Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 5

ເມື່ອ​ວຽກງານ​ທັງໝົດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ສຳເລັດ​ຮຽບຮ້ອຍ​ແລ້ວ, ເພິ່ນ​ກໍ​ໄດ້​ນຳ​ເງິນ, ຄຳ ແລະ ເຄື່ອງໃຊ້​ຕ່າງໆ, ເຊິ່ງ​ດາວິດ​ຜູ້​ເປັນ​ພໍ່​ຂອງ​ເພິ່ນ​ໄດ້​ຖວາຍ​ໄວ້ ແລ້ວ​ເພິ່ນ​ກໍ​ໄດ້​ເກັບ​ໄວ້​ໃນ​ຄັງ​ວິຫານ​ຂອງ​ພຣະເຈົ້າ.

ຫີບ​ພັນທະສັນຍາ​ຖືກ​ນໍາ​ເຂົ້າ​ໃນ​ວິຫານ

(1ກສ 8:1-21)

ແລ້ວ​ໂຊໂລໂມນ​ກໍ​ເອີ້ນ​ບັນດາ​ຜູ້ອາວຸໂສ​ທັງໝົດ​ຂອງ​ອິດສະຣາເອນ, ຫົວໜ້າ​ເຜົ່າ​ທັງໝົດ ແລະ ຫົວໜ້າ​ຄອບຄົວ​ທັງໝົດ​ຂອງ​ຊາວອິດສະຣາເອນ​ມາ​ທີ່​ເຢຣູຊາເລັມ, ເພື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ຈາກ​ພູເຂົາ​ຊີໂອນ, ເມືອງ​ຂອງ​ດາວິດ. ແລ້ວ​ຜູ້ຊາຍ​ອິດສະຣາເອນ​ທັງໝົດ​ກໍ​ພ້ອມກັນ​ມາ​ພົບ​ກະສັດ​ໃນ​ຊ່ວງ​ເທດສະການ​ໃນ​ເດືອນ​ທີເຈັດ.

ເມື່ອ​ຜູ້ອາວຸໂສ​ທັງໝົດ​ຂອງ​ອິດສະຣາເອນ​ມາ​ຮອດ​ແລ້ວ, ພວກ​ຊາວເລວີ​ກໍ​ຍົກ​ຫີບ​ຄຳໝັ້ນສັນຍາ​ຂຶ້ນ, ແລະ ພວກເຂົາ​ໄດ້​ນໍາ​ຫີບ​ຄຳໝັ້ນສັນຍາ ແລະ ເຕັນນັດພົບ ແລະ ເຄື່ອງໃຊ້​ສັກສິດ​ທັງໝົດ​ມາ​ທີ່​ວິຫານ. ບັນດາ​ປະໂລຫິດ​ຊາວ​ເລວີ​ກໍ​ໄດ້​ຫາມ​ຂຶ້ນ​ໄປ​ທີ່​ວິຫານ; ແລະ ກະສັດ​ໂຊໂລໂມນ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຊຸມນຸມ​ກັນ​ກັບ​ເພິ່ນ​ຕໍ່ໜ້າ​ຫີບ​ຄໍາໝັ້ນສັນຍາ​ໄດ້​ຖວາຍ​ແກະ ແລະ ງົວ​ເປັນ​ເຄື່ອງບູຊາ​ຈຳນວນ​ຫລວງຫລາຍ​ຈົນ​ພວກເຂົາ​ບໍ່​ສາມາດ​ບັນທຶກ​ໄດ້ ຫລື ບໍ່​ສາມາດ​ນັບ​ໄດ້.

ຫລັງ​ຈາກ​ນັ້ນ ປະໂລຫິດ​ກໍ​ນຳ​ຫີບ​ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຢາເວ​ເຂົ້າ​ສູ່​ສະຖານ​ນະມັດສະການ​ຊັ້ນ​ໃນ​ຂອງ​ວິຫານ​ຄື​ບ່ອນ​ທີ່​ສັກສິດ​ທີ່ສຸດ ແລະ ຕັ້ງ​ໄວ້​ໃຕ້​ປີກ​ຂອງ​ເຄຣຸບ. ເຄຣຸບ​ພື​ປີກ​ອອກ​ປົກຄຸມ​ເໜືອ​ບ່ອນ​ທີ່​ຫີບ​ຄໍາໝັ້ນສັນຍາ​ຢູ່ ແລະ ປົກຄຸມ​ເໜືອ​ຫີບ​ກັບ​ໄມ້ຄານຫາມ. ໄມ້ຄານຫາມ​ເຫລົ່ານີ້​ຍາວ​ຫລາຍ​ໂດຍ​ເດ່​ອອກ​ມາ​ຈາກ​ຫີບ, ເຊິ່ງ​ເບິ່ງເຫັນ​ໄດ້​ຈາກທາງ​ດ້ານ​ຂອງ​ຫ້ອງຊັ້ນ​ໃນ​ບ່ອນ​ສັກສິດ, ແຕ່​ເບິ່ງ​ບໍ່​ເຫັນ​ຈາກ​ດ້ານນອກ​ຂອງ​ບ່ອນ​ສັກສິດ ແລະ ໄມ້ຄານຫາມ​ກໍ​ຍັງ​ຢູ່​ທີ່​ນັ້ນ​ຈົນເຖິງ​ທຸກ​ວັນ​ນີ້. ໃນ​ຫີບ​ນັ້ນ​ບໍ່​ມີ​ສິ່ງໃດ​ນອກ​ຈາກ​ສີລາ​ສອງ​ແຜ່ນ​ທີ່​ໂມເຊ​ໄດ້​ໃສ່​ໄວ້​ເມື່ອ​ເວລາ​ຢູ່​ທີ່​ພູເຂົາ​ໂຮເຣັບ ບ່ອນ​ທີ່​ພຣະເຈົ້າ​ຢາເວ​ເຮັດ​ຄຳໝັ້ນສັນຍາ​ກັບ​ຊົນຊາດ​ອິດສະຣາເອນ​ຫລັງ​ຈາກ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ.

ແລ້ວ​ບັນດາ​ປະໂລຫິດ​ຈຶ່ງ​ອອກ​ມາ​ຈາກ​ບ່ອນ​ສັກສິດ. ບັນດາ​ປະໂລຫິດ​ທັງໝົດ​ທີ່​ຢູ່​ໃນ​ທີ່ນັ້ນ​ໄດ້​ຊຳລະ​ຕົນ​ເອງ​ໃຫ້​ບໍລິສຸດ, ບໍ່​ວ່າ​ພວກຕົນ​ຈະ​ປະຈຳ​ຢູ່​ໝວດ​ໃດ​ກໍ​ຕາມ. ຊາວເລວີ​ທັງໝົດ​ຜູ້ທີ່​ເປັນ​ນັກດົນຕີ​ເຊັ່ນ: ອາສັບ, ເຮມານ ແລະ ເຢດູທູນ ແລະ ພວກ​ລູກຊາຍ​ຂອງ​ພວກເຂົາ ແລະ ຍາດຕິ​ພີ່ນ້ອງ​ຂອງ​ພວກເຂົາ​ໂດຍ​ຢືນ​ຢູ່​ທາງ​ດ້ານ​ຕາເວັນ​ອອກ​ຂອງ​ແທ່ນບູຊາ, ພວກເຂົາ​ກໍ​ໄດ້​ນຸ່ງ​ຜ້າປ່ານ​ເນື້ອ​ລະອຽດດີ, ແລ້ວ​ກໍ​ຕົບແສ່ງ, ຕິດ​ພິນໃຫຍ່ ແລະ ດີດ​ພິນນ້ອຍ. ພວກເຂົາ​ກໍ​ຮ່ວມກັນ​ກັບ​ບັນດາ​ປະໂລຫິດ 120 ຄົນ​ເປົ່າ​ແກ​ປະສານ​ສຽງ​ກັນ. ພວກ​ເປົ່າແກ ແລະ ນັກດົນຕີ​ໄດ້​ປະສານ​ເປັນ​ສຽງ​ດຽວກັນ​ເພື່ອ​ຖວາຍ​ຄໍາສັນລະເສີນ ແລະ ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ. ພ້ອມທັງ​ປະສານ​ສຽງ​ແກ, ແສ່ງ ແລະ ເຄື່ອງດົນຕີ​ອື່ນໆ, ພວກ​ນັກຮ້ອງ​ໄດ້​ເປັ່ງ​ສຽງ​ຂອງ​ຕົນ​ສັນລະເສີນ​ພຣະເຈົ້າຢາເວ ແລະ ຮ້ອງ​ວ່າ:

“ພຣະອົງ​ແສນ​ດີ;

ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຕະຫລອດ​ໄປ​ເປັນ​ນິດ”.

ແລ້ວ​ວິຫານ​ຂອງ​ພຣະເຈົ້າຢາເວ​ກໍ​ມີ​ເມກ​ປົກຄຸມ​ເຕັມ​ໄປ​ທົ່ວ, ບັນດາ​ປະໂລຫິດ​ບໍ່​ອາດ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ໄດ້​ເພາະ​ເມກ​ນັ້ນ, ເນື່ອງ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ປົກ​ຄຸມ​ຢູ່​ທົ່ວ​ທັງ​ວິຫານ​ຂອງ​ພຣະອົງ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.