ຈົ່ງ​ໄປ ແລະ ຈົ່ງ​ເບິ່ງ​ໄປ​ທີ່​ທາງ​ທະເລ”. ແລ້ວ​ຄົນ​ຮັບໃຊ້​ນັ້ນ​ກໍ​ຂຶ້ນ​ໄປ ແລະ ໄດ້​ເບິ່ງ.

ຄົນຮັບໃຊ້​ໄດ້​ບອກ​ເອລີຢາ​ວ່າ, “ບໍ່​ມີ​ຫຍັງ​ຢູ່​ທີ່​ນັ້ນ”.

ເອລີຢາ​ເວົ້າ​ວ່າ, “ຈົ່ງ​ກັບ​ຄືນ​ໄປ” ເຈັດ​ຄັ້ງ.

ໃນ​ຄັ້ງ​ທີ​ເຈັດ ຄົນຮັບໃຊ້​ນັ້ນ​ໄດ້​ລາຍງານ​ວ່າ, “ມີ​ເມກ​ກ້ອນ​ໜຶ່ງ​ນ້ອຍໆ​ມີ​ຂະໜາດ​ປະມານ​ຝ່າ​ມື​ຂອງ​ຄົນ​ກຳລັງ​ເຄື່ອນ​ຂຶ້ນ​ມາ​ຈາກ​ທະເລ”.

ດັ່ງນັ້ນ ເອລີຢາ​ຈຶ່ງ​ເວົ້າ​ວ່າ “ຈົ່ງ​ໄປ​ບອກ​ອາຮາບ​ວ່າ, ‘ຈົ່ງ​ຕຽມ​ລົດມ້າ​ຮົບ​ແລ້ວ​ລົງ​ຈາກ​ພູເຂົາ​ກ່ອນ​ທີ່​ຝົນ​ຈະ​ມາ​ແລ້ວ​ທ່ານ​ຈະ​ໄປ​ບໍ່​ໄດ້’ ”.

ໃນ​ທັນ​ໃດ​ນັ້ນ ທ້ອງຟ້າ​ກໍ​ມືດ​ຄື້ມ​ດ້ວຍ​ເມກ, ລົມ​ກໍ​ພັດ​ແຮງ, ຝົນ​ກໍ​ເລີ່ມ​ຕົກ​ໜັກ ແລະ ອາຮາບ​ຟ້າວ​ອອກ​ໄປ​ທີ່​ຢິດຊະເຣນ. ລິດອຳນາດ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ລົງ​ມາ​ເໜືອ​ເອລີຢາ, ເພິ່ນ​ກໍ​ໄດ້​ມັດ​ແອວ​ທັບ​ເສື້ອຄຸມ​ຂອງ​ເພິ່ນ​ໃຫ້​ແໜ້ນ, ເພິ່ນ​ແລ່ນ​ນຳ​ໜ້າ​ອາຮາບ​ມາ​ຕະຫລອດ​ທາງ​ຈົນ​ເຖິງ​ເມືອງ​ຢິດຊະເຣນ.

Source notes (1)
  1. Footnote ຫລື ປະມານ 11 ກິໂລກຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.