Biblica® Open Lao Contemporary Version
2 ຂ່າວຄາວ 7
ການອຸທິດຖວາຍວິຫານ
(1ກສ 8:62-66)
ເມື່ອໂຊໂລໂມນໄດ້ອະທິຖານຈົບແລ້ວ, ກໍມີໄຟຈາກຟ້າສະຫວັນລົງມາ ແລະ ເຜົາເຄື່ອງຖວາຍ ແລະ ເຄື່ອງຖວາຍບູຊາ, ແລະ ສະຫງ່າລາສີຂອງພຣະເຈົ້າຢາເວໄດ້ປົກຄຸມວິຫານ. ບັນດາປະໂລຫິດບໍ່ສາມາດເຂົ້າໄປໃນວິຫານຂອງພຣະເຈົ້າຢາເວໄດ້ ເພາະສະຫງ່າລາສີຂອງພຣະເຈົ້າຢາເວໄດ້ປົກຄຸມເຕັມທົ່ວວິຫານ. ເມື່ອຊາວອິດສະຣາເອນທັງໝົດໄດ້ເຫັນໄຟກໍາລັງລົງມາ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວກໍຢູ່ເໜືອວິຫານ, ພວກເຂົາກໍຄຸກເຂົ່າກາບລົງໂດຍໝູບໜ້າລົງພື້ນດິນ ແລະ ພວກເຂົາໄດ້ນະມັດສະການ ແລະ ໂມທະນາຂອບພຣະຄຸນພຣະເຈົ້າຢາເວໂດຍກ່າວວ່າ,
“ພຣະອົງແສນດີ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຕະຫລອດໄປເປັນນິດ”.
ແລ້ວກະສັດ ແລະ ປະຊາຊົນທັງໝົດໄດ້ຖວາຍເຄື່ອງບູຊາຕໍ່ໜ້າພຣະເຈົ້າຢາເວ. ແລະ ກະສັດໂຊໂລໂມນໄດ້ຖວາຍເຄື່ອງບູຊາເປັນງົວຊາວສອງພັນໂຕ, ແກະ ແລະ ແບ້ຊາວພັນໂຕ. ສະນັ້ນ ກະສັດ ແລະ ປະຊາຊົນທັງໝົດໄດ້ອຸທິດຖວາຍວິຫານຂອງພຣະເຈົ້າ. ບັນດາປະໂລຫິດກໍເຂົ້າປະຈຳໜ້າທີ່ຂອງພວກເຂົາ, ຊາວເລວີໄດ້ຫລິ້ນເຄື່ອງດົນຕີຖວາຍແກ່ພຣະເຈົ້າຢາເວ, ເຊິ່ງກະສັດດາວິດໄດ້ເຮັດໄວ້ເພື່ອການສັນລະເສີນພຣະເຈົ້າຢາເວ ແລະ ໄດ້ໃຊ້ເມື່ອເພິ່ນໂມທະນາຂອບພຣະຄຸນພຣະເຈົ້າໂດຍຮ້ອງວ່າ, “ຄວາມຮັກອັນໝັ້ນຄົງຂອງພຣະອົງກໍດຳລົງຢູ່ຕະຫລອດໄປເປັນນິດ”. ບັນດາປະໂລຫິດເປົ່າແກຢູ່ດ້ານກົງກັນຂ້າມຊາວເລວີ ແລະ ປະຊາຊົນອິດສະຣາເອນທັງໝົດກໍກໍາລັງຢືນຢູ່.
ໂຊໂລໂມນໄດ້ປະກອບພິທີຊຳລະສ່ວນກາງຂອງເດີ່ນທາງໜ້າວິຫານຂອງພຣະເຈົ້າຢາເວ ແລະ ຢູ່ທີ່ນັ້ນເພິ່ນໄດ້ຖວາຍເຄື່ອງເຜົາບູຊາ ແລະ ໄຂມັນທີ່ໄດ້ມາຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳ ເພາະແທ່ນບູຊາທອງສຳລິດທີ່ເພິ່ນເຮັດຂຶ້ນນັ້ນບໍ່ສາມາດບັນຈຸເຄື່ອງເຜົາບູຊາ, ການຖວາຍພືດຜົນເປັນເມັດ ແລະ ເຄື່ອງຖວາຍສ່ວນທີ່ເປັນໄຂມັນ.
ສະນັ້ນ ໂຊໂລໂມນຈຶ່ງຮ່ວມພິທີສະຫລອງເທດສະການໃນເວລານັ້ນເປັນເຈັດວັນ ແລະ ປະຊາຊົນອິດສະຣາເອນທັງໝົດກໍຢູ່ກັບເພິ່ນ, ເຊິ່ງເປັນການຊຸມນຸມທີ່ໃຫຍ່ຍິ່ງໃຫຍ່ຫລາຍ, ປະຊາຊົນຈາກເມືອງເລໂບຮາມັດ1 ຈົນເຖິງແມ່ນ້ຳວາດິແຫ່ງເອຢິບກໍໄດ້ມາຮ່ວມນຳ. ໃນວັນທີແປດ ພວກເຂົາໄດ້ຊຸມນຸມອີກ ເພາະພວກເຂົາໄດ້ອຸທິດຖວາຍແທ່ນບູຊາເປັນເວລາເຈັດວັນ ແລະ ສະຫລອງຕື່ມອີກເປັນເວລາເຈັດວັນ. ໃນວັນທີຊາວສາມຂອງເດືອນທີເຈັດ ໂຊໂລໂມນໄດ້ສົ່ງປະຊາຊົນກັບເມືອເຮືອນຂອງພວກເຂົາດ້ວຍຄວາມສຸກ ແລະ ດ້ວຍຄວາມຊົມຊື່ນຍິນດີໃນສິ່ງດີຕ່າງໆທີ່ພຣະເຈົ້າຢາເວໄດ້ກະທຳເພື່ອດາວິດ ແລະ ໂຊໂລໂມນ ແລະ ເພື່ອປະຊາຊົນອິດສະຣາເອນຂອງພຣະອົງ.
ພຣະເຈົ້າຢາເວປາກົດຕໍ່ໂຊໂລໂມນ
(1ກສ 9:1-9)
ເມື່ອໂຊໂລໂມນໄດ້ສ້າງວິຫານຂອງພຣະເຈົ້າຢາເວ ແລະ ພະລາຊະວັງຂອງເພິ່ນສຳເລັດແລ້ວ ແລະ ໄດ້ດໍາເນີນເຮັດທຸກສິ່ງທີ່ເພິ່ນຕັ້ງໃຈໄວ້ໃນວິຫານຂອງພຣະເຈົ້າຢາເວ ແລະ ໃນລາຊະວັງຂອງເພິ່ນເອງໃຫ້ສຳເລັດຮຽບຮ້ອຍ. ໃນເວລາກາງຄືນ ພຣະເຈົ້າຢາເວໄດ້ປາກົດຕໍ່ໂຊໂລໂມນ ແລະ ກ່າວວ່າ:
“ເຮົາໄດ້ຍິນຄຳອະທິຖານຂອງເຈົ້າແລ້ວ ແລະ ໄດ້ເລືອກສະຖານທີ່ນີ້ເປັນວິຫານຂອງເຮົາເພື່ອຖວາຍເຄື່ອງບູຊາແກ່ເຮົາ.
“ເມື່ອເຮົາປິດຟ້າສະຫວັນໄວ້ເພື່ອບໍ່ໃຫ້ຝົນຕົກ ຫລື ສັ່ງໃຫ້ຝູງຕັກແຕນມາກັດກິນຜົນລະປູກ ຫລື ສົ່ງໂລກລະບາດມາທ່າມກາງປະຊາຊົນຂອງເຮົາ, ຖ້າປະຊາຊົນຂອງເຮົາ, ຜູ້ທີ່ເອີ້ນນາມຂອງເຮົາຈະຖ່ອມຕົວລົງ ແລະ ອະທິຖານສະແຫວງຫາໜ້າຂອງເຮົາ ແລະ ຫັນໜີຈາກວິຖີທາງອັນຊົ່ວຮ້າຍຂອງພວກເຂົາ ແລ້ວເຮົາຈະຟັງພວກເຂົາຈາກຟ້າສະຫວັນ, ແລະ ເຮົາຈະໃຫ້ອະໄພການບາບຂອງພວກເຂົາ ແລະ ຈະຮັກສາດິນແດນຂອງພວກເຂົາໄວ້. ບັດນີ້ ເຮົາຈະເປີດຕາເບິ່ງ ແລະ ເປີດຫູຟັງຄຳອະທິຖານທີ່ໄດ້ຖວາຍຢູ່ໃນບ່ອນນີ້. ເຮົາໄດ້ເລືອກ ແລະ ຊຳລະບ່ອນນີ້ໃຫ້ບໍລິສຸດ ເພື່ອວ່າ ນາມຂອງເຮົາຈະຢູ່ທີ່ນັ້ນຕະຫລອດໄປເປັນນິດ. ຕາ ແລະ ໃຈຂອງເຮົາຈະຢູ່ທີ່ນັ້ນສະເໝີ.
“ສ່ວນເຈົ້າ, ຖ້າເຈົ້າດຳເນີນຢູ່ຕໍ່ໜ້າເຮົາເໝືອນດັ່ງດາວິດພໍ່ຂອງເຈົ້າ ແລະ ເຮັດຕາມທຸກຂໍ້ຄຳສັ່ງທີ່ເຮົາສັ່ງ, ແລະ ຮັກສາດຳລັດ ແລະ ກົດບັນຍັດຕ່າງໆຂອງເຮົາ, ເຮົາກໍຈະຕັ້ງບັນລັງຂອງເຈົ້າຕາມທີ່ເຮົາໄດ້ເຮັດສັນຍາໄວ້ກັບດາວິດພໍ່ຂອງເຈົ້າວ່າ ‘ເຈົ້າຈະບໍ່ຂາດຜູ້ສືບທອດທີ່ຈະປົກຄອງອິດສະຣາເອນ’.
“ແຕ່ຖ້າເຈົ້າຫັນໜີ ແລະ ປະຖິ້ມດໍາລັດ ແລະ ຂໍ້ຄຳສັ່ງຕ່າງໆທີ່ເຮົາໄດ້ໃຫ້ເຈົ້າ ແລະ ໄປຮັບໃຊ້ບັນດາພະອື່ນ ແລະ ຂາບໄຫວ້ພວກມັນ, ແລ້ວເຮົາກໍຈະຖອນຮາກອິດສະຣາເອນອອກຈາກດິນແດນຂອງເຮົາ, ເຊິ່ງເຮົາໄດ້ມອບໃຫ້ພວກເຂົາ ແລະ ເຮົາຈະປະຕິເສດວິຫານນີ້ທີ່ເຮົາໄດ້ຊຳລະໃຫ້ບໍລິສຸດເພື່ອນາມຂອງເຮົາ. ເຮົາຈະເຮັດໃຫ້ວິຫານເປັນທີ່ຢຽດຢາມ ແລະ ເປັນທີ່ເຢາະເຢີ້ຍໃນທ່າມກາງທຸກຄົນ. ວິຫານນີ້ຈະກາຍເປັນກອງຊາກຫັກພັງ. ທຸກຄົນທີ່ຜ່ານໄປມາກໍຈະຕົກຕະລຶງ ແລະ ຈະເຢາະເຢີ້ຍວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງໄດ້ເຮັດຕໍ່ວິຫານນີ້ ແລະ ຕໍ່ດິນແດນນີ້?’ ຄົນຈະຕອບວ່າ, ‘ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ, ຜູ້ທີ່ໄດ້ນຳພວກເຂົາອອກມາຈາກເອຢິບ, ແລະ ຫັນໄປຫາບັນດາພະອື່ນ, ກາບໄຫວ້ ແລະ ຮັບໃຊ້ພະເຫລົ່ານັ້ນ ດ້ວຍເຫດນີ້ພຣະອົງຈຶ່ງນຳໄພພິບັດທັງໝົດນີ້ມາສູ່ພວກເຂົາ’ ”.
Source notes (1)
- Footnote ຫລື ທາງເຂົ້າສູ່ຮາມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.