Biblica® Open Lao Contemporary Version
1 ກະສັດ 20
ເບັນຮາດາດໂຈມຕີຊາມາເຣຍ
ບັດນີ້ ກະສັດເບັນຮາດາດແຫ່ງອາຣາມໄດ້ລະດົມກຳລັງທັງໝົດຂອງຕົນ. ພ້ອມດ້ວຍກະສັດ 32 ຄົນ ກັບລົດມ້າ ແລະ ມ້າຂອງພວກເຂົາ, ເພິ່ນໄດ້ຂຶ້ນໄປອ້ອມ ແລະ ໂຈມຕີຊາມາເຣຍ. ເບັນຮາດາດສົ່ງທູດເຂົ້າມາໃນເມືອງແຈ້ງກະສັດອາຮາບແຫ່ງອິດສະຣາເອນວ່າ, “ເບັນຮາດາດເວົ້າວ່າ: ‘ເງິນ ແລະ ຄຳຂອງທ່ານແມ່ນເປັນຂອງເຮົາ, ບັນດາເມຍ ແລະ ລູກທີ່ດີທີ່ສຸດຂອງທ່ານກໍເປັນຂອງເຮົາເໝືອນກັນ’ ”.
ກະສັດອິດສະຣາເອນໄດ້ຕອບວ່າ “ຂ້າແດ່ເຈົ້ານາຍ. ຕົກລົງຕາມທີ່ທ່ານເວົ້ານັ້ນ, ຂ້າພະເຈົ້າ ແລະ ທັງໝົດທີ່ຂ້າພະເຈົ້າມີກໍເປັນຂອງທ່ານ”.
ແລ້ວທູດກໍໄດ້ກັບມາແຈ້ງອີກວ່າ, “ເບັນຮາດາດກ່າວດັ່ງນີ້ວ່າ: ‘ເຮົາໄດ້ສົ່ງຄົນມາຮຽກຮ້ອງເອົາເງິນ ແລະ ຄຳຂອງທ່ານ, ບັນດາເມຍ ແລະ ລູກຂອງທ່ານ. ແຕ່ມື້ອື່ນເວລາດຽວກັນນີ້ ເຮົາຈະສົ່ງຂ້າລາຊະການຂອງເຮົາມາກວດເບິ່ງວັງຂອງທ່ານ ແລະ ເຮືອນທັງຫລາຍຂອງພວກຜູ້ຮັບໃຊ້ຂອງທ່ານ. ພວກເຂົາຈະປຸ້ນເອົາຂອງມີຄ່າທຸກຢ່າງທີ່ທ່ານມີໄປຈາກທ່ານ’ ”.
ກະສັດອິດສະຣາເອນຈຶ່ງໄດ້ເອີ້ນຊຸມນຸມຜູ້ອາວຸໂສຂອງດິນແດນນັ້ນທັງໝົດ ແລະ ເວົ້າກັບພວກເຂົາວ່າ, “ເບິ່ງແມ ຊາຍຄົນນີ້ກຳລັງຫາເລື່ອງເດືອດຮ້ອນ! ເມື່ອລາວໄດ້ສົ່ງທູດມາຮຽກຮ້ອງເອົາບັນດາເມຍ ແລະ ລູກຂອງເຮົາ, ເງິນ ແລະ ຄຳຂອງເຮົາ, ເຮົາກໍບໍ່ຂັດຂືນລາວ”.
ບັນດາຜູ້ອາວຸໂສ ແລະ ປະຊາຊົນທັງໝົດໄດ້ຕອບວ່າ, “ຂໍຢ່າຟັງລາວ ຫລື ຍອມຕາມຂໍ້ຮຽກຮ້ອງຂອງລາວເລີຍ”.
ດັ່ງນັ້ນ ອາຮາບຈຶ່ງເວົ້າກັບທູດຂອງເບັນຮາດາດວ່າ, “ຈົ່ງໄປບອກກະສັດ ເຈົ້ານາຍຂອງຂ້າພະເຈົ້າວ່າ, ‘ຜູ້ຮັບໃຊ້ຂອງທ່ານຍອມທຸກຢ່າງຕາມທີ່ທ່ານຮຽກຮ້ອງໃນຄັ້ງທຳອິດ, ແຕ່ຂໍ້ຮຽກຮ້ອງຄັ້ງຕໍ່ໄປນັ້ນແມ່ນບໍ່ອາດເຮັດຕາມໄດ້’ ” ທູດຈຶ່ງໄດ້ກັບໄປ ແລະ ລາຍງານຕໍ່ເບັນຮາດາດ.
ແລ້ວເບັນຮາດາດສົ່ງຂໍ້ຄວາມໄປເຖິງອາຮາບອີກວ່າ, “ຂໍໃຫ້ພະທັງຫລາຍຈັດການກັບເຮົາຢ່າງໜັກ, ຖ້າໃນຊາມາເຣຍຍັງເຫລືອຂີ້ຝຸ່ນພໍໃຫ້ຄົນຂອງເຮົາຄົນລະກຳມື”.
ກະສັດອິດສະຣາເອນໄດ້ຕອບກັບໄປວ່າ, “ຈົ່ງບອກເພິ່ນວ່າ, ‘ຄົນທີ່ຫາກໍສວມຊຸດເກາະຢ່າຟ້າວເວົ້າອວດອ້າງເໝືອນກັບຄົນທີ່ຖອດຊຸດແລ້ວ’ ”.
ເມື່ອເບັນຮາດາດໄດ້ຍິນຂໍ້ຄວາມນີ້ຂະນະທີ່ເພິ່ນ ແລະ ກະສັດທັງຫລາຍກຳລັງດື່ມກັນຢູ່ໃນເຕັນຂອງພວກເພິ່ນ1 ແລ້ວເບັນຮາດາດກໍໄດ້ສັ່ງຄົນຂອງຕົນວ່າ: “ຈົ່ງຕຽມບຸກໂຈມຕີ”. ດັ່ງນັ້ນ ພວກເຂົາກໍໄດ້ຕຽມບຸກໂຈມຕີເມືອງນັ້ນ.
ອາຮາບຮົບຊະນະເບັນຮາດາດ
ຂະນະນັ້ນ ມີຜູ້ທຳນວາຍຄົນໜຶ່ງໄດ້ມາພົບກະສັດອາຮາບແຫ່ງອິດສະຣາເອນ ແລະ ປະກາດວ່າ, “ພຣະເຈົ້າຢາເວກ່າວວ່າ: ‘ເຈົ້າເຫັນກອງທັບໃຫຍ່ນີ້ບໍ? ວັນນີ້ ເຮົາຈະມອບກອງທັບນັ້ນໄວ້ໃນມືຂອງເຈົ້າ ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
ອາຮາບໄດ້ຖາມວ່າ, “ແຕ່ຜູ້ໃດຈະເປັນຜູ້ເຮັດການຄັ້ງນີ້?”
ຜູ້ທຳນວາຍໄດ້ຕອບວ່າ “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ບັນດາທະຫານໜຸ່ມທີ່ຢູ່ໃຕ້ການບັງຄັບບັນຊາຂອງແຂວງຕ່າງໆຈະເປັນຜູ້ເຮັດ’ ”.
ອາຮາບໄດ້ຖາມວ່າ, “ແລະ ຜູ້ໃດຈະເປັນຜູ້ເລີ່ມສູ້ຮົບ?”
ຜູ້ທຳນວາຍກໍໄດ້ຕອບວ່າ, “ທ່ານເອງ”.
ດັ່ງນັ້ນ ອາຮາບຈຶ່ງໄດ້ເອີ້ນເອົາບັນດາທະຫານໜຸ່ມທີ່ຢູ່ໃຕ້ການບັງຄັບບັນຊາຂອງແຂວງຕ່າງໆໄດ້ 232 ຄົນ. ແລ້ວເພິ່ນກໍໄດ້ຮວບຮວມກຳລັງຊາວອິດສະຣາເອນທີ່ເຫລືອໄດ້ທັງໝົດ 7.000 ຄົນ. ພວກເຂົາໄດ້ອອກເດີນທາງໃນຕອນທ່ຽງ ຂະນະທີ່ເບັນຮາດາດ ແລະ ບັນດາກະສັດທີ່ເປັນພັນທະມິດກັບເພິ່ນ 32 ຄົນ ກຳລັງເມົາເຫລົ້າຢູ່. ບັນດາທະຫານໜຸ່ມທີ່ຢູ່ໃຕ້ການບັງຄັບບັນຊາຂອງແຂວງຕ່າງໆກໍໄດ້ບຸກຂຶ້ນໜ້າໄປກ່ອນ.
ຜູ້ຮັກສາການທີ່ເບັນຮາດາດໄດ້ວາງໄວ້ນັ້ນໄດ້ລາຍງານວ່າ, “ມີກອງທະຫານບຸກມາຈາກຊາມາເຣຍ”.
ເບັນຮາດາດໄດ້ເວົ້າວ່າ, “ຖ້າພວກເຂົາມາຢ່າງສັນຕິ ກໍໃຫ້ຈັບພວກເຂົາທັງເປັນ; ຖ້າພວກເຂົາມາເຮັດສົງຄາມ ກໍໃຫ້ຈັບພວກເຂົາທັງເປັນ”.
ບັນດາທະຫານໜຸ່ມທີ່ຢູ່ໃຕ້ການບັງຄັບບັນຊາຂອງແຂວງຕ່າງໆໄດ້ເຄື່ອນຂະບວນອອກຈາກເມືອງໂດຍມີກອງທັບຕາມພວກເຂົາໄປ ແລະ ແຕ່ລະຄົນຕ່າງກໍຂ້າຄູ່ຕໍ່ສູ້ຂອງຕົນ. ຄົນອາຣາມຫລົບໜີໄປ ແລະ ຄົນອິດສະຣາເອນກໍໄລ່ຕາມໄປ. ຝ່າຍກະສັດເບັນຮາດາດແຫ່ງອາຣາມກໍຂີ່ມ້າໜີໄປພ້ອມກັບທະຫານມ້າຂອງເພິ່ນ. ແຕ່ກະສັດແຫ່ງອິດສະຣາເອນກໍບຸກໜ້າເຂົ້າຢຶດມ້າຮົບ ແລະ ລົດມ້າຮົບໄວ້ ແລະ ສ້າງຄວາມສູນເສຍຢ່າງໜັກໃຫ້ແກ່ຊາວອາຣາມ.
ຫລັງຈາກນັ້ນ, ຜູ້ທຳນວາຍກໍໄດ້ມາພົບກະສັດອາຮາບແຫ່ງອິດສະຣາເອນ ແລະ ເວົ້າວ່າ, “ຂໍໃຫ້ເສີມກຳລັງທີ່ໝັ້ນຂອງທ່ານ ແລະ ກວດເບິ່ງວ່າຈະຕ້ອງເຮັດຫຍັງອີກ, ເພາະກະສັດແຫ່ງອາຣາມຈະກັບມາໂຈມຕີອີກໃນລະດູໃບໄມ້ປົ່ງຄັ້ງຕໍ່ໄປ”.
ໃນເວລາດຽວກັນນັ້ນ, ບັນດາຜູ້ຮັບໃຊ້ຂອງກະສັດແຫ່ງອາຣາມໄດ້ແນະນຳເພິ່ນວ່າ: “ບັນດາພະຂອງພວກເຂົາເປັນພະແຫ່ງພູເຂົາ. ດ້ວຍເຫດນີ້ພວກເຂົາຈຶ່ງແຂງແກ່ນເກີນກຳລັງຂອງພວກເຮົາ. ແຕ່ຖ້າພວກເຮົາສູ້ຮົບກັບພວກເຂົາຢູ່ເທິງທົ່ງພຽງ, ພວກເຮົາຈະແຂງແກ່ນກວ່າພວກເຂົາຢ່າງແນ່ນອນ. ຂໍໃຫ້ເຮັດຢ່າງນີ້ຄື: ຈົ່ງປົດກະສັດເຫລົ່ານີ້ທຸກຄົນອອກຈາກຕຳແໜ່ງຜູ້ບັນຊາການ ແລະ ແຕ່ງຕັ້ງຂ້າລາຊະການຄົນອື່ນແທນພວກເຂົາ. ທ່ານຈະຕ້ອງລະດົມທັບຂຶ້ນມາໃໝ່ໃຫ້ເໝືອນກັບທັບທີ່ທ່ານສູນເສຍໄປນັ້ນ ພ້ອມກັບມ້າຮົບ ແລະ ລົດມ້າຈຳນວນເທົ່າເດີມ ເພື່ອພວກຂ້ານ້ອຍຈະສາມາດສູ້ຮົບກັບອິດສະຣາເອນໃນທົ່ງພຽງໄດ້. ຫລັງຈາກນັ້ນ ພວກເຮົາກໍຈະແຂງແກ່ນກວ່າພວກເຂົາຢ່າງແນ່ນອນ”. ເບັນຮາດາດເຫັນດີກັບພວກເຂົາ ແລະ ໄດ້ເຮັດຕາມທີ່ພວກເຂົາບອກ.
ໃນລະດູໃບໄມ້ປົ່ງຕໍ່ມາ ເບັນຮາດາດໄດ້ເກນທັບອາຣາມ ແລະ ຍົກທັບຂຶ້ນມາທີ່ອາເຟັກເພື່ອສູ້ຮົບກັບອິດສະຣາເອນ. ຝ່າຍອິດສະຣາເອນກໍໄດ້ລະດົມຄົນ ແລະ ແຈກຢາຍສະບຽງອາຫານ, ພວກເຂົາເດີນຂະບວນເຂົ້າສູ່ສະໜາມຮົບ. ກອງທັບອິດສະຣາເອນຕັ້ງຄ້າຍປະເຊີນໜ້າກັບພວກເຂົາຄືກັບຝູງແບ້ນ້ອຍໆສອງຝູງ ເມື່ອທຽບກັບກອງກຳລັງຂອງອາຣາມທີ່ຢູ່ເຕັມນອກເມືອງ.
ຄົນຂອງພຣະເຈົ້າໄດ້ຂຶ້ນມາພົບ ແລະ ບອກກະສັດອິດສະຣາເອນວ່າ, “ພຣະເຈົ້າຢາເວກ່າວວ່າ: ‘ເນື່ອງຈາກຄົນອາຣາມຄິດວ່າພຣະເຈົ້າຢາເວເປັນພະແຫ່ງພູເຂົາທັງຫລາຍ ແລະ ບໍ່ແມ່ນພະແຫ່ງຮ່ອມພູ, ເຮົາຈະມອບກອງທັບໃຫຍ່ນີ້ໄວ້ໃນມືຂອງເຈົ້າ, ແລ້ວເຈົ້າກໍຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
ກອງທັບທັງສອງໄດ້ຕັ້ງຄ້າຍປະເຊີນໜ້າກັນເປັນເວລາເຈັດວັນ, ແລ້ວໃນວັນທີເຈັດກໍເປີດສາກສູ້ຮົບ. ຊາວອິດສະຣາເອນໄດ້ເຮັດໃຫ້ທະຫານລາບຂອງຊີເຣຍບາດເຈັບລົ້ມຕາຍນັບເປັນ 100.000 ຄົນໃນວັນດຽວ. ສ່ວນຄົນທີ່ເຫລືອນັ້ນແມ່ນໜີໄປທີ່ເມືອງອາເຟັກ, ບ່ອນທີ່ກຳແພງເມືອງພັງລົງມາທັບພວກເຂົາຈຳນວນ 27.000 ຄົນ. ເບັນຮາດາດໄດ້ຫລົບໜີເຂົ້າໄປໃນເມືອງ ແລະ ລີ້ຢູ່ໃນຫ້ອງຊັ້ນໃນແຫ່ງໜຶ່ງ.
ບັນດາຂ້າລາຊະການຂອງເບັນຮາດາດໄດ້ເວົ້າກັບເພິ່ນວ່າ, “ພວກຂ້ານ້ອຍໄດ້ຍິນມາວ່າບັນດາກະສັດອິດສະຣາເອນນັ້ນມີຈິດໃຈເມດຕາ. ຂໍໃຫ້ພວກຂ້ານ້ອຍເອົາຜ້າກະສອບຮັດອ້ອມແອວຂອງຕົນ ແລະ ເອົາເຊືອກຄຽນຫົວຂອງຕົນໄປພົບກະສັດອິດສະຣາເອນ ເພື່ອເພິ່ນຈະໄວ້ຊີວິດທ່ານ”.
ແລ້ວພວກເຂົາກໍເອົາຜ້າກະສອບຮັດອ້ອມແອວຂອງຕົນ ແລະ ເອົາເຊືອກຄຽນຫົວຂອງຕົນ, ພວກເຂົາໄດ້ໄປພົບກະສັດອິດສະຣາເອນ ແລະ ເວົ້າວ່າ, “ເບັນຮາດາດຜູ້ຮັບໃຊ້ຂອງທ່ານເວົ້າວ່າ, ‘ຂໍໂຜດໄວ້ຊີວິດຂ້າພະເຈົ້າດ້ວຍ’ ”.
ກະສັດອິດສະຣາເອນໄດ້ຕອບວ່າ, “ເພິ່ນຍັງມີຊີວິດຢູ່ບໍ? ເພິ່ນເປັນນ້ອງຊາຍຂອງເຮົາ”.
ຄົນເຫລົ່ານັ້ນກໍຟ້າວສວຍໂອກາດ ແລະ ຕອບຢ່າງໄວວາວ່າ, “ແມ່ນແລ້ວ, ເບັນຮາດາດນ້ອງຊາຍຂອງທ່ານ!”
ກະສັດອິດສະຣາເອນໄດ້ເວົ້າວ່າ, “ຈົ່ງໄປຮັບເພິ່ນມາ”. ເມື່ອເບັນຮາດາດມາຮອດ, ອາຮາບກໍເຊີນເບັນຮາດາດຂຶ້ນລົດມ້າຮົບຂອງເພິ່ນ.
ເບັນຮາດາດໄດ້ສະເໜີວ່າ, “ຂ້າພະເຈົ້າຈະຄືນຫົວເມືອງຕ່າງໆທີ່ພໍ່ຂອງຂ້າພະເຈົ້າໄດ້ຢຶດມາຈາກພໍ່ຂອງທ່ານ ແລະ ທ່ານຈະຕັ້ງບ່ອນຄ້າຂາຍໃນເມືອງດາມັສກັດເໝືອນທີ່ພໍ່ຂອງຂ້າພະເຈົ້າຕັ້ງໃນເມືອງຊາມາເຣຍກໍໄດ້”.
ອາຮາບໄດ້ເວົ້າວ່າ, “ເຮົາຈະປ່ອຍທ່ານໄປຕາມເງື່ອນໄຂຂອງສົນທິສັນຍານີ້”. ທັງສອງຈຶ່ງເຮັດສົນທິສັນຍາກັນ, ແລ້ວອາຮາບກໍປ່ອຍເບັນຮາດາດໄປ.
ຜູ້ທຳນວາຍກ່າວໂທດອາຮາບ
ລູກຊາຍຂອງຜູ້ທຳນວາຍຄົນໜຶ່ງກ່າວກັບໝູ່ຕາມຖ້ອຍຄຳຂອງພຣະເຈົ້າຢາເວວ່າ, “ຈົ່ງຟາດຂ້ອຍດ້ວຍອາວຸດຂອງເຈົ້າ” ແຕ່ຄົນນັ້ນໄດ້ປະຕິເສດ.
ຜູ້ທຳນວາຍຈຶ່ງເວົ້າວ່າ, “ເພາະເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ໂຕສິງໂຕໜຶ່ງຈະຂ້າເຈົ້າທັນທີທີ່ເຈົ້າໄປຈາກຂ້ອຍ”. ແລະ ຫລັງຈາກທີ່ຊາຍຄົນນັ້ນຍ່າງຈາກໄປ, ກໍມີໂຕສິງອອກມາເຫັນລາວ ແລະ ໄດ້ຂ້າລາວ.
ແລ້ວຜູ້ທຳນວາຍນັ້ນກໍກ່າວກັບອີກຄົນໜຶ່ງວ່າ, “ກະລຸນາຟາດຂ້ອຍ”. ດັ່ງນັ້ນ ຊາຍຄົນນັ້ນກໍຟາດລາວ ແລະ ເຮັດໃຫ້ຜູ້ທຳນວາຍນັ້ນບາດເຈັບ. ຫລັງຈາກນັ້ນ ຜູ້ທຳນວາຍນັ້ນກໍເອົາຜ້າປິດຕາເພື່ອປອມຕົວ ແລ້ວໄປຢືນລໍຖ້າພົບກະສັດອາຮາບຢູ່ແຄມທາງ. ຂະນະທີ່ກະສັດອາຮາບເດີນທາງກາຍມາ, ຜູ້ທຳນວາຍກໍໄດ້ຮ້ອງໃສ່ເພິ່ນວ່າ, “ຜູ້ຮັບໃຊ້ຂອງທ່ານໄດ້ເຂົ້າໄປໃນສະໜາມຮົບອັນດຸເດືອດ ແລະ ມີຄົນມາຫາຂ້ານ້ອຍພ້ອມກັບຊະເລີຍ ແລະ ເວົ້າວ່າ, ‘ຈົ່ງເຝົ້າເບິ່ງຄົນນີ້ໃຫ້ດີ. ຖ້າລາວໜີໄປ, ເຈົ້າຈະຕ້ອງຕາຍແທນລາວ, ບໍ່ດັ່ງນັ້ນເຈົ້າກໍຕ້ອງຈ່າຍເງິນມາ 1 ຕາລັນຕົນ2’. ຂະນະທີ່ຜູ້ຮັບໃຊ້ຂອງທ່ານກຳລັງຫຍຸ້ງຢູ່ກັບວຽກຢູ່ບ່ອນນັ້ນ ແລະ ຢູ່ບ່ອນນີ້, ຊະເລີຍຄົນນັ້ນກໍຫາຍໂຕໄປແລ້ວ”.
ກະສັດອິດສະຣາເອນໄດ້ເວົ້າວ່າ, “ດີແລ້ວ, ເປັນຄວາມຜິດຂອງເຈົ້າເອງ ເຈົ້າກໍຕ້ອງຊົດໃຊ້”.
ແລ້ວຜູ້ທຳນວາຍກໍດຶງຜ້າທີ່ປິດຕາຂອງຕົນອອກທັນທີ ແລ້ວກະສັດອິດສະຣາເອນກໍຈື່ໄດ້ວ່າເປັນຜູ້ທຳນວາຍຄົນໜຶ່ງ. ຜູ້ທຳນວາຍຈຶ່ງເວົ້າກັບກະສັດວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ເນື່ອງຈາກທ່ານໄດ້ໄວ້ຊີວິດຜູ້ທີ່ເຮົາກຳນົດໃຫ້ຕາຍ.3 ເຫດສະນັ້ນ ທ່ານຈະຕ້ອງຕາຍແທນລາວ ແລະ ປະຊາຊົນຂອງທ່ານຈະຕ້ອງຈິບຫາຍແທນປະຊາຊົນຂອງລາວ’ ”. ກະສັດອິດສະຣາເອນຈຶ່ງເດີນທາງກັບໄປທີ່ວັງຂອງເພິ່ນໃນຊາມາເຣຍດ້ວຍຄວາມໃຈຮ້າຍ ແລະ ເຄືອງໃຈ.
Source notes (3)
- Footnote ຫລື ໃນຊຸກໂກດ ເຊັ່ນດຽວກັບຂໍ້ 16
- Footnote ຫລື ປະມານ 34 ກິໂລກຣາມ
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງ ສິ່ງຂອງ ຫລື ບຸກຄົນທີ່ຖວາຍແກ່ພຣະເຈົ້າຢາເວແລ້ວ ບໍ່ສາມາດເອີ້ນຄືນໄດ້ ຈະຕ້ອງທຳລາຍໃຫ້ໝົດໄປ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.