Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 6

ແລ້ວ​ໂຊໂລໂມນ​ຈຶ່ງ​ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້​ວ່າ​ພຣະອົງ​ຈະ​ຢູ່​ໃນ​ເມກ​ມືດ; ຂ້ານ້ອຍ​ໄດ້​ສ້າງ​ວິຫານ​ອັນ​ສະຫງ່າງາມ​ສໍາລັບ​ພຣະອົງ, ເຊິ່ງ​ເປັນ​ບ່ອນ​ທີ່​ພຣະອົງ​ຈະ​ສະຖິດ​ຢູ່​ຕະຫລອດໄປ”.

ໃນ​ຂະນະ​ທີ່​ປະຊາຊົນ​ອິດສະຣາເອນ​ກຳລັງ​ຢືນ​ຢູ່​ທີ່​ນັ້ນ, ກະສັດ​ໂຊໂລໂມນ​ໄດ້​ຫັນ​ກັບ​ມາ​ກ່າວ​ອວຍພອນ​ພວກເຂົາ. ແລ້ວ​ເພິ່ນ​ໄດ້​ກ່າວ​ວ່າ:

“ຈົ່ງ​ສັນລະເສີນ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຜູ້​ທີ່​ໄດ້​ເຮັດ​ໃຫ້​ຄໍາສັນຍາ​ສໍາເລັດ​ເປັນ​ຈິງ​ຕາມ​ທີ່​ໄດ້​ເຮັດ​ໄວ້​ກັບ​ດາວິດ​ພໍ່​ຂອງ​ຂ້ານ້ອຍ​ດ້ວຍ​ຖ້ອຍຄໍາ​ຂອງ​ພຣະອົງ​ເອງ. ເພາະ​ພຣະອົງ​ໄດ້​ກ່າວ​ວ່າ, ‘ຕັ້ງແຕ່​ເວລາ​ນັ້ນ​ທີ່​ເຮົາ​ນຳ​ປະຊາຊົນ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ, ເຮົາ​ບໍ່​ໄດ້​ເລືອກ​ເມືອງ​ໜຶ່ງ​ຂອງ​ເຜົ່າ​ໃດ​ໆ​ຂອງ​ອິດສະຣາເອນ​ໃນ​ການ​ສ້າງ​ວິຫານ​ເພື່ອວ່າ​ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ ຫລື ບໍ່​ໄດ້​ເລືອກ​ເອົາ​ຜູ້ໃດ​ຂຶ້ນ​ມາ​ເປັນ​ຜູ້ນຳ​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ. ແຕ່​ບັດນີ້​ເຮົາ​ໄດ້​ເລືອກ​ເອົາ​ເຢຣູຊາເລັມ​ເພື່ອ​ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ ແລະ ເຮົາ​ໄດ້​ເລືອກ​ດາວິດ​ໃຫ້​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ’.

“ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ຕັ້ງ​ໃຈ​ຈະ​ສ້າງ​ວິຫານ​ຖວາຍ​ແກ່​ນາມ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ. ແຕ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ວ່າ, ‘ທີ່​ເຈົ້າ​ມີ​ໃຈ​ຈະ​ສ້າງ​ວິຫານ​ເພື່ອ​ນາມ​ຂອງ​ເຮົາ​ນັ້ນ​ກໍ​ດີ​ຢູ່​ແລ້ວ. ເຖິງຢ່າງໃດກໍ່ຕາມ, ເຈົ້າ​ຈະ​ບໍ່​ໄດ້​ເປັນ​ຜູ້​ສ້າງ​ວິຫານ ແຕ່​ລູກຊາຍ​ຜູ້​ເປັນ​ເລືອດ​ເນື້ອ​ເຊື້ອ​ໄຂ​ຂອງ​ເຈົ້າ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ນາມ​ຂອງ​ເຮົາ’.

“ພຣະເຈົ້າ​ຢາເວ​ໄດ້​ເຮັດ​ຕາມ​ສັນຍາ ຄື​ໃຫ້​ຂ້າພະເຈົ້າ​ໄດ້​ນັ່ງ​ບັນລັງ​ແຫ່ງ​ອິດສະຣາເອນ​ສືບ​ຕໍ່​ຈາກ​ດາວິດ​ຜູ້​ເປັນ​ພໍ່​ຂອງ​ຂ້າພະເຈົ້າ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ໄດ້​ສັນຍາ​ໄວ້ ແລະ ຂ້າພະເຈົ້າ​ໄດ້​ສ້າງ​ວິຫານ​ນີ້​ເພື່ອ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ. ຂ້າພະເຈົ້າ​ໄດ້​ວາງ​ຫີບ​ຄຳໝັ້ນສັນຍາ​ໄວ້​ຢູ່​ທີ່​ນັ້ນ, ເຊິ່ງ​ເປັນ​ຫີບ​ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຢາເວ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ”.

ຄໍາອະທິຖານ​ຂອງ​ການ​ອຸທິດຖວາຍ​ວິຫານ​ຂອງ​ໂຊໂລໂມນ

(1ກສ 8:22-53; ພສສ 132:8-10)

ແລ້ວ​ໂຊໂລໂມນ​ກໍ​ຢືນ​ຂຶ້ນ​ຢູ່​ໜ້າ​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ມາ​ຊຸມນຸມ​ກັນ ແລະ ເພິ່ນ​ຍົກ​ມື​ຂຶ້ນ​ອະທິຖານ. ບັດນີ້ ໂຊໂລໂມນ​ໄດ້​ເຮັດ​ເວທີ​ທອງສຳລິດ​ຍາວ​ຫ້າ​ສອກ, ກວ້າງ​ຫ້າ​ສອກ1 ແລະ ສູງ​ສາມ​ສອກ2 ແລະ ໄດ້​ວາງ​ມັນ​ໄວ້​ກາງ​ເດີນ​ດ້ານນອກ. ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ເວທີ​ນັ້ນ ແລະ ກໍ​ຄຸເຂົ່າ​ລົງ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ມາ​ຊຸມນຸມ​ກັນ ແລ້ວ​ເພິ່ນ​ກໍ​ຍົກ​ມື​ຂຶ້ນ​ສູ່​ຟ້າສະຫວັນ. ເພິ່ນ​ໄດ້​ກ່າວ​ວ່າ:

“ຂ້າແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ບໍ່​ມີ​ພະ​ໃດ​ເໝືອນ​ພຣະອົງ​ທັງ​ໃນ​ຟ້າສະຫວັນ ຫລື ແຜ່ນດິນ​ໂລກ ພຣະອົງ​ຜູ້​ຮັກສາ​ຄໍາໝັ້ນສັນຍາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະອົງ​ຕໍ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື ຜູ້​ທີ່​ຍັງ​ດຳເນີນ​ຊີວິດ​ໃນ​ທາງ​ຂອງ​ພຣະອົງ​ຢ່າງ​ສຸດ​ໃຈ. ພຣະອົງ​ໄດ້​ຮັກສາ​ຄຳ​ສັນຍາ​ຕໍ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື ດາວິດ​ພໍ່​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ສັນຍາ​ດ້ວຍ​ປາກ​ຂອງ​ພຣະອົງ ແລະ ໄດ້​ເຮັດ​ໃຫ້​ສຳເລັດ​ດ້ວຍ​ມື​ຂອງ​ພຣະອົງ​ເໝືອນ​ດັ່ງ​ທຸກ​ວັນ​ນີ້.

“ບັດນີ້ ຂ້າແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຂໍ​ຮັກສາ​ຄຳໝັ້ນສັນຍາ​ທີ່​ມີ​ຕໍ່​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ ຜູ້​ເປັນ​ພໍ່​ຂອງ​ຂ້ານ້ອຍ​ເມື່ອ​ພຣະອົງ​ໄດ້​ກ່າວ​ວ່າ, ‘ຖ້າ​ເຊື້ອສາຍ​ຂອງ​ເຈົ້າ​ລະມັດລະວັງ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ປະຕິບັດ​ຢູ່​ຕໍ່ໜ້າ​ເຮົາ​ຕາມ​ກົດບັນຍັດ​ຂອງ​ເຮົາ, ດັ່ງ​ທີ່​ເຈົ້າ​ໄດ້​ປະຕິບັດ​ມາ​ນັ້ນ ເຈົ້າ​ຈະ​ບໍ່​ຂາດ​ຜູ້ສືບທອດ​ທີ່​ຈະ​ນັ່ງ​ຕໍ່ໜ້າ​ເຮົາ​ເທິງ​ບັນລັງ​ຂອງ​ອິດສະຣາເອນ’. ແລະ ບັດນີ້ ຂ້າແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຂໍ​ໂຜດ​ໃຫ້​ຄໍາສັນຍາ​ຂອງ​ພຣະອົງ​ທີ່​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເກີດ​ເປັນ​ຈິງ​ດ້ວຍ.

“ແຕ່​ພຣະເຈົ້າ​ຈະ​ສະຖິດ​ຢູ່​ເທິງ​ແຜ່ນດິນໂລກ​ຮ່ວມ​ກັບ​ມະນຸດ​ໄດ້​ບໍ? ແມ່ນແຕ່​ຟ້າສະຫວັນ​ທີ່​ສູງສຸດ​ກໍ​ບໍ່​ສາມາດ​ຮັບ​ພຣະອົງ​ໄດ້. ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ນີ້​ຈະ​ຍິ່ງ​ນ້ອຍ​ຫລາຍ​ກວ່າ​ເທົ່າ​ໃດ! ແຕ່​ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂໍ​ໂຜດ​ຟັງ​ຄຳອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ຟັງ​ຄຳ​ອ້ອນວອນ​ຂໍ​ຄວາມເມດຕາ​ຂອງ​ລາວ. ຂໍ​ໂຜດ​ຟັງ​ຄຳຮ້ອງ​ຂໍ ແລະ ຄໍາ​ອະທິຖານ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ອະທິຖານ​ຕໍ່​ພຣະອົງ​ໃນ​ວັນ​ນີ້. ຂໍ​ໃຫ້​ຕາ​ຂອງ​ພຣະອົງ​ເບິ່ງ​ມາ​ທີ່​ວິຫານ​ນີ້​ທັງ​ກາງເວັນ ແລະ ກາງ​ຄືນ, ນີ້​ເປັນ​ບ່ອນ​ທີ່​ພຣະອົງ​ໄດ້​ກ່າວ​ວ່າ ພຣະອົງ​ຈະ​ຕັ້ງ​ນາມ​ຂອງ​ພຣະອົງ​ໄວ້​ຢູ່​ທີ່​ນັ້ນ. ຂໍ​ພຣະອົງ​ໂຜດ​ຟັງ​ຄໍາອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ທີ່​ອະທິຖານ​ຕໍ່​ສະຖານທີ່​ນີ້. ເມື່ອ​ຜູ້ຮັບໃຊ້ ແລະ ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ອະທິຖານ​ກົງ​ໄປ​ທີ່​ສະຖານທີ່​ແຫ່ງ​ນີ້ ຂໍ​ໂຜດ​ຟັງ​ຈາກ​ຟ້າ​ສະຫວັນ​ອັນ​ເປັນ​ບ່ອນ​ຢູ່​ຂອງ​ພຣະອົງ ແລະ ເມື່ອ​ພຣະອົງ​ຟັງ​ແລ້ວ ຂໍ​ໂຜດ​ຍົກ​ໂທດ.

“ເມື່ອ​ຜູ້ໃດ​ເຮັດ​ຜິດ​ຕໍ່​ເພື່ອນບ້ານ​ຂອງ​ຕົນ ແລະ ຕ້ອງ​ສາບານ ແລະ ພວກເຂົາ​ມາ​ຫາ​ແລ້ວ​ສາບານ​ຢູ່​ຕໍ່ໜ້າ​ແທ່ນບູຊາ​ໃນ​ວິຫານ​ນີ້, ຂໍ​ໂຜດ​ຟັງ​ຈາກ​ຟ້າ​ສະຫວັນ ແລະ ພິຈາລະນາ. ຂໍ​ຕັດສິນ​ຄວາມ​ລະຫວ່າງ​ຜູ້ຮັບໃຊ້​ທັງຫລາຍ​ຂອງ​ພຣະອົງ, ຂໍ​ລົງໂທດ​ຄົນ​ຜິດ ແລະ ໃຫ້​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ​ຕົກ​ໃສ່​ໂຕ​ພວກເຂົາ​ເອງ ແລະ ສ່ວນ​ຜູ້​ບໍລິສຸດ​ຂໍ​ພຣະອົງ​ປະກາດ​ວ່າ​ພວກເຂົາ​ບໍ່​ຜິດ ເປັນ​ອັນ​ພິສູດ​ແລ້ວ​ວ່າ​ພວກເຂົາ​ເປັນ​ຜູ້​ບໍລິສຸດ.

“ເມື່ອ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ເຮັດ​ບາບ​ຕໍ່​ພຣະອົງ ແລະ ຖືກ​ສັດຕູ​ມາ​ຢຶດຄອງ, ຖ້າ​ພວກເຂົາ​ໄດ້​ຫັນ​ກັບ​ຄືນ​ມາ​ຫາ​ພຣະອົງ ແລະ ສັນລະເສີນ​ນາມ​ຂອງ​ພຣະອົງ, ອະທິຖານ ແລະ ອ້ອນວອນ​ຕໍ່​ພຣະອົງ​ໃນ​ວິຫານ​ແຫ່ງ​ນີ້, ຂໍ​ໂຜດ​ຟັງ​ຈາກ​ຟ້າສະຫວັນ ແລະ ໂຜດ​ອະໄພ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ແລະ ນຳ​ພວກເຂົາ​ກັບ​ມາ​ທີ່​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ ບັນພະບຸລຸດ​ຂອງ​ພວກເຂົາ.

“ເມື່ອ​ທ້ອງຟ້າ​ຖືກ​ປິດ ແລະ ບໍ່​ມີ​ຝົນ​ເພາະ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ ແລະ ເມື່ອ​ພວກເຂົາ​ອະທິຖານ​ຕໍ່​ສະຖານທີ່​ແຫ່ງ​ນີ້ ແລະ ສັນລະເສີນ​ນາມ​ຂອງ​ພຣະອົງ ແລະ ຫັນ​ກັບ​ຈາກ​ບາບ​ຂອງ​ຕົນ​ເພາະ​ພຣະອົງ​ໄດ້​ລົງໂທດ​ພວກເຂົາ​ແລ້ວ, ຂໍ​ໂຜດ​ຟັງ​ຈາກ​ຟ້າ​ສະຫວັນ ແລະ ອະໄພ​ບາບ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ, ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ. ຂໍ​ໂຜດ​ສອນ​ວິຖີ​ທາງ​ດຳເນີນ​ຊີວິດ​ທີ່​ຖືກຕ້ອງ ແລະ ໃຫ້​ຝົນ​ແກ່​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ເປັນ​ມໍລະດົກ​ຂອງ​ປະຊາຊົນ​ພຣະອົງ.

“ຖ້າ​ເກີດ​ການ​ອຶດຢາກ​ອາຫານ ຫລື ພະຍາດ​ລະບາດ​ໃນ​ດິນແດນ ຫລື ພະຍາດ​ພືດ ຫລື ພະຍາດ​ລາ​ນ້ຳຄ້າງ ຫລື ຕັກແຕນ​ບຸກ​ມາ​ທຳລາຍ ຫລື ສັດຕູ​ທັງຫລາຍ​ມາ​ລ້ອມ​ເມືອງ, ບໍ່​ວ່າ​ຈະ​ເປັນ​ພະຍາດ ຫລື ໄພພິບັດ​ໃດ​ກໍ​ຕາມ​ທີ່​ເກີດ​ຂຶ້ນ. ແລະ ເມື່ອ​ມີ​ຄຳອະທິຖານ ຫລື ຄຳ​ອ້ອນວອນ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ເຊິ່ງ​ແຕ່ລະ​ຄົນ​ຮູ້​ເຖິງ​ຄວາມ​ທຸກໃຈ​ຂອງ​ຕົນ​ດີ ແລະ ຍົກ​ມື​ຂອງ​ຕົນ​ຂຶ້ນ​ຕໍ່​ວິຫານ​ແຫ່ງ​ນີ້ ຂໍ​ໂຜດ​ຟັງ​ຈາກ​ຟ້າສະຫວັນ​ຄື ບ່ອນ​ຢູ່​ຂອງ​ພຣະອົງ. ຂໍ​ໂຜດ​ໃຫ້​ອະໄພ ແລະ ຈັດການ​ກັບ​ທຸກຄົນ​ຕາມ​ສິ່ງທີ່​ພວກເຂົາ​ໄດ້​ກະທໍາ. ເນື່ອງຈາກ​ພຣະອົງ​ຮູ້​ຈັກ​ຈິດໃຈ​ຂອງ​ພວກເຂົາ (ເພາະ​ພຣະອົງ​ເທົ່ານັ້ນ​ຮູ້​ຈິດໃຈ​ຂອງ​ມະນຸດ). ເພື່ອ​ວ່າ​ພວກເຂົາ​ຈະ​ຢຳເກງ​ພຣະອົງ ແລະ ເຊື່ອຟັງ​ພຣະອົງ​ຢູ່​ຕະຫລອດ​ເວລາ​ທີ່​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.

“ສ່ວນ​ຄົນຕ່າງຊາດ​ທີ່​ບໍ່​ແມ່ນ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ແຕ່​ໄດ້​ມາ​ຈາກ​ແດນດິນ​ຫ່າງໄກ ຍ້ອນ​ນາມ​ອັນ​ຍິ່ງໃຫຍ່ ແລະ ມື​ອັນ​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ແຂນ​ຂອງ​ພຣະອົງ​ທີ່​ໄດ້​ຢຽດ​ອອກ​ມາ ເມື່ອ​ພວກເຂົາ​ມາ​ອະທິຖານ​ທີ່​ວິຫານ​ນີ້, ຂໍ​ໂຜດ​ຟັງ​ຈາກ​ຟ້າສະຫວັນ​ບ່ອນ​ຢູ່​ຂອງ​ພຣະອົງ. ຂໍ​ຕອບ​ຄຳອະທິຖານ​ທີ່​ຄົນຕ່າງຊາດ​ທີ່​ໄດ້​ທູນ​ຂໍ​ຕໍ່​ພຣະອົງ, ເພື່ອ​ວ່າ​ປະຊາຊົນ​ໃນ​ໂລກ​ຈະ​ຮູ້​ຈັກ​ນາມ​ຂອງ​ພຣະອົງ ແລະ ຢຳເກງ​ພຣະອົງ​ເໝືອນດັ່ງ​ກັບ​ປະຊາຊົນ​ອິດສະຣາເອນ​ພຣະອົງ​ເອງ ແລະ ຈະ​ຮູ້​ວ່າ​ຂ້ານ້ອຍ​ໄດ້​ສ້າງ​ວິຫານ​ນີ້​ຂຶ້ນ​ເພື່ອ​ປະກາດ​ນາມ​ຂອງ​ພຣະອົງ.

“ເມື່ອ​ພຣະອົງ​ໃຊ້​ປະຊາຊົນ​ຂອງ​ພຣະອົງ​ອອກ​ໄປ​ສູ້ຮົບ​ກັບ​ສັດຕູ ບໍ່​ວ່າ​ຢູ່​ບ່ອນ​ໃດ​ທີ່​ພຣະອົງ​ສົ່ງ​ພວກເຂົາ​ໄປ ແລະ ເມື່ອ​ພວກເຂົາ​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ ມຸ່ງ​ໜ້າ​ມາ​ທີ່​ນະຄອນ​ນີ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ແລະ ທີ່​ວິຫານ​ແຫ່ງ​ນີ້ ເຊິ່ງ​ຂ້ານ້ອຍ​ສ້າງ​ຂຶ້ນ​ເພື່ອ​ນາມ​ຂອງ​ພຣະອົງ, ຂໍ​ໂຜດ​ຟັງ​ຄຳ​ອະທິຖານ ແລະ ຄຳ​ອ້ອນວອນ​ຂອງ​ພວກເຂົາ​ຈາກ​ຟ້າ​ສະຫວັນ ແລະ ຂໍ​ໂຜດ​ຊ່ວຍເຫລືອ​ພວກເຂົາ​ດ້ວຍ.

“ເມື່ອ​ພວກເຂົາ​ເຮັດ​ບາບ​ຕໍ່​ພຣະອົງ ເພາະ​ບໍ່​ມີ​ຜູ້ໃດ​ທີ່​ບໍ່​ເຮັດ​ບາບ​ເລີຍ ແລ້ວ​ພຣະອົງ​ຈຶ່ງ​ໃຈຮ້າຍ​ໃຫ້​ກັບ​ພວກເຂົາ ແລະ ມອບ​ພວກເຂົາ​ໄວ້​ກັບ​ສັດຕູ​ຂອງ​ພວກເຂົາ, ຜູ້​ທີ່​ເອົາ​ໄປ​ເປັນ​ຊະເລີຍ​ທີ່​ດິນແດນ​ຫ່າງໄກ ຫລື ໃກ້​ກໍຕາມ; ແລະ ຖ້າ​ພວກເຂົາ​ປ່ຽນ​ໃຈ​ໃນ​ດິນແດນ​ທີ່​ພວກເຂົາ​ເປັນ​ຊະເລີຍ ແລະ ກັບໃຈ​ແລ້ວ​ອ້ອນວອນ​ຕໍ່​ພຣະອົງ​ໃນ​ດິນແດນ​ຂອງ​ຜູ້​ທີ່​ຈັບ​ພວກເຂົາ​ເປັນ​ຊະເລີຍ​ນັ້ນ ແລະ ເວົ້າ​ວ່າ ‘ພວກຂ້ານ້ອຍ​ໄດ້​ເຮັດ​ບາບ, ພວກຂ້ານ້ອຍ​ຜິດ​ໄປ​ແລ້ວ, ພວກຂ້ານ້ອຍ​ໄດ້​ປະພຶດ​ຊົ່ວ’; ແລະ ຖ້າ​ພວກເຂົາ​ຫັນ​ກັບ​ຄືນ​ມາ​ຫາ​ພຣະອົງ​ຢ່າງ​ສຸດຈິດ ແລະ ສຸດໃຈ​ຂອງ​ພວກເຂົາ​ໃນ​ແດນດິນ​ທີ່​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ ອະທິຖານ​ປິ່ນ​ໜ້າ​ໃສ່​ດິນແດນ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ, ປິ່ນ​ໜ້າ​ໃສ່​ເມືອງ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ແລະ ປິ່ນ​ໜ້າ​ໃສ່​ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ຂຶ້ນ​ເພື່ອ​ນາມ​ຂອງ​ພຣະອົງ; ຂໍ​ໂຜດ​ຟັງ​ຄຳ​ອະທິຖານ ແລະ ຄຳ​ອ້ອນວອນ​ຂອງ​ພວກເຂົາ​ຈາກ​ຟ້າສະຫວັນ, ເຊິ່ງ​ເປັນ​ບ່ອນ​ຢູ່​ຂອງ​ພຣະອົງ, ແລະ ຂໍ​ໂຜດ​ຊ່ວຍເຫລືອ​ພວກເຂົາ. ແລະ ອະໄພ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ, ຜູ້​ທີ່​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ​ດ້ວຍ.

“ບັດນີ້, ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂໍ​ໂຜດ​ຫລຽວ​ເບິ່ງ ແລະ ງ່ຽງ​ຫູ​ຟັງ​ຄຳພາວັນນາ​ອະທິຖານ​ທີ່​ຂ້ານ້ອຍ​ອຸທິດຖວາຍ​ໃນ​ບ່ອນ​ນີ້​ດ້ວຍ.

“ບັດນີ້ ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ ຂໍ​ໂຜດ​ລຸກ​ຂຶ້ນ ແລະ ມາ​ຍັງ​ບ່ອນ​ຢູ່​ຂອງ​ພຣະອົງ,

ທັງ​ພຣະອົງ ແລະ ຫີບ​ຄຳໝັ້ນສັນຍາ​ແຫ່ງ​ລິດອຳນາດ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ, ຂໍ​ໃຫ້​ບັນດາ​ປະໂລຫິດ​ຂອງ​ພຣະອົງ​ສວມ​ຄວາມພົ້ນ​ຂອງ​ພຣະອົງ,

ຂໍ​ໃຫ້​ປະຊາຊົນ​ທີ່​ສັດຊື່​ຂອງ​ພຣະອົງ​ຊົມຊື່ນຍິນດີ​ໃນ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ, ຂໍ​ຢ່າ​ໄດ້​ປະຕິເສດ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.

ຂໍ​ໂຜດ​ລະນຶກ​ເຖິງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ສັນຍາ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ”.

Source notes (2)
  1. Footnote ຄື ປະມານ 2,3 ແມັດ
  2. Footnote ຄື ປະມານ 1,3 ແມັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.