Skip to content
BibleKenya

Biblica® Open Lao Contemporary Version

1 ກະສັດ 19

ເອລີຢາ​ໜີ​ໄປ​ທີ່​ພູເຂົາ​ໂຮເຣັບ

ບັດນີ້ ອາຮາບ​ໄດ້​ເລົ່າ​ທຸກສິ່ງ​ທີ່​ເອລີຢາ​ໄດ້​ເຮັດ​ໃຫ້​ນາງ​ເຢເຊເບນ​ຟັງ ແລະ ເລົ່າ​ເຖິງ​ເລື່ອງ​ທີ່​ເອລີຢາ​ໄດ້​ຜູ້ທຳນວາຍ​ຂອງ​ພະບາອານ​ທັງໝົດ​ດ້ວຍ​ດາບ. ດັ່ງນັ້ນ ເຢເຊເບນ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ເອລີຢາ ແລະ ເວົ້າ​ວ່າ, “ຂໍ​ໃຫ້​ພະ​ທັງຫລາຍ​ຈັດການ​ກັບ​ເຮົາ​ຢ່າງ​ໜັກ ຖ້າ​ພາຍໃນ​ມື້​ອື່ນ​ໃນ​ເວລາ​ດຽວ​ກັນ​ນີ້ ເຮົາ​ຍັງ​ບໍ່​ປິດ​ຊີວິດ​ຂອງ​ເຈົ້າ​ເໝືອນ​ດັ່ງ​ທີ່​ເຈົ້າ​ເຮັດ​ກັບ​ຄົນ​ຂອງ​ເຮົາ”.

ເອລີຢາ​ຢ້ານ1​ຈຶ່ງ​ໜີ​ເອົາ​ຊີວິດ​ຂອງ​ຕົນ​ໃຫ້​ລອດ. ເມື່ອ​ເພິ່ນ​ໄປ​ໄດ້​ມາ​ທີ່​ເບເອນເຊບາ​ໃນ​ຢູດາຍ ແລະ ເພິ່ນ​ໄດ້​ປະ​ຄົນຮັບໃຊ້​ຂອງ​ເພິ່ນ​ໄວ້​ທີ່​ນັ້ນ, ສ່ວນ​ເພິ່ນ​ເອງ​ແມ່ນ​ເດີນທາງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ ພະເນຈອນ​ໄປ​ຕະຫລອດ​ທັງ​ວັນ. ເພິ່ນ​ໄດ້​ມາ​ທີ່​ຕົ້ນຊາກ​ຕົ້ນ​ໜຶ່ງ ຈຶ່ງ​ນັ່ງ​ລົງ​ຢູ່​ກ້ອງ​ຕົ້ນຊາກ​ນັ້ນ ແລະ ອະທິຖານ​ໃຫ້​ຕົນ​ເອງ​ຕາຍ. ເພິ່ນ​ໄດ້​ເວົ້າ​ວ່າ, “ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ພໍ​ແລ້ວ, ຂໍ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ; ຂ້ານ້ອຍ​ກໍ​ບໍ່​ໄດ້​ດີ​ໄປ​ກວ່າ​ບັນດາ​ບັນພະບຸລຸດ​ຂອງ​ຂ້ານ້ອຍ”. ແລ້ວ​ເພິ່ນ​ກໍ​ນອນ​ລົງ​ກ້ອງ​ຕົ້ນຊາກ ແລະ ກໍ​ຫລັບ​ໄປ.

ທັນ​ໃດ​ນັ້ນ ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ມາ​ແຕະຕ້ອງ​ໂຕ​ເພິ່ນ ແລະ ເວົ້າ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ ກິນ​ອາຫານ”. ເອລີຢາ​ໄດ້​ເບິ່ງ​ໄປ​ອ້ອມ​ຮອບ ແລະ ເຫັນ​ວ່າ​ມີ​ເຂົ້າຈີ່​ຮ້ອນໆ​ວາງ​ຢູ່​ເທິງ​ກ້ອນຫີນ ແລະ ມີ​ນ້ຳ​ເຢືອກ​ໜຶ່ງ​ຢູ່​ຂ້າງ​ຫົວ​ຂອງ​ເພິ່ນ. ເພິ່ນ​ໄດ້​ກິນ ແລະ ໄດ້​ດື່ມ ແລ້ວ​ລົ້ມ​ກໍ​ນອນ​ລົງ​ອີກ.

ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກັບ​ມາ​ອີກ​ເທື່ອ​ທີ​ສອງ ແລະ ໄດ້​ແຕະຕ້ອງ​ໂຕ​ເພິ່ນ ແລະ ເວົ້າ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ ກິນ​ອາຫານ, ເພາະ​ການເດີນທາງ​ຄັ້ງ​ນີ້​ແມ່ນ​ເກີນ​ກຳລັງ​ຂອງ​ທ່ານ”. ດັ່ງນັ້ນ ເອລີຢາ​ຈຶ່ງ​ໄດ້​ລຸກ​ຂຶ້ນ ແລ້ວ​ກິນ ແລະ ດື່ມ. ອາຫານ​ນັ້ນ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ກຳລັງ​ຂຶ້ນ, ເພິ່ນ​ໄດ້​ເດີນທາງ​ເປັນ​ເວລາ​ສີ່​ສິບ​ວັນ​ສີ່​ສິບ​ຄືນ ຈົນ​ມາ​ເຖິງ​ໂຮເຣັບ, ພູເຂົາ​ຂອງ​ພຣະເຈົ້າ. ເພິ່ນ​ໄດ້​ເຂົ້າ​ໄປ​ພັກ​ຄ້າງ​ຄືນ​ໃນ​ຖ້ຳ​ແຫ່ງ​ໜຶ່ງ​ຢູ່​ທີ່​ນັ້ນ.

ພຣະເຈົ້າ​ຢາເວ​ໄດ້​ປາກົດ​ແກ່​ເອລີຢາ

ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເພິ່ນ​ວ່າ, “ເອລີຢາ, ເຈົ້າ​ກຳລັງ​ເຮັດ​ຫຍັງ​ຢູ່​ບ່ອນ​ນີ້?”

ເອລີຢາ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ກະຕືລືລົ້ນ​ທຸ້ມເທ​ເຮັດ​ວຽກ​ເພື່ອ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ຊົນຊາດ​ອິດສະຣາເອນ​ໄດ້​ປະຖິ້ມ​ຄຳໝັ້ນສັນຍາ​ຂອງ​ພຣະອົງ, ຮື້​ແທ່ນບູຊາ​ຂອງ​ພຣະອົງ ແລະ ຂ້າ​ຜູ້ທຳນວາຍ​ຂອງ​ພຣະອົງ​ດ້ວຍ​ຄົມ​ດາບ. ເຫລືອ​ຂ້ານ້ອຍ​ພຽງ​ແຕ່​ຄົນ​ດຽວ​ເທົ່າ​ນັ້ນ ແລະ ບັດນີ້ ພວກເຂົາ​ແມ່ນ​ກຳລັງ​ພະຍາຍາມ​ຂ້າ​ຂ້ານ້ອຍ​ເໝືອນ​ກັນ”.

ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ຈົ່ງ​ອອກ​ໄປ ແລະ ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເທິງ​ພູເຂົາ, ເພາະ​ພຣະເຈົ້າ​ຢາເວ​ກຳລັງ​ຈະ​ຍ່າງ​ຜ່ານ”.

ແລ້ວ​ກໍ​ມີ​ລົມ​ພະຍຸ​ກ້າ​ພັດ​ປະທະ​ພູເຂົາ​ຢ່າງ​ຮຸນແຮງ ຈີກ​ພູເຂົາ​ອອກ​ຈາກ​ກັນ ແລະ ເຮັດ​ໃຫ້​ຫີນ​ແຕກ​ອອກ​ເປັນ​ກ້ອນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ແຕ່​ພຣະເຈົ້າ​ຢາເວ​ບໍ່​ໄດ້​ຢູ່​ໃນ​ລົມ​ນັ້ນ. ຫລັງ​ຈາກ​ເກີດ​ພະຍຸ​ແລ້ວ ກໍ​ເກີດ​ແຜ່ນດິນ​ໄຫວ ແຕ່​ພຣະເຈົ້າ​ຢາເວ​ບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ໄຫວ​ນັ້ນ. ຫລັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ແລ້ວ ກໍ​ເກີດ​ໄຟ​ໄໝ້ ແຕ່​ພຣະເຈົ້າ​ຢາເວ​ບໍ່​ໄດ້​ຢູ່​ໃນ​ໄຟ​ນັ້ນ. ຫລັງ​ຈາກ​ໄຟ​ໄໝ້​ແລ້ວ ກໍ​ມີ​ສຽງ​ຊື່ມ​ອັນ​ອ່ອນ​ໂຍນ. ເມື່ອ​ເອລີຢາ​ໄດ້​ຍິນ​ສິ່ງ​ນັ້ນ, ເພິ່ນ​ກໍ​ດຶງ​ເສື້ອຄຸມ​ຂອງ​ຕົນ​ຂຶ້ນ​ປົກ​ໜ້າ​ຂອງ​ເພິ່ນ ແລະ ອອກ​ໄປ​ຢືນ​ຢູ່​ທີ່​ປາກ​ຖ້ຳ.

ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ກ່າວ​ກັບ​ເພິ່ນ​ວ່າ, “ເອລີຢາ, ເຈົ້າ​ກຳລັງ​ເຮັດ​ຫຍັງ​ຢູ່​ບ່ອນ​ນີ້?”

ເພິ່ນ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ກະຕືລືລົ້ນ​ທຸ້ມເທ​ເຮັດ​ວຽກ​ງານ​ເພື່ອ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່. ຊົນຊາດ​ອິດສະຣາເອນ​ໄດ້​ປະຖິ້ມ​ຄຳໝັ້ນສັນຍາ​ຂອງ​ພຣະອົງ, ຮື້​ແທ່ນບູຊາ​ຂອງ​ພຣະອົງ ແລະ ຂ້າ​ຜູ້ທຳນວາຍ​ຂອງ​ພຣະອົງ​ດ້ວຍ​ຄົມ​ດາບ. ເຫລືອ​ຂ້ານ້ອຍ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ແລະ ບັດນີ້ ພວກເຂົາ​ແມ່ນ​ກຳລັງ​ພະຍາຍາມ​ຂ້າ​ຂ້ານ້ອຍ​ເໝືອນ​ກັນ”.

ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ຈົ່ງ​ກັບ​ໄປ​ຕາມ​ທາງ​ທີ່​ເຈົ້າ​ມາ, ແລ້ວ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ແຫ່ງ​ດາມັສກັດ. ເມື່ອ​ເຈົ້າ​ໄປ​ເຖິງ​ທີ່​ນັ້ນ, ຈົ່ງ​ເຈີມ​ຮາຊາເອນ​ໃຫ້​ເປັນ​ກະສັດ​ແຫ່ງ​ອາຣາມ. ພ້ອມທັງ​ເຈີມ​ເຢຮູ ລູກຊາຍ​ຂອງ​ນິມຊີ ໃຫ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ, ແລ້ວ​ເຈີມ​ເອລີຊາ ລູກຊາຍ​ຂອງ​ຊາຟັດ​ຈາກ​ອາເບັນ​ເມໂຮລາ ໃຫ້​ເປັນ​ຜູ້ທຳນວາຍ​ສືບ​ຕໍ່​ຈາກ​ເຈົ້າ. ຜູ້ໃດ​ໜີ​ລອດ​ຈາກ​ຄົມ​ດາບ​ຂອງ​ຮາຊາເອນ ຈະ​ຖືກ​ເຢຮູ​ຂ້າ ແລະ ຜູ້ໃດ​ໜີ​ລອດ​ຈາກ​ຄົມ​ດາບ​ຂອງ​ເຢຮູ ຈະ​ຖືກ​ເອລີຊາ​ຂ້າ. ແຕ່​ເຮົາ​ຈະ​ເກັບ​ຮັກສາ​ຄົນ​ເຈັດ​ພັນ​ຄົນ​ທີ່​ບໍ່​ໄດ້​ຄຸເຂົ່າ​ຂາບໄຫວ້​ພະບາອານ ແລະ ຜູ້​ທີ່​ບໍ່​ໄດ້​ຈູບ​ພະບາອານ​ໄວ້​ໃນ​ອິດສະຣາເອນ”.

ພຣະເຈົ້າ​ເອີ້ນ​ເອົາ​ເອລີຊາ

ດັ່ງນັ້ນ ເອລີຢາ​ຈຶ່ງ​ໄປ​ຈາກ​ທີ່​ນັ້ນ ແລະ ພົບ​ເອລີຊາ​ລູກຊາຍ​ຂອງ​ຊາຟັດ. ລາວ​ກຳລັງ​ໄຖ​ນາ ໂດຍ​ມີ​ງົວ​ທຽມ​ໄຖ​ສິບ​ສອງ​ຄູ່ ແລະ ລາວ​ຢູ່​ທີ່​ປາຍ​ແຖວ​ກັບ​ງົວ​ຄູ່​ທີ​ສິບ​ສອງ. ເອລີຢາ​ຈຶ່ງ​ເຂົ້າ​ໄປ​ຫາ​ລາວ ແລະ ໂຍນ​ເສື້ອຄຸມ​ຂອງ​ຕົນ​ຫົ່ມ​ໃຫ້​ເອລີຊາ. ແລ້ວ​ເອລີຊາ​ກໍ​ປ່ອຍ​ງົວ​ໄວ້​ບ່ອນ​ນັ້ນ ແລະ ແລ່ນ​ຕາມ​ເອລີຢາ​ໄປ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄປ​ຈູບ​ລາ​ພໍ່ ແລະ ແມ່​ຂອງ​ຂ້ານ້ອຍ​ກ່ອນ ແລ້ວ​ຂ້ານ້ອຍ​ຈະ​ຕິດ​ຕາມ​ທ່ານ​ໄປ”.

ເອລີຢາ​ໄດ້​ຕອບ​ວ່າ, “ຈົ່ງ​ກັບ​ໄປ, ແຕ່​ຢ່າ​ລືມ​ວ່າ​ເຮົາ​ໄດ້​ເຮັດ​ຫຍັງ​ໃຫ້​ແກ່​ເຈົ້າ?”

ແລ້ວ​ເອລີຊາ​ຈຶ່ງ​ຈາກ​ເພິ່ນ​ໄປ ແລະ ກັບ​ຄືນ​ໄປ. ລາວ​ໄດ້​ເອົາ​ແອກ​ງົວ​ອອກ​ຈາກ​ງົວ ແລະ ຂ້າ​ງົວ​ເຫລົ່ານັ້ນ. ລາວ​ໄດ້​ເອົາ​ຊີ້ນ​ມາ​ເຮັດ​ອາຫານ ໃຊ້​ຄັນໄຖ​ເຮັດ​ເປັນ​ຟືນ ແລະ ແຈກ​ຈ່າຍ​ຊີ້ນ​ໃຫ້​ຄົນ​ທັງຫລາຍ ແລະ ພວກເຂົາ​ກໍ​ໄດ້​ກິນ. ຫລັງ​ຈາກ​ນັ້ນ ເອລີຊາ​ກໍ​ຕິດ​ຕາມ​ເອລີຢາ​ໄປ ແລະ ກາຍ​ເປັນ​ຜູ້ຮັບໃຊ້​ຂອງ​ເພິ່ນ.

Source notes (1)
  1. Footnote ຫລື ເອລີຢາ​ເຫັນ​ດັ່ງນັ້ນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.