Biblica® Open Lao Contemporary Version
2 ຂ່າວຄາວ 4
ເຄື່ອງໃຊ້ຕ່າງໆສຳລັບວິຫານ
(1ກສ 7:23-26,38-51)
ໂຊໂລໂມນໄດ້ສ້າງແທ່ນບູຊາທອງສຳລິດຍາວຊາວສອກ1 ກວ້າງຊາວສອກ ແລະ ສູງສິບສອກ.2 ຮູຣາມໄດ້ຫລໍ່ຂັນຮູບກົມດ້ວຍໂລຫະສູງ 5 ສອກ, ມີເສັ້ນຜ່າສູນກາງ 10 ສອກ ແລະ ເສັ້ນອ້ອມວົງ 30 ສອກ. ກ້ອງຂັນເປັນຮູບງົວອ້ອມຂັນສອກລະສິບຮູບ.3 ຮູບງົວໄດ້ຖືກຫລອມເປັນສອງແຖວໃຫ້ເປັນເນື້ອດຽວກັນກັບຂັນ.
ຂັນນັ້ນຕັ້ງຢູ່ເທິງງົວສິບສອງໂຕ, ສາມໂຕໄດ້ປິ່ນໜ້າໄປທາງທິດເໜືອ, ສາມໂຕໄດ້ປິ່ນໜ້າໄປທາງທິດຕາເວັນຕົກ, ສາມໂຕໄດ້ປິ່ນໜ້າໄປທາງທິດໃຕ້, ແລະ ສາມໂຕໄດ້ປິ່ນໜ້າໄປທາງທິດຕາເວັນອອກ. ຂັນໄດ້ຖືກວາງເທິງຫົວຂອງງົວ ແລະ ຫລັງຂອງງົວຢູ່ໃຈກາງຂອງຂັ້ນ. ຂັນນັ້ນມີຄວາມໜາໜຶ່ງຝ່າມື,4 ປາກຂັນເປັນເໝືອນປາກຂອງຈອກ, ເຊິ່ງຄືກັນກັບດອກລີລາບານ. ບັນຈຸນໍ້າໄດ້ 3.000 ບັດ.5
ແລ້ວເພິ່ນໄດ້ເຮັດອ່າງສິບໜ່ວຍສຳລັບຊໍາລະລ້າງ ແລະ ຫ້າໜ່ວຍຕັ້ງໄວ້ຢູ່ທາງທິດໃຕ້ ແລະ ຫ້າໜ່ວຍຕັ້ງໄວ້ຢູ່ທາງທິດເໜືອ. ຂັນເຫລົ່ານີ້ໃຊ້ສໍາລັບຊໍາລະລ້າງເຄື່ອງເຜົາຖວາຍບູຊາ, ແຕ່ນໍ້າທີ່ຢູ່ໃນຂັນໃຫຍ່ແມ່ນໃຫ້ປະໂລຫິດໃຊ້ສຳລັບຊຳລະລ້າງ.
ເພິ່ນໄດ້ເຮັດຫລັກຕະກຽງຄຳສິບອັນຕາມແບບທີ່ໄດ້ກຳນົດໄວ້ໂດຍສະ ເພາະ ແລະ ຕັ້ງຫລັກຕະກຽງເຫລົ່ານັ້ນໄວ້ໃນວິຫານ, ຫ້າອັນຕັ້ງໄວ້ຢູ່ທາງດ້ານໃຕ້ ແລະ ອີກຫ້າອັນຕັ້ງໄວ້ຢູ່ທາງດ້ານເໜືອ.
ເພິ່ນໄດ້ເຮັດໂຕະສິບໜ່ວຍ ແລະ ຕັ້ງໄວ້ມັນໃນວິຫານ. ຫ້າໜ່ວຍວາງໄວ້ຢູ່ທາງດ້ານໃຕ້ ແລະ ອີກຫ້າໜ່ວຍວາງໄວ້ຢູ່ທາງດ້ານເໜືອ. ເພິ່ນຍັງໄດ້ເຮັດຖ້ວຍຄຳໜຶ່ງຮ້ອຍໃບ.
ເພິ່ນໄດ້ເຮັດເດີ່ນສຳລັບບັນດາປະໂລຫິດ ແລະ ເດີ່ນໃຫຍ່ ແລະ ປະຕູຕ່າງໆສໍາລັບເຂົ້າໄປເດີ່ນ ແລະ ໂອບປະຕູດ້ວຍທອງສຳລິດ. ເພິ່ນຂັນນັ້ນໄດ້ຕັ້ງໄວ້ຢູ່ທາງດ້ານໃຕ້ທີ່ແຈທາງດ້ານຕາເວັນອອກສຽງໃຕ້ຂອງວິຫານ.
ແລະ ຮູຣາມຍັງໄດ້ເຮັດໝໍ້, ຊວ້ານ ແລະ ຖ້ວຍດ້ວຍ.
ດັ່ງນັ້ນ ຮູຣາມໄດ້ເຮັດວຽກຈົນສໍາເລັດຕາມທີ່ກະສັດໂຊໂລໂມນໄດ້ມອບໝາຍໃຫ້ຢູ່ໃນວິຫານຂອງພຣະເຈົ້າມີດັ່ງນີ້:
ເສົາສອງຕົ້ນ;
ຫົວເສົາທີ່ເປັນຮູບຖ້ວຍສອງອັນຢູ່ເທິງຍອດເສົາ;
ຕາໜ່າງປະດັບຫົວເສົາສອງຊຸດຫົວເສົາທີ່ເປັນຮູບຖ້ວຍສອງອັນຢູ່ເທິງຍອດເສົາ;
ໝາກພິລາສີ່ຮ້ອຍໜ່ວຍສຳລັບຕາໜ່າງສອງຊຸດ (ຕາໜ່າງແຕ່ລະຊຸດມີໝາກພິລາຢູ່ສອງແຖວປະດັບຢູ່ເທິງຫົວເສົາ);
ແທ່ນທອງສຳລິດພ້ອມກັບອ່າງ
ຂັນນໍ້າ ແລະ ງົວສິບສອງໂຕທີ່ຢູ່ກ້ອງຂັນ.
ໝໍ້, ຊ້ວນ, ຂໍເກາະຊີ້ນ ແລະ ເຄື່ອງໃຊ້ກ່ຽວຂ້ອງທັງໝົດ.
ຮູຣາມອາບີໄດ້ເຮັດສິ່ງເຫລົ່ານີ້ທັງໝົດໃຫ້ກະສັດໂຊໂລໂມນສຳລັບວິຫານຂອງພຣະເຈົ້າຢາເວໂດຍໃຊ້ທອງສຳລິດທີ່ເງົາເຫລື້ອມ. ກະສັດໄດ້ໃຫ້ຫລໍ່ສິ່ງເຫລົ່ານີ້ຂຶ້ນດ້ວຍດິນໜຽວຢູ່ໃນທົ່ງຮາບແຫ່ງແມ່ນ້ຳຈໍແດນ ລະຫວ່າງເມືອງຊຸກໂກດ ແລະ ເມືອງຊາເຣທານ.6 ໂຊໂລໂມນເຮັດທຸກສິ່ງເຫລົ່ານີ້ໂດຍໃຊ້ທອງສຳລິດເປັນຈຳນວນຫລວງຫລາຍຈົນບໍ່ສາມາດຊັ່ງໄດ້.
ໂຊໂລໂມນຍັງໄດ້ເຮັດເຄື່ອງໃຊ້ທັງໝົດທີ່ຢູ່ໃນວິຫານຂອງພຣະເຈົ້າມີດັ່ງນີ້:
ແທ່ນບູຊາຄຳ;
ໂຕະສຳລັບວາງເຂົ້າຈີ່ຖວາຍ;
ຫລັກຕະກຽງຄຳບໍລິສຸດພ້ອມທັງຕະກຽງ, ເພື່ອໃຕ້ຢູ່ທາງດ້ານໜ້າຂອງບ່ອນສັກສິດທີ່ຢູ່ດ້ານໃນຕາມທີ່ໄດ້ກໍານົດໄວ້;
ຕະກຽງ ແລະ ຄີມແມ່ນເຮັດດ້ວຍຄຳ (ພວກມັນເຮັດມາຈາກຄຳທີ່ເປັນແທ່ງ)
ມີດຕັດສຳລັບຕັດໄສ້ຕະກຽງ, ຖ້ວຍ, ຈານ ແລະ ກະຖາງໄຟເຮັດດ້ວຍຄໍາບໍລິສຸດ; ແລະ ປະຕູຄໍາຕ່າງໆຂອງວິຫານຄື, ປະຕູດ້ານໃນທີ່ເຂົ້າໄປສູ່ບ່ອນສັກສິດທີ່ສຸດ ແລະ ປະຕູຫ້ອງໂຖງກໍເຮັດດ້ວຍຄຳ.
Source notes (6)
- Footnote ຄື ກວ້າງຍາວດ້ານລະປະມານ 9 ແມັດ
- Footnote ຄື ປະມານ 4,5 ແມັດ ເຊັ່ນດຽວກັບຂໍ້ 2
- Footnote ຄື ປະມານ 45 ຊັງຕີແມັດ
- Footnote ຄື ປະມານ 8 ຊັງຕີແມັດ
- Footnote ຄື ປະມານ 66.000 ລິດ
- Footnote ພາສາເຮັບເຣີວ່າ ເສລາດາທາ ເປັນອີກຮູບໜຶ່ງຂອງ ສາເຣທານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.